ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຜົນງານພື້ນຖານຂອງສິດທິມະນຸດຫວຽດນາມ

   ສິດທິມະນຸດ, ດ້ວຍຄວາມໝາຍແທ້ຈິງ ແມ່ນໄດ້ຮັບການສັງເກດໃນ ຂອບເຂດກ້ວາງຂວາງ ຊຶ່ງຢູ່ໃນນັ້ນ, ມະນຸດໄດ້ຮັບຄວາມເອົາໃຈໃສ່ຈາກສັງຄົມ ສ້າງເງື່ອນໄຂເພື່ອສາມາດພັດທະນາ ຢ່າງຮອບດ້ານ ກ່ຽວກັບຊີວິດດ້ານວັດຖຸ ແລະ ຊີວິດດ້ານຈິດໃຈ. ຜົນງານດ້ານສິດທິມະນຸດຢູ່ຫວຽດນາມ ແມ່ນພົ້ນເດັ່ນ ຂຶ້ນຜ່ານ​ກິດຈະການ​ ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ ຊຶ່ງ​ໄດ້​ຮັບ​ການ​ປະຕິບັດ​​ໃນ​ສິບ​ປີຜ່ານມາ ​ແລະ ບັນລຸ​ຫຼາຍ​ໝາກຜົນ​ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ.

ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຜົນງານພື້ນຖານຂອງສິດທິມະນຸດຫວຽດນາມ - ảnh 1
(ພາບປະກອບ)

    ​ໃນ​ຂົງ​ເຂດສິດທິມະນຸດ, ທັດສະນະ​ຂອງ​ສະຫະ​ປະຊາ​ຊາດກໍ​ຄື​ທັດສະນະ ​ແລະ ກົດໝາຍ​ຫວຽດນາມ​ກໍ​ລ້ວນ​ແຕ່​ຢືນຢັນ​ບັນດາ​ສິດ​ພື້ນຖານ​ຂອງ​ມະນຸດ​ຄື: ສິດ​ມີ​ຊີວິດ, ສິດ​ເສລີພາບ ​ແລະ ຄວາມ​ປອດ​ໄພ​ສ່ວນ​ຕົວ, ສິດສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ ​ແລະ ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ, ສິດ​ໄດ້​ໄປມາ ​ແລະ ພັກ​ອາ​ໄສ​ຢ່າງ​ເສລີ...ສິດ​ເຫຼົ່າ​ນັ້ນ​ພຽງ​ອາດ​ຈະ​ປະຕິບັດ​ໄດ້​ເມື່ອ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ມະນຸດ​ໄດ້​ຮັບ​ການ​ຮັບປະກັນ, ນັ້ນ​ແມ່ນ​ການ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ການ​ກິນ, ການ​ຢູ່, ການ​ນຸ່ງຖື, ຊົມ​ໃຊ້​ນ້ຳ​ສະອາດ, ກວດ, ປິ່ນປົວ​ພະຍາດ ​ແລະ ການ​ສຶກສາ. ກິດຈະການລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ນຳ​ມາ​ເຊິ່ງບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ໂດຍ​ຈຳ​ເປັນ ​ແລະ ທັງ​ບັນດາ​ສິດ​ພື້ນຖານ​​ເຫຼ່ົານັ້ນມາ​ໃຫ້​ປະຊາ​ຊົນຫວຽດນາມ.

   ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເນື້ອ​ໃນສຳຄັນ​ໃນ​ບັນດາ​ນະ​ໂຍບາຍ​ສັງຄົມ.

