(vovworld)- ວັນທີ 27/2, ທ່ານນາງຍິ່ງຮັກ ຊີນນະວັດ, ນາຍົກລັດຖະມົນຕີໄທ ຕ້ອງອະພິປາຍຕໍ່ໜ້າຄະນະກຳມະການຕ້ານການສໍ້ລາດບັງຫຼວງປະເທດນີ້ ກ່ຽວກັບບັນດາຄຳກ່າວຫາວ່າ ບໍ່ມີຄວາມຮັບຜິດຊອບໃນການຜັນຂະຫຍາຍນະໂຍບາຍໜູນຊ່ວຍລາຄາຊື້ເຂົ້າສານໃຫ້ຊາວກະສິກອນ, ພ້ອມທັງປະໃຫ້ເກີດການສໍ້ລາດບັງຫຼວງ ແລະ ກໍ່ຜົນເສຍຫາຍອັນໃຫ່ຍຫຼວງໃຫ້ແກ່ງົບປະມານແຫ່ງຊາດ ໃນຂະນະທີ່ການແຫ່ຂະບວນປະທ້ວງຕ້ານລັດຖະບານຄັ້ງຕ່າງໆນັບມື້ນັບເພີ່ມຂຶ້ນສູງ ແລະ ບໍ່ສາມາດຄວບຄຸມໄດ້, ບັນດາຄຳກ່າວຫາໃໝ່ເຮັດໃຫ້ລັດຖະບານໄທ ພວມປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ສະພາບຂາດສະຖຽນລະພາບດ້ານການເມືອງຢູ່ປະເທດນີ້ບໍ່ທັນຊອກຫາວິທີການແກ້ໄຂໄດ້ເທື່ອ.
ໂດຍໄດ້ຖືກຜັນຂະຫຍາຍກ່ອນນີ້ 2 ປີ, ນະໂຍບາຍໜູນຊ່ວຍລາຄາເຂົ້າສານຖືກຖືວ່າແມ່ນໜຶ່ງໃນບັນດາໂຄງການການເມືອງສຳຄັນທີ່ສຸດຂອງ ທ່ານນາງນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ, ເພື່ອແນໃສ່ຍາດແຍ່ງການສະໜັບສະໜູນຂອງຊາວກະສິກອນ, ປະກອບສ່ວນນຳມາເຊິ່ງໄຊຊະນະໃຫ້ແກ່ທ່ານນາງ ຍິ່ງຮັກ ໃນການເລືອກຕັ້ງເມື່ອປີ 2011. ຕາມນັ້ນແລ້ວ, ລັດຖະບານຈະຊື້ເຂົ້າສານຂອງຊາວກະສິກອນດ້ວຍລາຄາສູງກ່ວາ 50% ເມື່ອທຽບກັບລາຄາຕະຫຼາດພາຍໃນປະເທດ.
ຜູ້ແຫ່ຂະບວນປະທ້ວງຢູ່ບາງກອກ
(ພາບ: . Reuters)
ການກະທົບຄືນຈາກນະໂຍບາຍ
ແຕ່ເຖິງຢ່າງໃດກໍ່ຕາມ, ນະໂຍບາຍໜູນຊ່ວຍລາຄານີ້ຖືກລົ້ມລະລາຍຍ້ອນວ່າບັນດາປະເທດແກ່ງແຍ້ງໄດ້ເພີ່ມລາຄາສົ່ງອອກເຂົ້າສານຢ່າງກະທັນຫັນ ຊື່ງໄດ້ເປັນການກະທົບບໍ່ດີເຖິງທ່ານນາງ ຍິ່ງຮັກ, ຊ້ຳບໍ່ໜຳໄດ້ສົ່ງຜົນທະທ້ອນທີ່ໃຫ່ຍຫຼວງເຖິງທີ່ຕັ້ງດ້ານການເມືອງຂອງທ່ານນາງ. ລັດຖະບານຂອງທ່ານນາງ ຍິ່ງຮັກ ພວມມີປະລິມານເຂົ້າສານຄ້າງສາງຫຼາຍທີ່ສຸດ, ບໍ່ສາມາດຂາຍໄດ້ໃນຂະນະທີ່ລາຄາເຂົ້າສານໂລກບໍ່ເພີ່ມຂຶ້ນດັ່ງຄວາມມຸ່ງຫວັງ. ນະໂຍບາຍໜູນຊ່ວຍນີ້ ຍັງເຮັດໃຫ້ລັດຖະບານໄທ ຕ້ອງເສຍເງິນເກືອບ 10 ຕື້ໂດລາສະຫະລັດຕໍ່ປີ ແລະ ສົ່ງຜົນສະທ້ອນອັນໃຫ່ຍຫຼວງເຖິງຄວາມດຸ່ນດ່ຽງງົບປະມານແຫ່ງຊາດ. ການຜັນຂະຫຍາຍໂຄງການຍັງຖືກກ່າວຫາວ່າໄດ້ກໍ່ໃຫ້ເກີດການສໍ້ລາດບັງຫຼວງອີກ. ປະຈຸບັນ, ໂຄງການນີ້ແມ່ນໜຶ່ງໃນບັນດາຈຸດອ່ອນຊື່ງຝ່າຍຄ້ານໄດ້ສວຍໃຊ້ເພື່ອຈັດການແຫ່ຂະບວນປະທ້ວງ, ທ່ວງໃຫ້ປົດຕຳແໜ່ງນາຍົກລັດຖະມົນຕີ.
