ສິ່ງທີ່ຊ້ອນແຝງພາຍຫຼັງການຢ້ຽມຢາມອາເມລິກາ ຂອງນາຍົກລັດຖະມົນຕີ ອິດສະຣາແອນ

ວັນ​ທີ 3/3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ກ່າວ​ປາ​ໄສ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຊຶ່ງ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ ອິດ​ສະ​ຣາ​ແອນກ່ຽວ​ກັບ​ຂໍ້​ຕົກ​ລົງສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ ຊຶ່ງ​ອາ​ເມ​ລິ​ກາ ແລະ ບາງ​ປະ​ເທດ​ພັນ​ທ​ະ​ມິດ​ພວມ​ມາ​ນະ​ພະ​ຍາ​ຍາມ​ເຈລະ​ຈາ​ເພື່ອ​ບັນ​ລຸ​ໄດ້​ໂດຍ​ໄວ. ເຖິງວ່າ ໄດ້​ຮູ້​ແຈ້ງວ່າ ບໍ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ​ທຳ​ນຽບ​ຂາວ​ກໍ​ຕາມ, ແຕ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ຍັງ​ຄົງ​ຍອມ​ຮັບ​ເພາະ​ພວມ​ດຳ​ເນີນ​ບັນ​ດາ​ບາດ​ກ້າວ​ເດີນ​ດ້ວຍ​ການ​ຄິດ​ໄລຫຼາຍ​ຢ່າງກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ຢູ່ ອິດ​ສະ​ຣາ​ແອນ ໃນ​ວັນ​ທີ 17/3 ນີ້.

ສິ່ງທີ່ຊ້ອນແຝງພາຍຫຼັງການຢ້ຽມຢາມອາເມລິກາ ຂອງນາຍົກລັດຖະມົນຕີ ອິດສະຣາແອນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ຖະ​ແຫຼງ​ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ AIPAC ເມື່ອ​ວັນ​ທີ 2/3 .     (ພາບ: AP)

   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ໄປ​ຮອດ ອາ​ເມ​ລິ​ກາແຕ່​ວັນ​ທີ 1/3 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ John Boehner ສະ​ມາ​ຊິກ​ພັກ​ສາ​ທາ​ລະ​ນະ​ລັດ, ຫາກບໍ່​ໄປ​ຕາມ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ຈາກ​ທຳ​ນຽບ​ຂາວ. ກ່ອນ​ທີ່​ຂຶ້ນ​ເຮືອ​ບິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ຢືນ​ຢັນ​ວ່າ ທ່ານ​ໄປ​ຮອດ​ວໍ​ຊິງ​ຕັນ​ເພື່ອ​ພາ​ລະກຳ​ປະ​ຫວັດ​ສາດ, ກະ​ຕຸກ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາຍອມ​ຮັບ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕ້ານ​ອີ​ຣານ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ກ່ອນ​ກຳ​ນົດ​ສຸດ​ທ້າຍ​ໃຫ້​ແກ່​ສັນ​ຍາ​ແມ່​ສະ​ບັບ​ໜຶ່ງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍຂອງ​ອີ​ຣານເມື່ອ​ວັນ​ທີ 31/3, ມຸ່ງ​ໄປ​ສູ່​ການ​ບັນ​ລຸ​ບັນ​ດາ ຂໍ້​ຕົກ​ລົງ​ທີ່​ມີ​ລັກ​ສະ​ນະ​ວິ​ຊາ​ການ ຢ່າງ​ຊ້າ​ສຸດ​ແມ່ນ​ວັນ​ທີ 30/6.

    ທຳ​ນຽບ​ບໍ່​ເປີດ​ໄຟ​ຂຽວ

    ສິ່ງ​ໜຶ່ງ​ທີ່​ແນ່ນອນ ກໍ​ແມ່ນ​ວ່າ ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທັງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ John Kerry ຕ່າງ​ກໍ​ບໍ່​ມີ​ການ​ພົບ​ປະ​ກັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu. ເຫດ​ຜົນ​ທີ່​ອາ​ເມ​ລິ​ກາ​ຍົກ​ອອກ​ມານັ້ນ, ​ຕາມ​ປະ​ເພ​ນີ​ແລ້ວ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ບໍ່ເຄີຍ​ພົບ​ປະ​ກັບ​ການ​ນຳ​ປະ​ເທດ​ຕ່າງໆ​ກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ຢູ່​ປະ​ເທດ​ຂອງ​ເຂົາ​ເຈົ້າ. ກ່ອນ​ໜ້ານັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ຕຳ​ໜິ​ຕິ​ຕຽນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ຊຶ່ງ​ໄດ້​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ John Boehner ຫາກບໍ່​ຜ່ານ​ທຳ​ນຽບ​ຂາວ​ນັ້ນ ແມ່ນ​ລະ​ເມີດຫຼັກ​ການ​ອັນ​ເປັນ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ໃນ​ຂະ​ນະ​ນັ້ນ, ທ່ານ​ຮອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Joe Biden ກໍ​ຈະ​ບໍ່​ມີ​ໜ້າ​ໃນ​ການ​ອະ​ພິ​ປາຍ ເຖິງ​ແມ່ນ​ວ່າ ຕາມ​ທຳ​ນຽມ​ແລ້ວ, ເມື່ອ​ມີ​ການ​ນຳ​ຂອງ​ປະ​ເທດ​ຕ່າງໆ​ມາ​ກ່າວ​ປາ​ໄສ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຕ້ອງ​ມີ​ໜ້າ​ແບບ​ບັງຄັບ. ທີ່​ປຶກ​ສາ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດອາ​ເມ​ລິ​ກາ ທ່ານ​ນາງ Susan Rice ໄດ້​ຕຳ​ໜິ​ຕິ​ຕຽນເລື່ອງ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ John Boehner ເຊື້ອ​ເຊີນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ມາ​ກ່າວ​ປາ​ໄສ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລ​ິ​ກາ​ໃນ​ຈຸດ​ເວ​ລາ​ກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດອິດ​ສະ​ຣາ​ແອນ ພຽງ 2 ອາ​ທິດ ແມ່ນບໍ່​ສອດ​ຄ່ອງ​ກັບ​ນ້ຳ​ໃຈ​ສຳ​ພັນ​ທະ​ມິດ​ລະ​ຫວ່າງ​ອາ​ເມ​ລິ​ກາ- ອິດ​ສະ​ຣາ​ແອນ.

