ກອງປະຊຸມສຸດຍອດ APEC ໄດ້ດຳເນີນໃນເວລາ 2 ວັນຄືວັນທີ 18 ແລະ 19/11 ຢູ່ນະຄອນຫຼວງ ມານີລາ ປະເທດຟີລິບປິນ ຊຶ່ງມີການເຂົ້າຮ່ວມຂອງການນຳຂອງ 21 ພື້ນຖານເສດຖະກິດສະມາຊິກ. ໂດຍຖືກຈັດຂຶ້ນໃນສະພາວະທີ່ APEC ພວມຍູ້ແຮງລະດັບການເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາເສດຖະກິດ, ເພີ່ມທະວີການຮ່ວມສຳພັນໃນພາກພື້ນ, ກົນໄກຮ່ວມມືນີ້ໃນປະຈຸບັນພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຄື ການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ, ລັດທິກໍ່ການຮ້າຍ, ໂລກລະບາດ, ຄວາມແຕກໂຕນກັນໃນການພັດທະນາ, ມັນໄດ້ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າອີກຈາກບັນດາປະເທດສະມາຊິກ.
ພາບປະກອບ |
ອາຊີ-ປາຊິຟິກໃນປະຈຸບັນຍັງຖືກຖືວ່າ ແມ່ນພາກພື້ນພັດທະນາທີ່ຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດໂລກ. ການຮ່ວມມືດ້ານເສດຖະກິດອາຊີ-ປາຊິຟິກ (APEC) ໃນໄລຍະທີ່ຜ່ານມາໄດ້ຢັ້ງຢືນລັກສະນະປະສິດທິຜົນຂອງກົນໄກນີ. ໃນຮອບເວລາ 20 ປີທີ່ຜ່ານມາ, ວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາເສດຖະກິດຂອງບັນດາປະເທດສະມາຊິກ APECໄດ້ຊ່ວຍນັບຮ້ອຍລ້ານຄົນໃນພາກພື້ນນີ້ຫຼຸດພົ້ນອອກຈາກຄວາມອຶດຫິວທຸກຍາກ, ຊົນຊັ້ນກາງໄດ້ເພີ່ມຂຶ້ນແຮງ. ຕາມວົງການນັກຊ່ຽວຊານແລ້ວ, ອາຊີ-ປາຊິຟິກໃນປະຈຸບັນແມ່ນພາກພື້ນທີ່ມີສັນຍາການຄ້າເສລີ FTA ຫຼາຍສະບັບ ຊຶ່ງພວມໄດ້ຮັບການຊຸກຍູ້ ແລະ ສຳຄັນແມ່ນລະຫວ່າງບັນດາສັນຍານີ້ ບໍ່ເກີດການຂັດແຍ້ງດ້ານຜົນປະໂຫຍດ. ນີ້ແມ່ນເຄື່ອງມືທີ່ສາມາດໃຊ້ການໃຊ້ງານໃນການຊຸກຍູ້ການສ້າງພາກພື້ນເປັນເອກະພາບ, ສ້າງເງື່ອນໄຂເພື່ອໃຫ້ APEC ສ້າງສະພາບແວດລ້ອມທີ່ໝັ້ນຄົງ, ປອດໄພ, ແລະ ຮັບປະກັນການພັດທະນາຢ່າງຈະເລີນຮຸ່ງເຮືອງໃຫ້ທັງພາກພື້ນໃນອະນາຄົດ.
ບັນດາສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນ.
