(vovworld) - ຕາມການຄາດຄະເນແລ້ວ, ປະຊາຊົນສ່ວນຫຼາຍຢູ່ Lugansk ແລະ Donetsk, ທາງທິດຕາເວັນອອກຂອງ ຢູແກຼນ, ລ້ວນແຕ່ສະໜັບສະໜູນການປົກຄອງດ້ວຍຕົນເອງ, ພາຍຫຼັງການປ່ອນບັດລົງປະຊາມະຕິເມື່ອທ້າຍອາທິດຜ່ານມາ. ໝາກຜົນນີ້ຍິ່ງເຮັດໃຫ້ຄວາມຂັດແຍ້ງພາຍໃນປະເທດຢູ່ ຢູແກຼນ ເພີ່ມຂຶ້ນ ພ້ອມທັງເຮັດໃຫ້ລັດຖະບານຊົ່ວຄາວຂອງປະເທດນີ້ຕ້ອງປະເຊີນໜ້າກັບການທ້າທາຍທາງດ້ານການເມືອງຄັ້ງໃໝ່ ໃນສະພາບພື້ນຖານເສດຖະກິດຖືກຊຸດໂຊມ ແລະ ການເລືອກຕັ້ງປະທານາທິບໍດີ ຈະຖືກຈັດຂຶ້ນໃນ 2 ສັບປະດາຈະມາເຖິງ.
ລັດຖະບານໃໝ່ຈະຕ້ອງປະເຊີນໜ້າກັບໜ້າທີ່ຟື້ນຟູສະຖຽນລະພາບຢູ່ຢູແກຼນ
(ພາບ: Getty)
ການລົງປະຊາມະຕິໄດ້ດຶງດູດຜູ້ມີສິດເລືອກຕັ້ງໃນທ້ອງຖີ່ນໄປປ່ອນບັດດ້ວຍອັດຕາສູງສຸດທີ່ບໍ່ເຄີຍມີມາກ່ອນ. ໝາກຜົນຂອງການນັບບັດໃນເບື້ອງຕົ້ນທີ່ປະກາດເມື່ອວັນທີ 12/5 ໃຫ້ເຫັນວ່າ: ປະຊາຊົນຢູ່ 2 ແຂວງ Lugansk ແລະ Donetsk ສ່ວນຫຼາຍລ້ວນແຕ່ສະໜັບສະໜູນການປົກຄອງດ້ວຍຕົນເອງ. ຢູ່ Lugansk ຜູ້ມີສິດເລືອກຕັ້ງ 96% ໄດ້ປ່ອນບັດສະໜັບສະໜູນ, ສ່ວນຢູ່ Donetsk, ເມືອງເອກອຸດສາຫະກຳຢູ່ທາງທິດຕາເວັນອອກ ຢູແກຼນ, ບັນລຸເກືອບ 90%.
ປະຕິກິລິຍາທີ່ກົງກັບຂ້າມໃນປະຊາຄົມໂລກ
ໝາກຜົນຂອງການເອົາປະຊາມະຕິຢູ່ 2 ແຂວງທາງທິດຕາເວັນອອກຂອງ ຢູແກຼນ ໄດ້ເປັນສາຍເຫດ ໃຫ້ການຖົກຖຽງກັນລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ.
ວັງ Kremlin ຖະແຫຼງວ່າ: ລັດເຊຍ ເຄົາລົບ ການລົງປະຊາມະຕິກ່ຽວກັບກົດລະບຽບປົກຄອງດ້ວຍຕົນເອງຂອງ 2 ແຂວງທາງທິດຕາເວັນອອກ ຢູແກຼນ. ມົດສະກູ ຮຽກຮ້ອງປະຕິບັດໝາກຜົນດັ່ງກ່າວຕາມວິທີພົນລະເຮືອນ, ບໍ່ໃຊ້ຄວາມຮຸນແຮງ ແລະ ຜ່ານການໂອ້ລົມສົນທະນາລະຫວ່າງບັນດາຜູ້ຕາງໜ້າຂອງ Kiev, Donetsk ແລະ Lugansk. ລັດເຊຍ ກໍ່ຮຽກຮ້ອງໃຫ້ລັດຖະບານຊົ່ວຄາວ ຢູແກຼນ ດຳເນີນການປຶກສາຫາລືໃນຂອບເຂດທົ່ວປະເທດກ່ຽວກັບໂຄງປະກອບອະນາຄົດຂອງປະເທດນີ້.
