ໂຮງງານໄຟຟ້ານິວເຄຼຍ Bushehr ຂອງ ອີຣານ (ພາບ:Reuters )
|
ອີຣານ ແລະ ກຸ່ມ P5+1 ຊຶ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະເຢັຍລະມັນ ຈະດຳເນີນການເຈລະຈາຮອບໃໝ່ໃນກາງເດືອນເມສານີ້, ເພື່ອຊອກຫາທິດກ້າວເດີນ ແລະ ວິທີການແກ້ໄຂວິກິດການນິວເຄຼຍຢູ່ອີຣານ. ຫາງສຽງມີຄວາມເຊື່ອໝັ້ນຕໍ່ບັນດາສັນຍານອັນຕັ້ງໜ້າຈາກບັນດາຝ່າຍທີ່ກ່ຽວຂ້ອງເພື່ອເປີດຊ່ອງທາງແກ້ໄຂສະພາບບໍ່ມີທາງອອກໃນປະຈຸບັນ. ແຕ່ກຳລັງດັນຈາກ 2 ຝ່າຍທີ່ເກີດຂຶ້ນກ່ອນການພົບປະນັ້ນ, ໄດ້ ແລະ ພວມເປັນເງົາມືດທຳລາຍໝາກຜົນແຫ່ງການເຈລະຈາ.
ວັນທີ 4/4 ກະຊວງການຕ່າງປະເທດ ອີຣັກ ໃຫ້ຮູ້ວ່າ ອຳນາດການປົກຄອງຂອງປະທານາທິບໍດີ ອີຣານ Mahmoud Ahmadinejad ໄດ້ສະເໜີ ແບກແດດ ເປັນເຈົ້າພາບຈັດການເຈລະຈາຮອບນີ້. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອິຣັກ Hoshyar Zebari ຢືນຢັນວ່າ ພ້ອມແລ້ວທີ່ຈະເປັນປະທານກອງປະຊຸມ ແລະ ຈະຕິດຕໍ່ພົວພັນກັບບັນດາຝ່າຍທີ່ກ່ຽວຂ້ອງ. ນີ້ຖືກຖືວ່າ ແມ່ນການຜັນແປຫຼ້າສຸດຂອງວິກິດການນິວເຄຼຍນີ້, ເພາະວ່າ ກ່ອນໜ້ານັ້ນ, ອີຣານ ແລະ ວົງການເຈົ້າໜ້າຝ່າຍຕາເວັນຕົກ ໄດ້ເລືອກເອົານະຄອນ Istanbul ປະເທດຕວກກີ ເປັນສະຖານທີດຳເນີນການເຈລະຈາ. ຫາງສຽງສາກົນຖືວ່າ ນີ້ພຽງແຕ່ແມ່ນ 1 ໃນບັນດາປັດໃຈສ້າງຄວາມຫວັງຕໍ່ໝາກຜົນຂອງການເຈລະຈາ. ບັນຫາທີ່ສຳຄັນທີ່ສຸດໃນປະຈຸບັນ ແມ່ນເນື້ອໃນການເຈລະຈາ ແລະ ເຈດຕະນາດີຂອງທຸກໆຝ່າຍ.
ແຕ່ສະພາບການປະຈຸບັນ ແມ່ນບໍ່ນຳມາເຊິ່ງຄວາມຫວັງທີ່ໜ້າຊົມຊື່ນໃດໆ ໃຫ້ແກ່ວົງການນັກສັງເກດການ. ລະຫວ່າງອີຣານ ແລະ ບັນດາປະເທດຝ່າຍ ຕາເວັນຕົກ, ພິເສດແມ່ນ ອາເມລິກາ ໄດ້ມີບັນດາການກະທຳກໍ່ກຳລັງດັນແນໃສ່ ສ້າງທ່າໄດ້ປຽບກ່ອນທີ່ 2 ຝ່າຍດຳເນີນການເຈລະຈາ. ວັນທີ 3/4 ລັດຖະມົນຕີ ການຕ່າງປະເທດອາເມລິກາ Hillary Clinton ໄດ້ສະເໜີ ອີຣານ ຈົ່ງໃຫ້ຄຳໝັ້ນສັນຍາລະອຽດທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງອີຣານຢູ່ທີ່ການເຈລະຈາທີ່ຈະມາເຖິງ. ກ່າວຄຳເຫັນເມື່ອໄປຮັບລາງວັນຢູ່ວິທະຍາຄານການທະຫານ Virginia, ລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ໃຫ້ຮູ້ວ່າ ວໍຊິງຕັນ ຈະສືບຕໍ່ສ້າງກຳລັງດັນສັງລວມທີ່ມີຕໍ່ອຳນາດການປົກຄອງອີຣານ, ນຳໃຊ້ມາດຕະການລົງໂທດຢ່າງຮອບດ້ານກ່ວາໝູ່ໃນປະຫວັດສາດ ແລະ ເຮັດໃຫ້ ເຕເຮຣານຕົກຢູ່ໃນທ່າໂດດດຽວກ່ວາເກົ່າ. ກ່ອນໜ້ານັ້ນ, ໃນທ້າຍເດືອນ 3 ແລ້ວນີ້, ປະທານາທິບໍດີອາເມລິກາ Barack Obama ໄດ້ກ່າວເຕືອນວ່າ ອີຣານບໍ່ເຫຼືອເວລາຫຼາຍເພື່ອສະແດງເຈດຕະນາດີ ແລະ ແກ້ໄຂຄວາມບໍ່ລົງລອຍກັນກັບຝ່າຍຕາເວັນຕົກໂດຍໝູນອ້ອມໂຄງການນິວເຄຼຍທີ່ກໍ່ການໂຕ້ຖຽງຂອງປະເທດນີ້ ຜ່ານວິທີທາງການທູດ. ປະທານາທິບໍດີອາເມລິກາ Barack Obama ກໍອະນຸຍາດໃຫ້ນຳໃຊ້ບັນດາມາດຕະການລົງໂທດໃໝ່ທີ່ແນໃສ່ຂະແໜງນ້ຳມັນຂອງ ອີຣານ. ຕາມນັ້ນແລ້ວ, ອາເມລິກາອາດຈະ ນຳໃຊ້ບັນດາມາດຕະການລົງໂທດສຳລັບບັນດາທະນາຄານ ແລະ ບັນດາອົງການການເງິນຕ່າງໆ ທີ່ຊື້ນ້ຳມັນຂອງ ອີຣານ. ບາດກ້າວເດີນນີ້ຖືກຖືວ່າ ຈະສົ່ງຜົນກະທົບຢ່າງຮ້າຍແຮງເຖິງ ເຕເຮຣານ, ເພາະວ່າ ໃນຂັ້ນພື້ນຖານແລ້ວ, ຈະເປັນການບັງຄັບໃຫ້ບັນດາບໍລິສັດໃນໂລກຕ້ອງເລືອກເອົາການແລກປ່ຽນຄ້າຂາຍກັບ ອາເມລິກາ ຫຼືຊື້ນ້ຳມັນຂອງ ອີຣານ. ຕາມວົງການນັກສັງເກດການແລ້ວ, ກ່ອນໜ້ານີ້, ຈີນ, ສ.ເກົາຫຼີ, ອີນເດຍ, ຝະລັ່ງ, ອັງກິດ, ແອດສປາຍ, ເກຼັກ ແລະ ອີຕາລີ ລ້ວນແຕ່ແມ່ນລູກຄ້າລາຍໃຫຍ່ທີ່ນຳເຂົ້ານ້ຳມັນຈາກ ອີຣານ ແລະ ປະຈຸບັນສາມາດປະເຊີນໜ້າກັບບັນດາມາດຕະການ ລົງໂທດຂອງ ອາເມລິກາ ຖ້າຫາກບໍ່ຫຼຸດຜ່ອນປະລິມານນ້ຳມັນທີ່ນຳເຂົ້າຈາກ ອີຣານ. ຈຸດປະສົງຕົ້ນຕໍ່ທີ່ ວໍຊິງຕັນ ມີຄວາມຫວັງແມ່ນຢາກໃຫ້ພື້ນຖານເສດຖະກິດ ອີຣານ ຊຸດໂຊມ ແລະ ບໍ່ສາມາດຟື້ນຕົວຄືນຖ້າຫາກບໍ່ປະລະເຈດຈຳນົງພັດທະນາພະລັງງານນິວເຄຼຍ. ມາຮອດປະຈຸບັນ, ສະຫະປະຊາຊາດໄດ້ຈັດວາງການລົງໂທດ ອີຣານ ເປັນ 4 ຄັ້ງແລ້ວ, ຍ້ອນລະແວງສົງໃສປະເທດນີ້ຊອກຫາວິທີຜະລິດອາວຸດນິວເຄຼຍໂດຍຜ່ານການພັດທະນາດ້ານເຕັກໂນໂລຢີ ແລະ ການເຄື່ອນໄຫວເສີມທາດ Urani. ສະຫະພາບເອີລົບ EU ແລະ ບາງປະເທດອື່ນກໍພວມຈັດວາງຄຳສັ່ງຂໍ້ວາບາດສຳລັບບັນດາທະນາຄານ, ອົງການການເງິນ ແລະ ຂະແໜງນ້ຳມັນຂອງ ອີຣານ ເພື່ອກໍ່ກຳລັງດັນບັງຄັບໃຫ້ ເຕເຮຣານ ກັບຄືນສູ່ການເຈລະຈາ.