ບົດບາດທີ່ນັບມື້ນັບສຳຄັນຂອງພາກພື້ນ ອາຊີ-ປາຊິຟິກໃນແຜນທີ່ເສດຖະກິດທົ່ວໂລກໄດ້ຮຽກຮ້ອງຕ້ອງການຍູ້ໄວວິວັດທະນາການທ້ອນໂຮມບັນດາພື້ນຖານ ເສດຖະກິດໃນພາກພື້ນເປັນເອກະພາບ. ໄປຄຽງຄູ່ກັນນັ້ນ, ກໍມີສິ່ງທ້າທາຍຫຼາຍຢ່າງຊຶ່ງ APEC ຕ້ອງປະເຊີນໜ້າ. ໃນຊຸມປີທີ່ຜ່ານມາ, ການເຕີບໂຕເສດຖະກິດທົ່ວໂລກໄດ້ຫຼຸດລົງ. ອາຊີ-ປາຊິຟິກ ເຖິງວ່າຍັງເປັນກຳລັງໜູນແກ່ການເຕີບໂຕຢ່າງໃຫຍ່ຫຼວງຂອງໂລກກໍຕາມ, ແຕ່ລະດັບການເຕີບໂຕໄດ້ຊັກຊ້າລົງ. ປີ 2015 ແມ່ນປີທີ 3 ຢ່າງລຽນຕິດ, ການເຕີບໂຕດ້ານການຄ້າແມ່ນຕ່ຳກວ່າເມື່ອທຽບໃສ່ລະດັບການເຕີບໂຕ GDP . ສະພາບຄວາມຫຍຸ້ງຍາກລວມນັ້ນ, ໄດ້ພາໃຫ້ແຕ່ລະປະເທດຕ້ອງປະສົບກັບບັນຫາໃດໜຶ່ງ. ນັ້ນແມ່ນສະພາບການວ່າງງານຍັງສູງຢູ່, ມີຄວາມຜິດດ່ຽງລະຫວ່າງການສະໜອງ ແລະ ຄວາມຕ້ອງການດ້ານແຮງງານທີ່ມີສີມືການຊ່າງສູງ, ຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຂາດສະຖຽນລະພາບທາງສັງຄົມ ແລະ ຊ້ອນແຝງຄວາມສ່ຽງໄພຫຼາຍຢ່າງ. ລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ ມີການເຕີບໂຕບໍ່ສະໝ່ຳສະເໝີ. ບາງພື້ນຖານ ເສດຖະກິດພວມເຕີບໂຕຊັກຊ້າລົງເມື່ອທຽບໃສ່ໄລຍະກ່ອນນີ້ 2-3 ປີ, ຊ້ຳບໍໜຳ ການພັດທະນາຂາດລັກສະນະໝັ້ນຄົງ ໃນຂະນະທີ່ບາງພື້ນຖານເສດຖະກິດອື່ນພວມຄ່ອຍໆເຕີບໂຕດີຂຶ້ນ. ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງພາກພື້ນ ຍັງປະສົບກັບຮົ້ວກີດຂວາງ ຂາດພື້ນຖານໂຄງລ່າງ ແລະ ການອາໄສຫຼາຍເກີນໄປຕໍ່ການສົ່ງອອກສິນຄ້າຂອງປະເທດຈຳນວນໜຶ່ງ. ມີສິ່ງທ້າທາຍໃຫຍ່ອີກອັນໜຶ່ງ ນັ້ນແມ່ນສະພາບຫຼາຍປະເທດໃນພາກພື້ນອາໄສຫຼາຍເກີນໄປຕໍ່ແຫຼ່ງຊັບພະຍາກອນທຳມະຊາດ, ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ບັນດາຄວາມອ່ອນດ້ອຍ ຈຳກັດທາງດ້ານພື້ນຖານໂຄງລ່າງ. ພ້ອມກັນນັ້ນ ແມ່ນຄວາມເຄັ່ງຕຶງດ້ານການເມືອງເກີດມາຈາກຕາເວັນອອກກາງ, ທະເລຕາເວັນອອກ ແລະ ທະເລຮວາຕຸງ ຫຼືການຟື້ນຕົວຂຶ້ນຂອງລັດທິກໍ່ການຮ້າຍ ທີ່ອາດຈະສົ່ງຜົນກະທົບເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນໃນບໍ່ວ່າເວລາໃດ. ສິ່ງທ້າທາຍທັງໝົດເຫຼົ່ານັ້ນ ອາດຈະກີດຂວາງວິວັດທະນາການທ້ອນໂຮມບັນດາພື້ນຖານ ເສດຖະກິດ APEC ເປັນເອກະພາບ.
ບາດກ້າວເດີນຂອງ APEC ຢູ່ ມານີລາ
ໃນສະພາບເສດຖະກິດ, ການເມືອງສາກົນມີຄວາມສັບສົນເຊັ່ນນັ້ນ, APEC 2015 ໂດຍພາຍໃຕ້ການເປັນປະທານຂອງຟີລິບປິນ, ໄດ້ຊອກຫາທິດກ້າວເດີນທີ່ເໝາະສົມ. APEC 2015 ໄດ້ກຳນົດຢ່າງຖືກທິດກ່ຽວກັບຫົວເລື່ອງ ແລະ ໃຫ້ບຸລິມະສິດແກ່ການຮ່ວມມືຂອງ APEC. ນັ້ນແມ່ນເລັ່ງໃສ່ແກ້ໄຂສະພາບການພັດທະນາບໍ່ກ້ຳເກີງລະຫວ່າງບັນດາປະເທດສະມາຊິກ, ເພື່ອຮັບປະກັນບັນດາພື້ນຖານເສດຖະກິດສະມາຊິກ APEC ເຊື່ອມໂຍງ ແລະ ພັດທະນາດ້ວຍຈຸດໝາຍ “ບໍ່ມີໃຜຖືກປະປ່ອຍຢູ່ທາງຫຼັງ”. APEC 2015 ປີນີ້, ເນັ້ນໜັກເຖິງການຍູ້ແຮງການພັດທະນາເສດຖະກິດໃນຂົງເຂດວິສາຫະກິດຂະໜາດກາງ ແລະ ນ້ອຍ, ສ້າງເງື່ອນໄຂສະດວກຫຼາຍກ່ວາເພື່ອໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ສຳພັດກັບແຫຼ່ງທຶນກູ້ຢືມດ້ວຍຄ່າດອກເບ້ຍຕ່ຳຢ່າງມີປະສິດທິຜົນ, ນຳໃຊ້ການຄ້າເອເລັກໂຕນິກ, ສົມທົບກັບບັນດາວິສາຫະກິດຂະໜາດໃຫຍ່ ແນໃສ່ນຳໃຊ້ກາລະໂອກາດໃນລະບົບມູນຄ່າທົ່ວໂລກເພື່ອພັດທະນາແບບຍືນຍົງ. APEC ໄດ້ເຫັນສ້າງຕັ້ງກົນໄກແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາສັນຍາການຄ້າພວມເຈລະຈາ, ຈາກນັ້ນກໍເກັບກຳ ແລະ ສົມທຽບຂໍ້ມູນຂ່າວສານກ່ຽວກັບ FTA ເພື່ອຮັບປະກັນບໍ່ເກີດການຂັດແຍ້ງກັນລະຫວ່າງບັນດາສັນຍາ.
ບັນດາພື້ນຖານເສດຖະກິດ APEC ໄດ້ເຫັນດີຊອກຫາຮູບແບບການເຕີບໂຕໃໝ່ ມີຄຸນນະພາບກວ່າ. ຕາມນັ້ນແລ້ວ, ບັນດາພື້ນຖານເສດຖະກິດ APEC ໄດ້ເຫັນດີຍົກອອກຍຸດທະສາດເພີ່ມທະວີຄຸນນະພາບການເຕີບໂຕຂອງ APEC , ວາງຈຸດສຸມເຂົ້າໃນ 3 ມາດຖານທີ່ສຳຄັນແຖວໜ້າຂອງການເຕີບໂຕທີ່ມີຄຸນນະພາບ ລວມມີການສ້າງລະບອບລະບຽບການ, ວຽກງານສັງຄົມຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.
ໄລຍະທາງຂອງວິວັດທະນາການທ້ອນໂຮມບັນດາພື້ນຖານເສດຖະກິດຢູ່ ອາຊີ-ປາຊິຟິກເປັນເອກະພາບ ຍັງຄົງປະສົບກັບຄວາມຫຍຸ້ງຍາກຢູ່, ມັນຮຽກຮ້ອງໃຫ້ແຕ່ລະພື້ນຖານເສດຖະກິດສະມາຊິກຕ້ອງມານະພະຍາຍາມຫຼາຍກ່ວາອີກ. ແຕ່ທຸກສິ່ງທີ່ APEC ບັນລຸໄດ້ຢູ່ມານີລາ ປະເທດຟີລິບປິນ ໃນຄັ້ງນີ້ ໄດ້ຮັບຖືວ່າ ແມ່ນບາດກ້າວຫັນປ່ຽນທີ່ສຳຄັນ, ສ້າງກຳລັງຊຸກຍູ້ໃໝ່ໃຫ້ແກ່ທຸກໆພື້ນຖານເສດຖະກິດສະມາຊິກໃນສພາບການໃໝ່.