    ບາດ​ກ້າວ​ເດີນ​ທາງ​ການ​ເມືອງ

  ເບິ່ງ​ຄື​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ຄາດ​ຄະ​ເນ​ໄວ້​ລ່ວງ​ໜ້າ​ກ່ຽວ​ກັ​ບ​ປະ​ຕິ​ກິ​ລີ​ຍາ​ຈາກ​ທຳ​ນຽບ​ຂາວ, ແຕ່​ສຳ​ລັບ​ທ່ານ​ແລ້ວ, ການຍາດ​ແຍ່ງ​ເອົາ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫາງ​ສຽງ​ກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ຢູ່ ອິດ​ສະ​ຣາ​ແອນ ໃນ​ວັນ​ທີ 17/3 ແມ່ນ​ສຳ​ຄັນ​ກວ່າ​ສິ່ງ​ໃດ​ໝົດ. ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ຈຸດ​ເວ​ລາ​ໃກ້​ຈະຮອດ​ວັນ​ເລືອກ​ຕັ້ງ​ຢູ່ ອິດ​ສະ​ຣາ​ແອນ, ໂດຍ​ປະ​ເຊີນ​ໜ້າ​ກັບ​ຄູ່​ແຂ່ງ Isaac Herzog ສັງ​ກັດ​ພັກ​ແຮງ​ງານນັ້ນ, ທ່ານ​ Netanyahu ພວມ​ຂົນ​ຂວາຍ​ການ​ເມືອງ​ໃຫ້​ຕົນ​ເອງ​ດ້ວຍ​ການ​ຫັນ​ ​​ຄວາມ​ສົນໃຈ​ບັນ​ຫາຈຸດ​ສຸມໄປ​ຍັງ​ບັນ​ຫາ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ຄັນ​ຕະ​ລະ​ບັດ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ ທີ່​ແນ​ໃສ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ ແລະ ການ​ພ​ົວ​ພັນ​ພາຍ​ໃນ​ທີ່​ພວມກໍ່​ຄວາມ​ຫຍຸ້ງຍາກ​ແກ​່ທ່າ​ນ.  ເພາະ​ສະ​ນັ້ນ, ການ​ນຳ​ໃຊ້​ບັນ​ຫ​າ​ນິວ​ເຄຼຍ​ຂອງ​ອີ​ຣານ ໄດ້​ຮັບ​ຖື​ວ່າ ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ ເພາະ​ວ່າ ແຕ່​ດົນ​ນານ​ມາ​ແລ້ວ, ອີ​ຣານ​ຖືກ​ຖື​ວ່າ ແມ່ນ​ໄພ​ນາບ​ຂູ່​ທີ່​ເປັນ​ອັນ​ຕະ​ລາຍ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ​ທີ່​ມີ​ຕໍ່​ຄວາມ​ສະ​ຫງົບ​ຂອງອິດ​ສະ​ຣາ​ແອນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ກໍ​ແມ່ນ​ຜູ້​ຕຳ​ໜິ​ຕິ​ຕຽນ​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ກັບ​ອີ​ຣານ, ທ່ານ​ຖື​ວ່າ ໃນ​ການ​ເຈ​ລະ​ຈາ​ຄັ້ງ​ຕ່າງໆ​ເມື່​ອມໍ່ໆ​ມານີ້, ອາ​ເມ​ລິ​ກາ​ໄດ້​ຜ່ອນ​ສັ້ນ​ຜ່ອນ​ຍາວຫຼາຍ​ຢ່າງ​ໃນ​ຂະ​ນະ​ທີ່​ເຕ​ເຮ​ຣານ ຍັງ​ຄັງ​ຄົງ​ມີ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ໃນ​ການ​ຜະ​ລິດ​ອາ​ວຸດນິວ​ເຄຼຍ ແລະ ສິ່ງນີ້​ບໍ່​ພຽງ​ແຕ່​ເປັນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງອິດ​ສະ​ຣາ​ແອນ​ເທົ່າ​ນັ້ນ, ຫາກ​ຍັງ​ກໍ່​ໃຫ້​ເກີດ​ສະ​ພາບ​ຂາດ​ສະ​ຖຽນ​ລ​ະ​ພາບ​ໃນ​ພາກ​ພື້ນຕາ​ເວັນ​ອອກ​ກາງ ແລະ ໃນ​ໂລກ​ອີກ​ດ້ວຍ. ກ່ອນ​ທີ່​ກ່າວ​ສູນ​ທອນ​ພົດ​ຢູ່​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ເປັນ​ເວ​ລາ 1 ວັນ, ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ລວມ ອາ​ເມ​ລິ​ກາ-ອິດ​ສະ​ຣາ​ແອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ກັບ​ອີ​ຣານ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ກໍ​ເປັນ​ການ​ນາບ​ຂູ່​ຕໍ່​ຄວາມ​ການ​ຄົງ​ຕົວ​ຂອງອິດ​ສະ​ຣາ​ແອນ.

