ວັນທີ 2/9/2012 ແມ່ນວັນສະຖາປະນາປະເທດຫວຽດນາມຄົບຮອບ 67 ປີເຕັມ. ຊາວຫວຽດນາມແຕ່ລະລຸ້ນໄດ້ຕ້ອນຮັບວັນບຸນເອກະລາດຕາມວິທີສະເພາະຂອງໃຜລາວ ແຕ່ບໍ່ມີໃຜສາມາດຫຼົງລືມທ່ານປະທານໂຮ່ຈິມິນ, ຜູ້ນຳທີ່ມີຜົນສະທ້ອນອັນໃຫຍ່ຫຼວງແລະສຳຄັນເຖິງຜົນສຳເລັດຂອງການປະຕິວັດເດືອນສິງຫາ ແລະ ການສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ. ເນື່ອງໃນໂອກາດວັນບຸນເອກະລາດ ທັງແມ່ນວັນທີ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ ເຖິງແກ່ມໍລະນະກຳ, ນັກຂ່າວລານແອງມີບົດທີ່ພາດຫົວເລື່ອງວ່າ: ວັນສະຖາປະນາປະເທດຄິດຮອດເຖິງບຸນຄຸນລຸງໂຮ່
(ພາບ:vietnam.vn)
ທາມກາງແສງແດດເຫຼືອງອ່ອນຂອງລະດູໃບໃມ້ຫຼົ່ນຢູ່ຮ່າໂນ້ຍ, ຊາວຫວຽດນາມຫຼາຍຄົນທີ່ມາຈາກທຸກສາລະທິດໄດ້ພາກັນເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈິມິນ ເພື່ອສະແດງອາລົມຈິດ, ຄວາມຮັກແພງຂອງຕົນທີ່ມີຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ. ຢູ່ແຫ່ງນີ້, ທຸກສິ່ງທຸກຢ່າງລ້ວນແຕ່ມີຄວາມສະຫງົບງຽບ ແລະ ເຂັ່ງຂຶມ. ໃນຂະນະນັ້ນ, ຢູ່ເຂດນອກສຸສານ, ໃນເຂດຊຸມຊົນ, ຖະໜົນຫົນທາງສາຍຕ່າງໆ, ບັນຍາກາດຂອງວັນບຸນເອກະລາດພັດດຳເນີນໄປຢ່າງຟົດຟື້ນມ່ວນຊື່ນ. ແມ່ຕູ້ Hoang Nhu ອາຍຸ 83 ປີ ພ້ອມກັບປະຊາຊົນໃນຄຸ້ມຖະໜົນ Dich Vong ເມືອງ Cau Giay-Ha Noi ໄດ້ເຮັດອະນາໄມທຳຄວາມສະອາດ, ປະດັບປະດາເຂດຊຸມຊົນເພື່ອຕ້ອນຮັບວັນບຸນເອກະລາດ. ທ່າມກາງບັນຍາກາດອັນຟົດຟື້ນມ່ວນຊື່ນນີ້, ແມ່ຕູ້ Hoang Nhu ກໍຄືຜູ້ຄົນລຸ້ນດຽວກັນບໍ່ອາດຫຼົງລືມປະທານໂຮ່ຈິມິນ, ການນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມໄດ້:
“ຄວາມຮັກຂອງລຸງໂຮ່ທີ່ມີຕໍ່ປະເທດຊາດ, ປະຊາຊົນແມ່ນໃຫ່ຍຫຼວງ ແລະ ເລິກເຊີ່ງທີ່ສຸດ, ລຸງໄດ້ສະຫຼະຕະຫຼອດຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ. ຊີວິດຂອງລຸງແມ່ນລຽບງ່າຍ, ເຈືອຈານພ້ອມກັບມະຫາຊົນ, ຍາມໃດລຸງກໍ່ມີຄວາມເອົາໃຈໃສ່ເຖິງເດັກນ້ອຍ, ນັກຮຽນ, ຊາວໜຸ່ມ, ຜູ້ເຖົ້າຜູ້ແກ່, ຊາວກະສິກອນ….“
