ພາຍຸລົມແດງໃນການພົວພັນ ອາເມລິກາ-ບຣາຊິນ


  ວັນ​ທີ 17/9, ທ່ານ​ນາງປະ​ນາ​ທາ​ນິບໍດີ ​ບ​ຣາຊິນ Dilama Rousseff  ​ໄດ້​ລົບ​ລ້າງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ອາ​ເມ​ລິ​ກາ ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 10 ທີ່​ຈະ​ມາ​ເຖິງ. ການ​ຕັດສິນ​ດັ່ງກ່າວ​ໄດ້​ພາ​ໃຫ້ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ອາ​ເມ​ລິ​ກາ-ບຣາຊິນ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ, ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ການ​ໂມງ​ບາດ​ຄ້ອນ​ບັດ​ຕາຍ​ໃສ່​ຄວາມ​ມານະ​ພະຍາ​ຍາມຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ​ໃນ​ການ​ປົວ​ແປງ​ການ​ພົວພັນ​ກັບ ​ບ​ຣາຊິນ .

ພາຍຸລົມແດງໃນການພົວພັນ ອາເມລິກາ-ບຣາຊິນ - ảnh 1
ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ Petrobras ຂອງບ​ຣາຊິນ ຖືກຖືວ່າແມ່ນໜຶ່ງໃນບັນດາເປົ້າໝາຍສອດແນມຂອງNSA

    ວຽກ​ງານ​ທຸກ​ຢ່າງ​ແມ່ນ​ເລີ່ມມາ​ຈາກ​ເລື່ອງ ອົງການ​ປ້ອງ​ກັນຄວາມ​ສະຫງົບອາ​ເມ​ລິ​ກາ (NSA) ຖືກ​ກ່າວ​ຫາ​ໃນ 2-3 ປີຜ່ານມາ​ວ່າ ​ໄດ້​ດຳ​ເນີນ​ການ​ຕິດຕາມ​ຈົດໝາຍ​​ເອ​ເລັກ​ໂຕ​ນິກຂອງ ປະ​ນາ​ທາ​ນິບໍດີ ​ບ​ຣາຊິນ Dilama Rousseff ກັບ​ຂັ້ນ​ລຸ່ມ ກໍ​ຄື​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ Petrobras , ຊຶ່ງ​ແມ່ນ ກຸ່ມ​ບໍລິສັດ​ໃຫຍ່​ອັນ​ດັບ 4 ​ໃນ​ໂລກ​ຂອງ ບ​ຣາຊິນ.

   ຕາມ​ຊອງ​ໂທລະພາບ Globo ຂອງ ບ​ຣາຊິນ​ແລ້ວ, NSA ​ໄດ້​ຕິດຕາມບັນດາ ຈົດໝາຍ​​ເອ​ເລັກ​ໂຕ​ນິກ, ການ​ໂອ້​ລົມ​ທາງ​​ໂທ​ລະ​ສັບ, ການ​ສົ່ງ​ຂໍ້ຄວາມ​ຜ່ານ​ລະບົບ​ໂທລະ​ຄົມ​ຊຶ່ງປະ​ນາ​ທາ​ນິບໍດີ ​ບ​ຣາຊິນ Dilama Rousseff ​ໄດ້​ແລກປ່ຽນ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ລຸ່ມ​ຂອງ​ຕົນ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, NSA ຍັງ​ເກັບ​ກຳ​ບັນດາ​ຂໍ້​ມູນ​ຂ່າວສານ​ໃນ​ຂົງ​ເຂດ​ເສດຖະກິດ-ການ​ຄ້າ. ​ເປົ້າ​ໝາຍ​ຮັບ​ເຄາະ​ຮ້າຍ​ຄັ້ງ​ນີ້ ​ແມ່ນ ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ Petrobras ຂອງບ​ຣາຊິນ, ຊຶ່ງແມ່ນ ກຸ່ມ​ບໍລິສັດ​ໃຫຍ່​ກ່ວາ​ໝູ່​ໃນ ບ​ຣາຊິນ ດ້ວຍ​ຈຳນວນ​ພາລະ​ກອນ 85.000 ຄົນ ​ແລະ ລາຍ​ຮັບ​ໃນ​ແຕ່ລະ​ປີ​ຂຶ້ນ​ເຖິງປະມານ 120 ຕື້ USD . ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ເລື່ອງ​ອາ​ເມ​ລິ​ກາ​ຕິດຕາມ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ Petrobras ​ແມ່ນ​ເພື່ອ​ແນ​ໃສ່​ຈຸດປະສົງ​ກຳ​ແໜ້ນ​ກ່ຽວ​ກັບ​ບໍລິ​ມາດ​ນ້ຳມັນ​ຢູ່​ມະຫາ​ສະມຸດ​ອາດ​ລັງ​ຕິກ​ໃຕ້.

