ສິ່ງທ້າທາຍແລະຫນ້າທີ່ໃຫມ່ຂອງລັດຖະບານ

(vovworld)- ວັນ​ທີ 7/4, ໃນ​ບົດ​ປາ​ໄສ​ກ່າວທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ກໍ​ຄື​ໃນ​ການແລກ​ປ່ຽນ​ກັບ​ນັກ​ຂ່າວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟ​ຸກ ໄດ້​ຢືນ​ຢັນ​ບາງ​ຫນ້າ​ທີ່​ຈຸດ​ສຸ​ມ​ບຸ​ລິ​ມະ​ສິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຂອງ​ລັດ​ຖະ​ບານ. ນີ້​ກໍ​ແມ່ນ​ບັນ​ດາ​ບັນ​ຫາ​ຊື່ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ຍົກ​ອອກ ເມື່ອ​ເຕື້ອງ​ເຖິງ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ອົງ​ການ​ອຳ​ນາດ​ບໍ​ລິ​ຫານ. ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍນີ້​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກໍ​ຄື​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ.
ສິ່ງທ້າທາຍແລະຫນ້າທີ່ໃຫມ່ຂອງລັດຖະບານ - ảnh 1
ບັນ​ດາ​ສະ​ມາ​ຊິກ​ໃນ​ລັດ​ຖະ​ບານ

        ບາງ​ບັນ​ຫາ​ຈຸດ​ສຸມ​ໃນ​ການ​ຊີ້​ນຳ​ບໍ​ລິ​ຫານ ຊື່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຕື້ອ​ງ​ເຖິງ ນັ້ນ​ແມ່ນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຊຸກ​ຍູ້​ການ​ເຕີບ​ໂຕ, ສຸມ​ໃສ່​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ປະ​ຕິ​ບັດ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ​ຢ່າງ​ຂ້ຽວ​ຂາດ, ເດັດ​ດ່ຽວ, ຢືດ​ໝັ້ນ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ຢ່າງ​ໝັ້ນ​ຄົງ, ສຸມ​ໃສ່​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ, ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊືມ​ເຂົ້າ​ເປັນ​ປົກ​ກະ​ຕິ.

       ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຕໍ່ຫນ້າ​ກຳ​ລັງ​ດັນ​​ເມື່ອເຊື່ອມ​ໂຍງ

        ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແມ່ນ​ຫນ້າ​ທີ່​ທຳ​ອິດ​ຊື່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຕື້ອງ​ເຖິງ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ ອາ​ຍຸ​ການ​ໃຫມ່ ແມ່ນ​ຖືກ​ວາງ​ອອກ​ໃນ​ສະ​ພາບ​ເສດ​ຖະ​ກິດ​ຫວຽດ​ນາມ ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ ກວ້າງ​ຂວາງ. ເສດ​ຖະ​ກິດ​ຫວຽດ​ນາມ ຖືກ​ຜົນ​ສະ​ທ້ອນ​ຢ່າງ​ງ່າຍ​ດາຍ​ຈາກ​ບັນ​ດາ​ການ​ຜັນ​ແປ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ​ໂລກ. ທ່ານ ເຈີນ​ຮ່​ວາງ​ເງິນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

        “ຍ້ອນ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ສະ​ນັ້ນ ການ​ແກ​້​ງ​ແຍ້ງ​ລະ​ຫວ່າງ​ປະ​ເທດ​ຕ່າງໆແມ່ນ​ຂ້ຽວ​ຂາດ​ທີ່​ສຸດ. ບັນ​ດາ​ປະ​ເທດ​ກໍ​ພວມ​ຕັ້ງ​ຫນ້າ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ຕາມ​ທິດ​ດີ​ສຸດ ສະ​ນັ້ນ ລັດ​ຖະ​ບານ ຄວນ​ເອົາ​ໃຈ​ໃສ່​ເຖິງ​ມາດ​ຕະ​ການ​ປະ​ກອບ​ສ່ວນ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ. ຄຽງ​ຄູ່​ກັບ​ປັດ​ໄຈ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ການ​ຈັດ​ຕັ້ງ​ກາ​ນ​ຜະ​ລິດ ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ມະ​ນຸດນັ້ນ ປັດ​ໄຈ​ປ່ຽນ​ໃຫມ່, ກົນ​ຈັກ​ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມກ​ໍ​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ. ແຕ່ ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ເຂົ້າ​ຂົງ​ເຂດວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຍັງ​ຈຳ​ກັດ​ຢູ່.  ສະ​ນັ້ນ ລັດ​ຖະ​ບານ ຄວນ​ສະ​ຫງວນ​ບ້ວງ​ເງິນ​ຫນູນ​ຊ່ວຍ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ສາ​ມາດ​ສຳ​ຜັດ​ກັບ​ແຫລ່ງ​ເງິນ​ລົງ​ທຶນ​ໃຫ້​ຂົງ​ເຂດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ.”

