(vovworld)- ການຜັນແປຫຼ້າສຸດໃນເວທີການເມືອງອີຢີບ ໃນຊຸມວັນຜ່ານມາພວມເຮັດໃຫ້ວິກິດການຢູ່ປະເທດອາຟຼິກກາເໜືອນີ້ໜັກໜ່ວງກ່ວາ. ຂໍ້ຂັດແຍ້ງລະຫວ່າງບັນດາພັກຝ່າຍກໍ່ນັບມື້ນັບຮ້າຍແຮງຂຶ້ນຕື່ມ. ສະພາບການດັ່ງກ່າວບໍ່ພຽງແຕ່ກໍ່ຜົນຮ້າຍໃຫ້ແກ່ອະນາຄົດຂອງອີຢີບ ເທົ່ານັ້ນ ຫາກຍັງມີຜົນສະທ້ອນຕໍ່ຄວາມສະຖຽນລະພາບຂອງຫຼາຍປະເທດໃນພາກພື້ນອີກດ້ວຍ.
(ພາບ:vov.vn)
ໃນຊຸມມື້ຜ່ານມາ, ການແຫ່ຂະບວນປະທ້ວງຄັ້ງຕ່າງໆລະຫວ່າງຜູ້ສະໜັບສະໜູນກອງທັບ ແລະ ກຳລັງສະໜັບສະໜູນອະດີດປະທານາທິບໍດີ Mohamed Morsi ໄດ້ດຳເນີນໄປໃນທົ່ວທຸກຖະໜົນຢູ່ອີຢີບ. ການແຫ່ຂະບວນປະທ້ວງໄດ້ພາໄປເຖິງການປະທະກັນລະຫວ່າງຕຳຫຼວດ ແລະ ຜູ້ສະໜັບສະໜູນອະດີດປະທານາທິບໍດີ Mohamed Morsi ອັນໄດ້ເຮັດໃຫ້ 75 ຄົນເສຍຊີວິດ ແລະ ນັບຮ້ອຍຄົນຖືກບາດເຈັບ. ໃນຂະນະທີ່ຝ່າຍຕ່າງໆອອກສຽງຖິ້ມໂທດໃຫ້ແກ່ກັນກ່ຽວກັບສະພາບການໃຊ້ຄວາມຮຸນແຮງນີ້, ປະທານາທິບໍດີຊົ່ວຄາວອີຢີບ ທ່ານ Adly Mansour ໄດ້ອະນຸຍາດໃຫ້ກອງທັບອີຢີບ ດຳເນີນການຈັບຕົວສາມັນຊົນ ຊື່ງແມ່ນການກະທຳຖືກຖືວ່າຮຸນແຮງທີ່ສຸດເພື່ອແນໃສ່ປາບປາມການແຫ່ຂະບວນປະທ້ວງ.
ແຕ່ເຖິງຢ່າງໃດກໍ່ຕາມ, ເບີ່ງຄືວ່າ: ການກະທຳຂອງອຳນາດການປົກຄອງກ່ຽວກັບການປາບປາມບັນດາການກະທຳນາບຂູ່ເຖິງຄວາມສະຫງົບປອດໄພ ແລະ ສະຖຽນລະພາບສັງຄົມອີຢີບ ລ້ວນແຕ່ໄຮ້ຄວາມໝາຍ ໃນຂະນະທີ່ອົງການອ້າຍນ້ອງຊາວມຸດຊະລິມ ສືບຕໍ່ປຸກລະດົມການແຫ່ຂະບວນປະທ້ວງຄັ້ງໃໝ່ທີ່ມີການເຂົ້າຮ່ວມຂອງນັບລ້ານຄົນນັບແຕ່ຄ່ຳຄືນວັນທີ 29/7 ແລະ ແກ່ຍາວຮອດວັນທີ 30/7.
(ພາບ:phapluatxahoi.vn)
ໃນຂະນະທີ່ອີຢີບ ພວມແກ້ໄຂສະພາບການພາຍໃນປະເທດ, ບັນດາປະເທດບ້ານໃກ້ເຮືອນຄຽງກໍ່ມີຄວາມສົນໃຈເປັນພິເສດຕໍ່ສະພາບການອີຢີບ. ສາດສະດາຈານ Noha Bark ນັກຄົ້ນຄ້ວາການເມືອງຢູ່ມະຫາວິທະຍາໄລອາເມລິກາ ຢູ່ກາຍໂຣ ຖືວ່າ: ບັນດາບັ້ນປ້ອງກັນຄວາມສະຫງົບຊື່ງປະຈຸບັນພວມໄດ້ຮັບການຜັນຂະຫຍາຍຢູ່ແຫຼມຊີນາຍ ແນ່ນອນວ່າຈະມີຜົນສະທ້ອນເຖິງອິດທິພົນຊື່ສຽງຂອງຮາມາດ ໃນພາກພື້ນນີ້ ຍ້ອນວ່າກອງທັບອາດຈະຮັກສາມາດຕະການປ້ອງກັນຄວາມສະຫງົບ ເຮັດໃຫ້ເຂດກາຊາ ຖືກຕົກຢູ່ໂດດດຽວຄື: ປິດປະຕູທຸກໆເສັ້ນທາງອຸມົງໃຕ້ດິນ ແລະ ດ່ານ Rafah ໃນໄລຍະຍາວນານ. ສຳລັບອິດສະລາແອນ, ການບຸກໂຈມຕີກໍ່ການຮ້າຍຄັ້ງຕ່າງໆຂອງບັນດາບຸກຄົນທຳສົງຄາມສັກສິດອິດຊະລາມ ຢູ່ແຫຼມຊີນາຍ ເພື່ອແນໃສ່ກໍ່ກຳລັງດັນ ບັງຄັບໃຫ້ກອງທັບຕ້ອງຟື້ນຟູຕຳແໜ່ງໃຫ້ແກ່ທ່ານ Mohamed Morsi ໄດ້ກໍ່ຜົນສະທ້ອນບໍ່ແມ່ນໜ້ອຍເຖິງສະພາບຄວາມສະຫງົບປອດໄພຂອງອິດສະລາແອນ. ສະພາບຂາດສະຖຽນລະພາບຢູ່ອີຢີບ ກໍ່ເຮັດໃຫ້ບັນດາປະເທດເຂດອ່າວເປີເຊຍ ຄື: ຄູເວດ, ອາຣາບີ ຊາອູດີ ແລະ ສະຫະລັດ ອາຮັບ ເອມມີເລດ, ບັນດາປະເທດສະໜັບສະໜູນທ່າອ່ຽງປະຈຸບັນຢູ່ອີຢີບ ຢ່າງເປີດເຜີຍ ກໍ່ມີຄວາມຮູ້ສຶກຂາດສະຖຽນລະພາບ.