         ຕໍ່ໜ້າ​ເຫດການ​ທີ່​ຮ້າຍ​ແຮງ​ດັ່ງກ່າວ, ປະ​ນາ​ທາ​ນິບໍດີ ​ບ​ຣາຊິນ Dilama Rousseff ​ໄດ້​ຮຽກ​ໂຮມ​ກອງ​ປະຊຸມ​ດ່ວນ​ຢູ່​ທຳນຽບ Planalto ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະມາຊິກ​ຂອງ​ກະຊວງ​ປ້ອງ​ກັນຊາ​ດ, ກະຊວງ​ຍຸຕິ​ທຳ, ກະຊວງ​ສື່ສານ ​ແລະ ການ​ຕ່າງ​ປະ​ເທດ. ​ເອກ​ອັກຄະ​ລັດຖະທູດ​ອາ​ເມລິກາ ກໍ​ຖືກ​ຮຽກ​ຕົວ​ມາ​​ເພື່ອ​ເຮັດ​ໃຫ້​ບັນຫາ​ເປັນ​ທີ່​ຈະ​ແຈ້ງ. ລັດຖະບານ ບ​ຣາຊິນ ​ໄດ້​ອອກ​ແຈ້ງ​ການ​ຢືນຢັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ຕິດຕາມ​ຢ່າງ​ຜິດ​ກົດໝາຍ​ດ້ວຍ​ການ​ຂັດຂວາງ​ການ​ຕິດ​ຕໍ່​ສື່ສານ ​ແລະ ການ​ສົ່ງ​ຂໍ້​ມູນ​ຂອງ​ພົນລະ​ເມືອງ, ບໍລິສັດ ​ແລະ ບັນດາ​ສະມາຊິກ​ລັດຖະບານ​ ບ​ຣາຊິນ ​ແມ່ນ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ບໍ່​ສອດຄ່ອງ​ກັບ​ການ​ຮ່ວມ​ມື​ໂດຍ​ປະຊາທິປະ​ໄຕ​ລະຫວ່າງ​ບັນດາ​ປະ​ເທດ​ທີ່ສະໜິດ ສະໜົມຕໍ່​ກັນ. ລັດຖະມົນຕີ​ການ​ຕ່າງປະ​ເທດ ບ​ຣາຊິນ Luiz Alberto Figueiredo Machado ຖື​ວ່າ ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ​ທີ່​ບໍ່​ອາດ​ຮັບ​ຮູ້​ໄດ້. ​ໃນ​ຂະນະ​ນັ້ນ, ​ເຈົ້າ​ໜ້າ​ທີ່​ຫຼາຍ​ທ່ານ​ຊອງ ບ​ຣາຊິນ ​ໃຫ້​ຮູ້​ວ່າ ຈະ​ສ້າງ​ຄະນະ​ກຳມະການ​ພິ​ເສດ​ເພື່ອ​ສືບ​ສວນ​ກໍລະນີ​ດັ່ງກ່າວ.

