ສົງຄາມຫວຽດນາມພາຍໃຕ້ແງ່ມູມສັງເກດຂອງຊາວອາເມລິກາ

(vovworld)- 40 ປີ​ໄດ້​ລ່ວງ​ເລີຍ​ໄປ ແຕ່​ບັນ​ດາ​ການ​ປະ​ລາ​ໄຊ​ໃນ​ສົງ​ຄາມ​ຫວຽດ​ນາມ ຍັງ​ຄົງ​ໄດ້​ຫລອກ​ຫລອນສຳ​ລັບ​ ຊາວ​ອາ​ເມ​ລ​ິ​ກາ​ຫລາຍ​ຄົນ. ເປັນ​ຫຍັງ​ປະ​ເທດ​ມະ​ຫາ​ອຳ​ນ​າດ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ທະ​ຫານ​ຊັ້ນ​ນຳ​ຂອງ​ໂລກ ພັດບໍ່​ສາ​ມາດ​ ​ເອົາ​ຊະ​ນະ​ຕໍ່ ປະ​ເທດ​ຫວຽດ​ນາມ​ທີ່​ອ່ອນ​ດ້ອຍ, ທຸກ​ຍາກ ແລະ ຫາກໍ່​ຜ່ານ​ຜ່າໄລ​ຍະ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງທີ່​ຍືດ​ເຍື້ອ​ຍາວ​ນານ​?​. ມີ​ຫລາຍ​ສາຍ​ເຫດ​ຖືກ​ຍົກ​ອອກ​ມາ ແຕ່​ມີ​ປັດ​ໄຈ​ຫນຶ່ງ​ຊື່ງ​ຊາວ​ອາ​ເມ​ລິ​ກາ​ຕ້ອງ​ເວົ້າ​ເຖິງ ນັ້ນ​ແມ່ນ​ເຈດ​ຈຳ​ນົງ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ, ເສ​ລິ​ພາບ​ຂອງ​ຊາດ ຫວຽດ​ນາມ. ບົດ​ຂຽນ​ຂອງ​ ເຍີດ​ກີງ ນັກ​ຂ່າວ ປະ​ຈຳ ອາ​ເມ​ລິ​ກາ.
ສົງຄາມຫວຽດນາມພາຍໃຕ້ແງ່ມູມສັງເກດຂອງຊາວອາເມລິກາ - ảnh 1
ສາດ​ສະ​ດາ​ຈານ Ronald Spector
ພາບ:vov.vn

        ຊາວ ອາ​ເມ​ລິ​ກາ ໄດ້​ຮັບ​ຮູ້​ສົງ​ຄາມ​ຫວຽດ​ນາມ ວ່າ​ແມ່ນ​ຂີດ​ໝາຍ​ໃຫຍ່​ໃນ​ປະ​ຫວັດ​ສາດ​ຂອງ​ອາ​ເມ​ລິ​ກາ, ແມ່ນ​ບາດ​ລ້ຽວ​ປ່ຽນ​ແປງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊ​າ​ຊົນ ກັບ ລັດ​ຖະ​ບານ ອາ​ເມ​ລິ​ກາ ກໍ​ຄື​ທັດ​ສະ​ນະ​ຂອງ​ຊາວ ອາ​ເມ​ລິ​ກາ ກ່ຽວ​ກັບ​ສົງ​ຄາມ​ເຢັນ ຊື່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້ ອາ​ເມ​ລິ​ກາ ແຊກ​ແຊງ​ເຂົ້າ​ຫວຽດ​ນາມ.

        ການ​ປະ​ລາ​ໄຊ​ກໍ່​ຄວາມ​ຖົກ​ຖຽງ​ພາຍ​ໃນ​ປະ​ເທດ ອາ​ເມ​ລິ​ກາ

        ສາດ​ສະ​ດາ​ຈານ Spector, ຊື່ງ​ແມ່ນ​ຜູ້​ຄົ້ນ​ຄ້​ວາ ແລະ ສອນ​ວິ​ຊາ​ປະ​ຫວັດ​ສາດ​ການ​ທະ​ຫານ​ອາ​ເມ​ລິ​ກາ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ George Washington ນັບ​ສິບ​ໆ​ປີ ໃຫ້​ຮູ້​ວ່າ:  ການ​ປະ​ລາ​ໄຊ​ຂອງ​ອາ​ເມ​ລິ​ກາ ໃນ​ສົງ​ຄາມ​ຫວຽດ​ນາມ ຍັງ​ຄົງ​ແມ່ນ​ບັນ​ຫາກໍ່​ຄວາມ​ຖົກ​ຖຽງ​ຢ່າງ​ແຮງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ.