ກົງກັນຂ້າມກັບຖະແຫຼງການຂອງລັດເຊຍ, ອຳນາດການປົກຄອງ Kiev ແລະ ຝ່າຍຕາເວັນຕົກເອີ້ນການປ່ອນບັດລົງປະຊາມະຕິແມ່ນເລື່ອງຕະຫຼົກທາງດ້ານການເມືອງ. ກະຊວງການຕ່າງປະເທດ ຢູແກຼນ ຢືນຢັນວ່າ: ການເອົາປະຊາມະຕິຈະບໍ່ສົ່ງຜົນສະທ້ອນເຖິງຜືນແຜ່ນດິນອັນຄົບຖ້ວນຂອງຢູແກຼນ. ອາເມລິກາ ຖະແຫຼງ: ບໍ່ຮັບຮອງການເອົາປະຊາມະຕິທີ່ຜິດກົດໝາຍເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາຢູ່ທາງທິດຕາເວັນອອກ ຢູແກຼນ. ທ່ານນາງ Jen Psaki, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຢືນຢັນວ່າ: ການປ່ອນບັດລົງປະຊາມະຕິໂດຍບັນດາພາກສ່ວນແຍກຕົວອອກຈັດຕັ້ງຂຶ້ນຢູ່ Donetsk ແລະ Lugansk ນັ້ນແມ່ນຄວາມມານະພະຍາຍາມເພື່ອແນໃສ່ແບ່ງແຍກຢູ່ ຢູແກຼນ. ໃນຂະນະນັ້ນ, ທ່ານປະທານສະພາ ເອີລົບ Van Rompuy ພັດຖືການລົງປະຊາມະຕິຢູ່ Donetsk ແລະ Lugansk ແມ່ນຜິດກົດໝາຍ, ບໍ່ເປັນທຳ ແລະ ບໍ່ໜ້າໄວ້ເນື້ອເຊື່ອໃຈ.
ວິກິດການການເມືອງຢູ່ ຢູແກຼນ ນັບມື້ນັບເພີ່ມຂຶ້ນ
ພາຍຫຼັງປະກາດຜົນຂອງການປ່ອນບັດລົງປະຊາມະຕິກ່ຽວກັບສິດປົກຄອງດ້ວຍຕົນເອງໃຫ້ແກ່ສອງແຂວງ Donetsk ແລະ Lugansk ພຽງສອງສາມຊົ່ວໂມງເທົ່ານັ້ນ, ການນຳ ”ສາທາລະນະລັດ ປະຊາຊົນ Donetsk” ແລະ ”ສາທາລະນະລັດ ປະຊາຊົນ Lugansk” ໄດ້ອອກຖະແຫຼງອະທິປະໄຕ ແລະ ເອກະລາດຈາກ ຢູແກຼນ. ທ່ານ Dennis Pushilin, ປະທານຮ່ວມຂອງ ”ສາທາລະນະລັດ ປະຊາຊົນ Donetsk”, ໄດ້ຢືນຢັນອະທິປະໄຕຂອງລັດ ”ສາທາລະນະລັດ ປະຊາຊົນ Donetsk”, ພ້ອມທັງສະເໜີໃຫ້ລັດເຊຍຮັບຮອງ Donetsk ເປັນພາກສ່ວນໜຶ່ງຂອງສະຫະພັນລັດເຊຍ. ທ່ານ Pushilin ກໍ່ໃຫ້ຮູ້ວ່າ, ອົງການແຫ່ງລັດສູງສຸດຂອງອຳນາດການປົກຄອງ ”ສາທາລະນະລັດ ປະຊາຊົນ Donetsk” ຈະແມ່ນສະພາສູງສຸດ, ມີຄວາມຮັບຜິດຊອບສ້າງຕັ້ງລັດຖະບານຂອງ ”ສາທາລະນະລັດ ປະຊາຊົນ Donetsk” ແລະ ສະພາປ້ອງກັນຄວາມສະຫງົບ.
