ໜຶ່ງໃນບັນດາບັນຫາສຳຄັນຖືກນຳມາປຶກສາຫາລືທີ່ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ຊື່ງພວມດຳເນີນໄປຢູ່ຮ່າໂນ້ຍ ນັ້ນແມ່ນການພັດທະນາການສຶກສາ-ບຳລຸງສ້າງ. ຕາມນັ້ນແລ້ວ, ຈຸດໝາຍ, ໜ້າທີ່, ບັນດາແຜນນະໂຍບາຍ, ນະໂຍບາຍການສຶກສາໃຫ້ແຕ່ລະເປົ້າໝາຍຈະໄດ້ຮັບການຄົ້ນຄ້ວາ, ປ່ຽນໃໝ່ໃຫ້ເໝາະສົມກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກ້ວາງຂວາງກ່ວາ. ເນື່ອງໃນໂອກາດນີ້, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ໄດ້ລວບລວມຄຳເຫັນຂອງບັນດາຜູ້ຊ່ຽວຊານກ່ຽວກັບການປ່ຽນໃໝ່ການສຶກສາຜ່ານບົດທີ່ພາດຫົວເລື່ອງວ່າ: ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ.
ປ່ຽນໃໝ່ການສຶກສາຕ້ອງຢູ່ໃນທຸກຊັ້ນຮຽນ
(ພາບ:hanoimoi.com.vn)
ການສຶກສາບຳລຸງສ້າງແມ່ນບັນຫາສຳຄັນພິເສດ ຊື່ງພັກ, ລັດຖະບານຫວຽດນາມ ຖືວ່າແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນພັດທະນາເສດຖະກິດ-ສັງຄົມ. ພື້ນຖານການສຶກສາຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນທີ່ສຸດກ່ຽວກັບການພັດທະນາຂອບຂະໜາດ, ຈຳນວນ, ຫັນຈາກພື້ນຖານການສຶກສາດ້ວຍຈຳນວນຄົນໄປຮຽນໃນລະດັບຕ່ຳສຸດ ເປັນພື້ນຖານການສຶກສາມະຫາຊົນໂດຍພື້ນຖານ. ແຕ່ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ການສຶກສາຫວຽດນາມ ພວມສະແດງໃຫ້ເຫັນບັນດາຂໍ້ຄົງຄ້າງ, ຂໍ້ຕິດຂັດ ແລະ ຄວາມອ່ອນດ້ອຍ. ນັ້ນແມ່ນຄຸນນະພາບການສຶກສາຍັງຕ່ຳ, ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການພັດທະນາປະເທດຊາດ, ປະສິດທິຜົນການສຶກສາບໍ່ທັນສູງ, ເນື້ອໃນຫຼັກສູດການສຶກສາບໍ່ຕິດແທດກັບພຶດຕິກຳຕົວຈິງ, ບັນດາວິທີການສິດສອນ ແລະ ຮຽນ, ກວດກາ, ຕີລາຄາຍັງຫຼ້າຫຼັງ ແລະ ການປ່ຽນໃໝ່ຍັງຊັກຊ້າ. ຖັນແຖວຄູອາຈານ, ພະນັກງານຄຸ້ມຄອງໃນຂະແໜງກໍ່ບໍ່ທັນຕອບສະໜອງຄວາມຕ້ອງການໄດ້ ທັງທາງດ້ານຈຳນວນ ແລະ ຄຸນນະພາບ. ເພື່ອກ້າວໄປເຖິງການປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ, ໃນນັ້ນມີບັນຫາສ້າງໂຄງປະກອບລະບົບການສຶກສາຄືນໃໝ່, ສາດສະດາຈານ, ດຣ Banh Tien Long ອະດີດຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ເນັ້ນໜັກວ່າ, ທັງໂຄງປະກອບລະບົບ ແລະ ເນື້ອໃນການສຶກສາຂອງຫວຽດນາມ ຈຳເປັນຕ້ອງໄດ້ຮັບການຄົ້ນຄ້ວາ, ດັດປັບ:
“ການປ່ຽນໃໝ່ຈິນຕະນາການໃນຂະແໜງການສຶກສາບໍ່ທຽມທັນກັບການປ່ຽນໃໝ່ເສດຖະກິດໃນສັງຄົມນັບແຕ່ປີ 1986 ແລ້ວ, ນັ້ນແມ່ນສາຍເຫດຂອງທຸກໆສາຍເຫດ. ພວກຂ້າພະເຈົ້າຖືວ່າລະບົບການສຶກສາສາມັນ 12 ປີແມ່ນບໍ່ເໝາະສົມ, ວິຊາຮຽນຫຼາຍໂພດ ແລະ ມີຫຼາຍເນື້ອໃນທີ່ສຸດ, ອັນໄດ້ເຮັດໃຫ້ນັກຮຽນຈາກຂັ້ນອະນຸບານ, ປະຖົມຂອງຫວຽດນາມ ບໍ່ໄດ້ຮັບການພັດທະນາຕາມກົດເກນທຳມະຊາດອີກແລ້ວ.
ກອງປະຊຸມສຳມະນາກ່ຽວກັບການປ່ຽນໃໝ່ພື້ນຖານ
ການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ.
(ພາບ: vietnamnet.vn)
ໃນຂະນະນັ້ນ, ສາດສະດາຈານ, ດຣ Nguyen Minh Thuyet ອະດີດຮອງປະທານກຳມາທິການວັດທະນະທຳ, ການສຶກສາຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຖືວ່າ: ຢາກປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ, ຕ້ອງກຳນົດຈຸດໝາຍຢ່າງຖືກຕ້ອງ, ພ້ອມທັງຕ້ອງປະຕິບັດການປະຕິຮູບພື້ນຖານເສດຖະກິດສັງຄົມ ແລະ ບັນດານະໂຍບາຍຢ່າງແຮງ ເພື່ອພັດທະນາພື້ນຖານເສດຖະກິດການສຶກສາ. ສາດສະດາຈານ, ດຣ Nguyen Minh Thuyet ຢືນຢັນວ່າ:
“ຂ້າພະເຈົ້າຖືວ່າ, ໃນການປ່ຽນໃໝ່ນີ້, ເຮົາຕ້ອງເນັ້ນໜັກເຖິງແນວຄິດເປີດເພື່ອພັດທະນາດ້ານເນື້ອໃນ ແລະ ວິທີການສຶກສາຢ່າງເສລີ. ການປະຕິຣູບດ້ານການສຶກສາບໍ່ປະສົບຜົນສຳເລັດໄດ້ ຖ້າຫາກວ່າພວກເຮົາບໍ່ປະຕິຮູບດ້ານເສດຖະກິດສັງຄົມ, ນະໂຍບາຍພັດທະນາແຫຼ່ງຊັບພະຍາ ກອນມະນຸດຢ່າງແຮງ “
(ພາບ:thanhnien.com.vn)
ຢາກປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ, ສິ່ງສຳຄັນທີ່ສຸດນັ້ນແມ່ນຕ້ອງປ່ຽນໃໝ່ດ້ານຈິນຕະນາການ, ສະຕິຄວາມຮັບຮູ້ກ່ຽວກັບການສຶກສາບຳລຸງສ້າງ. ຮອງສາດສະດາຈານ, ດຣ Tran Dinh Thien ຫົວໜ້າສະຖາບັນເສດຖະກິດຫວຽດນາມ ຖືວ່າ: ການປ່ຽນໃໝ່ຕ້ອງປະຕິບັດຕາມທິດສ້າງພື້ນຖານການສຶກສາເປີດ ແລະ ສັງຄົມຮ່ຳຮຽນ, ປະຕິບັດການຮຽນຕະຫຼອດຊີວິດຕິດພັນກັບການສຶກສາເອເລກໂຕນິກ. ສິ່ງສຳຄັນແມ່ນຕ້ອງຫັນຈາກການສອນ ແລະ ບຳລຸງສ້າງຕາມແບບທິດສະດີເປັນຕົ້ນ ໄປສູ່ການສອນ ແລະ ຊ່ວຍນັກຮຽນ, ນັກສຶກສາເປັນເຈົ້າການ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ, ສຸມໃສ່ພັດທະນາບັນດາຄວາມສາມາດ:
“ເມື່ອປຶກສາຫາລືກ່ຽວກັບການປ່ຽນໃໝ່ການສຶກສາແມ່ນຕ້ອງປຶກສາຫາລືເຖິງວິໄສທັດກ່ຽວກັບຍຸກສະໄໝພັດທະນາ, ມັນຮຽກຮ້ອງໃຫ້ພວກເຮົາຕ້ອງປ່ຽນແປງຈິນຕະນາການ, ຮຽກຮ້ອງໃຫ້ປະຕິຣູບທຸກມາດຕະການໃນໄລຍະເຊື່ອມໂຍງ, ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ຮຽກຮ້ອງໃຫ້ນັກຮຽນນັກສຶກສາ ບໍ່ພຽງແຕ່ຮູ້ໜັງສືເທົ່ານັ້ນ ຫາກຍັງຕ້ອງກຳນົດທິດອາຊີບໄດ້ ເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກພາຍຫຼັງຮຽນຈົບຢ່າງມີຄຸນນະພາບ“
5 ເນື້ອໃນໃຫ່ຍຖືກຖືວ່າຈຳເປັນເພື່ອດຳເນີນການປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານໃນປະຈຸບັນລວມມີ: ການຕີລາຄາສະພາບການສຶກສາຫວຽດນາມ ຢ່າງຖືກຕ້ອງ, ສາຍເຫດຈຳເປັນທີ່ຕ້ອງປ່ຽນໃໝ່ການສຶກສາຢູ່ຫວຽດນາມ, ບັນດາທັດສະນະ, ຫລັກການຕອ້ງປະຕິບັດ, ບັນດາຈຸດໝາຍສັງລວມ ແລະ ລະອຽດສຳລັບແຕ່ລະຊັ້ນຮຽນ, ບັນດາມາດຕະການເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາ ກອນມະນຸດ. ນີ້ກໍ່ແມ່ນບັນດາເນື້ອໃນສຳຄັນຈະໄດ້ຮັບການປຶກສາຫາລືທີ່ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ເພື່ອກ້າວໄປເຖິງມີບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຖືກຕ້ອງ ເພື່ອແນໃສ່ປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ ແລະ ຮອບດ້ານ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບໂລກໃນສະພາບການໃໝ່.