        “ມີ​ບາ​ງ​ຄົນ​ຖື​ວ່າ ອາ​ເມ​ລິ​ກາ ບໍ່​ເສຍ​ໄຊ​ຢູ່​ຫວຽດ​ນາມ ຫາກ​ປະ​ທາ​ນາ​ທິ​ບໍ​ດີ Nixon ພຽງ​ແຕ່​ຖອນ​ທະ​ຫານ​ອອກ ແລະ ປະ​ລະ​ສົງ​ຄາມ​​ຕໍ່​ຫນ້າ​ກຳ​ລັງ​ດັນ ແລະ ຄວາມ​ບໍ່​ສາ​ມາດອົດ​ທົນ​ຂອງ​ປະ​ຊາ​ຊົນ ແລະ ສະ​ພ​າ​ແຫ່ງ​ຊາດ ອາ​ເມ​ລ​ິ​ກາ. ບາງ​ຄົນ​ສັງ​ເກດ​ວ່າ ອາ​ເມ​ລິ​ກາປະ​ລາ​ໄຊ ຍ້ອນ​ອຳ​ນາດ​ການ​ປົກ​ຄອງ ສ. ຫວຽດ​ນາມ ບໍ່​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຊົນ ຍ້ອນ​ສະ​ພາບ​ສໍ້​ລາດ​ບັງ​ຫລວງ ແລະ ການ​ເຄື່ອນ​ໄຫວບໍ່​ມີ​ປະ​ສິດ​ທິ​ຜົນ, ຊ້ຳ​ບໍ່​ໜຳ ນັບ​ທັງບັນ​ດາ​ຜູ້​ຕ້ານກອມ​ມູ​ນິດ​ຢູ່​ພາກ​ໃຕ້​ຫວຽດ​ນາມ​ໃນ​ຄາວນັ້ນ ກໍ່​ບໍ່​ມີ​ຄວາມສາ​ມັກ​ຄີ​ນຳ​ກັນ​.”

ສົງຄາມຫວຽດນາມພາຍໃຕ້ແງ່ມູມສັງເກດຂອງຊາວອາເມລິກາ - ảnh 2
ອະ​ດີດ​ພັນ​ເອກ ອາ​ເມ​ລິ​ກາ Andres Sauvageot
ພາບ:vov.vn

        ຊື່ງ​ແມ່ນ​ຜູ​້​​ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຫວຽດ​ນາມ ກ່ອນ​ທີ່​ຍ້າຍ​ໄປ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ, ສາດ​ສະ​ດາ​ຈານ Spector ປະ​ເຊີນ​ຫນ້າ​ໂດຍ​ກົງ​ກັບ​ບັນ​ດາ​ຜູ້ບໍ່​ເຂົ້າ​ຮ່ວມ​ສົງ​ຄາມ ເພື່ອ​ໃຫ້​ຈາກນັ້ນ​ຍົກ​ອອກ​ບັນ​ດາ​ຄຳ​ອ​ະ​ທິ​ບາຍ​ກ່ຽວ​ກັບ​ການ​ປະ​ລາ​ໄຊ​ຂອງ​ອາ​ເມ​ລິ​ກາ.

