ຜົນສຳເລັດຂອງປີ APEC 2017 ແລະ ຖານະບົດບາດຂອງຫວຽດນາມ

(VOVWORLD) -ປີ APEC ຫວຽດນາມ 2017 ໄດ້ສິ້ນສຸດລົງ ດ້ວຍບັນດາຜົນສຳເລັດຢ່າງຈົບງາມ, ພິເສດແມ່ນສັບປະດາຂັ້ນສູງ APEC ຄັ້ງທີ 25 ຖືກດຳເນີນຢູ່ນະຄອນດ່ານັ້ງ ແຕ່ວັນທີ 06 – 11 ພະຈິກ. ຜົນສຳເລັດດັ່ງກ່າວໄດ້ເປັນຂີດໝາຍໃໝ່ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງຫວຽດນາມ ບົນເວທີສາກົນ.

ຜົນສຳເລັດຂອງປີ APEC 2017 ແລະ ຖານະບົດບາດຂອງຫວຽດນາມ - ảnh 1

ຜົນສຳເລັດຂອງປີ APEC 2017 ແລະ ຖານະບົດບາດຂອງຫວຽດນາມ 

(ພາບ: TGVN)

ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີບົດຂຽນສະຫຼຸບບັນດາການເຄື່ອນໄຫວຂອງປີ APEC 2017 ກໍ່ຄືບັນດາຂີດໝາຍຂອງຫວຽດນາມ ຜ່ານການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນນີ້.

        ເລີ່ມຕົ້ນບົດຂຽນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ເລື່ອງຮັບດຳເນີນບົດບາດເປັນເຈົ້າພາບຈັດຕັ້ງປີ APEC 2017, ທັງແມ່ນຄວາມເປັນກຽດ ທັງແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສູງຂອງປະຊາຄົມສາກົນສຳລັບຫວຽດນາມ, ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຫັນແນວທາງການຕ່າງປະເທດເປັນລະອຽດ. ສະນັ້ນ, ຫວຽດນາມ ໄດ້ກະກຽມຢ່າງລະອຽດລະອໍ ແລະ ລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ທົ່ວປວງຊົນ. ຍ້ອນເຫດນັ້ນ, ປີ APEC ຫວຽດນາມ, ສັບປະດາຂັ້ນສູງ APEC ຈຶ່ງບັນລຸໄດ້ຜົນງານເກີນຄວາມຫວັງຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ກໍ່ຄືເພື່ອນມິດສາກົນ.

ສ້າງຂີດໝາຍເຂັ້ມຂຸ້ນໃຫ້ຫວຽດນາມ ໃນວິວັດທະນາການຮ່ວມມື APEC

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ, ຜົນສຳເລັດຂອງສັບປະດາຂັ້ນສູງ APEC ໄດ້ສະແດງອອກຜ່ານບັນດາຕົວເລກລະອຽດຄື: ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ທຸກໆທ່ານ, ໃນນັ້ນມີການນຳບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກຄື: ອາເມລິກາ, ຈີນ, ລັດເຊຍ, ຍີ່ປຸ່ນ… ລ້ວນແຕ່ເຕົ້າໂຮມຢູ່ນະຄອນດ່ານັ້ງ. ນີ້ແມ່ນຄັ້ງທີ 2 ໃນຮອບເວລາ 10 ປີຜ່ານມາ, ສັບປະດາຂັ້ນສູງ APEC ໄດ້ມີການເຂົ້າຮ່ວມຢ່າງຄົບໜ້າພໍຕາຂອງບັນດາການນຳຂັ້ນສູງຄືແນວນັ້ນ. ມີການພົບປະ, ການພົບປະແລກປ່ຽນ 2 ຝ່າຍລະຫວ່າງບັນດາການນຳ APEC ເກືອບ 100 ຄັ້ງ ຖືກດຳເນີນໃນໂອກາດນີ້, ນີ້ເປັນການພິສູດຢ່າງມີຊີວິດຊີວາກ່ຽວກັບຖານະບົດບາດພວມກ້າວຂຶ້ນຂອງພາກພື້ນອາຊີ - ປາຊີຟິກ ໃນແຜນທີ່ການເມືອງ - ເສດຖະກິດໂລກ ແລະ ຄຳໝັ້ນສັນຍາທີ່ເຂັ້ນແຂງຂອງບັນດາພື້ຶ້ນຖານເສດຖະກິດສະມາຊິກສຳລັບວິວັດທະນາການຮ່ວມມື APEC. ສິ່ງດັ່ງກ່າວຍັງແມ່ນການຢັ້ງຢືນທີ່ຕັ້ງຍຸດທະສາດຂອງຫວຽດນາມ ຢູ່ພາກພື້ນ ກໍຄືຄວາມເອົາໃຈໃສ່ ແລະ ນ້ຳໃຈພິເສດເຊິ່ງບັນດາພື້ນຖານເສດຖະກິດສະມາຊິກ APEC ແລະ ບັນດາການນຳເສດຖະກິດ APEC ເອງທີ່ໄດ້ສະຫງວນໃຫ້ແກ່ຫວຽດນາມ.

