ມະຕິເລກທີ 13 ຂອງລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ວິສາຫະກິດ

(vovworld) - ດ້ວຍ​ຈຳນວນ​ເງິນ​ 29.000 ຕື້​ດົ່ງ, 9 ​ເນື້ອ​ໃນ ​ແລະ 22 ມາດ​ຕະການ​ຜັນ​ຂະຫຍາຍ​ການ​ປະຕິບັດ, ມະຕິ​ເລກທີ 13 ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຫນູນ​ຊ່ວຍ​ຕະຫລາດ​ພວມ​ໄດ້​ຮັບການ​ຜັນ​ຂະຫຍາຍ​ຢູ່​ບັນດາ​ຂະ​ແຫນງ​ການ, ຂັ້ນ​ຕ່າງໆ ​ເພື່ອ​ຫນູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດ​​ໃນ​ທ່ົວ​ປະ​ເທດ. ອັດຕາ​ດອກ​ເບ້ຍ​ຄ່ອຍໆ​ຫລຸດ​ລົງ, ນະ​ໂຍບາຍ​ຫລຸດຜ່ອນ ​ແລະ ຕໍ່​ກຳນົດ​ເວລາ​​​ເສຍ​ອາກອນ​ຂອງ​ລັດ ​ໄດ້​ປະ​ກອບ​ສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ ນັ້ນ​ແມ່ນ​ບັນດາ​ໝາກຜົນອັນ​ຕັ້ງຫນ້າ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ວິ​ສາ​ຫະກິດ ​ແລະ ຜູ້​ຊ່ຽວຊານ​​ເສດຖະກິດຈາ​ກການ​ນຳ​ໃຊ້​ມະ​ຕິ​ເລກທີ 13 ຂອງ​ລັດຖະບານ.

ມະຕິເລກທີ 13 ຂອງລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່  ວິສາຫະກິດ  - ảnh 1
ມະຕິເລກທີ 13 ຂອງລັດຖະບານ ຈະແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່
ວິສາຫະກິດ
ພາບປະກອບ: internet

        ​ໂດຍ​ປະຕິບັດ​ມະຕິ​ຂອງ​ລັດຖະບານ, ຂະ​ແຫນງ​ທະນາຄານ​ໄດ້​ປະກາດ​ໃຊ້​ຫລາຍ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຕະຫລາດ. ​ໃນ​ໄຕ​ມາດ 2/2012, ທະນາຄານ​ແຫ່ງ​ລັດ ​ໄດ້​ຕັດສິນ​ດັດ​ປັບ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ​ຢ່າງ​ຕໍ່​ເນື່ອງ​ໃຫ້ລົງ​ເຫລືອ​ພຽງ 9%/ປີ, ອັດຕາ​ດອກ​ເບ້​ຍ​ໃຫ້​ກູ້​ຢືມ​ໄດ້​ຮັບ​ການ​ດັດ​ປັບ​ຫລຸດ​ລົງ​ແຕ່ 15 - 16%/ປີ, ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ​​ສຳລັບ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຍັງ​ມີພຽງ 30%, ຄ່າ​ເຊົ່າ​ທີ່​ດິນ​ຂອງ​ປີ 2012 ຫລຸດ​ລົງ 50%. ຕາມ​ທ່ານ Vu Nhu Thang ຫົວຫນ້າ​ສະຖານ​ບັນ​ຍຸດ​ທະ​ສາດ ​ແລະ ນ​ະ​ໂຍບາຍ​ການ​ເງິນ​ແລ້ວ, ບັນດາ​ບ້ວງ​​ເງິນ​ຫນູນ​ຊ່ວຍ​ແມ່ນ​ສຸມ​ໃສ່​ເຂົ້າ​ບັນຫາອາກອນຄື: ຍົກ​ເວັ້ນ ​ແລະ ຫລຸດຜ່ອນ​ອາກອນລາຍ​ຮັບ​ວິ​ສາ​ຫະກິດ, ຕໍ່​ກຳນົດ​ເວ​ລາ​​ເສຍ​ອາກອນ​ມູນ​ຄ່າ​ເພີ່ມ, ຫລຸດຜ່ອນ 50% ຄ່າ​ເຊົ່າ​ທີ່​ດິນ​​ໃຫ້​ແກ່ວິ​ສາ​ຫະກິດ … ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປະສານ​ສົມທົບ​ຢ່າງ​ຄົບ​ຊຸດ​ລະຫວ່າງ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຂອງ​ລັດ ​ແລະ ລັດຖະບານ, ພິ​ເສດ ​ແມ່ນ​ນະ​ໂຍບາຍ​ງົບປະມານ ​ແລະ ນະ​ໂຍບາຍ​ເງິນຕາ. ທ່ານ Vu Nhu Thang ຖື​ວ່າ: ຖ້າ​ຫາກ​ສືບ​ຕໍ່​ຮັກສາ​​​ໄພ​ເງິນ​ເຟີ້​​ໃຫ້​ຢູ່ໃນ​ລະດັບ​ຕຳ່ ​ແລະ ​ເປັນ​ປົກກະຕິ, ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ, ອັດຕາ​ດອກ​ເບ້ຍ​ອາດ​ຈະ​ສືບ​ຕໍ່​ຫລຸດ​ລົງ, ສ້າ​ງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ໄດ້​ກູ້​ຢືມ​ທຶນ​ດ້ວຍ​ອັດຕາ​ດອກ​ເບ້​ຍ​ຕຳ່, ຊ່ວຍ​ຫລຸດຜ່ອນ​​ຄ່າ​​ໃຊ້​ຈ່າຍ​ໃນ​ການຜະລິດ​, ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດ.  ບັນດາ​ໝາກຜົນ​ນີ້ ​ຖ້າ​ປຽບທຽບ​ກັບ​ຈຸດ​​ເວລາ​ກ່ອນ​ນີ້​ແມ່ນ​ຍັງ​ຕຳ່ຢູ່ ​ແຕ່​ເມ່ືອ​ທຽບ​ກັບ​ຄວາມ​ຕ້ອງການ​​ໃນປະຈຸ​ບັນ​ຂອງ​ບັນດາ​ວິ​ສາ​ຫະກິດ ຍັງ​ຄົງ​ແມ່ນ​ລະດັບ​ສູງ ​ເພາະວ່າ ມີ​ບາງ​ວິ​ສາ​ຫະກິດ​ຖືກລົ້ມ​ລະລາຍ​ຍ້ອນ​ຂາດທຶນ​ຮອນ, ຕິດຫນິ້ທະນາຄານ. ທີ່​ການ​ພົບ​ປະ​ສົນທະນາ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ມະຕິ​ເລ​ກທີ 13 ​ແລະ ​ແຜ​ນຮ່າງ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ຂອງ​ລັດຖະບານ - ບັນດາ​ການ​ກະທົບ​ຫລາຍ​ດ້ານ ​ແລະ ການ​ກຳນົດ​ທິດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​​ໃນທ້າຍ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ” ຊຶ່ງ​ດຳ​ເນີນ​ໃນ​ວັນ​ທີ 13/7, ທ່ານ Nguyen Trong Kien ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ Thach Ban ຖື​ວ່າ: ການ​ສຸມ​ໃສ່​​ບັນຫາ​ຫລຸດຜ່ອນ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ຫລື ຕໍ່​ກຳນົດ​ເວລາ​ເສຍ​ອາກອນ​ມູນ​ຄ່າ​ເພີ່ມ (VAT) ​ມີ​ການກະທົບ​​ໂດຍກົງ​ເຖິງ​ແຕ່​ລະວິ​ສາ​ຫະກິດ​ບໍ່​ທັນ​ຫລາຍ, ​ແຕ່​ເບິ່ງ​​ລວມ​ແລ້ວ ​ສາມາດ​ເຫັນ​ໄດ້​ຜົນ​ສະທ້ອນ​ເຖິງ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ກໍ​ຄື​ພື້ນຖານ​ເສດຖະກິດ​ເວົ້າ​ລວມ. ທ່ານ Nguyen Trong Kien ຊີ້​ແຈງ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ຫລາຍເຖິງ​ບັນດາ​ການ​ຫນູນ​ຊ່ວຍ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ. ນັ້ນ​ແມ່ນ​ອາ​ກອນ​ລາຍ​ຮັບ​ວິ​ສາ​ຫະກິດ ຄວາມ​ຈິງ​ແລ້ວ ປະຈຸ​ບັນ ບັນດາ     ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດບໍ່ມີ​ກຳ​ໄລ ສະ​ນັ້ນ ນະ​ໂຍບາຍ​ນີ້ບໍ່​ມີ​ຄຸນຄ່າ​ຫລາຍສຳລັບ​ວິ​ສາ​ຫະກິດ​ຜະລິດ​ວັດ​ສະ​ດຸ​ກໍ່ສ້າງ​ຄື​ພວກ​ຂ້າພະ​ເຈົ້າ. ພວກ​ຂ້າພະ​ເຈົ້າ​ພວມ​ສົນ​ໃຈ​ຕໍ່​ອັດຕາ​ດອກ​ເບ້​ຍ ​ແລະ ​ໄລຍະ​ຈະ​ມາ​ເຖິງ VAT ສາມາດ​ຫລຸດ​ລົງ 5% ຫລື ຜະລິດ​ຕະພັນ​ຈຳນວນ​ຫນຶ່ງ​ຈະລົງ​ລະດັບ 0% ນັ້ນ​ຈຶ່ງແມ່ນ​ນະ​ໂຍບາຍ​ທີ່​ແທດ​ຈິງ.”

