(vovworld)-
ພາຍຫຼັງກ່ວາ 2 ປີແຫ່ງການກະກຽມ, ຮຽບຮຽງ, ຮັບເອົາຄຳເຫັນຂອງ ປຊຊ ແລະ ນຳມາປຶກສາຫາລືໃນກອງປະຊຸມ 3 ສະໄຫມຂອງສະພາແຫ່ງຊາດ, ໃນວາລະປະຊຸມເມື່ອຕອນເຊົ້າວັນທີ 28/11, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ເພີ່ມເຕີມໄດ້ຮັບການຮັບຮອງເອົາຢ່າງເປັນທາງການ. ລັດຖະທຳມະນູນສະບັບປັບປຸງມີຜົນບັງຄັບໃຊ້ນັບແຕ່ວັນທີ 1/1/2014 ລວມມີຫຼາຍມາດຕາໄດ້ຮັບການປັບປຸງ, ເພີ່ມເຕີມ, ສະແດງໃຫ້ເຫັນຈິດໃຈປ່ຽນໃໝ່ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ
ສສຊ ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ
(ພາບ: VTC)
ກ່ຽວກັບດ້ານຮູບການ, ລັດຖະທຳມະນູນສະບັບປັບປຸງມີ 11 ພາກ, 120 ມາດຕາ, ເມື່ອທຽບກັບລັດຖະທຳມະນູນປີ 1992 ແມ່ນມີແຕ່ຮັກສາ 7 ມາດຕາເທົ່ານັ້ນ, ເພີ່ມເຕີມ 12 ມາດຕາໃໝ່ ແລະ ປັບປຸງ 101 ມາດຕາ, ໃນນັ້ນໄດ້ຊັບຊ້ອນພາກຕ່າງໆຄືນໃໝ່, ມີບາງພາກໃໝ່ແມ່ນບັນດາຂໍ້ກຳນົດກ່ຽວກັບການກຳນົດລັດຖະທຳມະນູນເອກະລາດ.
ກ່ຽວກັບດ້ານເນື້ອໃນ, ບັນດາຫຼັກການ, ເນື້ອໃນພື້ນຖານ, ແນວຄິດຕົ້ນຕໍຂອງ ລັດຖະທຳມະນູນປີ 1992 ຍັງສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາ. ຄຽງຄູ່ກັນນັ້ນ, ລັດຖະທຳມະນູນສະບັບປັບປຸງມີບັນດາຈຸດໃຫມ່ໂດຍພື້ນຖານ.
ເຮັດແຈ້ງຫຼັກການຈັດຕັ້ງສິດອຳນາດແຫ່ງລັດ
ລັດຖະທຳມະນູນສະບັບປັບປຸງສືບຕໍ່ຢັ້ງຢືນທາດແທ້ ແລະ ຮູບແບບສັງລວມລະບອບການເມືອງທີ່ໄດ້ກຳນົດໃນລັດຖະທຳມະນູນປີ 1992 ພ້ອມທັງເພີ່ມເຕີມເຮັດແຈ້ງກ່ວາ, ຄົບຖ້ວນ ແລະ ເລິກເຊິ່ງກ່ວາຫຼາຍບັນຫາ, ໂດຍສະເພາະແມ່ນເພີ່ມເຕີມ, ພັດທະນາຫຼັກການຈັດຕັ້ງສິດອຳນາດແຫ່ງລັດ. ທ່ານຮິງຫງອກດາງ (Huỳnh Ngọc Đáng) ສສຊ ແຂວງບິ່ງເຢືອງ ໃຫ້ຮູ້ວ່າ:
“ນີ້ແມ້ນເນື້ອໃນສຳຄັນກຳນົດທາດແທ້ ແລະ ກົນໄກປະຕິບັດສິດອຳນາດແຫ່ງລັດຂອງອົງການການເມືອງຢູ່ຫວຽດນາມ. ເນື້ອໃນກວດກາລະຫວ່າງບັນດາອົງການແຫ່ງລັດໃນການປະຕິບັດບັນດາສິດນິຕິບັດຍັດ, ບໍລິຫານ ແລະ ຕຸລາການແມ່ນຈຸດໃໝ່, ແລະ ຄວາມກ້າວໜ້າຢ່າງຈະແຈ້ງຂອງລັດຖະທຳມະນູນສະບັບປັບຸງນີ້“.