        ພ້ອມກັນນັ້ນ, ຕົວເລກສະຖິຕິມີວິສາຫະກິດກວ່າ 4.000 ແຫ່ງ ໄດ້ເຂົ້າຮ່ວມບັນດາເຫດການຂອງສັບປະດາຂັ້ນສູງ APEC ສະແດງໃຫ້ເຫັນຈິດໃຈດຳເນີນທຸລະກິດ ແລະ ເລີ່ມທຸລະກິດ, ການມີຫົວຄິດປະດິດສ້າງຂອງ APEC, ເປີດແງ່ຫວັງໃໝ່ກ່ຽວກັບການເຕີບໂຕໃນການລົງທຶນ, ການຄ້າ ແລະ ດຳເນີນທຸລະກິດໃຫ້ແກ່ພາກພື້ນອາຊີ - ປາຊີຟິກ ແລະ ຫວຽດນາມ.

        ດ້ວຍເອກະສານ 8 ສະບັບທີ່ໄດ້ຮັບຮອງເອົາທີ່ສັບປະດາຂັ້ນສູງ APEC 2017, ໃນນັ້ນສຳຄັນທີ່ສຸດແມ່ນຖະແຫຼງການຂັ້ນສູງດ່ານັ້ງ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”, APEC ແມ່ນສານເຂັ້ມແຂງກ່ຽວກັບຄວາມຕັດສິນໃຈຮັກສາບັນດາຄຸນຄ່າແກ່ນສານແມ່ນ ຊຸກຍູ້ການຫັນການຄ້າ ແລະ ການລົງທຶນເປັນເສລີ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ. ຄຳໝັ້ນສັນຍາດັ່ງກ່າວຍັງມີຄວາມໝາຍເປັນສັນຍາລັກອັນໃຫຍ່ຫຼວງ, ສ້າງກຳລັງໜູນໃໝ່ໃຫ້ການຮ່ວມສຳພັນດ້ານເສດຖະກິດສາກົນ ແລະ ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈເຂົ້າໃນບັນດາຜົນປະໂຫຍດຂອງການ ຊຸກຍູ້ການຫັນການຄ້າ ແລະ ການລົງທຶນທົ່ວໂລກເປັນເສລີ ສຳລັບການເຕີບໂຕ ແລະ ຄວາມວັດທະນາຖາວອນຂອງແຕ່ລະພື້ນຖານເສດຖະກິດ, ແຕ່ລະພາກພື້ນ ແລະ ທົ່ວໂລກເປັນເສລີ, ໃນສະພາບທີ່ພາກພື້ນ ແລະ ໂລກພວມມີການຜັນແປຫຼາຍຢ່າງ.

ນຳມາເຊິ່ງບັນດາກາລະໂອກາດອັນໃຫຍ່ຫຼວງມາໃຫ້ປະເທດຊາດ

        ບໍ່ພຽງແຕ່ສ້າງຂີດໝາຍເຂັ້ນຂຸ້ນໃຫ້ຫວຽດນາມ ໃນວິວັດທະນາການຮ່ວມມື APEC ເທົ່ານັ້ນ, ສັບປະດາຂັ້ນສູງ APEC 2017 ຍັງໄດ້ປະກອບສ່ວນສຳຄັນ ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາພື້ນຖານເສດຖະກິດສະມາຊິກເລິກເຊິ່ງຂຶ້ນຕື່ມອີກດ້ວຍ. ການຢ້ຽມຢາມຂັ້ນສູງ 4 ຄັ້ງເຊິ່ງຖືກດຳເນີນເນື່ອງໃນໂອກາດນີ້, ໃນນັ້ນມີບັນດາການຢ້ຽມຢາມທີ່ມີລັກສະນະປະຫວັດສາດ. ເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ທ່ານປະທານາທິບໍດີອາເມລິກາ Donald Trump ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຕຳແໜ່ງ. ນອກນັ້ນ, ຫວຽດນາມ ກໍໄດ້ໃຫ້ການຕ້ອນຮັບມທ່ານປະທານາທິບໍດີ ຈີເລ ແລະ ທ່ານນາຍົກລັດຖະມົນຕີ ການາດາ.