        “ມີ​ຫລາຍ​ຄົນ​ໃນ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ກໍ​ຄື​ນັກ​ຂ່າວ ອາ​ເມ​ລິ​ກາ ລ້ວນ​ແຕ່​ຕັ້ງ​ຄວາມ​ຫວັງ​ວ່າ ການ​ແຊກ​ແຊງ​ຂອງກອງ​ທັບ​ອາ​ເມ​ລິ​ກາ ຢູ່ ພາກ​ໃຕ້​ຫວຽດ​ນາມ ຈະ​ພາ​ໄປ​ເຖິງ​ໄຊ​ຊະ​ນະ​ໂດຍ​ໄວ ຫລື​ບັງ​ຄັບໃຫ້​ກອງ​ທັບ ພາກ​ເຫນືອ​ຫວຽດ​ນາມ ຖອຍ​ຫລັງ.ແຕ່​ຝ່າຍ​ອາ​ເມ​ລິ​ກາ ຕີ​ລາ​ຄາ​ຫວຽດ​ນາມ ບໍ່​ຖືກ​ກັບ​ຄວາມ​ຈິງ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Mc Namara ໃນ​ຄາວນັ້ນ​ໄດ້​ຖະ​ແຫລງວ່າ ຖ້າ​ພວກ​ເຮົາ​ສະ​ແດງ​ໃຫ້​​ຝ່າຍ​​ຄ້ານເຫັນ​ໄດ​້​ວ່າ ເຂົາ​ເຈົ້າ ບໍ່​ສາ​ມາດຊະ​ນະ​ໄດ້ ເຂົາ​ເຈົ້າຈະຖອນ​ກຳ​ລັງ. ແຕ່​ພາກ​ເຫນືອບໍ່​ຖອນ​ກຳ​ລັງ. ຂ້າ​ພະ​ເຈົ້າ​ຖື​ວ່າ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ ແລະ ກົມ​ການ​ເມືອງ ຫວຽດ​ນາມ ໃນ​ຄາວນັ້ນ​ໄດ້​ມີ​ຂໍ້​ສັງ​ເກດ​ວ່າ ເມື່ອ​ອາ​ເມ​ລິ​ກາ ເຫັນ​ໄດ້​ຄວາມ​ຕັດ​ສິນ​ໃຈ​ຕໍ່​ສູ້​ຂອງ​ພາກ​ເຫນືອ ເຂົາ​ເຈົ້າ​ຈະ​ທໍ້​ຖອຍ​ໃຈ. ແລະ ຄວາມ​ຈິງ​ຝ່າຍ ອາ​ເມ​ລິ​ກາ ທໍ້​ຖອຍ​ໃຈ​ແທ້.”

        ຫວຽດ​ນາມ ພຽງ​ແຕ່​ທຳ​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາ, ​ອິດ​ສະ​ຫລະ​ພາບ

        ບັນ​ດາ​​ທະ​ຫານ​​ຜ່ານ​ເສິກອາ​ເມ​ລິກາ ເຂົ້າ​ຮ່ວມ​ສົງ​ຄາມ ຈຶ່ງ​ແມ່ນ​ຜູ້​ເຂົ້າ​ໃຈ​ສົງ​ຄາມ​ຫວຽດ​ນາມ ແລະ ຄູ່​ຕໍ່ສູ້ກວ່າ​ຜູ້​ໃດ​ໝົດ. ອະ​ດີດ​ພັນ​ເອກ ອາ​ເມ​ລິ​ກາ Andres Sauvageot ໄດ້​ເຂົ້າ​ຮ່ວມ​ສົງ​ຄາມ​ຫວຽດ​ນາມ ໃນ​ໄລ​ຍະ 9 ປີ  ແລະ ຮັບ​ຜິດ​ຊອບ​ບົດ​ບາດເປັນ​ທີ່​ປຶກ​ສາ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ສ​. ຫວຽດ​ນາມ.

        “ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ເດີນ​ທາງ​ມາ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຫວຽດ​ນາມ, ບໍ່​ຮູ້​ວ່າ ຫວຽດ​ນາມ ມີ​ຜູ້​ປະ​ສົບ​ກັບ​ເຄາະ​ຮ້າຍ​ຈາກ​ບັນ​ດາ​ການ​ຮຸກ​ຮານ​ຈາກ​ຈີນ, ຝ​ລັ່ງ, ຍີ່​ປຸ່ນ ແລະ ອາ​ເມ​ລິ​ກາ. ຫວຽດ​ນາມ ພຽງ​ແຕ່​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ, ເສ​ລິ​ພາບ, ນັ້ນ​ແມ່ນ​ຄວາມ​ຈິງ.”

        ພາ​ຍ​ຫລັງ​ຫລາຍ​ປີ​ທີ່​ໄປ​ເຖິງ​ທຸກ​ແຫ່ງ, ໄດ້​ພົບກັບ​ຊາວ​ຫວຽດ​ນາມ, ໃນ​ນັ້ນ ມີ​ນັກ​ຮົບ​ປະ​ຕິ​ວັດ​ ຫລາຍ​ຄົນ, ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ມູນ​ເຊື້ອ​ຂອງ​ຫວຽດ​ນາມ, ອະ​ດີດ​ພັນ​ເອກ ອາ​ເມ​ລິ​ກາ Andres ຖື​ວ່າ ນີ້​ແມ່ນ​ສົງ​ຄາມ​ຊື່ງ​ຊາວ​ອາ​ເມ​ລິ​ກາ ບໍ່​ສາ​ມາດ​ຮັບ​ໄຊ​ຊະ​ນະ​ໄດ້.

