(vovworld)-ນະໂຍບາຍກົດໝາຍກ່ຽວກັບປະກັນສຸຂະພາບໄດ້ຮັບການຜັນຂະຫຍາຍປະຕິບັດຈາກລັດຖະບານຫວຽດນາມ ໃນເກືອບ 20 ປີຜ່ານມາ. ບັນດາຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ໄດ້ຮັບການຮັບຮູ້ຈາກ ສະມາຊິກສະພາແຫ່ງຊາດຫລາຍທ່ານ ທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13 ໃນທ້າຍອາທິດຜ່ານມາ ໃນຫລາຍແງ່ມູມ, ພິເສດ ນະໂຍບາຍກົດໝາຍກ່ຽວກັບປະກັນສຸຂະພາບ ໄດ້ກາຍເປັນເສົາຄຳ້ຂອງການຮັບປະກັນຊີວິດສັງຄົມ.ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ມີບັນດາການປະຕິຮູບເພື່ອໃຫ້ນະໂຍບາຍຮັບປະກັນສຸຂະພາບຮັບປະກັນຜົນປະໂຫຍດໃຫ້ແກ່ປະຊາຊົນກວ່າອີກ, ປະກອບສ່ວນປະຕິບັດສິດທິມະນຸດເປັນຢ່າງດີກວ່າ.
ແຕ່ປີ 2009-2012, ອັດຕາພົນລະເມືອງເຂົ້າຮ່ວມປະກັນສຸຂະພາບເພີ່ມຂຶ້ນຕື່ມອີກ 8,6%
photo:internet
|
ຜ່ານບົດລາຍງານໝາກຜົນແຫ່ງການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ແລະ ພຶດຕິກຳຕົວຈິງໃນເກືອບ 20 ປີແຫ່ງການປະຕິບັດນະໂຍບາຍກົດໝາຍກ່ຽວກັບປະກັນສຸຂະພາບ ໄດ້ຢັ້ງຢືນໃຫ້ເຫັນທັດສະນະນະໂຍບາຍອັນຖືກຕ້ອງຂອງພັກ, ລັດ ກ່ຽວກັບການເບິ່ງແຍງດູແລສຸຂະພາບໃຫ້ທົ່ວປວງຊົນ. ຈາກສິ່ງທີ່ດີເລີດ, ມະນຸດສະທຳຂອງນະໂຍບາຍດັ່ງກ່າວ, ໃນໄລຍະ ພຽງ 4 ປີ ຄືແຕ່ປີ 2009-2012, ອັດຕາພົນລະເມືອງເຂົ້າຮ່ວມປະກັນສຸຂະພາບເພີ່ມຂຶ້ນຕື່ມອີກ 8,6%. ຈຳນວນງົບປະມານແຫ່ງລັດຫນູນຊ່ວຍເພີ່ມຈາກ 4.537 ຕື້ດົ່ງ ໃນປີ 2009 ຂຶ້ນເຖິງ 16.937 ຕື້ດົງໃນປີ 2012.
ນະໂຍບາຍເສົາຄຳ້ຂອງການຮັບປະກັນຊີວິດສັງຄົມ
ກອງທຶນປະກັນສຸຂະພາບຈາກສະພາບລາຍຈ່າຍເກີນດຸນໃນປີ 2009 ແມ່ນ 3.000 ຕື້ດົງ, ຮອດປີ 2012 ໄດ້ມີຈຳນວນເງິນຢ່າງພຽງພໍເພື່ອລາຍຈ່າຍກໍຄືແຮໄວ້ໃຫ້ແກ່ວຽກງານນີ້ເກືອບ 13.000 ຕື້ດົງ. ພິເສດ ອັດຕາພົນລະເມືອງເຂົ້າຮ່ວມປະກັນສຸຂະພາບ ບັນລຸປະມານ 70%, ເປັນຂີດໝາຍແຫ່ງຜົນສຳເລັດທີ່ສຳຄັນໃນວຽກງານເບິ່ງແຍດູແລສຸຂະພາບໃຫ້ແກ່ປະຊາຊົນ, ກ້າວໄປເຖິງທົ່ວປວງຊົນໄດ້ຊົມໃຊ້ບໍລິການປະກັນສຸຂະພາບ. ທ່ານ ຫງວຽນວັນຕຽນ, ຮອງຫົວຫນ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຕີລາຄາວ່າ:
“ໃນເກືອບ 20 ປີແຫ່ງການປະຕິບັດນະໂຍບາຍປະກັນສຸຂະພາບຂອງຫວຽດນາມ, ພິເສດໃນ 4 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍປະກັນສຸຂະພາບ, ພວກຂ້າພະເຈົ້າເຫັນວ່າ ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນໃນການປະຕິບັດນະໂຍບາຍນີ້. ໃນສະພາບທີ່ ປະຊາຊົນຫວຽດນາມ ຍັງປະສົບກັບຄວາມທຸກຍາກ, ລາຍຮັບສະເລ່ຍປະມານ 1.700 USD ແຕ່ ຫວຽດນາມ ບັນລຸໄດ້ອັດຕາສ່ວນ 70% ຈຳນວນພົນລະເມືອງເຂົ້າຮ່ວມປະກັນສຸຂະພາບ. ມີອີກສິ່ງຫນຶ່ງທີ່ເປັນຫນ້າສົນໃຈ ນັ້ນແມ່ນລັດ ຮັບປະກັນຊີວິດສັງຄົມໃນການຊ່ວຍເຫລືອໃຫ້ປະຊາຊົນທຸກຍາກຢູ່ເຂດຊົນເຜົ່າສ່ວນຫນ້ອຍ, ເດັກນ້ອຍມີອາຍຸຕຳ່ກວ່າ 6 ປີ, ຜູ້ເຖົ້າຜູ້ແກ່, ບັນດາເປົ້າໝາຍອຸປະກະລະສັງຄົມ ມີປະກັນສຸຂະພາບ ດ້ວຍການຫນູນຊ່ວຍເກືອບ 100%. ນີ້ແມ່ນນະໂຍບາຍໃຫຍ່.”
ສືບຕໍ່ປັບປຸງໃນ 3 ດ້ານຄື: ການຄຸ້ມຄອງ, ຊັບພະຍາກອນມະນຸດ ແລະ ນະໂຍບາຍ
ດ້ວຍຜົນງານທີ່ຕັ້ງຫນ້າດັ່ງກ່າວ, ບັນຫາວາງອອກໃນປະຈຸບັນ ແມ່ນເຮັດແນວໃດເພື່ອໃຫ້ນະໂຍບາຍປະກັນສຸຂະພາບດີກວ່າ. ສິ່ງດັ່ງກ່າວຄວນຜັນຂະຫຍາຍຢ່າງຮອບດ້ານຢູ່ທັງຂອດຄຸ້ມຄອງ, ຈັດຕັ້ງຖັນແຖວພະນັກງານເຮັດວຽກງານປະກັນສຸຂະພາບ ແລະ ນະໂຍບາຍ.