        ມີການພົບປະ ແລະ ພົບປະແລກປ່ຽນ 2 ຝ່າຍເກືອບ 50 ຄັ້ງ, ລະຫວ່າງການນຳຫວຽດນາມ ກັບບັນດາຄູ່ຮ່ວມມືໃນໂອກາດສັບປະດາຂັ້ນສູງ ໄດ້ນຳມາເຊິ່ງບັນດາແຫຼ່ງກຳລັງແທດຈິງເພື່ອຮັບໃຊ້ພາລະກິດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ມີຂໍ້ຕົກລົງຮ່ວມມື, ສັນຍາໄດ້ຮັບການລົງນາມ 121 ສະບັບ, ລວມມູນຄ່າເກືອບ 20 ຕື້ USD, ຫຼາຍທົບເກືອບ 10 ເທົ່າເມື່ອທຽບໃສ່ຍອດມູນຄ່າບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃນປີ 2006, ເມື່ອຫວຽດນາມ ເປັນເຈົ້າພາບຈັດຕັ້ງປີ APEC ຄັ້ງທີໜຶ່ງ. ນອກນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ໂຄສະນາເຖິງເພື່ອນມິດສາກົນ ກ່ຽວກັບຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ຮັກແພງແຂກຄົນ, ມີຄວາມສະຫງົບສຸກ, ມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດ, ການພັດທະນາ, ການລົງທຶນ, ການດຳເນີນທຸລະກິດ, ການທ່ອງທ່ຽວ…

        ຕອນທ້າຍບົດຂຽນ, ທ່ານປະທານປະເທດຢືນຢັນວ່າ, ເພື່ອບັນລຸໄດ້ຜົນສຳເລັດຢ່າງດີງາມຂອງການເຄື່ອນໄຫວ 243 ຢ່າງໃນປີ APEC 2017, ພິເສດແມ່ນສັບປະດາຂັ້ນສູງ APEC ນັ້ນ, ແມ່ນຍ້ອນມີການຮ່ວມແຮງຮ່ວມໃຈຂອງປະຊາຊົນທຸກຊັ້ນວັນນະ. ຮູບພາບປະຊາຊົນ, ນັກຮົບນະຄອນດ່ານັ້ງ ແລະ ແຂວງກວາງນາມ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພາຍຸ, ນ້ຳຖ້ວນເກີດຂຶ້ນ, ປະດັບປະດາທິວທັດທັງເວັນທັງຄືນເພື່ອຕ້ອນຮັບຜູ້ແທນ APEC ຢ່າງລອບຄອບທີ່ຖ້ວນ, ປອດໄພ, ສົມກຽດນັ້ນ ແມ່ນສັນຍາລັກຂອງກຳລັງແຮງຈາກປະຊາຊົນ, ເປັນປັດໄຈສຳຄັນ ໄດ້ຊ່ວຍໃຫ້ຫວຽດນາມ ຍືນຍົງຄົງຕົວ ແລະ ພັດທະນາໄວ້ຢ່າງໝັ້ນຄົງໃນບັນດາຈຸດເວລາປະສົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນແມ່ນການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາສະມາຊິກ APEC.

        ຜົນສຳເລັດຂອງປີ APEC 2017 ແລະ ສັບປະດາຂັ້ນສູງ ໄດ້ສ້າງບັນຍາກາດໃໝ່ໃຫ້ແກ່ການເຊື່ອມໂຍງເຂົ້າກັບສາກົນ, ປຸກລູກຄວາມເອກອ້າງຖະນົງໃຈຂອງຊາດ, ເຈດຈຳນົງກັບຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຄວາມຫວັງບືນຕົວຂຶ້ນຢ່າງແຮງຂອງປະຊາຄົມວິສາຫະກິດ, ເປີດໄລຍະພັດທະນາໃໝ່ຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