   ບໍ່​ພຽງ​ແຕ່​ສົ່ງ​ສານ​ຕ່າງໆ​ເພື່ອ​ຄັດ​ຄ້ານ​ການ​ກະທຳ​ຂອງ NSA ​ເທົ່າ​ນັ້ນ, ບ​ຣາຊິນ ຍັງ​ເລີ່​ມຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ແນ​ໃສ່​ຫຼຸດຜ່ອນການ​ສ່ົງ​ຜົນ​ສະທ້ອນ​ຂອງ​ອາ​ເມ​ລິ​ກາລົງ​ໃນ​ລະດັບ​ຕ່ຳ​ສຸດ. ປະ​ນາ​ທາ​ນິບໍດີບ​ຣາຊິນ Dilama Rousseff ​ໄດ້​ອອກ​ຄຳ​ສັ່ງ​ ​ໃຫ້​ນຳ​ໃຊ້​ບັນດາ​ມາດ​ຕະການ​ແນ​ໃສ່​ຮັບປະກັນ​ຄວາມ​ເປັນ​ເອກະລາດ​ຂອງ ບ​ຣາຊິນ ​ໃນ​ບັນດາ​ລະບົບ​ເຄື່ອຂ່າຍ​ອິນ​ເຕິ​ເນັດ. ລັດຖະບານ ບ​ຣາຊິນ ຈະ​ສົ່ງ​ດາວ​ທຽມ​ໂທລະ​ຄົມ​ຂຶ້ນ​ວົງ​ໂຄຈອນ​ໃນ​ປີ 2016 ​ແລະ ຕິດ​ຕັ້ງ​ລະບົບ​ສາຍ​ໄຍ​ແກ້ວ​ຕ່າງຫາກ​ໃຕ້​ພື້ນ​ທະ​ເລ ກັບ​ທະວີບ​ເອີ​ລົບ ​ແລະ ບັນດາ​ປະ​​ເທດ​ອາ​ເມ​ລິ​ກາ​ໃຕ້​ໂດຍ​ກົງ ​ເພື່ອ​ຫຼີກ​ລ່ຽງການ​ສືບ​ສອດ​ແນມ​ຂອງ​ອາ​ເມ​ລິ​ກາ. ທ່ານ​ນາງປະ​ນາ​ທາ​ນິບໍດີ ​ບ​ຣາຊິນ Dilama Rousseff ກໍ​ພວມ​ກະຕຸກ​ຊຸກຍູ້​ສະພາ​ແຫ່ງ​ຊາດ​ຈົ່ງ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ທີ່​ບັງຄັບ​ໃຫ້ Facebook, Google ​ແລະ ບັນດາ​ບໍລິສັດ​ບໍລິການ​ອິນ​ເຕິ​ເນັດ​ອື່ນໆ ຕ້ອງ​ສ້າງ​ສຳ​ເນົາ​ບັນດາ​ຂໍ້​ມູນ​ໂດຍ​ຊາວ ບ​ຣາຊິນ ​ໄດ້​ສ້າງ​ໃຫ້​ມີ​ໃນ​ບັນດາ​ເຄື່ອງ​ຄອມ​ພິວ​ເຕີ​ແມ່ ຊຶ່ງ​ຕັ້ງ​ຢູ່​ໃນ​ອານາ​ເຂດ​ຂອງ ບ​ຣາຊິນ. ດ້ວຍ​ແຜນການ​ນີ້, ບ​ຣາຊິນ ສາ​ມາດ ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ໃຫ້​ປະ​ເທດອື່ນໆ​ເຮັດ​ຕາມ , ຊຶ່ງ​ເປັນ​ການ​ລົບ​ລ້າງ​ສິດ​ຜູກຂາດ​ທີ່​ມີ​ຢູ່​ຂອງ​ອາ​ເມ​ລິ​ກາ​ໃນ​ລະບົບ​ອິນ​ເຕິ​ເນັດ.