ບົດເພງລຸງໂຮ່ຄວາມຮັກອັນມະຫາສານ…
ນັກສິລະປິນປະຊາຊົນ Thanh Hoa ພັດມີຄວາມຮູ້ສຶກຕໍ່ບັນຍາກາດຂອງວັນບຸນເອກະລາດຕາມ ແບບສະເພາະຂອງຕົນ. ລາວໄດ້ຍ່າງເລາະໃນຖະໜົນສາຍຕ່າງໆ, ເພື່ອເຈືອຈານພ້ອມກັບບັນຍາກາດອັນຟົດຟື້ນຂອງວັນບຸນ ແລະ ຮັບຟັງບັນດາບົດເພງປະຕິວັດທີ່ກະຈ່າຍສຽງຈາກໂທລະໂຄ່ງສາທາລະນະ. ລາວໄດ້ສະຫງວນອາລົມຈິດທັງໝົດຂອງຕົນເພື່ອສະແດງຄວາມສຸກທີ່ໄດ້ດຳລົງຊີວິດໃນສັນຕິພາບ, ເອກະລາດ, ເສລີພາບຜ່ານບັນດາບົດເພງຍ້ອງຍໍສັນລະເສີນພັກ, ປະທານໂຮ່ຈິມິນ, ປະເທດຊາດ, ບ້ານເກີດເມືອງນອນ, ໃນນັ້ນມີບົດເພງ: ລຸງໂຮ່ຄວາມຮັກອັນມະຫາສານ ທີທ່ານຫາກໍ່ໄດ້ຮັບຟັງຜ່ານໄປແລ້ວນັ້ນ. ນັກສິລະປິນປະຊາຊົນ Thanh Hoa ໃຫ້ຮູ້ວ່າ: ຊີວິດຂອງປະທານໂຮ່ຈິມິນ ແມ່ນແຫຼ່ງສະອອນໃຈທີ່ລົ້ນເຫຼືອ ເພື່ອໃຫ້ນາງຂັບຮ້ອງບັນດາບົດເພງກ່ຽວກັບລຸງໂຮ່:
“ຂ້າພະເຈົ້າບໍ່ເຄີຍໄດ້ພົບກັບລຸງໂຮ່ ຈັກເທື່ອ, ກ່ອນນີ້ພຽງແຕ່ຄິດວ່າລຸງໂຮ່ປຽບ ເໝືອນເທວະດາ, ຜູ້ທີ່ໄດ້ຮັບຄວາມເຄົາລົບນັບຖືຈາກທຸກໆຄົນເທົ່ານັ້ນ. ຕໍ່ມາພາຍຫຼັງອ່ານບັນດາບົດທີ່ເວົ້າເຖິງລຸງໂຮ່, ເຮົາຈຶ່ງສາມາດເຂົ້າໃຈໄດ້ວ່າລຸງໂຮ່ແມ່ນຜູ້ນຳທີ່ຍິ່ງໃຫ່ຍ, ລຸງໄດ້ສະຫຼະຕະຫຼອດຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ. ນັກດົນຕີຫວຍດນາມຜູ້ໃດກໍ່ແຕ່ງບົດເພງກ່ຽວກັບລຸງໂຮ່ ເຂົາເຈົ້າລ້ວນແຕ່ສະຫງວນທຸກສິ່ງທຸກຢ່າງດີທີ່ສຸດ, ຄວາມເຄົາລົບນັບຖື ຄວາມຮັກແພງທີ່ສຸດເພື່ອຍ້ອງຍໍສັນລະເສີນລຸງໂຮ່, ສະນັ້ນ, ເມື່ອຂັບຮ້ອງບົດເພງກ່ຽວກັບລຸງໂຮ່, ຂ້າພະເຈົ້າໄດ້ຂັບຮ້ອງດ້ວຍອາລົມຈິດ ແລະ ຄວາມຮັກອັນລົ້ນເຫຼືອຂອງຕົນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ເພີ່ນ”
ລຸງໂຮ່ກັບພວກນ້ອງເຍົາວະຊົນ
(ພາບ:thanglonghanoi.gov.vn)
ຮອດວັນບຸນເອກະລາດ, ບັນດາຜູ້ຢູ່ໄກຈາກບ້ານເກີດເມືອງນອນຄືເອື້ອຍ Huong Lam ຜູ້ທີ່ພວມຮ່ຳຮຽນຢູ່ຝະລັ່ງ ເຄີຍຮັບຟັງບັນດາທຳນອງເພງຍ້ອງຍໍປະເທດຊາດ ແລະ ສະແດງອາລົມຈິດຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈິມິນ. ວັນບຸນເອກະລາດປີນີ້ກໍ່ເຊັ່ນດຽວກັນ. ເອື້ອຍ Huong Lam ໃຫ້ຮູ້ວ່າ:
“ນ້ອງໄປຮຽນຢູ່ໄກຈາກບ້ານເກີດເມືອງນອນໄດ້ 5,6 ປີແລ້ວ ຮອດວັນທີ 2/9 ຂອງທຸກໆປີ, ນ້ອງມັກອ່ານໜັງສືພິມ ແລະ ເບິ່ງຮູບເງົາເອກະສານກ່ຽວກັບລຸງໂຮ່. ນ້ອງເຄີຍເລົ່າເລື່ອງກ່ຽວກັບລຸງໂຮ່ ໃຫ້ເພື່ອນມິດຢູ່ປະເທດຕ່າງໆໄດ້ຮັບຊາບ, ເຂົາເຈົ້າລ້ວນແຕ່ຢາກຮັບຟັງ, ມີຄວາມຕື້ນຕັນໃຈທີ່ສຸດ ແລະ ຢາກຮ່ຳຮຽນຕາມແບງ ຢ່າງຂອງລຸງ”
ເຖິງວ່າຢູ່ໃນເກນອາຍຸໃດ, ທຳອາຊີບໃດກໍ່ຕາມ ແຕ່ຍາມໃດ ຄວາມຮູ້ສຶກຕໍ່ພາບພົດປະທານໂຮ່ຈິມິນກໍ່ຝັງເລິກໃນດວງໃຈຂອງປະຊາຊົນຫວຽດນາມ ທຸກຄົນ. ນັກກະວີ Phan Huyen Thu ໄດ້ຕັ້ງຄຳຖາມກ່ຽວກັບສິ່ງດັ່ງກ່າວ ແລະ ຕອບດ້ວຍຕົນເອງວ່າ:
“ເປັນຫຍັງມາຮອດຈຸດເວລານີ້, ເມື່ອເຕື້ອງເຖິງວັນບຸນເອກະລາດ, ເຕື້ອງເຖິງຜູ້ນຳຂອງຊາດຫວຽດນາມ, ຍັງມີບັນດາຄວາມຮູ້ສຶກທີ່ແຕກຕ່າງກັນ. ຄວາມຈິງແລ້ວ, ຍາມໃດ, ຊາວຫວຽດນາມ ກໍ່ມີຄວາມຮູ້ບຸນຄຸນທີ່ສຸດຕໍ່ລຸ້ນກ່ອນ. ສະນັ້ນ, ເຖິງວ່າຈະດຳລົງຊີວິດຢູ່ແຫ່ງໃດ, ມີຄວາມຮູ້ສຶກຄຸນຄ່າຂອງວັນບຸນເອກະລາດຄືແນວໃດ, ແຕ່ເຂົາເຈົ້າທັງໝົດລ້ວນແຕ່ຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ, ຕໍ່ປະທານໂຮ່ຈິມິນ“
ບົດເພງລຸງໂຮ່ຄວາມຮັກອັນມະຫາສານ…
67 ປີໄດ້ລ່ວງເລີຍໄປແລ້ວ, ຊາວຫວຽດນາມ ນັບລ້ານໆຄົນ ຍັງຄົງຈົດຈຳວັນບຸນເອກະລາດ, ຈົດຈຳພາບພົດທ່ານປະທານໂຈ່ຈິມິນໃນຈຸດເວລາແຫ່ງປະຫວັດ ສາດຂອງປະເທດຊາດ. ປະຊາຊົນຫວຽດນາມ ໄດ້ຕອ້ນຮັບວັນບຸນເອກະລາດໃນຄວາມຟົດຟື້ນມ່ວນຊື່ນ ແລະ ຈາລຶກບຸນຄຸນຂອງລຸງໂຮ່, ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມໄປຊົ່ວກາລະນານ.