ກໍລະນີທະຫານອາເມລິກາ ຢູ່ຖານທີ່ໝັ້ນການທະຫານ Bagram ແຫ່ງ ອາບການິສະຖານ ຈູດປື້ມຄຳພີໂກຮານ ນັ້ນ, ບໍ່ພຽງແຕ່ສົ່ງຜົນສະທ້ອນບໍ່ດີເຖິງການພົວພັນລະຫວ່າງອາເມລິກາ - ອາບການິສະຖານເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນບໍ່ດີເຖິງອຳນາດການປົກຄອງອາເມລິກາ ແລະ ອາບການິສະຖານ ໃນປະຈຸບັນອີກດ້ວຍ.
ພາຍຫຼັງທີ່ໄດ້ຮັບຂ່າວວ່າ, ປື້ມຄຳພີຂອງຊາວມຸດສະລິມຖືກຈູດຢູ່ຖານທີ່ໝັ້ນ Bagram - ເຊິ່ງແມ່ນຖານທີ່ໝັ້ນການທະຫານໃຫຍ່ກວ່າໝູ່ຂອງອາເມລິກາ ຢູ່ອາບການິສະຖານ ນັ້ນ, ວັນທີ 21/2, ຊາວທ້ອງຖີ່ນຢູ່ນອກຖານທີ່ໝັ້ນນີ້ປະມານ 2.000 ຄົນ ໄດ້ດຳເນີນການແຫ່ຂະບວນປະທ້ວງ. ມາຮອດປະຈຸບັນ, ການແຫ່ຂະບວນປະທ້ວງຂອງຊາວອາບການິສະຖານໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ, ແລະ ກໍ່ໃຫ້ເກີດການໃຊ້ຄວາມຮຸນແຮງ, ເຖິງວ່າວົງການເຈົ້າໜ້າທີ່ອາເມລິກາ, ໃນນັ້ນມີປະທານາທິບໍດີ Barack Obama, ຜູ້ບັນຊາການທະຫານອາເມລິກາຢູ່ອາບການິສະຖານ, ນາຍພົນ John Allen ໄດ້ອອກສຽງຂໍໂທດຕໍ່ກໍລະນີຈູດປື້ມຄຳພີໂກຮານ ແລະ ຖືວ່ານີ້ແມ່ນ ”ອຸບັດຕິເຫດ”, ພ້ອມທັງຢືນຢັນວ່າ, ບັນດາການກະທຳດັ່ງກ່າວບໍ່ແມ່ນທັດສະນະ, ທ່າທີຂອງທະຫານອາເມລິກາ ທີ່ມີຕໍ່ການເຄື່ອນໄຫວທາງສາສະໜາຂອງປະຊາຊົນອາບການິສະຖານ. ນອກນັ້ນ, ແມ່ນບັນດາກໍລະນີບຸກໂຈມຕີໃສ່ຖານທີ່ໝັ້ນການທະຫານຂອງອາເມລິກາ ໃນດິນແດນອາບການິສະຖານ, ພິເສດແມ່ນກໍລະນີທີ່ປຶກສາດ້ານການທະຫານອາເມລິກາ 2 ຄົນຖືກສັງຫານ. ມາຮອດປະຈຸບັນ, ການປະທະກັນຕ່າງໆລະຫວ່າງກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນອາບການິສະຖານ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 10 ຄົນ. ການແຫ່ຂະບວນປະທ້ວງໄດ້ແຜ່ຂະຫຍາຍໄປສູ່ປະເທດບ້ານໃກ້ເຮືອນຄຽງ ປາກິສະຖານ, ຂະນະທີ່ວັນທີ 24/2, ຢູ່ນະຄອນຫຼວງ Islamabad ແລະບັນດານະຄອນໃຫຍ່ຄື: Karachi ຫຼື Multan ຢູ່ພາກກາງ ປາກິສະຖານ, ບາດຫຼວງນັບຮ້ອຍຄົນ, ແລະ ບັນດານັກເຄື່ອນໄຫວທີ່ມີແນວຄິດແຂງແກ່ນ ໄດ້ລົງຖະໜົນແຫ່ຂະບວນປະທ້ວງ, ເພື່ອຄັດຄ້ານກໍລະນີຈູດປື້ມຄຳພີໂກຮານ. ນີ້ບໍ່ແມ່ນເທື່ອທຳອິດທີ່ເກີດກໍລະນີຈູດປື້ມຄຳພີໂກຮານ. ກ່ອນນັ້ນ, ຄືຕົ້ນເດືອນ 4/2011, ເລື່ອງບາດຫຼວງ Wayne Sapp ໃນໂບດແຫ່ງໜຶ່ງຢູ່ລັດ Florida (ແຫ່ງອາເມລິກາ) ຈູດປື້ມຄຳພີໂກຮານນັ້ນ, ໄດ້ກໍ່ໃຫ້ເກີດຄວາມຄຽດແຄ້ນລະຫວ່າງຊາວມຸດສະລີມ ແລະ ອາເມລິກາ. ດັ່ງນັ້ນ, ເຖິງວ່າກໍລະນີຈູດປື້ມຄຳພີໂກຮານ ໃນຄັ້ງນີ້ບໍ່ແມ່ນເຈຕະນາ, ແຕ່ໄດ້ພາໃຫ້ເກີດການປະທະກັນດ້ວຍການໃຊ້ຄວາມຮຸນແຮງ ເພື່ອຄັດຄ້ານອາເມລິກາຢູ່ອາບການິສະຖານ, ອັນໄດ້ຍູ້ກຳລັງຕ່າງປະເທດຢູ່ອາບການິສະຖານ ຕົກເຂົ້າສູ່ສະພາບອັນຕະລາຍ, ແລະເພີ່ມຄວາມຂັດແຍ້ງກັນລະຫວ່າງອາເມລິກາ ກັບບັນດາປະເທດອິດສະລາມ ກວ່າອີກ. ຍິ່ງໄປກວ່ານັ້ນ, ເຫດການຄັ້ງນີ້ເກີດຂຶ້ນກົງກັບຈຸດເວລາທີ່ອາເມລິກາ ພວມມານະພະຍາຍາມເຮັດໃຫ້ສະພາບການຢູ່ ອາບການິສະຖານມີສະຖຽນລະພາບ, ກ່ອນທີ່ຈະຖອນທະຫານອອກຈາກປະເທດນີ້ໃນປີ 2014 ແລະ ອາເມລິ ກໍ່ພວມກ້າວເຂົ້າສູ່ການເລືອກຕັ້ງປະທານາທິບໍດີ, ສິ່ງດັ່ງກ່າວໄດ້ເຮັດໃຫ້ອາເມລິກາ ແລະ NATO ຕົກເຂົ້າສູ່ສະພາບຫຍຸ້ງຍາກໃໝ່. ໃນຂະນະທີ່ອາເມລິກາ ພວມຕ້ອງການກຳລັງ NATO ເພີ່ມທະວີການເຄື່ອນໄຫວ, ເພື່ອສາມາດສ້າງສະຖຽນລະພາບຢູ່ອາບການິສະຖານໂດຍໄວນັ້ນ, ວັນທີ 23/2, ເຢຍລະມັນ-ເຊິ່ງແມ່ນປະເທດທີ່ມີກຳລັງທະຫານຫຼາຍອັນດັບສາມຖັດຈາກອາເມລິກາ ແລະ ອັງກິດທີ່ພວມເຄື່ອນໄຫວຢູ່ອາບການິສະຖານ, ພາຍໃຕ້ການນຳພາຂອງ NATO, ໄດ້ຖອນກຳລັງທະຫານອອກຈາກຖານທີ່ໝັ້ນ Taluqan, ພາຍຫຼັງທີ່ຊາວອາບການິສະຖານ ປະມານ 