ຜັນຂະຫຍາຍຢ່າງຄົບຊຸດການຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ)


(vovworld)-ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ພວມ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ການ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອ​ບ​ຂອງ​ປະ​ຊາ​ຊົນ​ໃສ່​ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ(ສະ​ບັບ​ປັບ​ປຸງ), ຊື່ງ​ແມ່ນປະ​ມວນ​ກົດ​ໝາຍ​ພື້​ນ​ຖານໃນ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ, ໄດ້​ກະ​ທົບ​ເຖິງ​ກົດ​ໝາຍ​ອື່ນ​ຫລາຍ​ສະ​ບັບ​ໃນ​ລະ​ບົບ​ກົດ​ໝາຍ. ການ​ໂຄ​ສະ​ນາ ແລະ ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອ​ບ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປະ​ຕ​ິ​ບັດ​ຜ່າ​ນ​ບັນ​ດາ​ຮູບ​ການ​ເໝາະ​ສົມ​ກັບ​ແຕ່​ລະ​ເປົ້າ​ໝາຍ, ພ້ອມ​ທັງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ພາ​ວະ​ວິ​ໄສ ແລະ ມີ​ປະ​ສິດ​ທິ​ຜົນ.

        ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອ​ບ​ຂອງ​ປະ​ຊາ​ຊົນ​ໃສ່​ປະ​ມວນ​ກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ) ບັນ​ລຸ​ໝາກ​ຜົນ​ອັນ​ດີ​ງາມ, ມາ​ຮອດ​ປ​ະ​ຈຸ​ບັນ ມີ​ຫລາຍ​ຂະ​ແຫນງ​ການ, ທ້ອງ​ຖິ່​ນ​ຕ່າງໆ ໄດ້​ປະ​ກາດ​ໃຊ້​ບັນ​ດາ​ແຜນ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ລະ​ອຽດ, ໃນ​ນັ້ນ ມີ​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ, ສຳ​ມະ​ນາ, ບຳ​ລຸ​ງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເພື່ອ​ຮັບ​ໃຊ້​ໃຫ້​ຫນ້າ​ທີ່ນີ້.

ຜັນຂະຫຍາຍຢ່າງຄົບຊຸດການຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ) - ảnh 1
ພິ​ທີ​ປະ​ກາດ​ແຜນ​ການ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ
ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ໃສ່​ຮ່າງ
ປະ​ມວນ​ກົດ​ໝາຍ​ແພ່ງ(ສະ​ບັບ​ປັບ​ປຸງ)
ພາບ:vov

        ຫນ້າ​ທີ່​ຈຸດ​ສຸມ​ຊື່ງ​ບັນ​ດາ​ຂະ​ແຫນງ​ການ, ທ້ອງ​ຖິ່ນ​ບຸ​ລິ​ມະ​ສິດ​ຊີ້​ນຳ​ປະ​ຕິ​ບັດ​ໃນ​ໄຕ​ມາດ1/2015

       ຢູ່​ຮ່າ​ໂນ້ຍ, ພະ​ແນກ​ຍຸ​ຕິ​ທຳ ນະ​ຄອນ ຮ່າ​ໂນ້ຍ ໄດ້​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ປະ​ກາດ​ໃຊ້​ແຜນ​ການ​ຜັນ​ຂະ​ຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​​ປະ​ກອບຂອງ​ປະ​ຊາ​ຊົນ. ໃນ​ນັ້ນ ພ້ອມ​ກັບ10 ເນື້ອ​ໃນ​ຈຸດ​ສຸມ​ໃນ​ການ​ຮັບ​ເອົາ​ຄຳ​ເຫັນ​​ປະ​ກອ​ບຂອງ​ປະ​ຊ​າ​ຊົນ, ພະ​ແນກ​ຍຸ​ຕິ​ທຳ ກໍ​ໄດ້​ເລ​ືອກ​ເຟັ້ນ​ບາງ​ຫົ​ວ​ເລື່ອງ​ສະ​ເພາະ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມ, ການ​ສຳ​ມະ​ນາ ເພື່ອ​ໃຫ້​ບັນ​ດາ​ຜູ້​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ວິ​ສາ​ຫະ​ກິດ​ປະ​ກອບ​ຄຳ​ເຫັນ.

        ປະ​ມວນ​ກົດ​ໝາຍ​ແພ່ງ ແມ່ນ​ປະ​ມວນ​ກົດ​ໝາຍ​ສຳ​ຄັນ ກວມ​ລວ​ມ​ທຸກ​ການ​ພົວ​ພັນ​ດ້ານ​ພົນ​ລະ​ເຮືອນ. ສະ​ນັ້ນ ການ​ໂຄ​ສະ​ນາ, ອະ​ທິ​ບາຍ​ໃຫ້​ແກ່​ປະ​ຊາ​ຊົນ​ເຂົ້າ​ໃຈ​ແຈ້ງ​ບັນ​ດາ​ເນື້ອ​ໃນ​​ຂອງ​ຮ່າງ​ປະ​ມວນ​ກົດ​ໝາຍ​ສະ​ບັບ​ນີ້ ແມ່ນ​ວຽກ​ງານ​ທີ່​ສຳ​ຄັນ ແລະ ອີງ​ຕາມ​ຄວາມ​ຮັບ​ຮູ້​ຂອງ​ແຕ່​ລະ​​ໝວດເປົ້າ​ໝາຍ ເພື່ອ​ມີ​ວິ​ທີ​ໂຄ​ສະ​ນາ​ໃຫ້​ເໝາະ​ສົມ. ທ່ານ​ນາງ ຟານ​ກີງ​ຢາວ, ຮອງ​ຫົວ​ຫນ້າ​ພະ​ແນກ​ຍຸ​ຕິ​ທຳ ນະ​ຄອນເກີນ​ເທີ, ໃຫ້​ຮູ້​ວ່າ:

