(vovworld)- ພາຍໃຕ້ການຊີ້ນຳນຳພາຂອງລັດຖະບານ, ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ລະດັບເຕີບໂຕໄດ້ເພີ່ມຂຶ້ນໃນແຕ່ລະເດືອນ.ເລື່ອງຜັນຂະຫຍາຍການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ບັນລຸໝາກຜົນໃນຂົງເຂດຈຳນວນຫນຶ່ງ. ການຮັບປະກັນຊີວິດສັງຄົມຍັງຄົງໄດ້ຮັບການເພີ່ມທະວີໃນສະພາບພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ດ້ວຍທ່າສະດວກດັ່ງກ່າວ, ທີ່ກອງປະຊຸມປະຈຳເດືອນໃນວັນທີ 26/5 , ລັດຖະບານໄດ້ຢືນຢັນຄວາມຕັດສິນໃຈຈະຢືດໝັ້ນບັນດາຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຮັກສາການເຕີບໂຕຢູ່ໃນລະດັບເໝາະສົມ.
ບັນດາຕົວເລກສະຖິຕິໃຫ້ເຫັນວ່າ: ສະພາບການເສດຖະກິດສັງຄົມໃນເດືອນ5 ແລະ 5 ເດືອນຕົ້ນປີ 2013 ແມ່ນຜັນແປຖືກກັບການຄາດຄະເນບໍລິຫານ, ໃກ້ຊິດກັບຈຸດໝາຍຊື່ງສູນກາງ ແລະ ສະພາແຫ່ງຊາດໄດ້ວາງອອກໃຫ້ທັງປີ 2013 ແມ່ນບຸລິມະສິດຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຮັກສາລະດັບເຕີບໂຕຢ່າງເໝາະສົມ. ສະເພາະເດືອນ 5 ຜ່ານມາ, ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດ, ແກ້ໄຂໄດ້ຫລາຍບັນຫາ. ສະພາບເສດຖະກິດມະຫາພາກດີກວ່າເກົ່າ, ສະແດງອອກໃນບາງຂົງເຂດຄື: ດັດຊະນີສິນຄ້າຄ້າງສາງຫລຸດລົງຢ່າງເຫັນໄດ້ຊັດ, ການປ່ອຍເງິນ ODA ເພີ່ມຂຶ້ນຫລາຍສົມຄວນເມື່ອທຽບໃສ່ປີກາຍ, ອັດຕາແລກປ່ຽນເງິນຕາເປັນປົກກະຕິ. ການສົ່ງອອກສິນຄ້າໃນ 5 ເດືອນຕົ້ນປີສືບຕໍ່ເພີ່ມຂຶ້ນສູງໃນລະດັບກວ່າ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ດ້ວຍເກືອບ 50 ຕື້ USD.
ລັດຖະບານຈັດກອງປະຊຸມປະຈຳເດືອນ 5/2013
ພາບ: chinhphu.vn
|
ເຖິງຢ່າງໃດກໍຕາມ, ບັນດາສະມາຊິກລັດຖະບານໄດ້ໃຫ້ຂໍ້ສັງເກດວ່າ: ພື້ນຖານເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຢູ່, ມີວິສາຫະກິດຫລາຍແຫ່ງຕ້ອງຢຸດຕິການຜະລິດ. ຂະແຫນງກະສິກຳ, ປ່າໄມ້, ສິນໃນນ້ຳ, ອຸດສາຫະກຳ ແລະ ກໍ່ສ້າງລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ, ຄວາມຜິດໂຕນລະຫວ່າງອັດຕາດອກເບ້ຍເງິນຝາກ ແລະ ອັດຕາດອກເບ້ຍໃຫ້ກູ້ຢືມຖືກຮັດແຄບ, ອັດຕາດອກເບ້ຍໃຫ້ກູ້ຢືມຍັງຢູ່ໃນລະດັບສູງເມື່ອທຽບໃສ່ຄວາມສາມາດນຳໃຊ້ທຶນຮອນຂອງວິສາຫະກິດ ໃນຂະນະການເຕີບໂຕຂອງສິນເຊື່ອຮັກສາຢູ່ໃນລະດັບຕຳ່ ແລະ ຕຳ່ກວ່າຫລາຍເມື່ອທຽບໃສ່ຄວາມຄືບຫນ້າເພີ່ມການລະດົມທຶນຂອງບັນດາອົງການສິນເຊື່ອ. ເມື່ອເຕື້ອງເຖິງຄວາມຄືບຫນ້າໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫລາດອະສັງຫາລິມະຊັບ, ປັດໃຈສຳຄັນເພື່ອກະຕຸ້ນຄວາມຕ້ອງການຂອງພື້ນຖານເສດຖະກິດ, ທ່ານ ຈີ້ງດີງຢູງ ລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຢືນຢັນວ່າ:
“ພວກຂ້າພະເຈົ້າພວມຕັ້ງຫນ້າເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຕະຫລາດອະສັງຫາລິມະຊັບ ດ້ວຍການປະຕິບັດຍຸດທະສາດເຮືອນຢູ່ແຫ່ງຊາດ ຊື່ງນາຍົກລັດຖະມົນຕີໄດ້ອະນຸມັດ. ນີ້ແມ່ນວິທີປະຕິບັດຢ່າງຖືກທິດເພື່ອແກ້ໄຂການຂາດດຸນລະຫວ່າງການສະຫນອງ ແລະ ຄວາມຕ້ອງການ ແລະ ຕອບສະຫນອງຄວາມຕ້ອງການເຮືອນຢູ່ຂອງປະຊາຊົນ. ປະຈຸບັນມີ 56 ໂຄງການໄດ້ຫັນປ່ຽນຈາກໂຄງການເຮືອນຢູ່ການຄ້າ ເປັນເຮືອນຢູ່ສັງຄົມ ແລະ ມີຫລາຍໂຄງການເລີ່ມລົງມືກໍ່ສ້າງແລ້ວ. ນອກຈາກການສ້າງໂຄງປະກອບບັນດາໂຄງການຢູ່ທ້ອງຖິ່ນຄືນໃຫມ່ ແລ້ວ ກະຊວງກໍ່ສ້າງ, ທະນາຄານແຫ່ງລັດ ໄດ້ມີຄຳສັ່ງແນະນຳຜັນຂະຫຍາຍບ້ວງເງິນ 30.000 ຕື້ດົ່ງເພື່ອໃຫ້ຜູ້ທຸກຍາກກູ້ຢືມມາຊື້ເຮືອນຢູ່, ເຊົ່າເຮືອນຢູ່ ແລະ ໃນເງື່ອນໄຂປະຈຸບັນ ບ້ວງເງິນດັ່ງກ່າວໄດ້ປະກອບສ່ວນເພີ່ມຄວາມຕ້ອງການຂອງພື້ນຖານເສດຖະກິດ.”
