ມາດຕະການໃດໃຫ້ແກ່ການພົວພັນລະຫວ່າງສອງພາກເກົາຫຼີ

(vovworld) – ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ​ ນັບ​ມື້​ນັບ​ເຄັ່ງ​ຕຶງ, ຕໍ່ໜ້າ​ການ​ນາບ​ຂູ່​ລະຫວ່າງ ສປປ ​ເກົາຫຼີ ​,  ສ ​ເກົາຫຼີ ​ແລະ​ ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ. ປະຈຸ​ບັນ, ​ບັນຫາ​ທີ່​ຫາງ​ສຽງ​ພວມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ​ແມ່ນ​ຫົວ​ເລື່ອງ​ທີ່​ເຄັ່ງຮ້ອນ​ກວ່າ​ເວລາ​ໃດ​ໝົດ​ໃນ​ພາຫະນະ​ສື່​ມວນ​ຊົນ​ສາກົນ​ນັ້ນ​ແມ່ນ, ສົງຄາມ​ລະຫວ່າງ​ສອງ​ພາກ​ເກົາຫຼີ ຈະ​ເກີດ​ຂຶ້ນຄື​ດັ່ງ​ກ່ອນ​ນີ້ 60 ປີ ຫຼື​ບໍ. ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ໄຈ້​ແຍກ​ກ່ຽວ​ກັບ​ໄພ​ຈະ​ເກີດ​ສົງຄາມ​ດ້ວຍ​ກຳລັງ​ປະສົມ​ລະຫວ່າງ​ສອງ​ພາກ​ເກົາຫຼີ​ຫຼື​ບໍ, ​ເຊີນ​ທ່ານ​ຮັບ​ຟັງ.

ມາດຕະການໃດໃຫ້ແກ່ການພົວພັນລະຫວ່າງສອງພາກເກົາຫຼີ - ảnh 1


ລົດຕັງຂອງສເກົາຫຼີ ຊ້ອມຮົບຢູ່ມໍ່ກັບຊາຍແດນລະຫວ່າງສອງພາກເກົາຫຼີ ໃນວັນທີ 1.4

(ພາບ: AFP)

        ວັນ​ທີ 30/3, ສປປ ​ເກົາຫຼີ ​​ຖະ​ແຫຼ​ງວ່າ, ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ສົງຄາມ ​ແລະ ທຸກໆ​ບັນຫາ​ລະຫວ່າງ​ສອງ​ພາກ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຕາມ​ຫຼັກການ​ສະ​ໄໝ​ສົງຄາມ. ຫຼັງ​ຈາກ​ນັ້ນ​ມື້ໜຶ່ງ, ການ​ນຳ Kim Jong – un ຢືນຢັນ​ວ່າ, ພຽງ​ຢາງ​ຄວນ​ຍົກ​ລະບົບ​ສາງ​ອາວຸດ​ນິວຄະ​ເລຍ​ນັບ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ພ້ອມ​ທັງ​ພັດທະນາ​ຂະ​ແໜງ​ພະລັງງານ​ນິວຄະ​ເລຍ ​ເພື່ອ​ເພີ່ມ​ປະລິມານ​ຜະລິດ​ໄຟຟ້າ ​ແລະ ຍິງ​ດາວ​ທຽມ​​ໃຫ້​ຫຼາຍ​ກວ່າ. ສປປ ​ເກົາຫຼີ ກ່າວ​ເຕືອນ​ບັນດາ​ຖານ​ທີ່​ໝັ້ນ​ການ​ທະຫານ​ອາ​ເມ​ລິ​ກາ​ຢູ່​ຍີ່ປຸ່ນ, ສ ​ເກົາຫຼີ ຈະ​ກາຍ​ເປັນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ທຳ​ອິດ​ຂອງ​ປະ​ເທດ​ນີ້ ຖ້າ​ຫາກສົງຄາມ​ເກີດ​ຂຶ້ນ​ໃນ​​ແຫຼມ​ເກົາຫຼີ. ບໍ່​ພຽງ​ແຕ່​ເວົ້າ​ລ້າໆ​ຄື​ແນວ​ນັ້ນ, ການ​ນຳ Kim Jong – un ຍັງ​ສັ່ງ​ໃຫ້​ບັນດາ​ກົມ​ກອງ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ນີ້​ມຸ່ງ​ໄປ​ສູ່​ຖານ​ທີ່​ໝັ້ນ​ການ​ທະຫານ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ຢູ່​ສ ​ເກົາຫຼີ ​ແລະ ປາຊີ​ຝິກ, ພາຍຫຼັງ​ທີ່​ທຳນຽບ 5 ​ແຈ ຈັ​ດສົ່ງ​ຍົນ​ຖີ້ມລະ​ເບີດ​ທີ່​ຂົນ​ສົ່ງ​ອາວຸດ​ນິວຄະ​ເລຍ B – 2 ​ເຖິງ​​ແຫຼມ​ເກົາຫຼີ. ​ໃນ​ຂະນະ​ນັ້ນ, ຈຳນວນ​ບຸກຄະລາ​ກອນ ​ແລະ ລົດ​ຂອງ​ກອງທັບ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ຢູ່​ບັນດາ​ສະຖານ​ທີ່​ຍິງ​ລູກ​ສອນ​ໄຟ​ຢູ່ ສປປ ​ເກົາຫຼີ. ບັນຍາກາດ​ກຽມພ້ອມ​ສູ້​ຮົບ​ໄດ້​ຜັນ​ຂະຫຍາຍ​ໃນ​ທົ່ວ​ ສປປ ​ເກົາຫຼີ. ທຳນຽບຂາວ​ໃຫ້​ຮູ້​ວ່າ, ການ​ນາບ​ຂູ່​ຄັ້ງ​ໃໝ່​ຂອງ ສປປ ​ເກົາຫຼີແມ່ນ “ຮ້າຍ​ແຮງ​ທີ່​ສຸດ“ ​ແລະ ວໍ​ຊິງ​ຕັນ ຈະ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​​ພັນທະ​ມິດ ສ​ເກົາຫຼີ ​ເພື່ອ​ຕິດຕາມ​ກວດກາ​ທຸກ​ການ​ກະທຳ​ຂອງ ສປປ ​ເກົາຫຼີ, ພ້ອມ​ທັງ​ກ່າວ​ຫາ​ວ່າ ພຽງ​ແຕ່ ສປປ ​ເກົາຫຼີ ມີ​ໂທດ​ໃນ​ເລີ່​ອງ​ເຮັດ​ໃຫ້​ສະພາບ​ການ​ຢູ່​ແຫຼມ ​ເກົາຫຼີ ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ເທົ່າ​ນັ້ນ.