        “ກ່ອນ​ອື່ນ​ໝົດ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເພື່ອ​ແນະ​ນຳ​ບັນ​ດາ​ເນື້ອ​ໃນ​ຂອງແຜນ​ຮ່າງ​ໃຫມ່​ໃຫ້​ແກ່​ຖັນ​ແຖວ​ຜູ້​ລາຍ​ງານ​ຂັ້ນນະ​ຄອນ, ຂັ້ນ​ແຂວງ, ຂັ້ນ​ເມືອງ. ຫລັງ​ຈາກນັ້ນ ຊີ້​ນຳ​ໃຫ້​ບັນ​ດາ​ພະ​ແນກ, ຄະ​ນະ​, ຂະ​ແຫນງ​ການ ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ໃນ​ແຕ່​ລະ​ຂົງ​ເຂດ, ແຕ່​ລະ​ຂະ​ແຫນງການ ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ. ສຳ​ລັບ​ປະ​ຊາ​ຊົນ, ພາ​ຍ​ຫລັງ​​ແນະ​ນຳໃຫ້​ເຂົາ​ເຈົ້າ​ບັນ​ດາ​ເນື້ອ​ໃນ​ໃຫມ່​ຈະ​ຈັດ​ຕັ້ງ​ການລົງ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ຢູ່ແຕ່​ລະ​ຄອບ​ຄົວ.”

        ພ້ອມ​ກັບ​ຂະ​ແຫນງ​ຕຸ​ລາ​ການ, ບັນ​ດາ​ພະ​ແນກ, ຂະ​ແຫນງ​ການ​ອື່ນ ກໍ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ຫນ້າ​ທີ່ນີ້. ຢູ່ ແຂວງ ແຄງ​ຮ່​ວາ, ມີ​ຜູ້​ແທນກວ່າ 200 ຄົນ​ທີ່​ຕາງ​ຫນ້າ​ໃຫ້​ແກ່​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແຫນງ​ການ, ຄະ​ນະ​ທະ​ນາຍ​ຄວາມ, ບັນ​ດ​າ​ເມືອງ, ​ເທດ​ສະ​ບານ, ນະ​ຄອນ, ໂຮງ​ຮຽນ​ຈຳ​ນວນ​ຫນຶ່ງ, ຜູ້​​ເຜີຍ​ແຜ່​ດ້ານ​ກົດ​ໝາຍ​ຂອງ​ແຂວງ, ພະ​ນັກ​ງານ​ຕຸ​ລາ​ການ​ຢູ່​ບັນ​ດາ​ອົງ​ການ​ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບຂອງ​ປະ​ຊາ​ຊົນ​ ໃສ່​ປະ​ມວນ​ກົດ​ໝາຍ​ແພ່ງ ສະ​ບ​ັບ​ປັບ​ປຸງ. ​ຢູ່​ແຂວງ ຮ່າ​ນາມ, ທາງ​ແຂວງ ໄດ້​ມອບ​ຫນ້າ​ທີ່​ລະ​ອຽດ​ໃຫ້​ແກ່​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​​ປະ​ກອບໃສ່​ປະ​ມວນ​ກົດ​ໝາຍ​ແພ່ງ​ທັງ​ໝົດ. ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ, ນະ​ຄອນ ລວ​ບ​ລວມບັນ​ດາ​ຄຳ​ເຫັນກ່ຽວ​ກັບ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ຈຸດ​ພິ​ເສດ​ສະ​ເພາະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ຮີດ​ຄອງ​ປະ​ເພ​ນີ ຢູ່​ທ້ອງ​ຖິ່ນ ແລະ ບັນ​ດາ​ບັນ​ຫາ​ຊື່ງ​ທ້ອງ​ຖິ່​ນ​ສົນ​ໃຈ.

        ໃນ​ຂະ​ນະ​ນັ້ນ, ຢູ່ ແຂວງ ຮ່າ​ຕີງ, ແຜນ​ການ​ຜັນ​ຂະ​ຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​​ປະ​ກອບຂອງ​ປະ​ຊາ​ຊົ​ນ​ໃສ່​ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ(ສະ​ບັບ​ປັບ​ປຸງ) ແມ່ນ​ເນັ້ນ​ຫນັກ​ເປັນ​ພິ​ເສດ​ເຖິງ​ເປົ້າ​ໝາຍ​ປະ​ກອບ​ຄ​ຳ​ເຫັນ, ຕາມນັ້​ນ​ແລ້ວ ຄວນ​ສຸມ​ໃສ່​ບັນ​ດາ​ເປົ້າ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ປະ​ມວນ​ກົດ​ໝາຍ​ຄື: ທະ​ນາ​ຄານ, ວິ​ສາ​ຫະ​ກິດ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ..

