ທ່ານ Kofi Annan
(ພາບ: internet)
|
vovworld- ທູດພິເສດຮ່ວມສະຫະປະຊາຊາດ ແລະ ສະຫະພັນອາຣັບ, ອະດີດເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Kofi Annan ໄດ້ປະສົບຜົນສຳເລັດເບື້ອງຕົ້ນໃນຄວາມມານະພະຍາຍາມຂອງຕົນເພື່ອແກ້ໄຂວິກິດການທີ່ແກ່ຍາວເປັນເວລາກ່ວາ 1 ປີຜ່ານມາຢູ່ຊີຣີ. ນັ້ນແມ່ນຄວາມເຫັນດີຂອງອຳນາດການປົກຄອງ Damascus ເມື່ອວັນທີ 27/3 ຕໍ່ແຜນການລວມມີ 6 ຂໍ້ ໂດຍທ່ານ Kofi Annan ນຳສະເໜີ ແນໃສ່ຢຸດຕິການປະທະກັນຢູ່ປະເທດຕາເວັນອອກກາງນີ້. ນີ້ຖືກຖືວ່າ ແມ່ນບາດລ້ຽວດ້ວຍຄວາມຫວັງຊອກຫາທາງອອກໃຫ້ແກ່ວິກິດການຢູ່ ຊີຣີ ໃນປະຈຸບັນ.
ເຫດການນີ້ຖືກຖືວ່າ ແມ່ນບາດກ້າວບຸກທະລຸທາງການທູດ, ຍ້ອນວ່າກ່ອນໜ້ານັ້ນ, ຄວາມເປັນຫ່ວງກັງວົນຕໍ່ໄພອັນຕະລາຍເກີດສົງຄາມກາງເມືອງທີ່ນອງເລືອດ ແລະ ມີຂອບຂະໜາດໃຫຍ່ກ່ວາໄດ້ມໍ່ເຂົ້າໄກ້. ກ່ອນທີ່ຈະເດີນທາງໄປຍັງ Seoul ປະເທດ ສ.ເກົາຫຼີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ, ວັນທີ 25/3, ປະທານາທິບໍດີລັດເຊຍ Dmitry Medvedev ໄດ້ຖືວ່າ ນີ້ອາດຈະແມ່ນກາລະໂອກາດສຸດທ້າຍຂອງຊີຣີ. ແລະ ທຸກສິ່ງທຸກຢ່າງທີ່ເກີດຂຶ້ນນັ້ນ, ຫາງສຽງກໍຖືວ່າ ອຳນາດການປົກຄອງຂອງປະນາທາທິບໍດີຊີຣີ Bashar al-Assad ໄດ້ຮູ້ຍາດແຍ່ງກາລະໂອກາດ ເພື່ອຜ່ອນຄາຍຄວາມເຄັ່ງຕຶງທີ່ພວມຢູ່ໃນລະດັບສູງສຸດ.
ການປະທະກັນໄດ້ເຮັດໃຫ້ເສດຖະກິດຂອງຊີຣີຕົກຕຳ່ຖອຍຫຼັງ
|