        ​ໃນ​ບ້ວງ​​ເງິນ​ຫນູນ​ຊ່ວຍ​​ໃຫ້ວິ​ສາ​ຫະກິດ​ຂອງ​ລັດຖະບານ,  ​ເປັນ​ຫນ້າ​ສົນ​ໃຈ​ນັ້ນ​ແມ່ນ ​ການ​ຕໍ່​ກຳນົດ​ເວລາ​ເສຍອາກອນ​ມູນ​ຄ່າ​ເພີ່ມ ຊຶ່ງ​ຖືກ​ຖືວ່າ ວິ​ສາ​ຫະກິດ​ກູ້​ຢືມ​ທຶນ​ດ້ວຍ​ອັດຕາ​ດອກ​ເບ້ຍ 0% ​ໃນ​ເວລາ 6 ​ເດືອນ ​ເພື່ອ​ມີ​ທຶນ​ສືບ​ຕໍ່ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ອາດ​ຈະ​ເວົ້າ​ໄດ້​ວ່າ ມາດ​ຕະການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ​ມູນ​ຄ່າ​ເພີ່ມ ​ແລະ ​ການ​ຕໍ່​ກຳນົດ​ເວລາ​ເສຍ​ອາກອນ​ມູນ​ຄ່າ​ເພີ່ມ​ອີກ 6 ​ເດືອນ​ສຳລັບ​ອາກອນ​ຕ້ອງ​ເສຍ​ໃນ​ເດືອນ 4,5,6 ປີ 2012 ສຳລັບ​ສອງ​ຮູບ​ການ​ວິ​ສາ​ຫະກິດ ພວມ​ປະຕິບັດການ​ເສຍ VAT ຕາມ​ວິທີ​ການ​ຫັກ​ອາກອນ ​ແມ່ນ​ມາດ​ຕະການ​ຫນູນ​ຊ່ວຍ​ຢ່າງ​ແທດ​ຈິງ​ທີ່​ສຸດ​ສຳລັບ​ວິ​ສາ​ຫະກິດ​ໃນ​ໄລຍະ​ປະຈຸ​ບັນ.  ທ່ານ Do Duc Oanh ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ ຊີມັງ ຫວຽດນາມ ຖື​ວ່າ: ການ​ປະຕິບັດ​ມາດ​ຕະການ​ຂອງ​ລັດຖະບານ ​ໄດ້​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊີມັງ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ເມື່ອ​ໄດ​້ກູ້​ຢືມ​ທຶນ​ເພື່ອ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ດ້ວຍ​ອັດຕາ​ດອກ​ເບ້ຍ 15% ​ແລະ ​ສ້າງ​ໂຄງ​ປະກອບ​ຫນິ້ສິນ​ຄືນ​ໃຫມ່, ຕໍ່​ກຳນົດ​ເວລາ​ຊຳລະ​ຫນິ້ສິນ​​ແກ່​ການ​ລົງທຶນ​, ​ເຮັດ​ຄື​ແນວ​ນັ້ນ​ແມ່ນ​​ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະກິດຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​​ກ່ຽວ​ກັບ​ດ້ານ​ທຶນຮອນ​ກໍ​ຄື​ການຈຳຫນ່າຍ​ຜະລິດ​ຕະພັນ​. ຕາມ​ທ່ານ Nguyen Duc Kien ຮອງ​ຫົວຫນ້າ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ແລ້ວ, ປະຈຸ​ບັນ ອັດຕາ​ດອກ​ເບ້ຍ​ທະນາຄານ ພວມ​ຢູ່ໃນ​ທ່າ​ຫລຸດ​ລົງ, ບັນຫາ​ທີ່ຍັງ​ຄົງ​ຄ້າງ​ນັ້ນ​ແມ່ນ ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ​ຄວນ​ສ້າງ​ ​ຍຸດ​ທະ​ສາດ​ນຳ​ໃຊ້​ທຶນຮອນໃຫ້​ຕົນ​ເອງ.