ຕໍ່ໜ້າເລື່ອງວິກິດການຢູ່ອີຢີບ ອາດຈະຮ້າຍແຮງກ່ວາອີກ, ທ່ານ Ban Ki moon ເລຂາທິການໃຫ່ຍ ສປຊ ໄດ້ດຳເນີນການເຈລະຈາກັບທ່ານ Mohamed ElBaradei ຮອງປະທານາທິບໍດີອີຢີບ ແລະ ບັນດາທ່ານລັດຖະມົນຕີການຕ່າງປະເທດຕວກກີ, ກາຕາ ພ້ອມກັບຜູ້ນຳໜ້າສະຫະພັນອາຣັບ ເພື່ອສະແດງໃຫ້ເຫັນຄວາມວິຕົກກັງວົນອັນເລິກເຊິ່ງຕໍ່ສະພາບການຂາດສະຖຽນລະພາບນັບມື້ນັບຮ້າຍແຮງຢູ່ອີຢີບ. ໃນຂະນະນັ້ນ, ວັນທີ 29/7, ຂ້າຫຼວງໃຫ່ຍຜູ້ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດສະຫະພາບເອີລົບ, ທ່ານນາງ Catherine Ashton ໄດ້ມີການໂອ້ລົມສົນທະນາກັບຝ່າຍຕ່າງໆຢູ່ອີຢີບ, ໃນນັ້ນມີຜູ້ບັນຊາກຳລັງປະກອບອາວຸດອີຢີບ Abdel Fattah el Sisi, ປະທານາທິບໍດີຊົ່ວຄາວອີຢີບ Adli Mansour ພ້ອມດ້ວຍຜູ້ຕາງໜ້າພັກເສລີ ແລະ ຍຸດຕິທຳ ຊື່ງແມ່ນອົງການການເມືອງອົງການໜຶ່ງຂອງອົງການອ້າຍນ້ອງຊາວມຸດກຊະລິມ. ອີກເທື່ອໜຶ່ງ, ທ່ານນາງ Catherine Ashton ຮຽກຮ້ອງໃຫ້ຝ່າຍຕ່າງໆ ຈົ່ງມີຄວາມລະງັບໃຈ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ທ່ານນາງຍັງສະແດງໃຫ້ເຫັນການສະໜັບສະໜູນຂອງສະຫະພາບເອີລົບ ທີ່ມີຕໍ່ ປຊຊ ອີຢີບ ໃນການສ້າງສະຖຽນລະພາບ ແລະ ຊຸກຍູ້ພື້ນຖານປະຊາທິປະໄຕ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມການໃຫ້ຂໍ້ສັງເກດຂອງວົງການນັກໄຈ້ແຍກແລ້ວ, ຄວາມສາມາດບັນລຸຜົນສຳເລັດການໄກ່ເກ່ຍປອງດອງຂອງສະຫະພາບເອີລົບ ຫລືບໍ່ວ່າຝ່າຍໃດນອກຈາກອີຢີບ ໃນວິກິດການປະຈຸບັນ ແມ່ນໜ້ອຍທີ່ສຸດ.
ສະພາບການຢູ່ອີຢີບ ໃນຊຸມວັນຈະມາເຖິງຍັງຈະມີບັນດາການຜັນແປຍາກທີ່ຈະຄາດຄະເນໄດ້. ການແບ່ງແຍກດ້ານການເມືອງນັບມື້ນັບປີນຂັ້ນໄດ ພຽງແຕ່ຈະພາໄປເຖິງບັນດາຜົນຮ້າຍບໍ່ດີໃຫ້ແກ່ ປຊຊ ອີຢີບ ກໍ່ຄືທັງພາກພື້ນເທົ່ານັ້ນ. ເບີ່ງຄືວ່າ, ສະຖຽນລະພາບຢູ່ອີຢີບ ຍັງເປັນສິ່ງທີ່ບໍ່ຄາດຝັນ.