(vovworld)- “ຢູ່ຫວຽດນາມ, ມະນຸດແມ່ນໃຈກາງ, ແມ່ນຈຸດໝາຍຂອງການພັດທະນາ” ນັ້ນແມ່ນຄຳຖະແຫລງຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ທີ່ເວທີປາໄສສະມັດຊາໃຫຍ່ ສປຊ ທີ່ນິວຢອກ ຊື່ງດຳເນີນໄປໃນວັນທີ 27/9 ຜ່ານມາ, ເມື່ອທ່ານນາຍົກລັດຖະມົນຕີພິສຸດໃຫ້ເຖິງເລື່ອງ ຍາມໃດຫວຽດນາມກໍນຳບັນດາເປົ້າໝາຍພັດທະນາສະຫັດສະວັດເຂົ້າໃນຍຸດທະສາດພັດທະນາຂອງຕົນ. ດ້ວຍທິດນຳນີ້ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການລົງທຶນດ້ານສາທາລະນະສຸກ, ການສຶກສາ, ຖະແຫລງຂ່າວ…ໃຫ້ແກ່ປະຊາຊົນທຸກຄົນ, ເປັນຕົ້ນແມ່ນເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊົນເຜົ່າສ່ວນຫນ້ອຍ.. ຄືດັ່ງວິທີຢ່າງແທດຈິງ ເພື່ອຮັບປະກັນສິດທິມະນຸດ.
ບັນດານະໂຍບາຍອັນຖືກຕ້ອງ
ໃນສະພາບພື້ນຖານເສດຖະກິດທົ່ວໂລກ ກໍຄືເສດຖະກິດພາຍໃນປະເທດພວມປະສົບກັບຄວາມຫຍຸ້ງຍາກ, ລັດຖະບານ ຫວຽດນາມ ນັບມື້ນັບເອົາໃຈໃສ່ພິເສດເຖິງການຮັບປະກັນຊີວິດສັງຄົມ, ຮັບປະກັນບັນດາສິດພື້ນຖານຂອງພົນລະເມືອງທຸກຄົນ. ນະໂຍບາຍພັດທະນາເສດຖະກິດຂອງຫວຽດນາມ ຍາມໃດກໍຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ ແລະ ລົບລ້າງຄວາມອຶດຫິວທຸກຍາກ”.
ນັບແຕ່ປີ 2005, ຫວຽດນາມ ໄດ້ຜັນຂະຫຍາຍ“ຍຸດທະສາດຮອບດ້ານກ່ຽວກັບການຈະເລີນເຕີບໂຕ ແລະ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ” ໃຫ້ເໝາະສົມກັບເປົ້າໝາຍພັດທະນາສະຫັດສະວັດ (MDG) ຂອງ ສປຊ.
ແຕ່ປີ 2003 ຮອດປີ 2012, ຍາມໃດຫວຽດນາມ ກໍສະຫງວນ 51% ຍອດຈຳນວນງົບປະມານໃຫ້ແກ່ຈຸດໝາຍຮັບປະກັນຊີວິດສັງຄົມ.
ສະເພາະໄລຍະ 2006-2012, ລັດຖະບານ ຫວຽດນາມ ໄດ້ລົງທຶນກວ່າ 700.000 ຕື້ດົ່ງພັນທະບັດລັດຖະບານໃຫ້ແກ່ເກືອບ 3.000 ໂຄງການຄົມມະນາຄົມ, ຊົນລະປະທານ, ສາທາລະນະສຸກ, ການສຶກສາ ເພື່ອເພີ່ມທະວີການຫນູນຊ່ວຍລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໃນນັ້ນ ສະເພາະ ບັນດາເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍໄດ້ຮັບການລົງທຶນຈາກງົບປະມານແຫ່ງລັດກວ່າ 54.770 ຕື້ດົ່ງ.
ແຕ່ລະປີ, ລັດສະຫງວນງົບປະມານອຸດຫນູນສັງຄົມເປັນປະຈຳປະມານ 2% ຈຳນວນພົນລະເມືອງ, ອຸດຫນູນໂດຍບັງເອີນປະມານ 0,5-0,6% GDP ເພື່ອແກ້ໄຂຜົນຮ້າຍຢ່ອນຫລັງຢູ່ບັນດາເຂດຖືກໄພທຳມະຊາດ. ຫວຽດນາມ ຍັງລະດົມທັງລະບົບການເມືອງ ແລະ ວົງຄະນາຍາດ ພ້ອມກັນປະຕິບັດຈຸດໝາຍລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ເມື່ອຖືວັນທີ 17/10 ປະຈຳປີແມ່ນວັນເພື່ອຜູ້ທຸກຍາກ ແລະ ຫັນບັນດາຂະບວນການເພື່ອຜູ້ທຸກຍາກພາຍໃນປະເທດເປັນບັນຫາຂອງສັງຄົມ.