ສະພາບການຄັດຄ້ານຍັງເກີດຂຶ້ນໃນໝູ່ຊາວກະສິກອນ ຊື່ງແມ່ນຊົນຊັ້ນທີ່ຍາມໃດກໍ່ໄດ້ຮັບຖືວ່າເປັນກຳລັງໜູນຊ່ວຍໃຫ້ພັກເພື່ອໄທ ໃນການເລືອກຕັ້ງຄັ້ງຕ່າງໆໃນຫຼາຍປີຜ່ານມາ ຢ່າງແຮງທີ່ສຸດ. ໃນອາທິດຜ່ານມາ, ຊາວກະສິກອນໄທກ່ວາ 2000 ຄົນໄດ້ຂີ່ລົດໄຖນັບຮ້ອຍຄັນພ້ອມກັບລົດປະເພດອື່ນໆໄປຍັງນະຄອນຫຼວງບາງກອກ ເພື່ອທ່ວງເອົາເງິນໜູນຊ່ວຍການປູກເຂົ້າຈາກລັດຖະບານ. ແຕ່ໃນສະພາບການປະຈຸບັນ, ລັດຖະບານຊົ່ວຄາວໄທ ບໍ່ມີຄວາມສາມາດ ແລະ ສິດອຳນາດຢ່າງພຽງພໍເພື່ອແກ້ໄຂຍບັນຫາໜູນຊ່ວຍລາຄາໃຫ້ແກ່ຊາວໄດ້.
(ພາບ:AP)
ສະພາບການບໍ່ມີທາງອອກບໍ່ສາມາດແກ້ໄຂໄດ້
ເລື່ອງບໍ່ມີເງິນເບີກຈ່າຍໃຫ້ແຫ່ຊາວກະສິກອນໄດ້ເຮັດໃຫ້ການສະໜັບສະໜູນຂອງບັນດາຜູ້ມິສິດເລືອກຕັ້ງເຄີຍຈົ່ງຮັກພັກດີຕໍ່ລັດຖະບານນີ້ຖືກຫລຸດລົງ. ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນນີ້, ບໍ່ທັນສາມາດຕີລາຄາໄດ້ວ່າ, ບັນດາຄວາມຫຍຸ້ງຍາກໃນການປະຕິບັດໂຄງການໜູນຊ່ວຍລາຄາເຂົ້າສານ ຈະມີການກະທົບຄືແນວໃດເຖິງຄວາມໄວ້ເນື້ອເຊື່ອໃຈຂອງປຊຊ ທີ່ມີຕໍ່ລັດຖະບານຂອງທ່ານນາງຍິ່ງຮັກ. ປະຈຸບັນ, ທ່ານນາງນາຍົກ ລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ ຍັງບໍ່ທັນມີການກະທຳປາບປາມທີ່ ແຂງກະດ້າງຕໍ່ຂະບວນການຄັດຄ້ານເທື່ອ.
ກ່ຽວກັບວິທີການແກ້ໄຂສະພາບການເມືອງຢູ່ປະເທດໄທນັ້ນ, ບັນດາຜູ້ຊ່ຽວຊານໄດ້ໄຈ້ແຍກວ່າ, ຍາກທີ່ຈະມີສັນຍານປັບປຸງໄດ້, ຍ້ອນວ່າ, ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ ພວມຕ້ອງປະເຊີນໜ້າກັບການປະຕິເສດຂອງຝ່າຍຄ້ານ ຊື່ງນຳໜ້າແມ່ນທ່ານສຸເທບ ເທືອກສຸບັນ, ທວງໃຫ້ທ່ານນາງນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ ຕ້ອງລາອອກຈາກຕຳແໜ່ງ ແລະ ມອບສິດໃຫ້ສະພາໜຶ່ງ ລວມມີບັນດາຜູ້ຖືກບົ່ງຕົວເພື່ອປະຕິບັດການປະຕິຮູບ ແນ່ໃສ່ປັດເຂ່ຍການສໍ້ລາດບັງຫຼວງ. ບັນຫາຢູ່ບ່ອນວ່າ, ບໍ່ມີໃຜຮູ້ວ່າ, ສະພາດັ່ງກ່າວຈະຖືກແຕ່ງຕັ້ງຄືແນວໃດ ກໍ່ຄືບັນດາການປະຕິຮູບລະອຽດຖືກສະເໜີແມ່ນຫຍັງ. ຫວ່າງແລ້ວນີ້, ການນຳຂະບວນຝ່າຍເສື້ອແດງສະໜັບສະໜູນລັດຖະບານໃນທົ່ວປະເທດ 4000 ຄົນໄດ້ຈັດການປະຊຸມ ແລະ ເຫັນດີປ່ຽນແປງຈຸດໝາຍຍຸດທະສາດ. ຜູ້ສະຫນັບສະໜູນນັບພັນຄົນພ້ອມແລ້ວທີ່ຈະພາກັນໄປຍັງບາງກອກ ເພື່ອປະເຊີນໜ້າກັບກຳລັງຝ່າຍຄ້ານ. ອີກຢ່າງໜຶ່ງ, ຖ້າຫາກລັດຖະບານໄທ ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ ຖືກສານສູງສຸດຕັດສິນລົງໂທດສໍ້ລາດບັງຫຼວງໃນໂຄງການໜູນຊ່ວຍລາຄາເຂົ້າສານ, ເຮັດໃຫ້ລັດຖະບານລົ້ມລະລາຍນັ້ນ, ສະພາບຂາດສະຖຽນລະພາບຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ຍິ່ງມີຄວາມສັບສົນວຸ້ນວາຍ, ບໍ່ມີທາງອອກ. ຍ້ອນວ່າໃນເວລານັ້ນ, ຝ່າຍເສື້ອແດງອາດຈະຈັດການແຫ່ຂະບວນປະທ້ວງ ແລະ ເສິກກາງເມືອງຢູ່ປະເທດນນີ້ຈະເກີດຂຶ້ນຢ່າງງ່າຍດາຍ./.