ຕາມແຜນການຂອງທ່ານ Kofi Annan, ການປະທະກັນລະຫວ່າງບັນດາຝ່າຍຕ້ອງຢຸດຕິລົງ ແລະ ໂດຍແມ່ນສະຫະປະຊາຊາດເປັນຜູ້ຕິດຕາມກວດກາ; ບັນດາກຳລັງລັດຖະບານຊີຣີຈະຖອນທະຫານ ແລະ ອາວຸດປະເພດໜັກອອກຈາກບັນດານະຄອນທີ່ເກີດການແຫ່ຂະບວນປະທ້ວງ; ຕ້ອງຢຸດຕິການປະທະກັນໃນເວລາຢ່າງໜ້ອຍ 2 ຊົ່ວໂມງຕໍ່ວັນເພື່ອປະຕິບັດການຊ່ວຍເຫຼືອມະນຸດສະທຳຢູ່ບັນດາບໍລິເວນຮັບຜົນສະທ້ອນ, ປ່ອຍຕົວບັນດາຜູ້ຖືກຈັບກຸມໃນການປະທະກັນເປັນເວລາ 1 ປີທີ່ຜ່ານມາ; ກ້າວໄປເຖິງການສົນທະນາຫາລືດ້ານການເມືອງລະຫວ່າງລັດຖະບານ ແລະ ຝ່າຍຄ້ານ. ຂໍ້ສະເໜີດັ່ງກ່າວບໍ່ວາງກຳນົດເວລາໃຫ້ແກ່ ອຳນາດການປົກຄອງຊີຣີປະຕິບັດບັນດາຂໍ້ສະເໜີນີ້, ກໍຄືບໍ່ຮຽກຮ້ອງ ປະນາທາທິບໍດີຊີຣີ Bashar al-Assad ລາອອກຈາກຕຳແໜ່ງ. ນີ້ຖືກຖືວ່າແມ່ນຈຸດແຕກຕ່າງກັນຢ່າງສິ້ນເຊິ່ງເມື່ອທຽບໃສ່ກັບບັນດາຂໍ້ສະເໜີຂອງຝ່າຍຕາເວັນຕົກກ່ອນໜ້ານັ້ນ. ຕາມທ່ານ Kofi Annan ແລ້ວ, ມີພຽງແຕ່ຊາວຊີຣີ ຈຶ່ງສາມາດຕັດສິນຊາຕາກຳຂອງ ປະນາທາທິບໍດີຊີຣີ Bashar al-Assad ເທົ່ານັ້ນ. ບັນຫາປະຈຸບັນ ແມ່ນບັນດາຝ່າຍຄ້ານຕ້ອງດຳເນີນການເຈລະຈາເພື່ອຢຸດຕິການປະທະກັນ. ນັ້ນຈະແມ່ນ “ຂໍ້ກຸນແຈພາໄປເຖິງສັນຕິພາບ” ບໍ່ພຽງແຕ່ສຳລັບປະຊາຊົນຊີຣີເທົ່ານັ້ນ, ຫາກຍັງສຳລັບທົ່ວພາກພື້ນ ແລະ ປະຊາຄົມໂລກອີກດ້ວຍ. ດ້ວຍຂໍ້ສະເໜີດັ່ງກ່າວ, ຝ່າຍຄ້ານຢູ່ຊີຣີກໍໄດ້ມີບັນດາການກະທຳຢ່າງຕັ້ງໜ້າ. ວັນທີ 27/3, ຝ່າຍຄ້ານທັງໝົດຢູ່ປະເທດນີ້ໄດ້ເຫັນດີເປັນເອກະສັນກັນແຕ່ງຕັ້ງ ສະພາຊົນ ຊາດ ຊີຣີ (SNC) ເປັນຕົວແທນຂອງເຂົາເຈົ້າ ແລະ ຮຽກຮ້ອງ ປະນາທາທິບໍດີຊີຣີ Bashar al-Assad ຈົ່ງຖອນບັນດາລົດຖັງອອກເພື່ອສະແດງໃຫ້ເຫັນວ່າ ທ່ານມີຄວາມຫວັງຢາກມີສັນຕິພາບຢ່າງແທ້ຈິງ. ຖະແຫຼງການຖືກອ່ານຕໍ່ໜ້າວົງການນັກຂ່າວໃນເວລາສິ້ນສຸດກອງປະຊຸມບັນດາຝ່າຍຄ້ານທີ່ຈັດຂຶ້ນໃນວັນທີ 26,27/3 ຢູ່ອິສຕານບຸນ ປະເທດເຕິກກີ.