        ດ້ວຍ​ສັນ​ຍາ​ການ​ຄ້າ​ເສ​ລີ 16 ສະ​ບັບ ໄດ້ ແລະ ພວມ​ເຈ​ລະ​ຈາ, ຫວຽດ​ນາມ ກາຍ​ເປັນ​​ສະ​ມາ​ຊິກ​ຕັ້ງ​ຫນ້າ, ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດ​ໃຈ​ໄດ້​ຮັບ​ຖື​ວ່າ​ແມ່ນ​ກຳ​ລັງ​ຫນູນ, ແມ່ນ​ໃຈ​ກາງ​ຂອງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ, ພວມ​ຢືນ​ຢູ່​ຕໍ່​ຫນ້າກຳ​ລັງ​ດັນ​ໃຫ​ຍ່. ໃນ​ສະ​ພາບ​ການນັ້ນ ຄວນ​ເອົາ​ໃຈ​ໃສ່​ເຖິງວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ. ທ່ານ ຟ້າມ​ຈ້ອງ​ເຍີນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ບີງ​ເຢືອງ ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່ ​ກ່ຽວ​ກັບ​ຄວາ​ມ​ຮັບ​ຮູ້​ຕໍ່​ບົດ​ບາດ​ເສດ​ຖະ​ກິດເອ​ກະ​ຊົນ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ນັ້ນ​ແມ່ນ ຮັບ​ຮູ້​ເສດ​ຖະ​ກິ​ດ​ເອ​ກະ​ຊົນ ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ລັດ​ຖະ​ບານ​ກໍ​ຢືນ​ຢັນ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢ່າງ​ແຮງ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ ແມ່ນ​ກຳ​ລັງ​ຫນູນ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ ແລະ ລັກ​ສະ​ນະ​ເປັນ​ເຈົ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.”

        ຮັບ​ປະ​ກັນ​ລັກ​ສະ​ນະ​ໝັ້ນ​ຄົງ​ໃນ​ກາ​ນ​ພັດ​ທະ​ນາ​ກະ​ສິ​ກຳ ໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ ກໍ​ແມ່ນ​ຄວາມ​ຮຽ​ກ​ຮ້ອງ​ຕ້ອງ​ການ​​ສຳ​ຄັນ​ທີ່​ວາງ​ອອກ ເພາະ​ວ່າ ຂົງ​ເຂດ​ກະ​ສິ​ກຳ​ເຖິງວ່າ​ປະ​ກອບພຽງ​ປະ​ມານ 17% - 19% GDP ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແຕ່​ຕິດ​ພັນ​ກັບ​ 70% ຈຳ​ນວນ​ພົນ​ລະ​ເມືອງ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊົນ​ນະ​ບົດ. ຕາມ​ທ່ານ ເລ​ກົງ​ດິ໋ງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ລອງ​ອານ ແລ້ວ, ການ​ພັດ​ທະ​ນາ​ຂະ​ແຫນງ​ກະ​ສິ​ກຳ ຕ້ອງ​ຕອບ​ສະ​ຫນອງໃຫ້​ໄດ້ 5 ຍຸດ​ທະ​ສາດ​ພື້ນ​ຖານ.