ໃນຂະນະນັ້ນ, ”ຜູ້ວ່າການປະຊາຊົນ” ຂອງເຂດ Lugansk, ທ່ານ Valery Bolotov, ພັດຖະແຫຼງວ່າເສັ້ນທາງຂອງ ”ສາທາລະນະລັດ ປະຊາຊົນ Lugansk” ແມ່ນລັດທິຊົນຊາດ, ອິດສະຫຼະພາບ ແລະ ແມ່ນການກະທຳຕາມກົດໝາຍ, ທ່ານຍັງໃສ່ໃຈວ່າ ”ສາທາລະນະລັດ ປະຊາຊົນ Lugansk” ຈະບໍ່ປະຕິບັດຕາມຄຳສັ່ງຂອງອຳນາດການປົກຄອງ Kiev. ການນຳຊົ່ວຄາວ ”ສາທາລະນະລັດ ປະຊາຊົນ Lugansk” ພວມມີແຜນການຝາກຈົດໝາຍເຖິງສະຫະປະຊາຊາດສະເໜີໃຫ້ມີກົດລະບຽບເອກະລາດ ແລະ ຮຽກຮ້ອງ ການຮັບຮອງຈາກປະຊາຄົມໂລກ.
ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ພາໃຫ້ອຳນາດການປົກຄອງຊົ່ວຄາວ ຢູແກຼນ ເຈັບຫົວກວ່ານັ້ນແມ່ນ ກຳລັງທວງໃຫ້ປົກຄອງດ້ວຍຕົນເອງຢູ່ Lugansk ແລະ Donetsk ລ້ວນແຕ່ປະກາດບໍ່ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ຢູແກຼນ ໃນວັນທີ 25/5, ເຊິ່ງແມ່ນເຫດການທີ່ລັດຖະບານຊົ່ວຄາວ ຢູແກຼນ ຖືເປັນເງື່ອນໄຂເພື່ອແກ້ໄຂວິກິດການໃນປະຈຸບັນ. ຫາກພິຈາລະນາເລື່ອງເຂົ້າເປັນສະມາຊິກຂອງລັດເຊຍ.
ບໍ່ພຽງແຕ່ຄືແນວນັ້ນ, ເລື່ອງໄດ້ຮັບໄຊຊະນະໃນການລົງປະຊາມະຕິຢູ່ Lugansk ແລະ Donetsk ຍັງເປັນການກະທົບ ເພື່ອໃຫ້ເຂດອື່ນໆຂອງ ຢູແກຼນ ຄື: Kharkiv ແລະ Odessa ດຳເນີນການລົງປະຊາມະຕິທີ່ຄ້າຍຄືກັນ. ຖ້າສິ່ງດັ່ງກ່າວເກີດຂື້ນ. ຢູແກຼນ ຈະຖືກຕັດແຍກ ແລະ ແຕກທະລາຍໄປ.
ແຕ່ດ້ວຍພື້ນຖານເສດຖະກິດທີ່ຊຸດໂຊມໃນປະຈຸບັນ, ຢູແກຼນ ພວມປະເຊີນໜ້າກັບຄວາມຂັດແຍ້ງກັນຢ່າງຮ້າຍແຮງລະຫວ່າງອຳນາດການປົກຄອງ ແລະ ບັນດາແຂວງທາງທິດຕາເວັນອອກ. ໃນສະພາບການນີ້, ຮຽກຮ້ອງໃຫ້ Kiev ຕ້ອງມີໄຫວພິກ ເພື່ອສາມາດຄວບຄຸມສະພາບການ. ແຕ່ນີ້ແມ່ນວຽກງານທີ່ປະຕິບັດຍາກ ແລະ ຢູແກຼນ ບໍ່ສາມາດຫຼຸດພົ້ນອອກຈາກວິກິດການໃນໄວໆນີ້ໄດ້.