ເພື່ອຍົກສູງຄວາມຕ້ອງການໃຫ້ແກ່ພື້ນຖານເສດຖະກິດ ແນໃສ່ຮັບໃຊ້ບັນດາກິດຈະກຳຈຸດສຸມໃນສະພາບຍອດຈຳນວນເງິນລົງທຶນກໍ່ສ້າງພື້ນຖານໃນຈຳນວນ ງົບປະມານຂອງລັດຫລຸດລົງບໍ່ທັນຮອດ 19%, ທ່ານ ຫວູດືກດາມ ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ:
“ທີ່ກອງປະຊຸມປະຈຳເດືອນ 4 ຜ່ານມາ, ລັດຖະບານໄດ້ປືກສາຫາລືບັນຫາດັ່ງກ່າວແລ້ວ ແລະ ໃນກອງປະຊຸມຄັ້ງນີ້ ລັດຖະບານຈະຮັບຟັງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາລັດຖະມົນຕີກ່ຽວຂ້ອງ ສະເຫນີ ແລະ ເຫັນດີຕໍ່ບົດລາຍງານ ຍື່ນສະເຫນີຕໍ່ສະພາແຫ່ງຊາດທີ່ອະນຸຍາດໃຫ້ລັດຖະບານຈຳຫນ່າຍພັນທະບັດລັດຖະບານແທນທີ່ຈຳຫນ່າຍພັນທະບັດວິສາຫະກິດ ໂດຍມີການຄ້ຳປະກັນຂອງລັດຖະບານ ເພື່ອປະຕິບັດການກໍ່ສ້າງທາງຫລວງ 1 A, ປະຕິບັດບັນດາໂຄງການຢູ່ທາງຫລວງ 1 A ແລະ ບັນດາໂຄງການບົນເສັ້ນທາງໂຮ່ຈິມີນ ຕອນໄປຜ່ານເຂດໄຕງວຽນ. ລັດຖະບານກໍ່ພວມພິຈາລະນານຳໃຊ້ຫລາຍແຫ່ລງທຶນເພື່ອກໍ່ສ້າງກິດຈະກຳຕື່ມອີກຈຳນວນຫນຶ່ງ, ບໍ່ພຽງແຕ່ກໍ່ສ້າງສຳເລັດພື້ນຖານໂຄງລ່າງຂອງປະເທດຊາດເທົ່ານັ້ນ ຫາກຍັງຕອບສະຫນອງຄວາມຮຽກຮ້ອງຕ້ອງການຮີບເຮັ່ງຂອງສັງຄົມອີກດ້ວຍ.”
ພ້ອມກັບບັນດາມາດຕະການດັ່ງກ່າວ, ທະນາຄານແຫ່ງລັດ ຈະສືບຕໍ່ບໍລິຫານເພື່ອຮັກສາລາຄາສິນຄ້າ, ອັດຕາແລກປ່ຽນເງິນຕາເປັນປົກກະຕິ, ຫລຸດຜ່ອນຄວາມຜິດໂຕນລະຫວ່າງອັດຕາດອກເບ້ຍເງິນຝາກ ແລະ ອັດຕາດອກເບ້ຍໃຫ້ກຸູ້ຢືມ, ເພີ່ມຈຳນວນເຫລືອຫນີ້ສິນເຊື່ອ ແລະ ຫລຸດຜ່ອນອັດຕາດອກເບ້ຍສຳລັບບັນດາຂົງເຂດໃຫ້ບຸລິມະສິດ, ເປັນຕົ້ນແມ່ນເຂດກະສິກຳ, ຊົນນະບົດ. ນອກນັ້ນ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ສືບຕໍ່ບຸລິມະສິດທຶນຮອນໃຫ້ແກ່ການຜະລິດກະສິກຳ, ບັນດາຜະລິດຕະພັນກະເສດ ແລະ ອຸດສາຫະກຳຊື່ງຕະຫລາດມີຄວາມຕ້ອງການ ພ້ອມທັງເພີ່ມທະວີການສົ່ງເສີມການຄ້າ, ເປີດກວ້າງຕະຫລາດສົ່ງອອກ.