ກ່ຽວກັບການປ່ຽນໃຫມ່ການຄຸ້ມຄອງບັນດາໂຮງໝໍ, ທ່ານ ຫງວຽນວັນຕຽນ, ຮອງຫົວຫນ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ສະເຫນີ:
“ຫນຶ່ງໃນບັນດາບັນຫານັ້ນແມ່ນ ຕ້ອງແຍກ ບັນດາເຂດບໍລິການ ອອກຈາກເຂດກວດພະຍາດໃຫ້ຄົນເຈັບໃຊ້ບັດປະກັນສຸຂະພາບ. ທີສອງ ແມ່ນຮັບປະກັນຄວາມໂປ່ງໃສໃນບັນດາໂຮງໝໍຂອງລັດ, ບໍ່ມີການປົນເປລະຫວ່າງພາກລັດ ແລະ ເອກະຊົນ, ນຳໃຊ້ຫລືສະແຫວງຫາການນຳໃຊ້ຊັບສິນຂອງລັດ. ພວກເຮົາຄວນຈັດຕັ້ງບັນດາເຂດບໍລິການຕ່າງຫາກ, ການໄລ່ລຽງຕ່າງຫາກ, ຊັບພະຍາກອນມະນຸດຕ່າງຫາກ. ເພື່ອປະຕິບັດສິ່ງດັ່ງກ່າວ, ລັດຕ້ອງຈັດແບ່ງແຫລ່ງທຶນກູ້ຢືມໃຫ້ແກ່ບັນດາໂຮງໝໍເພື່ອໃຫ້ເຂົາເຈົ້າລົງທຶນກໍ່ສ້າງບັນດາເຂດບໍລິການຕ່າງຫາກ.”
ກ່ຽວກັບການສັບຊ້ອນແຫລ່ງຊັບພະຍາກອນມະນຸດ, ທ່ານ ຫງວຽນວັນຕຽນສະເຫນີວ່າ:
“ພວກຂ້າພະເຈົ້າຄິດວ່າ ການຈັດຕັ້ງກວດກາປະກັນສຸຂະພາບເອກະລາດແມ່ນສຳຄັນທີ່ສຸດ. ປີ 2008, ເມື່ອສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍປະກັນສຸຂະພາບ, ມີຫລາຍຄຳເຫັນສະເຫນີພວກເຮົາຕ້ອງຈັດຕັ້ງຖັນແຖວພະນັກງານກວດກາ. ກ່ອນອື່ນ ພວກເຮົາຄວນເພີ່ມທະວີຄຸນນະພາບ, ຈຳນວນຖັນແຖວກວດກາ, ປະຈຸບັນ ມີພາລະກອນພຽງແຕ່ 2000 ຄົນເທົ່ານັ້ນ. ນອກນັ້ນ ຍັງມີອີກບັນຫາຫນຶ່ງ, ນັ້ນແມ່ນ ກະຊວງສາທາລະນະສຸກ ຕ້ອງເຮັດແນວໃດຮັບປະກັນຄວາມຍຸຕິທຳ ລະຫວ່າງປະກັນສຸຂະພາບ ແລະ ກວດພະຍາດທຳມະດາ.”
ກ່ຽວກັບນະໂຍບາຍກົດໝາຍທີ່ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ສະພາແຫ່ງຊາດກໍຈະປັບປຸງບາງຂໍ້ກຳນົດຂອງກົດໝາຍກວ່າດ້ວຍປະກັນສຸຂະພາບ. ລັດຖະບານ ຫາກໍ່ຍື່ນສະເຫນີສະພາແຫ່ງຊາດເປັນເອກະພາບລາຄາບໍລິການສາທາລະນະສຸກຢູ່ບັນດາໂຮງໝໍ.
ພາຍຫລັງເກືອບ 20 ປີແຫ່ງການປະຕິບັດນະໂຍບາຍກົດໝາຍກ່ຽວກັບປະກັນສຸຂະພາບ ແລະ ເກືອບ 4 ປີທີ່ກົດໝາຍວ່າດ້ວຍປະກັນສຸຂະພາບມີຜົນປະກາດໃຊ້, ຫວຽດນາມ ພວມສ້າງນະໂຍບາຍ, ວິທີຈັດຕັ້ງໃຫ້ສົມບູນແບບເທື່ອລະກ້າວ ເພື່ອຮັບປະກັນສິດຜົນປະໂຫຍດຂອງປະຊາຊົນທີ່ເຂົ້າຮ່ວມປະກັນສຸຂະພາບໃຫ້ດີກວ່າ ນັ້ນກໍແມ່ນຫນຶ່ງໃນບັນດາປະກົດການທີ່ລະອຽດຂອງການຮັບປະກັນສິດທິມະນຸດ.