    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ກໍລະນີ​ລັກ​ຟັງ​ຂອງ NSA ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ-ບຣາຊິນ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂະນະ​ທີ່​ການ​ຢ້ຽມຢາມອາ​ເມ​ລິ​ກາ​ຂອງປະ​ນາ​ທາ​ນິບໍດີ ​ບ​ຣາຊິນ Dilama Rousseff ຖືກ​ຕີ​ລາຄາ​ວ່າ ​ແມ່ນ​ການ​ຢ້ຽມຢາມ​ທີ່​ສຳຄັນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສັຍຍາ​ຊື້​ເຮືອບິນ​ສູ້​ຮົບ, ​ແຜນການ​ຮ່ວມ​ມື​ດ້ານ​ນ້ຳມັນ ​ແລະ ​ເຕັກ​ໂນ​ໂລ​ຢີ​ເຊື້ອ​ໄຟ​ຊີວະ​ສາດ ກໍ​ຄື​ບັນດາ​ສັນຍາ​ການ​ຄ້າ​ອື່ນໆ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ກ່າວ​ເຖິງ​ເລື່ອງ​ອາ​ເມ​ລິ​ກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ​ລາຍ​ໃຫຍ່​ຂອງ ບ​ຣາຊິນ ດ້ວຍ​ການ​ແລກປ່ຽນ​ການ​ຄ້າ 2 ສົ້ນ​ໃນ​ປີ 2012 ບັນລຸ​ກ່ວາ 59 ຕື້ USD. ອາ​ເມ​ລິ​ກາ ຍາມ​ໃດກໍ​ຖື ບ​ຣາຊິນ ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ມີ​ຜົນ​ສະທ້ອນ​ໃນ​ພາກ​ພື້ນ​ຍ້ອນ​ກຳ​ລັງ​ແຮງດ້ານ​ເສດຖະກິດ, ບົດບາດນຳ​ພາ​ຢູ່​ອາ​ເມ​ລິ​ກາ​ໃຕ້ ​ແລະ ສຽງ​ເວົ້າ​ມີ​ອິດ​ທິພົນ​ໃນ​ບັນດາ​ເວ​ທີ່​ປາ​ໄສ​ຫຼາຍ​ຝ່າຍ.

     ການ​ພົວພັນ ອາ​ເມ​ລິ​ກາ-ບຣາຊິນ ກໍ​ເຄີຍ​ມີ​ໄລຍະ​ສະໜິດ​ຕິດ​ພັນ​ນັບ​ຕັ້ງ​ແຕ່​ທ່າ​ນນາງ Dilama Rousseff ຂຶ້ນ​ກຳ​ອຳນາດ​ເມື່ອ​ປີ 2011 ​ແຕ່​ປະຈຸ​ບັນ, ການ​ພົວພັນ​ນີ້ ພວມ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ. ​ເຖິງ​ວ່າ​ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama ໝັ້ນ​ໝາຍ ຈະ​ສືບສວນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຂໍ້​ກ່່າວຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ສືບ​ສອດ​ແນມ​ທາງ​ເຄືອ​ຂ່າຍ​ອິນ​ເຕິ​ເນັດ​ທີ່​ມີ​ຕໍ່ ປະ​ນາ​ທາ​ນິບໍດີ ​ບ​ຣາຊິນ ​ແລ​ະ ພ້ອມ​ທັງ​ໃຫ້ການ​ຮ່ວມ​ມື​ໃນ​ບັນຫາ​ຄວາມ​ປອດ​ໄພ​ທາງ ເຄືອ​ຂ່າຍ​ອິນ​ເຕິ​ເນັດ​ ກໍ​ຕາມ, ​ແຕ່​ເບິ່ງ​ຄື​ວ່າ ການ​ພົວພັນ ອາ​ເມ​ລິ​ກາ-ບຣາຊິນ ​ແມ່ນ​ຍາກ​ທີ່​ຈະ​ກັບ​ຄືນ​ສູ່​ສະພາບ​ເດີມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