  ຈຸດໝາຍ​ຂອງ​ການ​ພັດທະນາ​ເສດຖະກິດ​ຢູ່​ຫວຽດນາມ​ແມ່ນ ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຕິດ​ພັນ​ກັບ​ການ​ຮັບປະກັນ​ບັນດາ​ສິດຂອງ​ມະນຸດ ​ແລ​ະ ມຸ່ງ​ໄປ​ສູ່​ການ​ພັດທະນາ​ຢ່າງ ຮອບດ້ານ​ຂອງ​ມະນຸດ. ​ເພາະສະ​ນັ້ນ, ກິດຈະການລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກຖືກ​ຫວຽດນາມ​ຍູ້​ແຮງ​ໃນ​ຕົ້ນ​ຊຸມ​ປີ 90 ຂອງ​ສະຕະວັດ ທີ 20, ພ້ອມ​ກັບ​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ.​ ມາ​ຮອດ​ຕົ້ນ​ສະຕະວັດ​ທີ 21, ລັດ​ຫວຽດນາມ​ສືບ​ຕໍ່​ປະສານ​ສົມທົບ​ບັນຫາລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທົ່ວ​ປະ​ເທດ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ. ບັນດາ​ໂຄງການລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ສຸມ​ໃສ່​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ບັນດາ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ ​ແລະ ທະ​ເລ​ໝູ່​ເກາະ. ອາດ​ຈະ​ເວົ້າ​ເຖິງ​ບັນດາ​ໂຄງການຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ​ຍາວ​ຄື ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2006-2010; ​ໂຄງການ​ພັດທະນາ​ເສດຖະກິດ-ສັງ​ຄົມ​ບັນດາ​ຕາ​ແສງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ​ເຂດ​ປະຊາຊົນ​ບັນດາ​ເຜົ່າ ​ແລະ ​ເຂດ​ພູດ​ອຍ​ໄລຍະ​ທີ 1 ​ແລະ ​ໄລຍະ​ທີ 2; ​ໂຄງການ​ໜູນ​ຊ່ວຍ​ຫຼຸດຜ່ອນ​ຄວາມທຸກ​ຍາກຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​ສຳລັບ 62 ​ເມືອງ​ທຸກ​ຍາກ​ໃນ​ໄລຍະ 2009 – 2020...​ໃນ​ຈຳນວນ​ນີ້, ໂຄງການ​ພັດທະນາ​ເສດຖະກິດ - ສັງ​ຄົມ​ບັນດາ​ຕາ​ແສງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ​ເຂດ​ປະຊາຊົນ​ບັນດາ​ເຜົ່າ ​ແລະ ​ເຂດ​ພູດ​ອຍ(ຫຼື​ເອີ້ນ​ຫຍໍ້​ວ່າ ​ໂຄງການ 135) ຊຶ່ງ​ມີ​ຜົນ​ສະທ້ອນ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ດ້ວຍ​ເລື່ອງ ​ເກືອບ 2000 ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ ​ແລະ ບັນດາ​ຕາ​ແສງ​ຊາຍ​ແດນ​ໄດ້​ຮັບ​ການ​ລົງທຶນ​ເພື່ອ​ພັດທະນາ​ການ​ຜະລິດ, ຍົກ​ສູງ​ລະດັບ​ຄອງ​ຊີບ​ໃຫ້​ແກ່​ບັນດາ​ຄອບຄົວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພັດທະນາ​ພື້ນຖານ​ໂຄງລ່າງ ​ແລະ ບັນດາ​ການ​ບໍລິການ​ສາທາລະນະ​ທີ່​ຈຳ​ເ​ປັນຄື ​ໄຟຟ້າ, ​ໂຮງຮຽນ, ສຸກສາລາ, ນ້ຳ​ສະອາດ, ຍົກ​ສູງ​ຊີວິດ​ວັດທະນະທຳ.

ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຜົນງານພື້ນຖານຂອງສິດທິມະນຸດຫວຽດນາມ - ảnh 2
(ພາບປະກອບ)

​ໂຄງການ 135 ຍັງ​ລົງທຶນ​​ໃຫ້​ແກ່​ບັນດາ​ໝູ່​ບ້ານ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດຊຶ່ງ​ຂຶ້ນ​ກັບ 45 ​ແຂວງ, ນະຄອນ​ເພື່ອ​ສ້າງ​ການ​ຫັນປ່ຽນການ​ຜະລິດ​ຢ່າງວ່ອງ​ໄວ, ຊຸກຍູ້​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ກະ​ສີ​ກຳ​ຕາມ​ທິດ​ການ​ຜະລິດ​ຕິດ​ພັນ​ກັບຕະຫຼາດ; ປົວແປງ ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ; ຫຼຸດຜ່ອນຄວາມ ຜິດໂຕນ ກ່ຽວກັບການພັດທະນາລະຫວ່າງບັນດາເຜົ່າ ແລະ ລະຫວ່າງບັນດາເຂດຢູ່​ພາຍ​ໃຍ​ປະ​ເທ​ດ. ສ່ວນ​ໃນ​ໄລຍະ​ປະຈຸ​ບັນ, ບັນດາ​ໂຄງການ ​ແລະ ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກຂອງ​ຫວຽດນາມ​ເລັ່ງ​ໃສ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ ​ແລະ ທຳ​ມາ​ຫາ​ກິນ​ເພື່ອ​​ເພີ່ມລາຍ​ຮັບ​ໃຫ້​ແກ່​ຄົນ​ທຸກ​ຍາກ, ​ເພີ່ມ​ທະວີ​ຄວາມ​ສາມາດ​ສຳ​ພັດ​ຂອງ​ຄົນ​ທຸກ​ຍາກ​ສຳລັບ​ບັນດາ​ການ​ບໍລິການ​ສັງຄົມ, ​ເພີ່ມ​ທະວີ​ຄວາມ​ສາມາດ ​ແລະ ຍົກ​ສູງ​ລະດັບຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ຢູ່​ບັນດາ​ເຂດ​ທຸກ​ຍາກ. ຄົນ​ທຸກ​ຍາກ​ໄດ້​ຮັບ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ສິນ​ເຊື່ອ, ພັດທະນາ​ການ​ຜະລິດ​ກະ​ສີ​ກຳ, ພື້ນຖານ​ໂຄງ​ລ່າງ, ສຶກສາ ​ແລະ ສາທາລະນະ​ສຸກ.

   ໝາກຜົນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ເປັນ​ໜ້າ​ປະ​ທັບ​ໃຈ​ທີ່​ມີ​ຕໍ່​ປະຊາ​ຄົມ​ໂລກ.