        “ທີ​ຫນຶ່ງ ແມ່ນ​ເພີ່ມ​ລັກ​ສະ​ນະ​ແກ້ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ​ ກ່ຽວ​ກັບ​ປະ​ເພດ, ຂອບ​ຂະ​ຫນາດ, ລາ​ຄາ​ຜະ​ລິດ​ຕະ​ພັນ. ທີ​ສອງ ແກ້​ໄຂ​ຈຸດ​ອ່ອນຂອງ​ການ​ຜະ​ລິດ​ກະ​ສິ​ກຳ​ຫວຽດ​ນາມ​ເທ​ື່ອ​ລະ​ກ້າວ ນັ້ນ​ແມ່ນ​ຜະ​ລິດ​ກະ​ແຈກ​ກະ​ຈາຍ, ຄຸນ​ນະ​ພາບ​ບໍ່​ສະ​ໝ່ຳ​ສະ​ເຫມີ. ທີ​ສາມ ພິ​ຈາ​ລະ​ນາ​ບັນ​ດາ​ຮູບ​ການ ແລະ ຂອບ​ຂະ​ຫນາດ​ຂອງ​ບັນ​ດາ​ຂະ​ແຫນງ​ການບໍ່​ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ​ໃນ​ສະ​ພາບ​ເຊື່ອມ​ໂຍງ​ເພື່ອ​ມີ​ບັນ​ດາ​ການ​ກຳ​ນົດ​ທິດ ແລະ ນະ​ໂຍ​ບາຍ​ເໝາະ​ສົມ​ກວ່າ. ທີ​ສີ່ ຕ້ອງ​ມີ​ຍຸດ​ທະ​ສາດ​ຈະ​ແຈ້ງ​ສຳ​ລັບ​ການ​ແບ່ງ​ປະ​ເພດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະເສດ. ທີ​ຫ້າ ຕ້ອງ​ມີ​ມາດ​ຕະ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ຊາວ​ກະ​ສິ​ກອນ​ໃນ​ການ​ຄຸ້ມ​ຄອງ​ກະ​ສິ​ກຳ​ດ້ວ​ຍ​ຂອບ​ຂະ​ຫນາດ​ເປັນ​​ລວມ​ສູນ.”

        ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ.

       ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ຢືນ​ຢັນ: ລັດ​ຖະ​ບານ ຈະ​ເດັດ​ດ່ຽວ, ຢືດ​ໝັ້ນ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິ​ນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ຢ່າງ​ໝັ້ນ​ຄົງ. ນີ້​ແມ່ນ​ຫນ້າ​ທີ່​ສັກ​ກະ​ລະ​ບູ​ຊາ. ຕາມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ແລ້ວ, ເພື່ອ​ປະ​ຕິ​ບັດ​ຫນ້າ​ທີ່ນີ້ ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ຄົບ​ຊຸດ​ໃນ​ທຸກ​ດ້ານ​ຄື: ການ​ເມືອງ, ເສດ​ຖະ​ກິດ, ການ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ, ພິ​ເສດ ແມ່ນ​ການ​ສົມ​ທົບ​ລະ​ຫວ່າງ​ເສດ​ຖະ​ກິດ​ທະ​ເລ​ກັບ​ການ​ປ້ອງ​ກັນ​ຊ​າດ. ທ່ານ​ນາງ ຫງວຽນ​ທິ​ຟຸກ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ​ບີງ​ທ້ວນ ຖື​ວ່າ:

        “ສະ​ເຫນີ​ລັດ​ຖະ​ບານ ຈົ່ງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ມາດ​ຕະ​ການ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ຕີ​ລາ​ຄາ​ລະ​ອຽດ​ການ​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ຊາວ​ປະ​ມົງ​ຕໍ່​ກຳ​ປັ່ນ​​ເຮືອໃຫມ່ເພື່ອ​ອອກ​ຝ​ັ່ງ​ຫາ​ປາ, ສືບ​ຕໍ່​ຍູ້​ແຮງ​ການ​ລົງ​ທຶນ​ເພື່ອ​ແກ້​ໄຂ​ສະ​ພາບ​ການ​ນ້ຳ​ທະ​ເລ​ຊືມ​ເຂົ້າ, ກໍ່​ສ້​າງ​​ເຂດປອດ​ໄພ​ເພື່ອ​ໃຫ້​ກຳ​ປັ່ນ​ເຮືອ​ເຂົ້າ​ທຽບ​ທ່າ​ເມືີ່ອ​ຖືກ​ລົມ​ພາ​ຍຸ, ຍົກ​ລະ​ດັບ​ລະ​ບົບ​ຄົມ​ມະ​ນາ​ຄົມ ແລະ ບັນ​ດາ​ກິດ​ຈະ​ກຳ​ປ້ອງ​ກັນ​ຕົວ​ຢູ່​ບັນ​ດາ​ເກາະ.”