300 ຄົນ ດຳເນີນການແຫ່ຂະບວນປະທ້ວງດ້ວຍຄວາມສັນຕິວິທີຢູ່ນອກຖານທີ່ໝັ້ນດັ່ງກ່າວ. ກຳລັງທີ່ຍັງເຫຼືອຂອງເຢຍລະມັນ ກໍ່ຈະຖອນອອກຈາກອາບການິສະຖານກ່ອນທ້າຍເດືອນ 3. ວັນທີ 25/2, ກຳລັງໜູນຊ່ວຍປ້ອງກັນຄວາມສະຫງົບສາກົນ (ISAF)ຢູ່ອາບການິສະຖານ ກໍ່ຖອນກຳລັງທັງໝົດອອກຈາກອົງການຂັ້ນກະຊວງຢູ່ Kabul ແລະບັນດາເຂດອ້ອມຂ້າງ, ດ້ວຍສາຍເຫດທີ່ວ່າ ”ເພື່ອຮັກສາກຳລັງ” ພາຍຫຼັງເກີດກໍລະນີທີ່ປຶກສາດ້ານການທະຫານຂອງອາເມລິກາ 2 ຄົນ ຖືກເຂັ່ນຂ້າຢູ່ກະຊວງພາຍໃນອາບການິສະຖານ. ສ່ວນຢູ່ອາເມລິກາ, ວັນທີ 25/2 ຜ່ານມາ, ທຳນຽບຂາວຕ້ອງອະພິປາຍກ່ຽວກັບເລື່ອງ, ຜູ້ອອກຮັບສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກສາທາລະນະ ທ່ານ Newt Gingrich ໄດ້ອອກສຽງຕຳນິຕິຕຽນທ່ານ Obama ວ່າ: ”ມັນເປັນເລື່ອງຜິດພາດ ແລະ ອັບອາຍຂາຍໜ້າແທ້ໆ ເພາະວ່າກົງກັບວັນທີ່ທະຫານອາບການິສະຖານຍິງທະຫານອາເມລິກາ 2 ຄົນຕາຍນັ້ນ, ປະທານາທິບໍດີອາເມລິກາ ພັດຝາກຈົດໝາຍຂໍໂທດຊາວອາບການິສະຖານ”. ສະພາບການຢູ່ ອາບການິສະຖານ ມີຄວາມສັບສົນຍິ່ງຂຶ້ນ, ຂະນະທີ່ກຳລັງ Taliban ສວຍໃຊ້ເຫດການນີ້ເພື່ອຮຽກຮ້ອງຊາວອາບການິສະຖານດຳເນີນການແຫ່ຂະບວນປະທ້ວງ, ບຸກໂຈມຕີ ແລະເຂັ່ນຂ້າທະຫານຕ່າງປະເທດເພື່ອແກ້ແຄ້ນ.
ກວ່າ 10 ປີ, ນັບແຕ່ອາເມລິກາ ແລະ ກຳລັງ NATO ໂຄ່ນລົ້ມ Taliban ສະພາບຄວາມສະຫງົບປອດໄພຍັງບໍ່ທັນໄດ້ຮັບການຟື້ນຟູ ແລະ ຊາວອາບການິສະຖານຍັງບໍ່ທັນໄດ້ດຳລົງຊີວິດໃນຄວາມສະຖຽນລະພາບເທື່ອ. ຄວາມສົງໃສ ແລະ ການປະທະກັນລະຫວ່າງຊາວອາບການິສະຖານກັບກຳລັງຕ່າງປະເທດຢູ່ອາບການິສະຖານໃນປະຈຸບັນໄດ້ມີໂອກາດລະເບີດຂຶ້ນ ພາຍຫຼັງການກະທຳຈູດປື້ມຄຳພີໂກຮານຜ່ານມາ. ແລະ ບັນດາຮັກສາຄວາມສະຫງົບປອດໄພຢູ່ອາບການິສະຖານໃນປະຈຸບັນ, ພວມຕົກຢູ່ໃນສະພາບຍາກທີ່ຈະຄວບຄຸມໄດ້