   ຖ້າ​ຫາກ​ໃນ​ປີ 1993, ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ​ກວ່າ​ໝູ່​ໃນ​ໂລກ​ດ້ວຍລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ແມ່ນ​ພຽງ​ປະມານ 100 USD  ​ແລະ ມີ​ບັນດາ​ດັດຊະນີ​ຕ່ຳ​ກ່ຽວ​ກັບ​ການ​ພັດທະນາ​ສັງຄົມ​ນັ້ນ, ​ແຕ່​ປະຈຸ​ບັນ, ຫວຽດນາມ​ແມ່ນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ພວມ​ບືນ​ຕົວ​ຂຶ້ນ, ດ້ວຍພື້ນຖານ​ເສດຖະກິດ​ມີ​ຂອບ​ຂະໜາດ​ເກືອ​ບ 154 ຕື້ USD ​ແລະ ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ແມ່ນ​ປະມານ 1.700 USD. ອັດຕາ​ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ຜ່ອນ​ຈາກ 58% ​ໃນ​ປີ 1993 ລົງ​ເຫຼືອ​ພຽງ​ປະມານ 7,6 % ​ໃນ​ປີ 2013 ດ້ວຍ​ຈຳນວນ​ກວ່າ 30 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ນະ​ໂຍບາຍລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກຂອງ​ຫວຽດນາມ​ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ຊ່ວຍ​ເພີ່ມ​ລາຍ​ຮັບ​ໃຫ້​ຜູ້​ທຸກ​ຍາກ​ເທ​ົ່ານັ້ນ, ຫາກ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ປົວ​ແປງ​ການ​ທຳ​ມາ​ຫາ​ກິນ​ລຽ້ງຊີບ ​ແລະ ຊົມ​ໃຊ້​ບັນດາ​ການ​ບໍລິການ​ສັງຄົມ​ຄື​ສຸຂາພິບານ, ການ​ສຶກສາ, ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງຄົມ, ລັດ​ກໍ​ໄດ້​ເ​ປີດ​ກ້ວາງ​ເປົ້າໝາຍ​ຮັບ​ເງິນ​ອຸດ​ໜູນ​ສັງຄົມ​ເປັນ​ປະຈຳ ​ໃຫ້​ຂຶ້ນ​ເຖິງ​ກວ່າ​ 2,5 ລ້ານ​ຄົນ, ​ເພີ່ມ​ລະດັບ, ​ເປີດ​ກ້ວາງ​ເປົ້າ​ໝາຍ​ໜູນ​ຊ່ວຍ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​, ໜູນ​ຊ່ວຍ​ຄ່າ​ໃຊ້​ຈາ​ຍ​ໃນ​ການ​ຮ່ຳຮຽນ, ດຳ​ເນີນ​ຊີວິດ​ໃຫ້​ແກ່​ເດັກນ້ອຍ...ຕາມ​ການ​ຕີ​ລາຄາ​ຂອງ​ສະຫະ​ປະຊາ​ຊາດ​ແລ​້ວ, ຫວຽດນາມ​ພວມ​ຢືນ​ອັນ​ດັບ​ທີ 6 ​ໃທົ່ວ​ໂລກ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ເພາະວ່າ​ໄດ້​ບັນລຸ 5 ​ໃນ​ຈຳນວນ 8 ​ເປົ້າ​ໝາຍພັດທະນາ​ສະຫັດ​ສະ​ວັດ ( MDG) ​ໃນ​ເບື້ອງ​ຕົ້ນ ​ແລະ ພວມ​ຢູ່​ໃນ​ໄລຍະ​ທາງ​ສຳ​ເລັດ 3 ​ເປົ້າ​ໝາຍ​ໃຫ້​ໝົດ​ໃນ​ປີ 2015.

     ໝາກຜົນ​ແຫ່ງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກສະ​ແດງ​ໃຫ້​ເຫັນ​ລັກສະນະ​ດີ​ເລີດ​ຂອງ​ລັດ​ຫວຽດນາມ.

    ປະຫວັດສາດ​ໂລກ​ໃຫ້​ເຫັນ​ວ່າ ບັນດາ​ປະ​ເທດ​ໃດ​ທີ່​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັ້ນ, ກໍ​ສາມາດ​ຮັກສາ​ສະຖຽນ​ລະ​ພາບ​ໄດ້, ມີ​ເງື່ອນ​ໄຂ​ເພື່ອ​ພັດທະນາ. ​ເລື່ອງ​ຫັນ​ສິດທິ​ມະນຸດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ແມ່ນ​ຂຶ້ນ​ກັບ​ໝາກຜົນ​ແຫ່ງ​ການລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​, ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ. ໝາກຜົນ​ແຫ່ງການລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ ກໍ​ແມ່ນພະຍານ​ຫຼັກ​ຖານ​ເກ້ັຍກອມ​ດີ​ທີ່​ສຸດ​ເພື່ອ​ຢັ້ງຢືນ​ລັກສະນະ​ດີ​ເລີດ​ຂອງ​ລັດ​ຫວຽດນາມ. ດ້ວຍ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​​ໃນ​ຂົງ​ເຂດລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ,  ຫວຽດນາມ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃນ​ອາຍຸ​ການ​ແມ່ນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ແລະ ​ເຂົ້າ​ຮ່ວມ​ທຸກໆ​ກົນໄກສຳ​ຫຼວດກວດກາ​ປະຈຳ​ຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ແບ່ງປັນ​ບັນດາ​ບົດຮຽນ ​ແລະ ບັນດາ​ຄຸນຄ່າ​ຂອງ​ຜົນສຳ​ເລັດ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