        “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຢ່າງ​ແນວ​ແນ່​ວ່າ ພວກ​ຂ້າ​ພະ​ເຈົ້າ​ຈະ​ປະ​ລາ​ໄຊ. ປະ​ທາ​ນາ​ທິ​ບໍ​ດີ Nixon ຄວນ​ຖອນ​ທະ​ຫານ​ອອກ​ຈາກ ຫວຽດ​ນາມ ໄວ​ກວ່ານັ້ນ. ຝ​ລັ່ງ ຫລື ອາ​ເມ​ລິ​ກາ ລ້ວນ​ແຕ່​ມາ​ຈາກ​ເຂດ​ທີ່​ຫ່າງ​ໄກ, ໃນ​ຂະ​ນະ​ນັ້ນ ປະ​ຊາ​ຊົນ​ຫວຽດນາມ ຕໍ່​ສູ້​ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ເພື່​ອ​ເອ​ກະ​ລາດ, ເສ​ລິ​ພາບ​ຂອງ​ເຂົາ​ເຈົ້າ​ເອງ. ນີ້​ແມ່ນ​ຄວາມ​ແຕກ​ຕ່າງ, ເປັນ​ຕົ້ນ​ເມື່ອ​ຫວຽດ​ນາມ ມີ​ຫລາຍ​ຄົນ​ແມ່ນ​ຜູ້​ອົງ​ອາດ​ກ້າຫານ, ຮັກ​ຫອ​ມ​ສັນ​ຕິ​ພາບ, ຄ​ຽດ​ແຄ້ນ​ສົງ​ຄາມ. ຖ້າ​ຫາກ​ແມ່ນ​ຊາວ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຈະ​ສະ​ຫນັບ​ສະ​ຫນູນ​ກຳ​ລັງ​ປະ​ຕິ​ວັດ, ແລະ ຈະ​ບໍ່​ຍອມ​ຮັບ​ໂດຍບໍ່​ວ່າສັດ​ຕູ​ຮຸກ​ຮານ​​ໂຕໃດ.”

ສົງຄາມຫວຽດນາມພາຍໃຕ້ແງ່ມູມສັງເກດຂອງຊາວອາເມລິກາ - ảnh 3
ນັກ​ຂ່າວ David Lamb

       ອາ​ເມ​ລິ​ກາ​ຈະ​ບໍ່​ສາ​ມາດ​ຮັບ​ໄຊ​ຊະ​ນະ​ໄດ້

       ເລື່ອງ​ອາ​ເມ​ລິ​ກາ ຕ້ອງ​ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ຫວຽດ​ນາມ ກໍ​​ມີ​ການປະ​ກອບ​ສ່ວນບໍ່​ຫນ້ອຍ​ຂອງ​ບັນ​ດາ​ນັກ​ຂ່າວ​ສະ​ຫນາມ​ຮົບ​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ນັກ​ຂ່າວ ອາ​ເມ​ລິ​ກາ. ດ້ວຍ​ບັນ​ດາ​ບົດ​ຂຽນ,  ພາບ​ຖ່າຍຈາກ​ສະ​ຖານ​ທີ່​ເກີດ​ການ​ສູ້​ຮົບ, ເຂົາ​ເຈົ້າ​ໄດ້​ຊ່ວຍ​ໃຫ້​ປະ​ຊາ​ຊົນ ອາ​ເມ​ລິ​ກາ ແລະ ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເນື້ອ​ແທ້​ຂອງ​ສົມ​ຄາມ​ຢູ່​ຫວຽດ​ນາມ, ສ້າງ​ກຳ​ລັງ​ດັນ​ຕໍ່​ຫາງ​ສຽງ, ທວງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ ຢຸດ​ຕິ​ການ​ປີນ​ຂັ້ນ​ໄດ​ສົງ​ຄາມ. ທ່ານ David Lamb, ນັກ​ຂ່າວ​ສະ​ຫນາມ​ຮົບ​ຂອງ ສຳ​ນັກ​ຂ່າວ​ອາ​ເມ​ລິ​ກາ UPI ໃຫ້​ຮູ້​ວ່າ:

        “ກ່ອນ​ທ​ີ່​ເດີນ​ທາງ ມາ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ສະ​ຫ​ນັບ​ສະ​ຫນູນ​ສົງ​ຄາມ ແລະ ຖື​ວ່າ ນັ້ນ​ແມ່ນ​ສິ່ງ​ທີ່ ອາ​ເມ​ລິ​ກາ ຄວນ​ເຮັດ, ໝາຍ​ຄວາມ​ວ່າ ຕ້ານ​ຄື​ນ​ລັດ​ທິ​ກອມ​ມູ​ນິດ. ແຕ​້​ໃນ​ໄລ​ຍະ 2 ປີ ຢູ່​ຫວຽດ​ນາມ, ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ກົງ​ກັນ​ຂ້າມ. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ສົງ​ຄາມ​ຊື່ງ ອາ​ເມ​ລິ​ກາ ບໍ່​ສາ​ມາດ​ໄຊ​ຊະ​ນະ​ໄດ້, ສົງ​ຄາມນີ້ ອາ​ເມ​ລິ​ກາ ບໍ່​ຄວນ​ກໍ່​ຂຶ້ນ.”

         ມີ​ຫນ້າ​ຢູ່​ທຸກ​ສະ​ຫນາມ​ຮົບ​ຫວຽດ​ນາມ​ນັບ​ແຕ່​ປີ 1968 -1970, ຊື່ງ​ແມ່ນ​ຈຸດ​ເວ​ລາ​ທີ່​ນອງ​ເລ​ືອດ​ທີ່​ສຸດ​ຂອງ​ສົງ​ຄາມ, ຫລັງ​ຈາກນັ້ນ​ກັບ​ຄືນ​ປະ​ຕິ​ບັດ​ຫນ້າ​ທີ່​ໃນ​ຊຸມມື້​ທ້າຍ​ເດືອນ 4/1975 ເພື່ອ​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ພັງ​ທະ​ລາຍ​ຂອງ​ລັດ​ຖະ​ບານ ສ. ຫວຽດ​ນາມ, ນັກ​ຂ່າວ David Lamb ເຂົ້າ​ໃຈ​ກ່ຽວ​ກັບ​ສາຍ​ເຫດ​ຖື​ກ​ປະ​ລາ​ໄຊ​ຂອງ ອາ​ເມ​ລິ​ກາ

        “ຫນຶ່ງ​ໃນ​ບັນ​ດາ​ຄວາມ​ຜິດ​ພາດ​ໃຫຍ່​ສຸດ​ຂອງ​ພວກ​ຂ້າ​ພະ​ເຈົ້າ ນັ້ນ​ແມ່ນບໍ່​ເຂົ້າ​ໃຈ​ປະ​ຊາ​ຊົນ​ຫວຽດ​ນາມ, ບໍ່​ເຂົ້າ​ໃຈ​ຄວາມ​ທົນ​ທານ​, ອົງ​ອາດ​ກ້າ​ຫານ, ລັດ​ທິ​ຊົນ​ຊາດ, ຄວາມ​ສາ​ມາດ​ຕໍ່​ສູ້, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳຂອງ​ຫວຽດ​ນາມ. ສຳ​ລັບ​ໄຊ​ຊະ​ນະ​, ການ​ປະ​ລາ​ໄຊ​ໃນ​ສົງ​ຄ​າມ ແມ່ນ​​ຂາດຄວາມ​ເຂົ້າ​ໃຈ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ອາ​ເມ​ລິ​ກາ ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ຈາກ​ຫວຽດ​ນາມ.”

        ບັນ​ດາ​ທັດ​ສະ​ນະ, ຄວາມ​ຮັບ​ຮູ້​ຂອງ​ຊາວ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສົງ​ຄາມ​ຫວຽດ​ນາມ​ ໃນ​ຊ່ວງ​ເວ​ລາ​ທີ່​ຫວຽດ​ນາມ ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຍິ່ງ​ສະ​ແດງ​ໃຫ້​ເຫັນ​ຄຸນ​ຄ່າ​ຂອງ​ສົງ​ຄາມ​ປະ​ຫວັດ​ສາດນີ້​ຈະ​ແຈ້ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