        ຮັບ​ປະ​ກັນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ທາງ​ດ້າ​ນ​​ວັດ​ຖຸ​ເພື່ອ​ຜັນ​ຂະ​ຫຍາຍ

        ບັນ​ດາ​ ຜູ້​​ເຜີຍ​ແຜ່ ​ດ້ານ​ກົດ​ໝາຍ​ແມ່ນ​ກຳ​ລັງ​ຫລັກ​ແຫລ່ງ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ ແລະ ບັນ​ດາ​ແຂວງ, ນະ​ຄອນ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ບັນ​ລຸ​ປະ​ສິດ​ທິ​ຜົນ, ຄຸນ​ນະ​ພາບ. ບົນ​ຈິດ​ໃຈ​ນັ້ນ, ກະ​ຊວງ​ຍຸ​ຕິ​ທຳ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຜີຍ​ແຜ່, ແນະ​ນຳ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ໃສ່​ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ​(ສະ​ບັບ​ປັບ​ປຸງ)ໃຫ້​ແກ່​ ຜູ້​​ເຜີຍ​ແຜ່​ດ້ານ​ກົດ​ໝາຍ​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ, ນະ​ຄອນ. ທ່ານ ດີງ​ຈູງ​ຕຸ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ໃຫ້​ຮູ້​ວ່າ:

        “ກອງ​ປະ​ຊຸມ​ ຜູ້​​ເຜີຍ​ແຜ່​ດ້ານ​ກົດ​ໝາຍ​ແມ່ນ​​​ແນ​ໃສ່ສົ່ງ​ຄວາມ​ຮູ້, ບັນ​ດາ​ບັນ​​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ມາດ​ຕາ​ທີ່ຖືກ​ປັບ​ປຸງ​ໃນ​ປະ​ມວນ​ກົດ​ໝາຍ​ແພ່ງ​ໃຫ້​​ແກ່ ຜູ້​​ເຜີຍ​ແຜ່​ດ້ານ​​ກົດ​ໝາຍ​ ເພື່ອ​ໃຫ້​ເຂົາ​ເຈົ້າ​ຊ່ວຍ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມ​ີ​ຄຸນ​ນະ​ພາບ ແລະ ປະ​ຢັດ.”

        ທ່ານ ຫງວຽນ​ກົງ​ແອງ, ຫົວ​ຫນ້າ​ຫ້ອງ​ການ​ເອ​ກະ​ສາ​ນິ​ຕິ​ກຳ, ພະ​ແນກ​ຍຸ​ຕິ​ທຳ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ນະ​ຄອນ ມີ​ຜູ້​​ເຜີຍ​ແຜ່ ດ້ານ​ກົດ​ໝາຍກວ່າ 300 ຄົນ ແລະ ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ຕົ້ນ​ຕໍ​ເພື່ອ​ໂຄ​ສະ​ນາ​ຢູ່​ບັນ​ດາ​ເມືອງ, ຕາ​ແສງ.

        ພ້ອມ​ກັບ​ການ​ກະ​ກຽ​ມ​ບຸກ​ຄະ​ລາ​ກອນ, ມີ​ທ​ອ້ງ​ຖິ່ນ​ຫລາຍ​ແຫ່ງ ໄດ້​ກຽມ​ພ້ອມ​ພື້ນ​ຖາ​ນ​ດ້ານ​ວັດ​ຖຸ​ເພື່ອ​ໃຫ້​ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບຂອງ​ປະ​ຊາ​ຊົນ​ສະ​ດວກກວ່າ, ກວ້າງ​ຂວາງກວ່າ ແລະ​ ມີ​ວິ​ທ​ະ​ຍາ​ສາດ.

        ຮ່າງ​ປະ​ມວນ​ກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ) ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຮ່າງ​ກົດ​ໝາຍ​ມີ​ຄວາມໝາຍ​ສຳ​ຄັນ​ພິ​ເສດໃນ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບ​ັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13. ເລື່ອງ​ບັນ​ດາ​ຂະ​ແຫນງ​ການ, ທ​ອ້ງ​ຖິ່ນ ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຮ່າງ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ, ຮີບ​ເຮັ່ງ ມີ​ຄ​ວາມ​ໝາຍ​ສຳ​ຄັນ​ໃຫຍ່​ໃນ​ການ​ສ້າງ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ພົນ​ລະ​ເຮືອນ​ຢ່າງ​ສົມ​ບູນ​ແບບ. ສິ່ງ​ດັ່ງ​ກ່າວ​ກໍ​ໝາຍ​ຄວາມ​ວ່າ ເລື່ອງ​ຫວຽດ​ນາມ ມີ​ປະ​ມ​ວນ​ກົດ​ໝາຍ​ທີ່​ມີ​ຄວາມ​ເປັນ​ໄປ​ສູງ, ໄປທັນ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