ໃນຂະນະນັ້ນ, ອຳນາກການປົກຄອງ ເຕເຮຣານ ກໍມີບັນດາການກະທຳໂຕ້ຕອບຄືນ. ວັນທີ 3/4 ນາຍພົນ Massoud Jazayeri ຜູ້ບັນຊາການກຳລັງພິທັກປະຕິວັດ ອີຣານ ຖະແຫຼງວ່າ ອາເມລິກາ ຈະບໍ່ມີຄວາມປອດໄພຕໍ່ໜ້າການໂຈມຕີໂຕ້ຕອບຂອງ ອີຣານ ຖ້າຫາກປະເທດນີ້ຖືກ ວໍຊິງຕັນບຸກໂຈມຕີ. ກ່ອນໜ້ານັ້ນ ສາດສະດາ Ali Khamenei ຊຶ່ງແມ່ນບຸກຄົນມີສິດອຳນາດສູງສຸດຂອງ ອີຣານ ໄດ້ກ່າວຫາ ອາເມລິກາ ແລະ ບັນດາປະເທດພັນທະມິດໃນທະວີບເອີລົບ ໄດ້ປ່ຽນແປງບັນດາເຫດຜົນຂອງເຂົາເຈົ້າເພື່ອແຊກແຊງເຂົ້າ ອີຣານ ແລະ ຈຸດໝາຍຢ່າງ
ແທ້ຈິງນັ້ນ ແມ່ນແນໃສ່ຄວບຄຸມບັນດາແຫຼ່ງສະສົມນ້ຳມັນຢ່າງມະຫາສານຂອງ ອີຣານ. ຫາງສຽງມີຄວາມວິຕົກກັງວົນວ່າ ສະພາບການນີ້ ຈະພາໃຫ້ ເຕເຮຣານ ມີການກະທຳແບບຫຍໍ້ທໍ້. ລະອຽດແມ່ນການປິດປະຕູຊ່ອງແຄບທະເລ Hormuz ຊຶ່ງແມ່ນເສັ້ນທາງຂົນສົ່ງນ້ຳມັນດິບທີ່ສຳຄັນຈາກ ອ່າວເປີເຊຍ ອອກສູ່ບັນດາປະເທດໃນໂລກ. ປະຈຸບັນ, ອີຣານ ແມ່ນປະເທດສົ່ງອອກນ້ຳມັນຫຼາຍອັນດັບທີ່ 5 ໃນໂລກ ແລະ ແມ່ນປະເທດຜະລິດນ້ຳມັນຫຼາຍອັນດັບທີ່ 2 ໃນອົງການບັນດາປະເທດສົ່ງອອກນ້ຳມັນ OPEC. ເພື່ອເປັນການໂຕ້ຕອບຕໍ່ບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກນັ້ນ, ອາດຈະແມ່ນວ່າ ນ້ຳມັນຂອງ ອີຣານ ຈະບໍ່ປະກົດຕົວໃນທ້ອງຕະຫຼາດໂລກ. ສິ່ງນີ້ຈະເຮັດໃຫ້ລາຄານ້ຳມັນສູງຂຶ້ນເຖິງລະດັບສົ່ງຜົນສະທ້ອນ ເຖິງວິວັດທະນາການຟື້ນຟູເສດຖະກິດທົ່ວໂລກໂດຍກົງ.
ປະຈຸບັນ, ຫາງສຽງຍັງບໍ່ເຫັນສັນຍານທີ່ສະຫວ່າງສະໄຫວໃດໆສຳລັບວິວັດ ທະນາການເຈລະຈາລະຫວ່າງ ອີຣານ ແລະກຸ່ມ P5+1 ໃນເວລາທີ່ຈະມາເຖິງ. ການເຈລະຈາຮອບທີ່ຜ່ານມາລະຫວ່າງ 2 ຝ່າຍເມື່ອເດືອນ 1 ປີ 2011 ຢູ່ Istanbul, ແມ່ນບໍ່ບັນລຸໝາກຜົນໃດໆ ຍ້ອນ ເຕເຮຣານ ປະຕິເສດການຢຸດບັນດາການເຄື່ອນໄຫວດ້ານນິວເຄຼຍ ເພື່ອແລກເອົາການຊ່ວຍໜູນທາງດ້ານເຕັກໂນໂລຢີ ແລະ ການຄ້າ. ເພາະສະນັ້ນ, ກ່ອນການເຈລະຈາຮອບໃໝ່ນີ້, ບັນດາການກະທຳລ່ວງໜ້າຈາກທັງ 2 ຝ່າຍໄດ້ບົ່ງບອກເຖິງໝາກຜົນທີ່ບໍ່ເປັນໜ້າຊື່ນຊົມປານໃດ.