ບັນດາຕົວເລກມີຄວາມໝາຍ
ຄວາມຈິງ, ຫວຽດນາມ ໄດ້ຜັນຂະຫຍາຍ ສີບໆ ໂຄງການ ແລະ ນະໂຍບາຍລົງທຶນ, ໃຫ້ກູ້ຢືມທຶນເພ່ືອພັດທະນາພື້ນຖານໂຄງລ່າງ, ສ້າງວຽກເຮັດງານທຳ, ຫນູນຊ່ວຍຄອບຄົວທຸກຍາກ, ຄອບຄົວຊາວຊົນເຜົ່າສ່ວນຫນ້ອຍພັດທະນາການຜະລິດ, ດຳເນີນທຸລະກິດ, ຈັດຕັ້ງບັນດາການເຄື່ອນໄຫວວົງຄະນາຍາດ, ອຸມຊຸຊ່ວຍເຫລືອເຊິ່ງກັນ ແລະ ກັນ, ວຽກງານກຸ້ສົນ, ຕອບບຸນແທນຄຸນ.
ສິ່ງດັ່ງກ່າວໄດ້ຊ່ວຍຄວາມສາມາດສຳພັດ ແລະ ຊົມໃຊ້ບັນດາບໍລິການສັງຄົມໂດຍພື້ນຖານຂອງປະຊາຊົນ, ຫນຶ່ງໃນບັນດາດັດຊະນີພື້ນຖານກ່ຽວກັບສິດທິມະນຸດຢູ່ ຫວຽດນາມ ນັບມື້ນັບໄດ້ຮັບການປັງປຸງ.
ໄລ່ມາຮອດທ້າຍປີ 2012, ມີກວ່າ 90% ຈຳນວນຄົວຄອບທຸກຍາກກວ່າໝູ່ຢູ່ຫວຽດນາມໄດ້ນຳໃຊ້ໄຟຟ້າ, ກວ່າ85% ປະຊາຊົນຢູ່ເຂດຊົນນະບົດໄດ້ຊົມໃຊ້ນຳ້ສະອາດ, 100% ຈຳນວນຕາແສງມີສຸກສາລາ ແລະ ເສັ້ນທາງຄົມມະນາຄົມເຖິງເຂດໃຈກາງ.
ເຮືອນແຫ່ງສາຍຈິດມິດໃຈນັບພັນໆຫລັງ ແລະ ໂຄງການເຮືອນຢູ່ສັງຄົມນັບຮ້ອຍໂຄງການໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ, ປະກອບສ່ວນຕອບສະຫນອງຄວາມຕ້ອງກ່ຽວກັບເຮືອນຢູ່ໃຫ້ແກ່ປະຊາຊົນນັບລ້ານຄົນທີ່ຂຶ້ນກັບເປົ້າໝາຍນະໂຍບາຍ. ຮອດປີ 2010, ຫວຽດນາມ ສຳເລັດການສຶກສາ ຊັ້ນປະຖົມ ພາກບັງຄັບ ດ້ວຍ 100% ຈຳນວນຕາແສງມີໂຮງຮຽນ.
ກ່ຽວກັບດ້ານການສຶກສາ, ແຕ່ລະປີ ຫວຽດນາມ ມີຄົນງານ 1,8 ລ້ານຄົນໄດ້ຮຽນວິຊາຊີບ, ນັກຮຽນທຸກຍາກໄດ້ຮັບການຍົກເວັ້ນຄ່າຮຽນ ແລະ ຫນູນຊ່ວຍຄ່າກິນ ອາຫານທ່ຽງ.
ກ່ຽວກັບດ້ານສາທາລະນະສຸກ, ຜູ້ທຸກຍາກ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ໄດ້ຊົມໃຊ້ບັນດາລະບອບ ແລະ ສິດຜົນປະໂຫຍດຢ່າງທັນການ, ຄົບຖ້ວນ, ປອດໄພ, ຖືກກັບການກຳນົດ. ສະເພາະສອງປີ 2011-2012, ງົບປະມານແຫ່ງລັດໄດ້ຫນູນຊ່ວຍ ກວ່າ 22.000 ຕື້ດົ່ງເພື່ອອອກບັດປະກັນສຸຂະພາບໂດຍບໍ່ເສຍຄ່າໃຫ້ແກ່ຜູ້ທຸກຍາກ, ຊາວຊົນເຜົ່າສ່ວນຫນ້ອຍ, ເດັກນ້ອຍຕຳ່ກວ່າ 6 ປີ ແລະ ປະຊາຊົນໃກ້ຈະຖືກຈັດຢູ່ໃນລະດັບຄອບຄົວທຸກຍາກ ກວ່າ 29 ລ້ານເທື່ອຄົນ.
