ມະຕິຍົກເວັ້ນ ແລະ ຫລຸດຜ່ອນອາກອນໃຫ້ແກ່ວິສາຫະກິດ - ມາດຕະການຊົ່ວຄາວແຕ່ມີປະສິດທິຜົນ

(vovworld) - ​ໃນ​ສະພາບ​ທີ່ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ ​ໃນ​ໄຕ​ມາດ 1 ຕົ້ນ​ປີ 2012 ພວມ​ຫລຸດ​ລົງ​ຢູ່ໃນ​ລະດັບ​ຕ່ຳ​ສຸດ, ຄວາມ​ຕ້ອງການ​ໃຊ້​ສອຍ​ກໍ​ຫລຸດ​ລົງ ​ແລະ ​ຂົງ​ເຂດ​ອຸດສາຫະກຳ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກນັ້ນ, ​​ມະຕິ ຍົກ​ເວັ້ນ ແລະ ຫລຸດຜ່ອນ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ ໂດຍ ​ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ຫາ​ກໍ​ຮັບຮອງ​ເອົາໃນ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 3 ​ໄດ້​ນຳ​ມາ​ຊຶ່ງ​ສັນຍານ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະກິດ. ​ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ສູງ​ມະ​ຕິ​ສະບັບ​ດັ່ງກ່າວ ພ້ອມ​ທັງ​ຍົກ​ອອກ​ບັນດາ​ຄຳ​ສະ​ເຫ​ນີ​ເພື່ອ​ໃຫ້​ມະຕິ​ນີ້​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​, ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ.

ມະຕິຍົກເວັ້ນ ແລະ ຫລຸດຜ່ອນອາກອນໃຫ້ແກ່ວິສາຫະກິດ - ມາດຕະການຊົ່ວຄາວແຕ່ມີປະສິດທິຜົນ - ảnh 1
ພາບປະກອບ: internet

