ລະດົມລະບົບການເມືອງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງ12 ຂອງພັກກອມມູນິດຫວຽດນາມ

ໃນ​ວັນ​ທີ 22 ມີ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ໋ອງ ໄດ້ເຊັນ​ປະ​ກາດ​ໃຊ້​​ຄຳ​ສັ່ງ “ກ່ຽວ​ກັບ​ການ​ຮ່ຳ​ຮຽນ, ​ຊາບ​ຊຶມ, ໂຄ​ສະ​ນາ, ຜັນ​ຂ​ະ​ຫຍາຍ​ປະ​ຕິ​ບັດ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ ຄັ້ງ​ທີ 12 ຂອງ​ພັກ”. ນີ້​ແມ່ນບັ້ນ​ດຳ​ເນີນຊ​ີ​ວິດ​ການ​ເມືອງທີ່ກ້​ວາງ​ເລິກ, ມີ​ຄວາມ​ໝາຍ, ຄວາມ​ສຳ​ຄັນ​ພິ​ເສດ, ແນ​ໃສ່​ສ້າງການ​ຫັນ​​ປ່ຽນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ​ເປັນເອ​ກະ​ພາບ​ທາງ​ດ້ານເຈດ​ຈຳ​ນົງ ແລະ ການ​ກະ​ທຳ​ໃນ​ພັກ ແລະ ການ​ເຫັນ​ດີ​ເຫັນ​ພ້ອມ​​ໃນ​ໝູ່​ປະ​ຊາ​ຊົນ, ສ້າງ​ກຳ​ລັງ​ແຮງ​ດ້ານ​ວັດ​ຖຸຂອງ​ທັງ​ຊາດ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ  ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

 

ລະດົມລະບົບການເມືອງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງ12 ຂອງພັກກອມມູນິດຫວຽດນາມ - ảnh 1
ບັນ​ດາ​ຜູ້​ແທນ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາມະ​ຕິກອງ​ປະ​ຊຸມໃຫຍ່​ ຄັ້ງ​ທີ 12 ຂອງ​ພັກ          (baolaodong)

       ກອງ​ປະ​ຊຸມໃຫຍ່​ຜູ້​ແທນທົ່ວ​ປະ​ເທດ ຄັ້ງ​ທີ 12 ຂອງ​ພັກ ດຳ​ເນີນ​ໄປໃນ​ລະ​ຫວ່າງ​ວັນ​ທີ 20-28 ມັງ​ກອນ ປີ 2016, ຢູ່ ຮ່າ​ໂນ້ຍ. ບັນ​ດາ​ເອ​ກະ​ສາ​ນ ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 12 ທີ່​ໄດ້ຮັບ​ຮອງ​ເອົາ ສືບ​ຕໍ່​ຢັ້ງ​ຢືນ, ​ສ້າງ​ທັດ​ສະ​ນະ, ແນວ​ທາງ​ປ່ຽນ​ແປງ​ໃໝ່ ​ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມໃຫ້​ສົມ​ບູນ​ແບບ.

       ເຫັນ​ດີ​ເປັນ​ເອ​ກະ​ພາບ ກ່ຽວ​ກັບ​ຄວາມ​ຮັບ​ຮູ້

ກົມ​ການ​ເມືອງ ​ໄດ້ກຳ​ນົດ​ການ​ຮ່ຳ​ຮຽນ, ​ຊາບ​ຊຶມ, ໂຄ​ສະ​ນາ, ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ ແມ່ນ​ໜ້າ​ທີ່​ຈຸດ​ສຸມ ໃນ​ປີ 2016, ຈຳ​ເປັນ​ຕ້ອງ​ໄດ້​ ຮ​ັບ​ການ​ຈັດ​ຕັ້ງ​ແບບ​ແທດ​​ຈິງ, ມີ​ປະ​ສິດ​ທິ​ຜົນ; ຮັບ​ປະ​ກັນ​ເພື່ອ​ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກແຕ່​ລະ​ຄົນ, ເປັນ​ຕົ້ນ​ແມ່ນ​ພະ​ນັກ​ງານຫຼັກ​ແຫຼ່ງ​​ຂັ້ນຕ່າງໆ ກຳ​ແໜ້ນ ແລະ ປະ​ຕິ​ບັດ​ ມະ​ຕິ​ຊຶ່ງກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ, ຢ່າງ​ຖືກ​ຕ້ອງ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ສອດ​ຄ່ອງ​ກັບ​ ​ສະ​ພາບ​ການ ແລະ ເງື່ອນ​ໄຂ​ຕົວ​ຈິງ ຂອງ​ທ້ອງ​ຖິ່ນ, ອົງ​ການ, ຫົວ​ໜ່ວຍ.