     ເຫດ​ຜົນ​ທີ່ 2 ທີ່​ພາ​ໃຫ້ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລ​ິ​ກາ ກໍ​ແມ່ນ​ຍ້ອນ​ປະ​ຊາ​ຊົນອິດ​ສະ​ຣາ​ແອນ ຢາກ​ເຫັນນາ​ຍົກ​ລັດ​ຖະ​ມົນ​ຕີຂອງ​ເຂົາ​ເຈົ້າ ສະ​ແດງ​ທັດ​ສະ​ນະ​ຂອງອິດ​ສະ​ຣາ​ແອນ​ຢ່າງ​ແຂງ​ແຮງ​ຕໍ່​ໜ້າ​ບັນ​ດາ ສ.ສ.ຊ ອາ​ເມ​ລິ​ກາ. ເພາະ​ສະ​ນັ້ນ, ຜົນ​ສຳ​ເລັດ​ໃນ​ບົດ​ກ່າວ​ປາ​ໄສ​ຢູ່​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 3/3 ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ຄວາມ​ສຳ​ເລັດ​ຜ​ົນ​ເຄິ່ງ​ໜຶ່ງ​ຢູ່ອິດ​ສະ​ຣາ​ແອນ​ສຳ​ລັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu.

       ການ​ພົວ​ພັນ​ລະ​ຫວ່າງອາ​ເມ​ລິ​ກາ-ອິດ​ສະ​ຣາ​ແອນ ແຕ່​ດົນ​ນານ​ມາ​ແລ້ວ ໄດ້​ກາຍ​ເປັນ​ບັນ​ຫາ​ສຳ​ຄັນ​ໃນ​ເວ​ທີ​ການ​ເມືອງ ຂອງ 2 ປະ​ເທດ. ອິດ​ສະ​ຣາ​ແອນແຕ່​ດົນ​ນານ​ແລ້ວ, ໄດ້​ກາຍ​ເປັນ​ພັດ​ທະ​ມິດ​ຍຸດ​ທະ​ສາດຂອງອາ​ເມ​ລິ​ກາ​ຢູ່​ຕາ​ເວັນ​ອອກ​ກາງ. ເຖິງວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ຖະ​ແຫຼງ​ທີ່ກອງ​ປະ​ຊຸມ​ປະ​ຈຳ​ປີ AIPAC ເມື່ອ​ວັນ​ທີ 2/3 ວ​່າ ສຳ​ພັນ​ທະ​ມິດອາ​ເມ​ລິ​ກາ-ອິດ​ສະ​ຣາ​ແອນ ມີ​ຄວາມ​ໝັ້ນ​ຄົງ​ໜັກ​ແໜ້ນ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ , ຈະ​ສືບ​ຕໍ່​ພັດ​ທະ​ນາ ແລະ ນຳ​ນຽບ​ຂາວ​ພັດ​ປະ​ຕິ​ເສດ​ຂ່າວ ຈະ​ຕັດ​ການ​ຊ່ວຍ​ເຫຼືອ​ແກ່ອິດ​ສະ​ຣາ​ແອນ, ແຕ່​ທີ່​ຈິງ​ແລ້ວ, ການ​ພະ​ວ​ພັນ​ລະ​ຫວ່າງ 2 ປະ​ເທດ ໄດ້​ມີ​ຄວ​າມ​ຂັດ​ແຍ້ງ​ກັນ​ແລ້ວ. ການ​ຢ້ຽມ​ຢາມ​​ອາ​ເມ​ລິ​ກາໂດຍ​ມີ​ການ​ຄິດ​ໄລຫຼາຍ​ຢ່າງ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahuຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງນີ້, ຍິ່ງ​ເລິກ​ເຊິ່ງ​ຂຶ້ນ​ຕ​ື່ມ.
ຂ່າວ/ບົດ​ອື່ນ