(VOVWORLD) - ຫວຽດນາມ ແມ່ນປະເທດມີ 54 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ດ້ວຍອັດຕາປະຊາກອນບໍ່ສະເໝີກັນ, 53 ຊົນເຜົ່າທີ່ມີປະຊາກອນໜ້ອຍ ກວມພຽງ 14,3% ພົນລະເມືອງປະມານກ່ວາ 12,3 ລ້ານຄົນໃນຍອດຈຳນວນ 90 ກ່ວາລ້ານຄົນ.
ເລື່ອງບັນດາຊົນເຜົ່າ, ເຖິງວ່າມີຄົນໜ້ອຍ ຫຼື ຫຼາຍກໍ່ລ້ວນແຕ່, ດຳລົງຊີວິດຢູ່ຮ່ວມກັນຢ່າງສະເໝີພາບຄືດັ່ງອ້າຍນ້ອງຄີງ ໃນປະເທດ ຫວຽດນາມ, ແມ່ນຂີດໝາຍກ່ຽວກັບການຮັບປະກັນສິດທິມະນຸດຢູ່ ຫວຽດນາມ.
ປະເທດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນນະໂຍບາຍຊົນເຜົ່າ, ພິເສດແມ່ນຮັບປະກັນສິດສະເໝີພາບລະຫວ່າງບັນດາເຜົ່າ; ເອົາໃຈໃສ່, ເບິ່ງແຍງດູແລ, ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າພັດທະນາ ແລະ ໄດ້ຊົມໃຊ້ບັນດາສິດຜົນປະໂຫຍດໂດຍກົດໝາຍຮັບຮອງ.
ກົດໝາຍວ່າດ້ວຍສິດສະເໝີພາບລະຫວ່າງບັນດາເຜົ່າ
ສິດສະເໝີພາບຂອງບັນດາເຜົ່າໄດ້ຮັບຮອງ ແລະ ຢັ້ງຢືນໃນລັດຖະທຳມະນູນ ຫວຽດນາມ ຜ່ານໄລຍະຕ່າງໆ. ຫວ່າງແລ້ວນີ້, ລັດຖະທຳມະນູນປີ 2013, ເຊິ່ງແມ່ນລັດຖະທຳມະນູນຍົກລະດັບການກຳນົດກ່ຽວກັບສິດທິມະນຸດ, ສິດພົນລະເມືອງ, ເມື່ອເຕື້ອງເຖິງສິດສະເໝີພາບລະຫວ່າງບັນດາເຜົ່າ, ຢືນຢັນວ່າ: “ປະເທດ ສສ ຫວຽດນາມ ແມ່ນປະເທດ ເອກະພາບຂອງບັນດາເຜົ່າພ້ອມກັນດຳລົງຊີວິດໃນປະເທດ ຫວຽດນາມ. ບັນດາເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ ແລະ ຊ່ວຍເຫຼືອກັນພ້ອມກັນພັດທະນາ. ລັດຖະທຳມະນູນປີ 2013 ໄດ້ເກືອດຫ້າມທຸກໆການກະທຳດູໝິ່ນ, ແບ່ງແຍກຊົນຊາດ. ກໍ່ຕາມລັດຖະທຳມະນູນປີ 2013 ແລ້ວ, ລັດປະຕິບັດນະໂຍບາຍພັດທະນາຮອບດ້ານ ແລະ ສ້າງເງື່ອນໄຂເພື່ອໃຫ້ຊົນເຜົ່າສ່ວນໜ້ອຍທຸກເຜົ່າໄດ້ເສີມຂະຫຍາຍກຳລັງແຮງພາຍໃນ, ພ້ອມກັນພັດທະນາໄປກັບປະເທດຊາດ”.
ຫຼັກການຮັບປະກັນກ່ຽວກັບສິດສະເໝີພາບລະຫວ່າງບັນດາຊົນເຜົ່າໃນລັດຖະທຳມະນູນໄດ້ສະແດງໃຫ້ເຫັນໃນລະບົບກົດໝາຍ ຫວຽດນາມ, ໄດ້ຫັນເປັນລະບອບ ແລະ ລະອຽດໃນເອກະສານນິຕິກຳຫຼາຍສະບັບ.
ບັນດາຂໍ້ກຳນົດກ່ຽວກັບສິດສະເໝີພາບລະຫວ່າງບັນດາເຜົ່າຍັງໄດ້ຫັນເປັນລະບອບດ້ວຍການກຳນົດ ກ່ຽວກັບສະພາຊົນເຜົ່າ, ດ້ວຍໜ້າທີ່ຄົ້ນຄ້ວາ ແລະ ສະເໜີແນະຕໍ່ສະພາແຫ່ງຊາດກ່ຽວກັບວຽກງານຊົນເຜົ່າ; ປະຕິບັດສິດຕິດຕາມກວດກາການປະຕິບັດນະໂຍບາຍຊົນເຜົ່າ, ບັນດາລາຍການ, ແຜນການພັດທະນາເສດຖະກິດ - ສັງຄົມເຂດພູດອຍ ແລະ ເຂດມີຊົນເຜົ່າສ່ວນໜ້ອຍ. ໃນລັດຖະບານ ຫວຽດນາມ ມີອົງການຂັ້ນກະຊວງແມ່ນຄະນະກຳມະການຊົນເຜົ່າ, ຮັບຜິດຊອບສະເພາະວຽກງານຊົນເຜົ່າ.
ຢູ່ ຫວຽດນາມ, ພົນລະເມືອງ ແມ່ນຊາວເຜົ່າສ່ວນໜ້ອຍ ໄດ້ຮັບປະກັນສິດເຂົ້າຮ່ວມໃນລະບົບການເມືອງ, ເຂົ້າຮ່ວມການຄຸ້ມຄອງລັດ ແລະ ສັງຄົມ, ອອກສະໝັກຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ດັ່ງນັ້ນ, ຈຳນວນສະມາຊິກສະພາແຫ່ງຊາດ ແມ່ນຊາວຊົນເຜົ່າສ່ວນໜ້ອຍຍາມໃດກໍ່ກວມເອົາອັດຕາສູງເມື່ອທຽບໃສ່ອັດຕາສ່ວນຂອງພົນລະເມືອງ. ໃນອາຍຸການສະພາແຫ່ງຊາດ 4 ສະໄໝຢ່າງລຽນຕິດໃນເວລາມໍ່ໆມານີ້, ອັດຕາສ່ວນສະມາຊິກສະພາແຫ່ງຊາດແມ່ນຊາວຊົນເຜົ່າສ່ວນໜ້ອຍກວມເອົາແຕ່ 15,6% - 17,27%, ສູງກ່ວາອັດຕາສ່ວນຊາວຊົນເຜົ່າສ່ວນໜ້ອຍໃນຍອດຈຳນວນພົນລະເມືອງແມ່ນ 14,35%.
ບຸລິມະສິດໜູນຊ່ວຍຊາວເຜົ່າສ່ວນໜ້ອຍພັດທະນາເສດຖະກິດ - ສັງຄົມ
ໃນຊຸມປີຜ່ານມາ, ລັດ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍໜູນຊ່ວຍຊາວຊົນເຜົ່າສ່ວນໜ້ອຍ ປະຕິບັດສິດສະເໝີພາບ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈ, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາຊົນເຜົ່າເທື່ອລະກ້າວ. ເປັນແບບຢ່າງແມ່ນ: ໂຄງການກະທຳ 122 ຂອງລັດຖະບານກ່ຽວກັບວຽກງານຊົນເຜົ່າ; ມະຕິເລກທີ 30a/2008/NQ-CP ຂອງລັດຖະບານກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ໂຄງການ 135 ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ບັນດາຕາແສງທຸກຍາກເປັນພິເສດ; ມະຕິເລກທີ 132 ບຸລິມະສິດລົງທຶນພື້ນຖານໂຄງລ່າງ, ແກ້ໄຂທີ່ດິນທຳການຜະລິດ ແລະ ທີ່ດິນປຸກສ້າງເຮືອນຢູ່; ມະຕິເລກທີ 134 ໜູນຊ່ວຍທີ່ດິນທຳການຜະລິດ, ເຮືອນຢູ່ ແລະ ບັນດາຄວາມຕ້ອງການທີ່ຈຳເປັນຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກ. ລັດຖະບານກໍ່ມີແຜນນະໂຍບາຍໜູນຊ່ວຍເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ; ນະໂຍບາຍບຸລິມະສິດບຳລຸງກໍ່ສ້າງ, ຝືກອົບຮົມ ແລະ ນຳໃຊ້ພະນັກງານຊາວຊົນເຜົ່າສ່ວນໜ້ອຍ…
ຍ້ອນບັນດານະໂຍບາຍບຸລິມະສິດເຫຼົ່ານີ້, ສະພາບການດ້ານເສດຖະກິດ, ສັງຄົມຢູ່ບັນດາເຂດຊາວເຜົ່າສ່ວນໜ້ອຍຈຶ່ງໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ມາຮອດປະຈຸບັນ, ຈຳນວນຄອບຄົວທຸກຍາກຊາວເຜົ່າສ່ວນໜ້ອຍກວມພຽງ 5,97% ໃນຍອດຈຳນວນຄອບຄົວຊາວຊົນເຜົ່າສ່ວນໜ້ອຍໃນທົ່ວປະເທດ. ຄຸນນະພາບການດຳລົງຊີວິດຂອງປະຊາຊົນຊາວເຜົ່າສ່ວນໜ້ອຍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ພື້ນຖານໂຄງລ່າງຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສົ່ງເສີມສຸຂະພາບຂອງພໍ່ແມ່ປະຊາຊົນໄດ້ຮັບການລົງທຶນກໍ່ສ້າງ. ມາຮອດປະຈຸບັນ, 100% ຈຳນວນຕາແສງມີສຸກສາລາ ແລະ ມີພະນັກງານການແພດ, 100% ຈຳນວນເມືອງມີສູນການແພດ ແລະ ມີທ່ານໝໍ; ອັດຕາສ່ວນເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 5 ປີທີ່ຂາດທາດບຳລຸງໄດ້ຫລຸດລົງຕ່ຳກ່ວາ 25%. ພະຍາດບາງປະເພດເຊິ່ງກ່ອນນີ້ເຄີຍມີຢູ່ບັນດາເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຖືກສະກັດກັ້ນ ແລະ ຖືກຍູ້ໃຫ້ຖອຍໄປ.
ສິດຂອງຊາວຊົນເຜົ່າສ່ວນໜ້ອຍແມ່ນໜຶ່ງໃນບັນດາສິດພື້ນຖານຂອງປະຊາຊົນ, ຂຶ້ນກັບກຸ່ມສິດພົນລະເຮືອນ - ການເມືອງ, ໂດຍກົດໝາຍ ຫວຽດນາມ ຮັບຮອງ. ໃນສະພາບການຕົວຈິງແລ້ວ, ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍນັບມື້ນັບມີເງື່ອນໄຂສະດວກຫຼາຍຢ່າງ ເພື່ອບືນຕົວຂຶ້ນພັດທະນາໃນທຸກໆດ້ານ, ປະກອບສ່ວນເຂົ້າໃນພາລະກິດລວມຂອງປະເທດຊາດ. ນີ້ແມ່ນບັນດາພະຍານຫຼັກຖານທີ່ສະແດງໃຫ້ເຫັນຢ່າງລະອຽດ ໃນການຮັບປະກັນ ແລະ ການຊຸກຍູ້ສິດຂອງຊົນເຜົ່າສ່ວນໜ້ອຍເວົ້າສະເພາະ ແລະ ສິດທິມະນຸດຢູ່ ຫວຽດນາມ ເວົ້າລວມ.