(vovworld)- ຫວຽດນາມ ຈະຈັດຕັ້ງວັນກົດໝາຍເປັນຄັ້ງທຳອິດໃນວັນທີ 9/11. ຫລັງຈາກນັ້ນ ວັນກົດໝາຍຈະຖືກຈັດຂຶ້ນປະຈຳປີ, ບໍ່ພຽງແຕ່ສຶກສາອົບຮົມສະຕິເຄົາລົບກົດໝາຍ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມເທົ່ານັ້ນ ຫາກຍັງເຊີດຊູບັນດາຄຸນຄ່າວັດທະນະທຳມະນຸດ, ເພື່ອໃຫ້ການປະຕິບັດກົດໝາຍກາຍເປັນຄວາມຕ້ອງການຂອງແຕ່ລະຄົນເອງ.
ຊົມເຊີຍວັນກົດໝາຍຫວຽດນາມ 9/11/2013
ພາບປະກອບ:internet
|
ເຊີດຊູຄຸນຄ່າຂອງລັດຖະທຳມະນູນ, ກົດໝາຍ
ຫວຽດນາມ ຕ້ອນຮັບວັນກົດໝາຍເປັນຄັ້ງທຳອິດແມ່ນກົງກັບໂອກາດ ກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ພວມປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານ ຮ່າຮຸ່ງເກືອງ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໃຫ້ຮູ້ວ່າ:
“ການເລືອກເຟັ້ນວັນທີ 9/11 ແມ່ນວັນກົດໝາຍ, ເພາະວ່າ ນັ້ນແມ່ນມື້ທຳອິດສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາລັດຖະທຳມະນູນສະບັບທຳອິດ- ຊື່ງແມ່ນລັດຖະທຳມະນູນປີ 1946. ຈຸດປະສົງຂອງວັນນີ້ ແມ່ນເຊີດຊູລັດຖະທຳມະນູນ ແລະ ກົດໝາຍ, ເພື່ອສຶກສາອົບຮົມສະຕິເຄົາລົບກົດໝາຍຂອງພະນັກງານ, ລັດຖະກອນ ແລະ ປະຊາຊົນ. ໃນລັດຫນຶ່ງທີ່ພວມສ້າງລັດແຫ່ງອຳນາດນິຕິບັນຍັດ, ມື້ໃດກໍແມ່ນວັນກົດໝາຍ ແຕ່ວັນທີ 9/11/2013 ແມ່ນວັນປະຫວັດສາດ, ແມ່ນວັນກົດໝາຍຫວຽດນາມ ທຳອິດ.”
ກ່ອນທີ່ວັນກົດໝາຍ ຂອງ ສສ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນເປັນຄັ້ງທຳອິດໃນທົ່ວປະເທດ, ຊີວິດທາງດ້ານການເມືອງ, ນິຕິກຳຂອງຫວຽດນາມ ໃນປີ 2013 ໄດ້ຮັບຮູ້ເຫດການສຳຄັນ. ນັ້ນແມ່ນເລື່ອງທົ່ວປວງຊົນຕັ້ງຫນ້າປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ຊື່ງແມ່ນລັດຖະທຳມະນູນຂອງໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ. ສະນັ້ນ ວັນກົດໝາຍຫວຽດນາມ ເປັນຄັ້ງທຳອິດ ທີ່ມີຫົວຂໍ້ວ່າ: ທົ່ວປວງຊົນກໍ່ສ້າງ, ປະຕິບັດ ແລະ ຮັກສາລັດຖະທຳມະນູນເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ” ຍິ່ງມີຄວາມໝາຍພິເສດ, ແມ່ນການສືບທອດບັ້ນດຳເນີນຊີວິດການເມືອງ- ນິຕິກຳ ປະກອບຄຳເຫັນເພື່ອປັບປຸງລັດຖະທຳມະນູນຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຢ່າງເລິກເຊິ່ງ. ສະນັ້ນ ຄວາມໝາຍຂອງວັນກົດໝາຍຫວຽດນາມ ແມ່ນເຊີດຊູລັດຖະທຳມະນູນ ແລະ ກົດໝາຍ, ເຊີດຊູຄຸນຄ່າຂອງລັດຖະທຳມະນູນ ແລະ ກົດໝາຍໃນລັດແຫ່ງອຳນາດນິຕິບັນຍັດ, ສຶກສາອົມຮົມສະຕິເຄົາລົບກົດໝາຍໃຫ້ແກ່ທຸກຄົນໃນສັງຄົມ.