ຍ້ອນມີບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງຕັ້ງຫນ້າ ສະນັ້ນ ອາຍຸຍືນສະເລ່ຍຂອງຊາວ ຫວຽດນາມ ປະຈຸບັນແມ່ນ 73-74 ປີ. ອັດຕາສ່ວນຄອບຄົວທຸກຍາກທັງປະເທດຫລຸດຜ່ອນຢ່າງລຽນຕິດ, ລົງເຫລືອພຽງເກືອບ 9,64% ໃນທ້າຍປີ 2012, ເມື່ອທຽບໃສ່ລະດັບ 22% ຂອງປີ 2006. ລາຍຮັບສະເລ່ຍຂອງຄອບຄົວທຸກຍາກໃນປີ 2010 ເພີ່ມຂຶ້ນ 2,3 ເທົ່າ ເມື່ອທຽບໃສ່ປີ 2005, GDP ສະເລ່ຍ ເພ່ີມຂຶ້ນຈາກ 1.024 USD/ຄົນໃນປີ 2008 ຂຶ້ນເຖິງ 1.540 USD/ຄົນໃນປີ 2012.
ໝາກຜົນດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ສຳເລັດເປົ້າໝາຍສະຫັດສະວັດທັງໝົດທີ່ໄດ້ວາງອອກຮອດປີ 2015 ກ່ອນກຳນົດເວລາ ສະນັ້ນ ຫວຽດນາມ ຈື່ງໄດ້ຮັບລາງວັນບັນລຸຜົນງານດີເດັ່ນໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ຈາກອົງການອາຫານ ແລະ ການກະເສດຂອງໂລກ.
ປີ 2012 ສປຊ ຕີລາຄາວ່າ ຫວຽດນາມ ແມ່ນຫນຶ່ງໃນຈຳນວນ 8 ປະເທດບັນລຸຄວາມຄືບຫນ້າໃນການປະຕິບັດເປົ້າໝາຍສະຫັດສະວັດ MDG 4 ກ່ຽວກັບຫລຸດຜ່ອນການຕາຍຂອງເດັກ, ແມ່ນ 9 ປະເທດບັນລຸຄວາມຄືບຫນ້າປະຕິບັດເປົ້າໝາຍສະຫັດສະວັດ MDG 5 ກ່ຽວກັບຫລຸດຜ່ອນການຕາຍຂອງແມ່, ຖືກຈັດອັນດັບທີ 27 ໃນຈຳນວນ 101 ປະເທດພວມພັດທະນາກ່ຽວກັບກຳລັງຄວາມສາມາດຫລຸດຜ່ອນຄວາມທຸກຍາກຂອງບັນດາປະເທດ.
ມຸ່ງໄປເຖິງຈຸດໝາຍຮັບປະກັນຊີວິດສັງຄົມທົ່ວປວງຊົນ
ນອກຈາກບັນດາຜົນງານບັນລຸໄດ້ຊື່ງໄດ້ຮັບການຮັບຮູ້ຈາກໂລກ, ຫວຽດນາມ ພວມຜັນຂະຫຍາຍຍຸດທະສາດພັດທະນາແບບຍືນຍົງໄລຍະ 2011-2012, ໃນນັ້ນ ວາງຈຸດໝາຍໃຈກາງແມ່ນຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ສຳພັດ ແລະ ຊົມໃຊ້ບັນດາບໍລິການ, ສະຫວັດດີການສັງຄົມຢ່າງຍຸຕິທຳ, ບຸລິມະສິດຜູ້ທຸກຍາກ, ຊາວຊົນເຜ່ົາສ່ວນຫນ້ອຍຢູ່ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຈຳນວນຫນຶ່ງ, ເພີ່ມທະວີຄວາມຮັບຮູ້ໃນວົງຄະນາຍາດ, ຫນູນຊ່ວຍດ້ານກົດໝາຍ, ກຳລັງຄວາມສາມາດຂອງອົງການປະຕິບັດກົດໝາຍກ່ຽວກັບສິດທິມະນຸດ.
ຈາກບັນດານະໂຍບາຍທີ່ວາງອອກຕະຫລອດຮອດບັນດາໂຄງການດຳເນີນງານໃນພິດຕິກຳຕົວຈິງ ລ້ວນແຕ່ສະແດງໃຫ້ເຫັນວ່າ ຍາມໃດ ພັກ ແລະ ລັດ ຫວຽດນາມ ກໍຖືມະນຸດແມ່ນຈຸດໝາຍ, ແມ່ນໃຈກາງຂອງການພັດທະນາ.