ຕາມ​ມະຕິ​ສະບັບ​ດັ່ງກ່າວ​ແລ້ວ, ມີ 2 ວິທີສຳລັບການ​ຍົກ​ເວັ້ນ ​ແລະ ຫລຸດຜ່ອນ​ອາກອນ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ​້​ແກ່​ກາ​ນຜະລິດ, ດຳ​ເນີນ​ທຸລະ​ກິດ, ຫນູນ​ຊ່ວຍ​ຕະຫລາດ​ໃນ​ປີ 2012. ທີ​ຫນຶ່ງ ​ແມ່ນຫລຸດຜ່ອນ 30% ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ​ທີ່​ຕ້ອງ​ເສຍ​​ໃນ​ປີ 2012 ​ໃຫ້​ແກ່​ເປົ້າ​ໝາຍ​ວິ​ສາ​ຫະກິດ​ຈຳນວນ​ຫນຶ່ງ, ຊື່​ງ​ໃນ​ນັ້ນ: ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຖືກ​ຈັດ​ອັນ​ດັບ​ຫນຶ່ງ,ສ່ວນອັນ​ດັບ​ພິ​ເສດ ​ແມ່ນ​ຂຶ້ນ​ກັບ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່. ພ້ອມ​ກັນ​ນັ້ນ ຫລຸດຜ່ອນ 30% ອາ​ກອນ​ລາຍ​ຮັບ​ໃຫ້​ແກ່​ວິ​ສາ​ຫະກິດ​ທີ່​ນຳ​ໃຊ້​ຄົນ​ງານ​ເປັນ​ຈຳນວນ​ຫລາຍ​ໃນ​ການ​ຜະລິດ, ປຸງ​ແຕ່ງຄື: ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນ້ຳ, ຕຳ​ແຜ່ນ​ຕັດຫຍິບ, ​ເກີບ​ຫນັງ, ​ເຄື່ອງ​ອາ​ໄຫລ່, ກໍ່ສ້າງ​ບັນດາ​ກິດຈະກຳ​ເສດຖະກິດ​ສັງຄົມ. ທີ​ສອງ​ແມ່ນ ຍົກ​ເວັ້ນ ຫລຸດຜ່ອນ​ອາ​ກອນ​ມູນ​ຄ່າ​ເພີ່ມ, ອາກອນ​ລາຍ​ຮັບ​ສ່ວນບຸກຄົນ ​ແລະ ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ​ໃນ​ປີ 2012 ສຳລັບ​ບັນດາ​ສ່ວນ​ບຸກຄົນ, ຄອບຄົວ​ດຳ​ເນິນ​ທຸລະ​ກິດ​​ໃຫ້​ເຊົ່າ​ຫ້ອງ​ພັກ, ສຳລັບ​ກຳມະກອນ, ຄົນ​ງານ,​ນັກ​ສຶກສາ, ຄອບຄົວ​ເບິ່ງ​ແຍ​ງດູ​ແລ​ເດັກ, ຄອບຄົວ​ສະຫນອງ​​ອາຫານ​ທ່ຽງ​ໃຫ​້​ແກ່​ກຳມະກອນ ດ້ວຍ​ເງື່ອນ​ໄຂ​ຮັກສາ​ລາ​ຄາ​ໃຫ້ເຊົ່າ​ຫ້ອງ​ພັກ, ບ່ອນພັກ​ເຊົ່າ, ຄ່າ​ເບິ່ງ​ລ້ຽງເດັກ ​ແລະ ລາຄາ​ ອາຫານ​ຄື​​ໃນ​ປີ 2011. ຕາ​ມການ​ຄິ​ດ​ໄລ່​ແລ້ວ, ມາດ​ຕະການ​ຍົກ​ເວັ້ນ ຫລຸດຜ່ອນ​ອາກອນໃຫ້​ແກ່​ບັນ​ດາ​ວິ​ສາ​ຫະກິດ  ລວມມີ ບັນດາ​ມາດ​ຕະການ​ຊຶ່ງ​ລັດຖະບານ​ຊີ້​ນຳ​ປະຕິບັດ​ຕາມ​ສິດ​ອຳນາດ​ການ​ກະທົບ​​ທາງ​ການ​ເງິນ​ເຖິງ​ກາ​ນຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ພື້ນຖານ​ເສດຖະກິດ​​ແມ່ນປະມານ 29 .000 ຕື້​ດົ່ງ. ​ໃນ​ຂະນະ​ນັ້ນ ບັນດາ​ມາດ​ຕະການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ມີ​ແຫ​ລ່ງທຶນ​ ປະມານ 16.000 ຕື້​ດົ່ງ​ເພື່ອ​ດຳ​ເນີນ​ການ​ຜະລິດ. ບັນດາ​ມາດ​ຕະການ​ຍົກ​ເວັ້ນ ຫລຸດຜ່ອນ​ອາກອນ ​ໄດ້​ຊ່ວຍ​​ໃຫ້​ວິ​ສາ​ຫະກິດ​ຫລຸດຜ່ອນ​ລາຍ​ຈ່າຍ ​ແລະ ບັນດາ​ມາດ​ຕະການ​ການ​ເງິນ​ອື່ນ​ທີ່ມີ​ມູນ​ຄ່າ​ປະມານ 13.000 ຕື້​ດົ່ງ. ທ່ານ ​ໂດ໋ວັນ​ແວ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂວງ ທາ​ຍບີ່​ງ ​ໄດ້​ຕີ​ລາຄາ​ວ່າ :

ຂ້າພະ​ເຈົ້າ​ຖື​ວ່າ ບ້ວງ​ເງິນ 29.000 ຕື້​ດົ່ງ ນີ້ ​ແມ່ນ​ແຜນ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ. ປະຈຸ​ບັນ ວິ​ສາ​ຫະກິດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສະ​ນັ້ນ ບ້ວງ​​ເງິນ​ດັ່ງກ່າວ​ແມ່ນ​ມາດ​ຕະການ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​​​ຟື້ນ​ຟູ​ການ​ດຳ​ເນ​ີນທຸລະ​ກິດ ບຶນ​ຕົວ​ຂຶ້ນ ​ແລະ ສາມາດ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ ​ເພື່ອ​ພັດທະນາ. ດ້ານ​ອື່ນ, ບັນ​ດາ​ວິ​ສາ​ຫະກິດ​ກໍ​ຄວນ​ພະຍາຍາມ, ​ເຮັດ​ແນວ​ດ​ເພື່ອ​ຍູ້​ແຮງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຈຳຫນ່າຍ​ຜະລິດ​ຕະພັນ ກ້າວ​ໄປ​ເຖິງ​ການ​ສົ່ງ​ອອກ​ສິນຄ້າ.”