ປະກອບສວ່ນສ້າງລັດແຫ່ງອຳນາດນິຕິບັນຍັດ
ຫວຽດນາມ ພວມສ້າງລັດແຫ່ງອຳນາດນິຕິບັນຍັດເຄົາລົບກົດໝາຍ ດ້ວຍລະບົບກົດໝາຍສົມບູນແບບ, ເປັນເອກະພາບ, ສະຖຽນລະພາບ, ກະຈ່າງແຈ້ງ, ປະຊາທິປະໄຕ ແລະ ຍຸຕິທຳ. ເພາະສະນັ້ນ ການຈັດຕັ້ງວັນກົດໝາຍໄດ້ກາຍເປັນຫນຶ່ງໃນບັນດາປັດໄຈສຳຄັນ ຊຸກຍູ້ວິວັດການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ການສ້າງລັດແຫ່ງອຳນາດນິຕິບັນຍັດກໍຮຽກຮ້ອງຕ້ອງຍົກສູງສະຕິຮັບຮູ້ດ້ານກົດໝາຍຂອງພະນັກງານ, ປະຊາຊົນ. ການເຜີຍແຜ່, ສຶກສາອົມຮົມກົດໝາຍ ໄດ້ຮັບຖືວ່າ ແມ່ນຂອດທຳອິດຂອງການປະຕິບັດກົດໝາຍ, ແມ່ນຂົວເຊື່ອມຕໍ່ເພື່ອນຳກົດໝາຍເຂົ້າສູ່ຊີວິດຕົວຈິງ. ວັນກົດໝາຍໄດ້ຮັບການຈັດຕັ້ງເພື່ອລະດົມກຳລັງໃຈໃຫ້ທົ່ວປວງຊົນສາມັກຄີ, ຍົກສູງສະຕິຄວາມຮັບຮູ້, ສະຕິເຄົາລົບກົດໝາຍ, ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ, ຕັ້ງຫນ້າເຂົ້າຮ່ວມການປົກປ້ອງກົດໝາຍ.
ເຊີດຊູບັນດາຄຸນຄ່າວັດທະນະທຳມະນຸດ
ສຳລັບພົນລະເມືອງແຕ່ລະຄົນ, ວັນກົດໝາຍແມ່ນເຊີດຊູຄຸນຄ່າຂອງມະນຸດ, ສ້າງບຸກຄະລີກກະພາບ, ເຊີດຊູສະຕິເປັນເຈົ້າ, ເຄົາລົບກົດລະບຽບ, ຄວາມເສລີໃນຂອບເຂດກົດໝາຍ.
ຜ່ານນັ້ນ ການສຶກສາອົບຮົມສະຕິຄວາມຮັບຜິດຊອບ, ຫນ້າທີ່ຂອງພົນລະເມືອງ, ສ້າງແບບແຜນການດຳລົງຊີວິດດ້ານວັດທະນະທຳໃຫມ່. ນີ້ແມ່ນບັນດາເງື່ອນໄຂສຳຄັນປະກອບສ່ວນສ້າງດ້ານຈິດວິນຍານ, ບຸກຄະລີກພາບເພື່ອໃຫ້ແຕ່ລະຄົນມີສະຕິຕໍ່ຕົນເອງ, ຕໍ່ວົງຄະນາຍາດ, ຕໍ່ປະເທດຊາດ. ນີ້ກໍແມ່ນປັດໄຈສ້າງສະຕິເຄົາລົບກົດໝາຍ, ກົດລະບຽບ, ຂໍ້ກຳນົດຂອງລັດ, ພ້ອມກັນຕັ້ງຫນ້າເຄື່ອນໄຫວເພື່ອ ປະເທດຫວຽດນາມ ຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ດ້ານອື່ນ, ໃນຂົງເຂດປະຕິບັດກົດໝາຍ, ວັນກົດໝາຍ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍການເຜີຍແຜ່ກົດໝາຍ, ສຶກສາອົບຮົມດ້ານກົດໝາຍ, ລະດົມກຳລັງໃຈໃຫ້ທົ່ວສັງຄົມປະຕິບັດກົດໝາຍຢ່າງເຂັ້ມງວດ, ຈາກນັ້ນ ຍົກສູງປະສິດທິຜົນການປະຕິບັດກົດໝາຍ, ຄວາມສາມາດປະຕິບັດກົດໝາຍໃນທຸກການເຄື່ອນໄຫວຄຸ້ມຄອງລັດ, ການເຄື່ອນໄຫວເສດຖະກິດສັງຄົມ ແລະ ການດຳລົງຊີວິດປະຈຳວັນຂອງປະຊາຊົນ. ກ່ຽວກັບສິ່ງດັ່ງກ່າວ, ທ່ານລັດຖະມົນຕີກະຊວງຍຸຕິທຳ ຮ່າຮຸ່ງເກືອງ ໃຫ້ຮູ້ຕື່ມອີກວ່າ:
“ເດືອນ 6/2013, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການເຜີຍແຜ່ສຶກສາອົບຮົມກົດໝາຍຊື່ງມີຜົນສັກສິດນັບແຕ່ວັນທີ 1/1/2013 ເປັນຕົ້ນໄປ. ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ໃນການເພີ່ມທະວີ, ຊຸກຍູ້ສະຕິການປະຕິບັດກົດໝາຍຂອງພະນັກງານ, ລັດຖະກອນ ແລະ ປະຊາຊົນແຕ່ລະຄົນ ໃນສັງຄົມ. ກົດໝາຍ ກຳນົດຢ່າງຈະແຈ້ງວ່າ ປະຊາຊົນມີສິດເຜີຍແຜ່ກົດໝາຍ, ລັດ ແລະ ນັບທັງລະບົບການເມືອງຂອງຫວຽດນາມ ຕ້ອງມີຄວາມຮັບຜິດຊອບສ້າງເງື່ອນໄຂຫນູນຊ່ວຍໃຫ້ແກ່ປະຊາຊົນປະຕິບັດສິດເຜີຍແຜ່ກົດໝາຍ, ຊື່ງໃນນັ້ນ ກຳລັງຫລັກແຫລ່ງແມ່ນຈາກລັດຖະບານຕະຫລອດຮອດອຳນາດການປົກຄອງທຸກຂັ້ນ. ຄຽງຂ້າງນັ້ນແມ່ນບົດບາດສຳຄັນຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງສັງຄົມ.”
ເປັນອັນວ່າ ຄຽງຄູ່ກັບຈຸດໝາຍໃນພາຍພາກຫນ້າ ແມ່ນໂຄສະນາ, ເຜີຍແຜ່ກົດໝາຍ, ວັນກົດໝາຍຍັງສວມບົດບາດຕັ້ງຫນ້າໃນການຍົກສູງປະສິດທິຜົນການປະຕິບັດກົດໝາຍ, ຮັບປະກັນກົດໝາຍໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ຍຸຕິທຳ, ເປັນເອກະພາບ, ປ້ອງກັນ ແລະ ຕ້ານອາດຊະຍາກຳ, ການສໍ້ລາດບັງຫລວງ. ຜ່ານນັ້ນ ສ້າງພື້ນຖານດ້ານບໍລິຫານໃຫ້ປອດໄສ, ເພີ່ມທະວີການກວດກາ, ຕິດຕາມກວດກາການເຄື່ອນໄຫວບໍລິຫານ.