ສິດທິມະນຸດໄດ້ເພີ່ມເຕີ່ມໃນລັດຖະທຳມະນູນສະບັບປັບປຸງ
(ພາບ: phapluat.vn)
ສະແດງອະທິປະໄຕປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ
ໃນລັດຖະທຳມະນູນສະບັບປັບປຸງ, ອະທິປະໄຕ ປຊຊ ໄດ້ຮັບການສະແດງອອກຢ່າງຈະແຈ້ງ, ເຮັດໃຫ້ບົດບາດຂອງ ປຊຊ ພົນເດັ່ນຂຶ້ນ, ແມ່ນເຈົ້າຂອງໜຶ່ງດຽວທີ່ສູງສຸດຂອງສິດອຳນາດແຫ່ງລັດ. ທ່ານຫງວຽນດິງກ່ວຽນ (Nguyễn Đình Quyền) ສສຊ ນະຄອນຮ່າໂນ້ຍ ຕີລາຄາວ່າ:
“ອະທິປະໄຕ ປຊຊ ໄດ້ສະແດງອອກຜ່ານກົງຈັກລັດ, ຫຼັກການເຄື່ອນໄຫວຂອງກົງຈັກລັດ, ຜ່ານການພົວພັນລະຫວ່າງລັດ ແລະ ພົນລະເມືອງຜ່ານບັນດາພາຫະນະປະຊາທິປະໄຕ, ຕາງໜ້າປະຊາທິປະໄຕໂດຍກົງຜ່ານລະບອບກຳມະສິດ“.
ລັດຖະທຳມະນູນສະບັບປັບປຸງມີຄວາມກ້າວໜ້າຫຼາຍຢ່າງໃນການເພີ່ມເຕີມ, ປັບປຸງບັນດາສິດທິມະນຸດ, ສິດທິພົນລະເມືອງຕາມທ່າອ່ຽງກ້າວໜ້າລວມ. ທ່ານນາງຈ້ຽງທິນາຍ (Triệu Thị Nái) ສສຊ ແຂວງຮ່າຢາງ ໃຫ້ຂໍ້ສັງເກດວ່າ:
“ເນື້ອໃນຕ່າງໆໃນບັນດາມາດຕາຂອງລັດຖະທຳມະນູນສະບັບປັບປຸງ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງສິດຂອງພົນລະເມືອງ, ນັ້ນແມ່ນສິດໄດ້ຮັບການເອົາໃຈໃສ່ເບິ່ງແຍງສຸຂະພາບ, ສິດໄດ້ຮ່ຳຮຽນ, ໄດ້ຮັບປະກັນຄວາມລັບສ່ວນຕົວ, ຈົດໝາຍສ່ວນຕົວ…ສິດທັງໝົດເຫຼົ່ານັ້ນໄດ້ຮັບການຍົກສູງ, ພິເສດແມ່ນສິດການເມືອງ, ເສດຖະກິດ“.
ເຕົ້າໂຮມພູມປັນຍາຂອງປະຊາຊົນ
ບັນດາເນື້ອໃນໄດ້ຮັບການປັບປຸງ, ເພີ່ມເຕີມໃນລັດຖະທຳມະນູນສະບັບປັບປຸງໄດ້ຮັບການເກັບກຳຈາກຄຳເຫັນປະກອບຂອງ ປຊຊ, ຜູ້ຊ່ຽວຊານກ່ວາ 26 ລ້ານເທື່ອຄົນໃນກອງປະຊຸມສຳມະນາລົງເລິກກ່ວາ 27.000 ຄັ້ງ. ສະນັ້ນ, ອາດເວົ້າໄດ້ວ່າ, ລັດຖະທຳມະນູນສະບັບປັບປຸງໄດ້ສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ່ງຫວັງຂອງ ປຊຊ ທຸກຊັ້ນວັນນະ. ທ່ານດິງຊວນຖາວ (Đinh Xuân Thảo) ສສຊ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:
“ໃນລັດຖະທຳມະນູນສະບັບປັບປຸງ , ປຊຊ ສືບຕໍ່ຮັບຮູ້ ແລະ ຢັ້ງຢືນບົດບາດນຳພາຂອງພັກກອມມູນິດຫວຽດນາມ ກໍ່ຄືບົດບາດຂອງແນວໂຮມປະເທດຊາດ, ຂອງບັນດາອົງການຈັດຕັ້ງສະມາຊິກ ຫລືບົດບາດຂອງກົງຈັກລັດ. ທຸກສິ່ງທຸກຢ່າງແມ່ນຄວາມມຸ່ງຫວັງຂອງ ປຊຊ ເພື່ອມອບໃຫ້ບັນດາອົງການແຫ່ງລັດຜ່ານລັດຖະທຳມະນູນສະບັບປັບປຸງ“.
ລັດຖະທຳມະນູນສະບັບປັບປຸງໄດ້ຮັບການຮັບຮອງເອົາແມ່ນພື້ນຖານສຳຄັນໃຫ້ແກ່ການຫັນບັນດາຫຼັກການເປັນລະບຽບກົດໝາຍ, ນະໂຍບາຍລະອຽດ, ປະກອບສ່ວນຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດໃນສະພາບການໃໝ່./.