(vovworld)- ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11 ຫາກໍຮັບຮອງເອົາມະຕິ ດ້ວຍບັນດາການກຳນົດທິດສຳຄັນເພື່ອປ່ຽນໃຫມ່ການສຶກສາ, ບຳລຸງສ້າງຂອງຫວຽດນາມໂດຍພື້ນຖານ ແລະ ຮອບດ້ານ, ຕອບສະຫນອງຄວາມຮຽກຮ້ອງຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ. ມະຕິດັ່ງກ່າວໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ. ນັກຂ່າວວິທະຍຸກະຈາຍສຽງຫວຽດນາມຂໍຄັດສະເຫນີເນື້ອໃນດັ່ງກ່າວຜ່ານບົດຂຽນ: ການປ່ຽນໃຫມ່ການສຶກສາ ແລະ ບຳລຸງສ້າງຂອງຫວຽດນາມໂດຍພື້ນຖານແລະຮອບດ້ານ.
ໃນລາຍການ“ປະຊາຊົນຖາມ, ລັດຖະມົນຕີ ຕອບ” ໃນທ້າຍອາທິດ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟ້າມຫວູລ້ວນ ໄດ້ຊີ້ແຈງວ່າ: ເລື່ອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະກາດໃຊ້ມະຕິກ່ຽວກັບການປ່ຽນໃຫມ່ການສຶກສາ,ບຳລຸງສ້າງຂອງຫວຽດນາມໂດຍພື້ນຖານ ແລະ ຮອບດ້ານ ແມ່ນເຫດການໃຫຍ່, ແມ່ນຂ່າວດີສຳລັບທົ່ວປະເທດ, ພິເສດ ສຳລັບຂະແຫນງການສຶກສາບຳລຸງສ້າງ. ມະຕິສະບັບດັ່ງກ່າວອີກຄັ້ງຫນຶ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ ຂອງພັກ ແລະ ລັດຫວຽດນາມ ຕໍ່ຂົງເຂດສຶກສາ, ບຳລຸງສ້າງ.
ພາບປະກອບ:internet
|
ປ່ຽນໃຫມ່ບັນຫາໃຫຍ່, ຫລັກແຫລ່ງແກ່ນສານ, ຖືນັກຮຽນເປັນຈຸດສຸມ
ຕາມທ່ານລັດຖະມົນຕີ ຟ້າມຫວູລ້ວນແລ້ວ, ການປ່ຽນໃຫມ່ການສຶກສາ,ບຳລຸງສ້າງຂອງຫວຽດນາມໂດຍພື້ນຖານ ແລະ ຮອບດ້ານ ແມ່ນປ່ຽນໃຫມ່ບັນດາບັນຫາໃຫຍ່, ຫລັກແຫ່ລງແກ່ນສານ, ມີຄວາມຈຳເປັນ, ຈາກທັດສະນະ, ແນວຄິດຊີ້ນຳຕະຫລອດຮອດຈຸດໝາຍ, ເນື້ອໃນ, ວິທິການ, ກົນໄກ, ນະໂຍບາຍ, ເງື່ອນໄຂຮັບປະກັນປະຕິບັດການປ່ຽນໃຫມ່. ພັດທະນາການສຶກສາ ແລະ ບຳລຸງສ້າງຕິດພັນກັບຄວາມຕ້ອງການພັດທະນາເສດຖະກິດ, ສັງຄົມ ແລະ ປົກປັກຮັກສາປະເທດຊາດ ດ້ວຍຄວາມກ້າວຫນ້າຂອງວິທະຍາສາດ ແລະ ເຕັກໂນໂລຊີ ສອດຄອ່ງກັບກົດ
ເກນພາວະວິໄສ. ຈຸດໝາຍສຸດທ້າຍຂອງການພັດທະນາການສຶກສາ ແລະ ບຳລຸງສ້າງ ແມ່ນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ບຳລຸງຜູ້ມີຄວາມເກ່ັງກ້າສາມາດ, ສຶກສາອົມຮົມໃຫ້ຊາວຫວຽດນາມພັດທະນາຢ່າງຮອບດ້ານ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ຄວາມສາມາດຫົວຄິດປະດິດສ້າງຂອງສ່ວນບຸກຄົນແຕ່ລະຄົນໃຫ້ດີທີ່ສຸດ, ເພື່ອມີຄວາມຮັກຕໍ່ຄອບຄົວ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ດຳລົງຊີວິດຢ່າງປອດໄສແລະ ເຮັດວຽກຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີ ຟ້າມຫວູລ້ວນ ຢືນຢັນວ່າ:
“ພວກເຮົາ ປ່ຽນໃຫມ່ຄວາມຮັບຮູ້ກໍຄືການກະທຳໃນການຈັດຕັ້ງການສຶກສາ, ນັບທັງທັດສະນະ, ຈຸດໝາຍຫລັກການ, ວິທີການ. ພວກເຮົາຈະປ່ຽນພື້ນຖານການສຶກສາໃນປະຈຸບັນຈາກການສົ່ງຄວາມຮູ້ຢ່າງຫລວງຫລາຍໃຫ້ພວກຫລານໄປສູ່ວິທີຊ່ວຍພວກຫລານຮຳ່ຮຽນ, ຄົ້ນຄວ້າເອງ, ແນະນຳໃຫ້ພວກຫລານເພື່ອມີຫົວຄິດປະດິດສ້າງ. ພວກເຮົາຈະສ້າງລຸ້ນຄົນທີ່ມີຄວາມເປັນເຈົ້າຕົນເອງ, ມີຄວາມໝັ້ນໃຈໃນການຂຽນ, ແນະນຳ, ສະແດງບັນຫາໃດຫນຶ່ງ ແລະ ປົກປ້ອງຄຳເຫັນຂອງຕົນ ພ້ອມທັງມີຄວາມສາມາດຮັບຟັງ, ຮັບເອົາສິ່ງທີ່ດີຈາກໝູ່ເພື່ອນ, ຈາກໂລກເພື່ອເສີມພູມປັນຍາ ແລະ ຄວາມສາມາດເຮັດວຽກຂອງຕົນ.”