ພາຍຫຼັງທີ່ມີຂໍ້ຕົກລົງຂອງຊີຣີ, ປະຊາຄົມໂລກໄດ້ມີປະຕິກິລີຍາຢ່າງຕັ້ງໜ້າ. ເມື່ອສະແດງປະຕິກິລີຍາຂອງຕົນ, ອາເມລິກາໄດ້ຣຽກຮ້ອງຊີຣີ “ ຕ້ອງເຮັດໃຫ້ຄຳເວົ້າກາຍເປັນການກະທຳ ”. ໂຄສົກທຳນຽບຂາວ ທ່ານ Victoria Nuland ໄດ້ຕີລາລາວ່າ ຂໍ້ຕົກລົງຂອງ ອຳນາດການປົກຄອງຊີຣີແມ່ນ “ ບາດກ້າວເດີນທີ່ສຳຄັນ ”. ຢູ່ລອນດອນ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ William Hague ໄດ້ຕີລາຄາວ່າ ເລື່ອງທ່ານ Bashar al-Assad ຍອມຮັບຕໍ່ແຜນການສັນຕິພາບແມ່ນ “ ບາດກ້າວເດີນທີ່ສຳຄັນທຳອິດ ” ມຸ່ງໄປສູ່ການຢຸດຕິການໃຊ້ຄວາມຮຸ່ນແຮງ ແລະ ຖືວ່າ ເລື່ອງນີ້ຕ້ອງໄດ້ຮັບການປະຕິບັດຢ່າງຈິງໃຈ ແລະ ເຂັ້ມງວດ. ເອກອັກຄະລັດຖະທູດ ສ. ສະຫະພັນເຢັຍລະມັນປະຈຳ ສະຫະປະຊາຊາດ ທ່ານ Peter Wittig ເນັ້ນໜັກວ່າ ການກະທຳລະອຽດຂອງຊີຣີຈະພິສູດໃຫ້ເຫັນເຈດຕະນາດີຂອງເຂົາເຈົ້າ. ທ່ານ Mohammed Loulichki ເອກອັກຄະລັດຖະທູດ Morocco ປະຈຳສະຫະປະຊາຊາດ, ຜູ້ຕາງໜ້າສະຫະພັນອາຣັບປະຈຳ ສະຫະປະຊາຊາດສະແດງຄວາມປາດທະໜາວ່າ “ ນີ້ຈະແມ່ນການລິເລີ່ມຂອງກຳລັງຊຸກຍູ້ທີ່ນຳມາເຊິ່ງສັນຍານທີ່ດີງາມໃຫ້ແກ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ”
ເປັນທີ່ຈະແຈ້ງແລ້ວວ່າ: ຄວາມຫວັງຕໍ່ພື້ນຖານສັນຕິພາບ, ຄວາມມີສະຖຽນລະພາບສຳລັບຊີຣີ ໄດ້ກາຍເປັນຄວາມມຸ່ງຫວັງຂອງປະຊາຄົມໂລກ.ຍ້ອນວ່າ ຈາກບັນດາຕົວເລກຖືກສະຖີຕິ, ໄດ້ສະແດງໃຫ້ເຫັນເຖິງຄວາມຮ້າຍແຮງຂອງການປະທະກັນ, ຄວາມເສຍຫາຍທີ່ປະຊາຊົນຕ້ອງປະເຊີນໜ້າ. ໄລ່ມາຮອດຈຸດເວລານີ້, ໄດ້ມີຊາວຊີຣີ ກ່ວາ 9000 ຄົນເສຍຊີວິດຍ້ອນການໃຊ້ຄວາມຮຸ່ນແຮງ, ໃນຂະນະນັ້ນ, ກະແສຟອງຫຼົບໄພກໍເພີ່ມຂຶ້ນສູງ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພາະສະນັ້ນ ເລື່ອງຍອມຮັບແຜນການສັນຕິພາບຂອງ ທູດພິເສດ Kofi Annan ແມ່ນ ບາດກ້າວເດີນທີ່ສຳຄັນ, ກ່ອນອື່ນໝົດ, ມັນອະນຸຍາດໃຫ້ບັນດາອົງການສາກົນແຈກຢາຍເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງປະຊາຊົນຢູ່ແຫ່ງນີ້.
ຫາງສຽງຖືວ່າ ບັນດາໝາກຜົນເບື້ອງຕົ້ນໃນຄວາມມານະພະຍາຍາມຂອງ ທູດພິເສດ Kofi Annan ແມ່ນສັນຍານອັນຕັ້ງໜ້າ, ສ້າງທ່ວງທ່າໃຫ້ແກ່ວິວັດທະນາການໄກ່ເກ່ຍ, ຢຸດຕິການປະທະກັນຖ້າຫາກບັນດາຝ່າຍມີເຈດຕະນາດີ ແລະ ຄວາມຕັດສິນໃຈອັນດຽວກັນ.