ບ້ວງ​ເງິນ 29.000 ຕື້​ດົ່ງ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ​​ແຕ່​ພັດກະທົບ​​ເຖິງ​ງົບປະມານ​ແຫ່ງ​ລັດ. ຖ້າ​ຫາກ ຕໍ່ກຳນົດ​ເວລາ​ເສຍອາກອນ, ຫລຸດຜ່ອນ​ອາກອນລາຍ​ຮັບ​ໃຫ້​ແກ່​ບຸກຄົນ, ວິ​ສາ​ຫະກິດ, ຄາດ​ວ່າ ບັນດາ​ມາດ​ຕະການ​ກ່ຽວ​ກັບ​ອາກອນ, ຄ່າ​ສິ້ນ​ເປືອງ ຈະ​​ເຮັດ​ໃຫ້​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ປີ 2012 ຫລຸດ​ລົງປະມານ 9000 ຕື້​ດົ່ງ. ທ່ານ ​ເຈີ​ນງອກ​ວີ​ງ ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ ຫາຍ​ຟ່ອງ ​ໄດ້​ຢືນຢັນ​ວ່າ:

ໃນ​ຂະນະ​ທີ່ບັນດາ​ວິ​ສາ​ຫະກິດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ ບັນດາ​ມາດ​ຕະການ​ຄື​ດັ່ງກ່າວ​ກໍ​ສົ່ງ​ຜົນ​ສະທ້ອນ​ເຖິງ​ງົບປະມານ​ແຫ່ງ​ລັດ. ດັ່ງນັ້ນ ບັນ​ດາ​ວິ​ສາ​ຫະກິດ​ໃດ​ໄດ້​ຮັບ​ການ​ຍົກ​ເວັ້ນ, ຫລຸດຜ່ອນ​ອາກອນ ຫລື ​ໃຫ້​ບຸລິມະສິດ​ອາກອນ, ຄວນ​ກຳນົດ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ​້ງ. ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ແຫ​ລ່ງລາຍ​ຮັບ​ງົບ​ປະມານ. ທີ​ສອງ ບັນຫາ​ດັ່ງກ່າວຈະ​ບໍ່​ມີ​ຄວາມໂປ່​ງ​ໃສ ​ແລະ ​ເປີດ​ເຜີຍ​​ສະ​ນັ້ນ ຈຳ​ເປັນ​ຕ້ອງ​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່ເປັນ​ພິ​ເສດ.”

ມະຕິຍົກເວັ້ນ ແລະ ຫລຸດຜ່ອນອາກອນໃຫ້ແກ່ວິສາຫະກິດ - ມາດຕະການຊົ່ວຄາວແຕ່ມີປະສິດທິຜົນ - ảnh 2
ມະຕິ ຍົກ​ເວັ້ນ ແລະ ຫລຸດຜ່ອນ​ອາກອນ​ໃຫ້​ແກ່​ວິ​ສາ​ຫະກິດ ​ໄດ້​ນຳ​ມາ​ຊຶ່ງ​ສັນຍານ​ທີ່​ດີ​ໃຫ້​ແກ່​ວິ​ສາ​ຫະກິດ
ພາບປະກອບ:vnexpress.net

            ຕາມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ແລ້ວ, ບັນຫາຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ​ໃນ​ປະ​ຈຸ​ບັນ ຕົ້ນຕໍ ​ແມ່ນ​​ກູ​້ຢຶມທຶນ, ອັດຕາ​ດອກ​ເບ້ຍ​ສູງ, ສິນຄ້າ​ຄ້າງ​ສາງ​ຫລາຍ. ​ເມື່ອ​ຕີ​ລາຄາ​ລວມກ່ຽວ​ກັບ​ມາດ​ຕະການ​ດັ່ງກ່າວ​ຂອງ​ລັດຖະບານ, ສະມາຊິກ​ສະພາ​ແຫ່ງ​ຊາດ ຫລາຍ​ທ່ານ​ຖື​ວ່າ ​ນີ້ແມ່ນສິ່ງທີ່​ມີ​ຄວາມ​ຈຳ​ເປັນ​ຢູ່​ໃນ​ຈຸດ​ເວລາ​ປະຈຸ​ບັນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ໃນ​ໄລ​ຍະ​ຍາວ  ລັດຕ້ອງ​ມີ​ການ​ກຳນົດ​ທິດ​ລົງທຶນ​ພັດທະນາ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສາມາດ​ຄົງ​ຕົວ​​ໄດ້ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຫລາຍ​ທ່ານ​ຖື​ວ່າ:  ນອກຈາກ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ຢ່າງ​ຄົບ​ຊຸດ, ສິ່ງ​ສຳຄັນ ​ແມ່ນ ລັດຖະບານ​ຄວນ​ປັບປຸງ ​ແລະ ​ ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້ດີ ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ສາມາດຄົງ​ຕົວ ​ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