ເປັນອັນວ່າ ຈະມີການປ່ຽນແປງໃນທັດສະນະ, ຈຸດໝາຍ, ວິທີການ, ຫລັກການຊີ້ນຳ ແລະ ການເຄື່ອນໄຫວສຶກສາຂອງບັນດາໂຮງຮຽນ. ຕາມທ່ານລັດຖະມົນຕີ ຟ້າມຫວູລ້ວນແລ້ວ, ແຕ່ດົນນານມາແລ້ວ ເລື່ອງສິດສອນ ແລະ ຮຳ່ຮຽນ ແມ່ນການສົ່ງຄວາມຮູ້ຈາກຄູອາຈານໃຫ້ແກ່ນັກຮຽນ, ປະຈຸບັນຈະເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງຄຸນນະທາດ ແລະ ກຳລັງຄວາມສາມາດໃຫ້ແກ່ນັກຮຽນ, ຫັນປ່ຽນຈາກວິທີສິດສອນບັນດາຄວາມຮູ້ດ້ານວິທະຍາສາດໃນປະຈຸບັນ ໄປສູ່ວິທີແນະນຳໃຫ້ນັກຮຽນຮຳ່ຮຽນເອງ.
ປ່ຽນໃຫມ່ຖັນແຖວຄູອາຈານແມ່ນປັດໄຈສຳຄັນ
ຄຽງຄູ່ກັບການປ່ຽນໃຫມ່ຈີນຕະນາການສຶກສາ,ປ່ຽນໃຫມ່ຫລັກສູດການສິດ
ສອນ ແລະ ຮຳ່ຮຽນ, ລະບົບປື້ມແບບຮຽນ, ປື້ມຄົ້ນຄວ້າ, ການປ່ຽນໃຫມ່ການສຶກສາ,ບຳລຸງສ້າງຂອງຫວຽດນາມໂດຍພື້ນຖານ ແລະ ຮອບດ້ານ ຊື່ງລວມມີ: ປັດໄຈສຳຄັນນັ້ນແມ່ນປ່ຽນໃຫມ່ຖັນແຖວຄູອາຈານ. ຕາມນັ້ນແລ້ວ, ຈຳເປັນ
ຕ້ອງປ່ຽນໃຫມ່ລະບົບໂຮງຮຽນສ້າງຄູ ແລະ ວຽກງານບຳລຸງສ້າງ, ຖັນແຖວຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ. ສາດສະດາຈານ ຟ້າມເຕີດຢອງ, ຮອງປະທານສະມາຄົມສົ່ງເສີມການຮຳ່ຮຽນຫວຽດນາມ ເນັ້ນຫນັກວ່າ:
“ເພື່ອປ່ຽນໃຫມ່ການສຶກສາ, ໂຮງຮຽນສ້າງຄູທັງໝົດຕ້ອງປ່ຽນແປງຫລັກສູດສິດສອນຂອງຕົນ ເຮັດແນວໃດໃຫ້ວິວັດການບຳລຸງສ້າງຄູອາຈານໃກ້ຊິດກັບຄວາມຮຽກຮ້ອງຕ້ອງການບຳລຸງສ້າງສາມັນຢູ່ຂັ້ນມະຫາວິທະຍາໄລ ແລະ ຂັ້ນຕ່າງໆ. ຫລັກສູດສ້າງຄູຕ້ອງສອດຄ່ອງກັບທິດປ່ຽນໃຫມ່ການສຶກສາສາມັນ ແລະ ອາຊີວະສຶກສາ. ພ້ອມກັນນັ້ນບັນດາໂຮງຮຽນສ້າງຄູຕ້ອງໄດ້ຮັບການປ່ຽນໃຫມ່ ເພື່ອໃຫ້ຄູອາຈານມີກຳລັງຄວາມສາມາດ
ຕອບສະຫນອງຄວາມຮຽກຮ້ອງຕ້ອງການບຳລຸງສ້າງນັກຮຽນໃຫມ່.”
ຕາມທ່ານລັດຖະມົນຕີ ຟ້າມຫວູລ້ວນ ແລ້ວ, ເລື່ອງປ່ຽນໃຫມ່ການສຶກສາ ແລະ ບຳລຸງສ້າງຄັ້ງນີ້, ບົດບາດ ແລະ ຫນ້າທີ່ຂອງນັກຮຽນກໍຄືຄູອາຈານ ຕ້ອງເໝາະສົມກັບວຽກງານສິດສອນ ແລະຮຳ່ຮຽນ ໃຫ້ສອດຄ່ອງກັບພຶດຕິກຳຕົວຈິງ ຂອງຫວຽດນາມໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ. ເພາະວ່າ ນີ້ແມ່ນເສັ້ນທາງ, ວິທີການຊື່ງຫລາຍປະເທດໃນໂລກ, ໃນນັ້ນ ມີບັນດາປະເທດພັດທະນາພວມປະຕິບັດ. ສະນັ້ນ ຂະແຫນງສຶກສາ ແລະ ບຳລຸງສ້າງຫວຽດນາມ ຈະຫັນປ່ຽນເທື່ອລະກ້າວເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ປະຕິບັດພາລະກິດ ປ່ຽນໃຫມ່ການສຶກສາ,ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານຂອງປະເທດຊາດຢ່າງມີໄຊ.