        ​ເຖິງ​ວ່າ​ສະພາບ​ການ​ມີ​ຄວາມ​ເຄັ່ງຕຶງ​ຄື​ແນວ​ນັ້ນ​ກໍ່ຕາມ, ​ແຕ່​ຫຼາຍ​ຄວາມ​ເຫັນ​ພັດ​ຖື​ວ່າ ຍາກ​ທີ່​ຈະ​ເກີດ​ສົງຄາມ​ດ້ວຍ​ກຳລັງ​ປະສົມ​ໄດ້. ສາຍ​ເຫດ​ແມ່ນ​ຍ້ອນ​ວ່າ ຖ້າ​ຫາກສົງຄາມ​ເກີດ​ຂຶ້ນ, ຈະ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ​ໃນ​ຂະນະ​ທີ່​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ພວມ​ແມ່ນ​ທ່າ​ອ່ຽງຕົ້ນ​ຕໍ່​ໃນ​ການ​ພົວພັນ​ສາກົນ. ດ້ວຍ​ການກະທຳ​ທີ່​ສະ​ແດງ​ໃຫ້​ເຫັນວ່າ, ການ​ບຸກ​ໂຈມ​ຕີ​ໃສ່​ອາ​ເມ​ລິ​ກາ​​ໃກ້​ຈະ​ເກີດ​ຂຶ້ນ, ສປປ ​ເກົາຫຼີ ສາມາດ​ຍົກ​ສູງ​ນ້ຳ​ໃຈສາມັກຄີ​ແຫ່ງ​ຊາດ ​ແລະ ປຸກລະດົມ​ປະຊາຊົນ​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ການ​ນຳ​ຄົນ​ໃໝ່​ຂອງ​ເຂົາ​ເຈົ້າ. ຍັງ​ມີ​ສາຍ​ເຫດໜຶ່ງ​ອີກ​ທີ່​ບໍ່​ອາດ​ເກີດ​ສົງຄາມ​ໄດ້, ນັ້ນ​ແມ່ນ ສປປ ​ເກົາຫຼີ ຫາ​ກໍ່​ແຕ່ງ​ຕັ້ງທ່າ​ນ Pak Pong – Ju, ຜູ້​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ, ມີ​ຫົວ​ຄິດ​ປະຕິ​ຮູບ​ເປັນ​ນາຍົກລັດຖະມົນຕີ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ນຳ​ປະ​ເທດ​ນີ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃໝ່, ປະຕິ​ຮູບ​ພື້ນຖານ​ເສດຖະກິດ. ທີ່​ກອງ​ປະຊຸມ​ທົ່ວ​ພັກ​ແຮງ​ງານ ສປປ ​ເກົາຫຼີ ຫວ່າງ​ແລ້ວ​ນີ້, ການ​ນຳ Kim Jong – un ​ໄດ້​ຖະ​ແຫຼ​ງວາງ​ແນວທາງ​ຍຸດ​ທະ​ສາດ​ໃໝ່​ໃຫ້​ແກ່​ປະ​ເທດ. ​ໃນ​ນັ້ນ​ຊີ້​ແຈ້ງວ່າ, ​ການ​ສ້າງ​ເສດຖະກິດ ​ໄປ​ຄຽງ​ຄູ່​ກັບ​ການພັດທະນາ​ອາວຸດ​ນິວຄະ​ເລຍ. ອາດ​ເຂົ້າ​ໃຈ​ໄດ້​ວ່າ, ພຽງ​ຢາງ​ບໍ່​ຄິດ​ໄລ່​ເຖິງ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ຕ້ານ​ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ໃນ​ອະນາຄົດ​ໄກ້ໆ​ນີ້​ຢ່າງ​ແນ່ນອນ. ຊາວ ສປປ ​ເກົາຫຼີ ຜູ້​ໜຶ່ງ​ທີ່​ດຳລົງ​ຊີວິດ​ຢູ່​ມໍ່​ກັບ​ເຂ​ດຊາຍ​ແດນ​ໃຫ້​ຮູ້​ວ່າ: ຄວາມ​ເຄັ່ງ​ຕຶງ​ເຄີຍ​ເພີ່ມ​ຂຶ້ນ​ໃນ​​ໄລຍະ​ເວລາ​ທີ່​ອາ​ເມ​ລິ​ກາ ​ແລະ ສ​​ເກົາຫຼີ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ. ​ເມື່ອ​ການ​ຊ້ອມ​ຮົບ​ສິ້ນ​ສຸດ​ລົງ, ທຸກ​ສິ່ງ​ທຸກ​ຢ່າງ​ກໍ່​ກັບ​ຄືນ​ສະພາບ​ເປັນ​ປົກກະຕິ ​ແລະ ຜູ້​ຄົນ​ທັງຫຼາຍ​ກໍ່​ບໍ່​ສົນ​ໃຈ​ອີກ. ຫວັງ​ວ່າຄວາມ​ເຄັ່ງ​ຕຶ່ງ​ໃນ​ເທື່ອ​ນີ້​ກໍ່​ເຊັ່ນ​ດຽວ​ກັນ.