​ການຈັດ​ຕັ້ງການ​ຮ່ຳ​ຮຽນ, ​ຊາບ​ຊຶມ, ໂຄ​ສະ​ນາ, ຜັນ​ຂ​ະ​ຫຍາຍ​ປະ​ຕິ​ບັດ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ໄດ້​ດຳ​ເນີ​ນ​ຢ່າງເຂັ້ມ​ງວດ, ກ້​ວາງ​ເລິກ, ແທ້​ຈິງ, ປະ​ກອບ​ສ່ວນ​ສຳ​ຄັນເຂົ້າ​ໃນ​ການ​ຍົກ​ສູງ​ລະ​ດັບ​ຄວາມ​ຮັບ​ຮູ້​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ​ໃຫ້​​ພະ​ນັກ​ງານ, ສ​ະ​ມາ​ຊິກ​ພັກ ແລະ ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ; ຕໍ່​ສູ້​ຕ້ານ​ບັນ​ດາຖ​້ອຍ​ທຳ​ນອງ​ທີ່ເປັນ​ປໍ​ລະ​ປັກ, ຜິດ​ພາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປົກ​ປ້ອງ​ທັດ​ສະ​ນະ, ​ແຜນນະ​ໂຍ​ບາຍ, ແນວ​ທາງ​ປ່ຽນ​ແປງ​ໃໝ່​ຢ່າງ​ຖືກ​ຕ້ອງ, ​ມີວິ​ທະ​ຍາ​ສາດ ແລະ ປະ​ຕິ​ວັດ​ຂອງ​ພັກ.

      ເພື່ອ​ຮ່ຳ​ຮຽນ, ຊາບ​ຊຶມ, ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ມີ​ຄຸນ​ນະ​ພາບ​ສູງນັ້ນ, ກ່ອນ​ອື່ນ​ໝົດ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ​ຕ້ອງ​ກຳ​ແໜ້ນ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ, ຫຼັກ​ແຫຼ່ງ​ໄດ້​ຖືກ​ກຳ​ນົດ​ໃນ​ເອ​ກະ​ສານ ແລະ ມະ​ຕິ. ນີ້​ແມ່ນ​ພື້ນ​ຖານ, ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄະ​ນະ​ພັກ​ຂັ້ນ​ຕ່າງໆ​ຈັດ​ຕັ້ງ​ຮ່ຳ​ຮຽນ, ຊາບ​ຊຶມ, ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຢູ່​ແຕ່​ລະ​ທ້ອງ​ຖິ່ນ, ຫົວ​ໜ່ວຍ.

    ໃນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຢ່າງ​ມີ​ໄຊ​ນັ້ນ, ໜ້າ​ທີ່​ເປັນ​ຂໍ້​ກຸນ​ແຈ​ແມ່ນ​ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ ແມ່ນ​ເພີີ່ມ​ທະ​ວີ​ການ​ເບິ່ງ​ແຍງວຽກ​ງານກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ສະ​ກັດ​ກັ້ນ​ຍູ້​ຖອຍ​ສະ​ພາບ​ເຊື່ອມ​ທາດ​ຂາດ​ຄຸນ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ, ຜູດ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ປະ​ຊາ​ຊົ​ນ. ຕາມນັ້ນ​ແລ້ວ, ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຕ້ອງ​ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ເທື່ອ​ທີ 4 ຊຸດ​ທີ 11ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ ແລະ ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ​ຊຸດ​ທີ 11 ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ. ປະ​ຕິ​ບັດ​ເອ​ກະ​ສານ 2 ສະ​ບັບ​ນີ້​ເປັນ​ຢ່າງ​ດີນັ້ນ ກໍ​ເປັນ​ການ​ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ແນວ​ຄິດ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັກ, ຕໍ່​ປະ​ຊາ​ຊົນ​ໃນ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່ລະ​ຄົນ, ສ້າງ​ການ​ແຜ່​ຂະ​ຫຍາຍ​ຢ່າງກວ້າງ​ເລິກ​ໃນ​ທົ່ວ​ສັງ​ຄົມ. ທ່ານ​ບຸຍ​ວັນ​ຕີງ ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 12, ເລ​ຂາ​ຄະ​ນະ​ພັກ​ແຂວງ​ຮ່​ວາ​ບີງ ໃຫ້​ຮູ້​ວ່າ : 

    “ ພວກ​ຂ້າ​ພະ​ເຈົ້າຈະ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ, ແຜນ​ຮ່າງ​ລະ​ອຽດ​ເພື່ອ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກໍ​ຄື​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 16 ຂອງອົງ​ຄະ​ນະ​ພັກແຂວງ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ວຽກ​ງານກໍ່​ສ້າງ​ພັກ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ”

     ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ກະ​ທຳ

   ຈາກ​ການ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ, ກຳ​ແໜ້ນເນື້ອ​ໃນ ແລະ ລະ​ບົບ​ວິ​ທີ​ການ​ແກ້​ໄຂ, ຄະ​ນະ​ພັກ​ຂັ້ນ​ຕ່າງໆ​ຄົ້ນ​ຄ້​ວາ​ສ້າງ​ແຜນ​ການ, ໂຄງ​ການ​ດຳ​ເນີນ​ງານ​ໃຫ້​ສອດ​ຄ່ອງ​ກັບ ແລະ ຕິດ​ແທດ​ຕົວ​ຈິງ. ຄະ​ນະ​ພັກ​ແຕ່​ລະ​ຂັ້ນ ກຳ​ນົດ​ແຈ້ງ​ກ່ຽວ​ກັບ​ເນື້ອ​ໃນ, ຮູບ​ການ, ບາດ​ກ້າວ​ເດີນ​ທີ່​ສອດ​ຄ່ອງ, ເລືອກ​ເຟັ້ນ​ຂອດ​ບຸກ​ທະ​ລຸ, ບັນ​ຫາ​ຈຸດ​ສຸມ, ຫຼີກ​ລ້ຽງ​ກະ​ແຈກ​ກະ​ຈາຍ. ນີ້​ແມ່ນ​ຄວາມ​ຕ້ອງ​ການ​ຢ່າງ​ສູງ​ສຸດ, ຈຳ​ເປັນ​ຕ້ອງ​ມີ​ຄວາມ​ສາ​ມາດ​ດ້ານ​ຈີນ​ຕະ​ນາ​ການ, ລະ​ດັບ​ຄວາມ​ຮູ້ ແລະ ສະ​ຕິ​ປັນ​ຍາ​ຂອງ​ຖັນ​ແຖວ​ກຳ​ມະ​ການ​ໃນ​ຄະ​ນະ​ພັກ, ໂດຍກົງແມ່ນ​ເລ​ຂາ​ຄະ​ນະ​ພັກ​ແຕ່ລະ​ຂັ້ນ. ຈາກນັ້ນ ກໍ​ສ້າງ​ເປັນ​ຂະ​ບວນ​ແຂ່ງ​ຂັນ​ຢ່າງ​ຟົດ​ຟື້ນ​ໃນ​ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ, ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ, ໜ້າ​ທີ່​ທີ່​ວາງ​ອອກ​ຢ່າງ​ມີ​ໄຊ, ໃນ​ສະ​ເພາະ​ໜ້າ​ຕ້ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​​ເປັນຢ່າງດີ, ເປັນ​ຕົ້ນ​ແມ່ນ​ບັນ​ຫາ​ທີ່​ແທດ​ຈິງ ແລະ ສຳ​ຄັນ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ທ່ານ ຫງວຽນ​ວັນ​ຢູ ​ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ແຂວງໆ ບັກ​ກ້ານ ຢືນ​ຢັນ​ວ່າ :

   “  ພວກ​ຂ້າ​ພະ​ເຈົ້າ​ມີ​ໜ້າ​ທີ່​ຖ່າຍ​ທອດ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ແກ່​ອົງ​ຄະ​ນະ​ພັກ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ແຂວງ​ບັກ​ກ້ານ ແລະ ສ້າງ​ແຜນ​ການ​ຜັນ​ຂະ​ຫຍາຍ​ເພື່ອ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກໃຫ້​ເປັນ​ຢ່າງ​ດີ. ປັບ​ປຸງ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ອົງ​ຄະ​ນະ​ພັກ​ແຂວງ​ໃຫ້​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ, ວິ​ທີ​ການ​ແກ້​ໄຂ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ພະ​ຍາ​ຍາມ​ດ້ວຍ​ຄວາມ​ສຸດ​ໃຈ​ຂອງ​ສ່ວນ​ບຸກ​ຄົນ​ຈະ​ສຸມ​ກຳ​ລັງ​ພ້ອມ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊີ້​ນຳ​ນຳ​ພາ​ປະ​ເທດ​ຊາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ”

    ທ່ານ ເລດິງ​ເຊີນ , ກຳມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ແຂວງໆ ຮ່າ​ຕິ້ງ ໃຫ້​ຮູ້​ວ່າ ຮ່າ​ຕິ້ງ​ຈະ​ຍາດ​ແຍ່ງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ, ຕັດ​ສິນ​ໃຈ​ນັ​ບ​ແຕ່​ຊຸມ​ເດືອນ​ຕົ້ນ​ປີ​ເພື່ອ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ.    ທ່ານ ເລດິງ​ເຊີນ , ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ແຂວງໆ ຮ່າ​ຕິ້ງ ໃຫ້​ຮູ້​ວ່າ : 

    “ ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ ແລະ ປ່ຽນ​ແປງ​ໃໝ່​ໃນ​ອາ​ຍຸ​ການນີ້, ພິ​ເສດມີ​ໜ້າ​ທີ່​ສຳ​ຄັນ​ນຳ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ. ບົນ​ພື້ນ​ຖານນີ້, ຮ່າ​ຕິ້ງ​ສຸມ​ກຳ​ລັງ​ຢ່າງ​ສູງ​ໃຫ້​ແກ່​ເປົ້າ​ໝາຍ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ສູ້​ຊົນຮອດ​ປີ ​2020 ຈະ​ພັດ​ທະ​ນາ​ໄວ ແລະ ​ໝັ້ນ​ຄົງກວ່າ ”

        ການ​ປ​ະຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ປະ​ຕິ​ບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ຄື ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ​ສັງ​ຄົມ​ນິ​ຍົມ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ, ເພື່ອ​ເປົ້າ​ໝາຍ “ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸດ​ຕິ​ທຳ ແລະ ສີ​ວິ​ໄລ”

ຕອບກັບ

ຂ່າວ/ບົດ​ອື່ນ