        “ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ ຄວນ​ສ້າງ​ຍຸດ​ທະ​ສາດ​ນຳ​ໃຊ້​ທຶນຮອນ. ອົງການ​ຄຸ້ມ​ຄອງ​ບໍ່​ສາມາດ​ເຮັດ​ແທນ​ໄດ້. ກົນ​ໄກ​ນະ​ໂຍບາຍ​ໄດ້​ສ້າງ​ຄວາມ​ສະດວກ​ຫລາຍ​ແລ້ວ. ບັນຫາ​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ​ໃນ​ປະຈຸ​ບັນ ນັ້ນ​ແມ່ນ ວິ​ສາ​ຫະກິດ​ຕ້ອງ​ກຳນົດ​ທິດ​ການ​ຕະຫລາດ​ຂອງ​ຕົນ ຕ້ອງ​ສຳ​ຫລວດຕະຫລາດ​ຜະລິດ​ຕະພັນ, ​ໂຄງ​ປະກອບ​ກົງຈັກ​ຕ້ອງ​ກະທັດ​ລັດ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ຜະລິດ​​ແບບ​ຮັດ​ແຄບ, ປະຢັດ​ລາຍ​ຈ່າຍ.”

ມະຕິເລກທີ 13 ຂອງລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່  ວິສາຫະກິດ  - ảnh 2
ພາບປະກອບ:dvt.vn

        ບົດ​ລາຍ​ງານ​ຫວ່າງ​ແລ້ວ​ນີ້​ຂອງ​ບໍລິສັດ​ລາຍ​ງານ ​ແລະ ຕີ​ລາຄາ ຫວຽດນາມ (Vietnam Report) ​ທີ່​ສຳ​ຫລວດ​​​ພາກວິ​ສາ​ຫະກິດ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ 12 ໝວດ​ມາດ​ຕະການ​ສ້າງ​ໂຄ​ງປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ​ເຊິ່ງລະບຸ​ໄວ້​ໃນ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ ຫວຽດນາມ ຄືນ​ໃຫມ່ ​ໄດ້​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ ​ແລະ ພິ​ເສດ ​ແມ່ນ​ມະ​ຕິ​ເລກທີ 13 ຂອງ​ລັດຖະບານ ກ່ຽວ​ກັບ​       ບາ​ງມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຫນູນ​ຊ່ວຍ​ຕະຫລາດ​​ແມ່ນ​ມີ​ຄວາມທີ່​ຈຳ​ເປັນທີ່​ສຸດ ​ແລະ ຕອບ​ສະຫນອງ​ຄວາມ​ຕ້ອງການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ປະຈຸ​ບັນ​ໂດຍ​ພື້ນຖານ. ບັນດາ​ການ​ກະທົບ​​ໃນ​ເບື້ອງ​ຕົ້ນ ​ເຖິງ​ວ່າ​ຍັງ​ຈຳກັດ​ຢູ່ ​ແຕ່​ສະ​ແດ​ງ​ໃຫ້​ເຫັນລັກສະນະ​ໄຫວ​ພິບ, ທັນ​ການ, ມີ​ຄວາມ​ຮັບຜິດຊອບ, ​ມີການ​ແບ່ງປັນ, ການປະສານ​ສົມທົບ​ໃນ​ການ​ຄຸ້ມ​ຄອງ​ລັດ​ ​ວິ​ສາ​ຫະກິດ, ຊ່ວຍ​​ໃຫ້ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ຕະຫລາດ​ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ, ອັດຕາ​ດ​ອກ​ເບ້ຍ, ລະບອບ​ການ​ເງິນ​ເພື່ອ​ສ້າງ​ກຳລັງ​ແຮງ ​ແລະ ກຳລັງ​ຫນູນ​ຕື່ມ​ອີກ​ແນ​ໃສ່ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ ​ແລະ ພັດທະນາ​​ເປັນ​ປົກກະຕິ ​ແລະ ໝັ້ນຄົງ./.

ຕອບກັບ

ຂ່າວ/ບົດ​ອື່ນ