(vovworld) – ”ງານຕະຫຼາດນັດວາງສະແດງຜົນງານ 10 ປີແຫ່ງການສ້າງສາ ແລະ ພັດທະນາເຂດທົ່ງພຽງແມ່ນ້ຳຂອງ” ຂອງບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງ ເຊິ່ງຈັດຂຶ້ນແຕ່ວັນທີ 27-30/4 ແມ່ນເຫດການການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ສຳຄັນໃນເຂດ. ໃນຂອບເຂດໂຄງການ, ການເຄື່ອນໄຫວສົ່ງເສີມການລົງທຶນໄດ້ຮັບການຜັນຂະຫຍາຍຢ່າງແຮງເພື່ອສືບຕໍ່ຊຸກຍູ້ການພັດທະນາເຂດທົ່ງພຽງແມ່ນ້ຳຂອງຕາມມະຕິເລກທີ 21 ຂອງກົມການເມືອງກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງຢ່າງວ່ອງໄວ ແລະ ໝັ້ນຄົງ.
ການເກັບກ່ຽວເຂົ້າດ້ວຍເຄື່ອງຈັກຢູ່ແຂວງດົ່ງມາບ
(ພາບ: nhandan.com.vn)
ການເຄື່ອນໄຫວຕົ້ນຕໍໃນຂອບເຂດຂອງໂຄງການນັ້ນແມ່ນ ຄະນະຊີ້ນຳທິດຕາເວັນຕົກຂອງພາກໃຕ້ໄດ້ສົມທົບກັບທະນາຄານແຫ່ງລັດຫວຽດນາມ, ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ, ກະຊວງແຜນການ ແລະ ລົງທຶນ, ອົງຄະນະພັກກຸ່ມບັນດາວິສາຫະກິດຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນພັດທະນາເຂດທົ່ງພຽງແມ່ນ້ຳຂອງ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh, ຫົວໜ້າຄະນະຊີ້ນຳທິດຕາເວັນຕົກຂອງພາກໃຕ້, ການນຳບັນດາກະຊວງ, ຂະແໜງການສູນກາງ, ບັນດາທີ່ປຶກສາດ້ານການຄ້າ, ຜູ້ຊ່ຽວຊານດ້ານເສດຖະກິດຂອງຫຼາຍປະເທດຢູ່ໃນໂລກ ແລະ ການນຳບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ, ພ້ອມກັບ 180 ວິສາຫະກິດທີ່ດີເດັ່ນທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມ. . ກອງປະຊຸມໄດ້ວາງອອກບັນຫາຄວນຮ່ວມສຳພັນເຂດທົ່ງພຽງແມ່ນ້ຳຂອງໃນຫຼາຍຂົງເຂດ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງ. ໂດຍຜ່ານການຮ່ວມສຳພັນນີ້, ບັນດາແຂວງ, ນະຄອນໃນເຂດຈະມີບັນດາກົນໄກ, ນະໂຍບາຍຢ່າງເໝາະສົມ ເພື່ອດຶງດູດບັນດາໂຄງການລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນໃຫ້ບຸລິມາສິດດຶງດູດການລົງທຶນເຂົ້າບັນດາໂຄງການພັດທະນາອຸດສາຫະກຳຜະລິດປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳ, ການທ່ອງທ່ຽວ, ການເງິນ, ແລະພັດທະນາພື້ນຖານໂຄງລ່າງ… ທ່ານ Tran Bac Ha, ປະທານສະພາບໍລິຫານທະນາຄານລົງທຶນ ແລະ ພັດທະນາຫວຽດນາມ, ໃຫ້ຮູ້ວ່າ:
”ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງໃນໄລຍະຈະມາເຖິງຢ່າງແຮງ, ຂ້າພະເຈົ້າສະເໜີໃຫ້ອຳນາດການປົກຄອງທ້ອງຖີ່ນຄວນກວດກາແຜນກຳນົດ, ພິເສດແມ່ນແຜນກຳນົດແຕ່ລະທ້ອງຖີ່ນ ແລະ ແຜນກຳນົດໃນທົ່ວເຂດໂດຍໄວ. ກ່ຽວກັບທາງຄົມມະນາຄົມ, ຊົນລະປະທານ, ແມ່ນຄວນຍູ້ແຮງບັນດາໂຄງການຈຸດສູມ… ກໍ່ສ້າງ, ພັດທະນາເຄື່ອງໝາຍການຄ້າ, ເພີ່ມທະວີດຶງດູດການລົງທຶນເຂົ້າບັນດາຂະແໜງທີ່ມີທ່າແຮງໃນເຂດ .”
ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຢັ້ງຢືນວ່າ, ເຂດທົ່ງພຽງແມ່ນ້ຳຂອງ ແມ່ນໜຶ່ງໃນບັນດາເຂດເສດຖະກິດຈຸດສູມຂອງທົ່ວປະເທດ, ດັ່ງນັ້ນ, ພັກ, ລັດຖະບານຈຶ່ງມີຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງພັດທະນາພ້ອມກັບບັນດາທ້ອງຖີ່ນອື່ນໆໃນທົ່ວປະເທດ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ກໍ່ຊີ້ນຳໃຫ້ທ້ອງຖີ່ນຕ່າງໆ ເພີ່ມທະວີວຽກງານວາງແຜນກຳນົດໃຫ້ແກ່ລະແຂວງ, ນະຄອນ, ໃນນັ້ນເອົາໃຈໃສ່ເຖິງການວາງແຜນກຳນົດໂຄງລ່າງຄົມມະນາຄົມ, ຊົນລະປະທານ ແລະ ການຜະລິດ, ເອົາໃຈໃສ່ເປັນພິເສດເຖິງການຮ່ວມສຳພັນ, ຮ່ວມມືລະຫວ່າງບັນດາທ້ອງຖີ່ນໃນເຂດ ແລະກັບທົ່ວປະເທດ, ມຸ່ງໄປເຖິງຮູບແບບພັດທະນາທີ່ມີລັກສະນະລວມສູນ, ເລິກເຊິ່ງ, ແລະຮ່ວມສຳພັນສູງ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh, ຊີ້ແຈ້ງວ່າ:
”ສູມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຍູ້ແຮງການນຳໃຊ້ວິທະຍາສາດ, ເຕັກໂນໂລຢີໃນບັນດາຂົງເຂດທີ່ມີລັກສະນະຕັດສິນເຖິງເລື່ອງຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ, ນະຄອນ ແລະ ທົ່ວເຂດ, ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດກັບບັນດາຂົງເຂດວັດທະນະທຳ, ສາທາລະນະສຸກ, ການສຶກສາ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ປະຊາຊົນ, ພິເສດແມ່ນຊາວຊົນເຜົ່າ”.
178 ໂຄງການຮຽກຮ້ອງການລົງທຶນເຂົ້າແຂວງ, ນະຄອນໃນເຂດ
(ພາບ: http://mekongfair.com)
ໃນຂອບເຂດໂຄງການ ງານຕະຫຼາດນັດວາງສະແດງຜົນງານ 10 ປີ ແຫ່ງການກໍ່ສ້າງ ແລະ ພັດທະນາເຂດທົ່ງພຽງແມ່ນ້ຳຂອງ, ຄະນະຊີ້ນຳທິດຕາເວັນຕົກຂອງພາກໃຕ້, ກະຊວງແຜນການ ແລະ ການລົງທຶນ ແລະ ບັນດາແຂວງ, ນະຄອນໃນເຂດ ໄດ້ປະກາດ 178 ໂຄງການໃໝ່ທີ່ຮຽກຮ້ອງນັກລົງທຶນ ດ້ວຍຍອດຈຳນວນທຶນກວ່າ 171 ຕື້ດົ່ງ ແລະ 1,5 ຕື້ USD. ບັນດາແຂວງໃນເຂດທົ່ງພຽງແມ່ນ້ຳຂອງ ຍັງແຈ້ງໃຫ້ຮູ້ບັນດາກົນໄກ, ນະໂຍບາຍສະດວກສະບາຍ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ. ທ້ອງຖີ່ນຕ່າງໆກໍ່ອອກໜັງສືອະນຸຍາດໃຫ້ເຄື່ອນໄຫວລົງທຶນຢູ່ເຂດນີ້ 21 ໂຄງການ, ດ້ວຍຍອດຈຳນວນທຶນປະມານ 3.500 ຕຶ້ດົ່ງ.
ມາຮອດປະຈຸບັນ, ຜ່ານ 10 ປີແຫ່ງການປະຕິບັດມະຕິເລກທີ 21 ຂອງກົມການເມືອງກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງ ຢ່າງວ່ອງໄວ ແລະ ໝັ້ນຄົງນັ້ນ, ເຂດເສດຖະກິດຈຸດສູມນີ້ສາມາດບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງໃນຂົງເຂດຕ່າງໆ ດ້ວຍລະດັບເຕີບໂຕດ້ານເສດຖະກິດສະເລ່ຍໃນທົ່ວເຂດບັນລຸເກືອບ 12%. ບັນດາການເຄື່ອນໄຫວສົ່ງເສີມການລົງທຶນຢູ່ເຂດທົ່ງພຽງແມ່ນ້ຳຂອງ ໃນຊຸມມື້ມໍ່ໆມານີ້ ຈະສືບຕໍ່ປະກອບສ່ວນຊຸກຍູ້ການພັດທະນາເຂດທົ່ງພຽງແມ່ນ້ຳຂອງຢ່າງໝັ້ນຄົງ.