        ​ເດືອນ 7 ຈະ​ມາ​ເຖິງ ​ແມ່ນ​ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ການ​ລົງ​ນາມ​ໃນ​ສັນຍາ​ຢຸດ​ຮົບ​ລະຫວ່າງ​ສອງ​ພາກ, ​ເຊິ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ກວ່າ 3 ລ້ານ​ຄົນ​ເສຍ​ຊີວິດ. ພາຍຫຼັງ 60 ປີ, ສ​ເກົາຫຼີ ​ໄດ້​ຟື້ນ​ຕົວ​ຈາກ​ປະ​ເທດ​ກະ​ສີ​ກຳ​ທີ່​ທຸກ​ຍາກ, ກາຍ​ເປັນ​ພື້ນຖານ​ເສດຖະກິດ​ຊັ້ນ​ນຳ​ຂອງ​ໂລກ, ​ໃນ​ຂະນະ​ນັ້ນ, ສປປ ​ເກົາຫຼີ ຍັງ​ຄົງ​ຊອກ​ຫາ​ເສັ້ນທາງ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຫຍຸ້ງຍາກ​ພາຍຫຼັງ​ສົງຄາມ, ດ້ວຍ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເທົ່າ​ກັບ Sahara ​ໃກ້ ຢູ່​ອາ​ຟະ​ລິ​ກາ. ຍ້ອນ​ເຫດ​ນັ້ນ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ພຽງ​ຢາງ​ພວມ​ຕ້ອງການ​ປະຕິ​ຮູບ ​ເປີດ​ປະຕູ. ​ແຕ່, ມາ​ຮອດ​ປະຈຸ​ບັນບັນດາ​ມາດ​ຕະການ​ປິດ​ລ້ອ​ມ, ຄວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ກໍ່​ບໍ່​ສາມາດ​ກີດຂວາງ​ຄວາມ​ຕັດສິນ​ໃຈ​ພັດທະນາ​ອາວຸດ​ນິວຄະ​ເລຍ​ຂອງ​ປະ​ເທດ​ນີ້​ໄດ້. ຖ້າ​ຫາກ​ຝ່າຍ​ຕ່າງໆ​ຍັງ​ຄົງ​ເລືອກ​ເຟັ້ນມາດ​ຕະການ​ອວດ​ກຳລັງ​ແຮງ​ດ້ານ​ການ​ທະຫານ​ແທນ​ໃຫ້ການ​ເຈລະຈາ, ສັນຕິພາບ​ຢູ່​ແຫຼມ​ເກົາຫຼີ​ຈະ​ບໍ່​ສາມາດ​ບັນລຸ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