       ເດັດ​ດ່ຽວ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

        ​ຕາມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ແລ້ວ, ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຕ້ອງ​ມີເຈດ​ຈຳ​ນົງ​ລ​ວມ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​​ຫັນ​ສາ​ບານ​ຕົວ, ຄຳ​ໝັ້ນ​ໝາຍ​ຂອງ​ຕົນ​ຕໍ່​ຫນ້າປະ​ຊາ​ຊົນ ແລະ ປະ​ເທດ​ຊາດ ກ່ຽວ​ກັບ​ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ທ່ານ ບູ່ຍ​ແມ້ງ​ຮຸ່ງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ​ບິງ​ເຟືອກ ຖື​ວ່າ: ໃນ​ອາ​ຍຸ​ການນີ້ ສະ​ພາ​ແຫ່ງ​ຊາດ ໄດ້​ຮັບ​ຮ​ອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຕິ​ບັດ​ການ​ປະ​ຢັດ​ຕ້ານ​ການ​ຟຸມ​ເຟືອຍ ແຕ່​ການ​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ຍັງ​ບໍ່​ທັນ​ຂ້ຽວ​ຂາດ. ການ​ສໍ້​ລາດ​ບັງ​ຫລວງບໍ່​ຢຸດ​ຕິ​ໃນ​ຂົງ​ເຂດ​​ເສດ​ຖະ​ກິດ ​ເທົ່າ​ນັ້ນ ຫາກ​ແຜ່​ລາມ​ອອກ​ສູ່​ບັນ​ດາ​ຂົງ​ເຂດ​ອື່ນ​ທີ່​ມີ​ຄວາມ​ສະ​ດຸ້ງ​ໄວ, ບໍ່​ສະ​ເພາະ ຫາກ​ມີ​ການ​ກ່ຽວ​ພັນ​ທີ່​ໝັ້ນ​ແກ່ນ. ຈາກ​ສະ​ພາບ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ ຖື​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ການ​ຟຸມ​ເຟືອຍ ແມ່ນ​ຫນ້າ​ທີ່​ພິ​ເສດ ແລະ ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ຄົບ​ຊຸດ, ຮອບ​ດ້ານກວ່າ, ປະ​ຕິ​ບັດ​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ກວ່າ. ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ລັດ​ຖະ​ບານ ຫວຽດ​ນາມ ຖື​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ການ​ຟຸມ​ເຟືອຍ ແມ່ນ ສັດ​ຕູ​ພາຍ​ໃນ ແລະ ຕັດ​ສິນ​ໃຈ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ການ​ຟຸ້ມ​ເຟືອຍ​ຄື​ຄວາມ​ຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ປະ​ເທດ​ຊາດ​ຂອງ​ທັງ​ຊາດ.

        ໃນ​ໄລ​ຍະ 5 ປີ​ຜ່ານ​ມາ ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນ​ຫລາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. 5 ປີ​ຈະ​ມາ​ເຖິງ ເຖິງວ່າ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງກ​ໍ​ຕາມ ແຕ່​ດ້​ວຍ​ການ​​ເຫັນ​ໄດ້​ ບັນ​ດາ​ສິ່ງ​ທ້າ​ທາຍ ຢ່າງ​ຈະ​ແຈ້ງ, ຫ​າງ​ສຽງ​ເຊື່ອ​ໝັ້ນ​ວ່າ ລັດ​ຖະ​ບານ​ອາ​ຍຸ​ການ​ໃຫມ່ ຈະ​ແມ່ນ​ລັດ​ຖະ​ບານ​ແຫ່ງ​ການ​ກະ​ກຳ, ສືບ​ຕໍ່​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

       

ຕອບກັບ

ຂ່າວ/ບົດ​ອື່ນ