ສັນຍາຄູ່ຮ່ວມມືຂ້າມປາຊີຟິກ,ກາລະໂອກາດແລະສິ່ງທ້າທາຍ-ການກະທຳຂອງຫວຽດນາມ

ສັນຍາຄູ່ຮ່ວມມືຂ້າມປາຊີຟິກ,ກາລະໂອກາດແລະສິ່ງທ້າທາຍ-ການກະທຳຂອງຫວຽດນາມ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ)

ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​​ເຊິ່ງ ຫວຽດນາມ ​ແລະ 11 ປະ​ເທດ​ຫາ​ກໍ່​ລົງ​ນາມ​ຢູ່​ປະ​ເທດ ນິວຊີ​ແລນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໝາກຜົນ​ຂອງ​ 5 ປີ​ແຫ່ງ​ການ​ເຈລະຈາ​ຢ່າງ​ເດັດຂາດ​ຂອງ ຫວຽດນາມ, ຖື​ຜົນ​ປະ​ໂຫຍ​ດຂອງ​ຊາດ​ເປັນ​ຈຸດໝາຍ​ສູງ​ສຸດ​ເທົ່າ​ນັ້ນ ຫາກ​​ຍັງ​​ແມ່ນ​ຜົນງານ​ຂອງ​ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ​ໃນ​ນັ້ນການ​ເຊື່ອມ​​ໂຍງ​ດ້ານ​ເສດຖະກິດ​​ເຂົ້າ​ກັບ​ສາກົນ​ແມ່ນ​ເນື້ອ​ໃນ​ສຳຄັນ, ນັບ​ມື້​ນັບ​ໄດ້​ຮັບ​ການ​ຢືນຢັນ​ຢ່າງ​ແຮງ​ຜ່ານ​​ມະ​ຕິ​ຕ່າງໆຂອງ​ພັກ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູ້ງ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ -  ການ​ກະທຳ​ຂອງ​ພວກ​ເຮົາ”. ຕໍ່​ໄປ​ນີ້, ບັນນາທິການ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ບົດ​ຂຽນ​ນີ້.

        ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ມີ​ຂອບ​ຂະໜາດ​ດ້ານ​ເສດຖະກິດ​ກວມ 40% GDP ​ແລະ 30% ດ້ານ​ການ​ຄ້າ​ທົ່ວ​ໂລກ. ນີ້​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່ ​ທີ່ໄດ້​ຮັບ​ຄວາມ​ຫວັງ​ຈະ​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ພັດທະນາ​ດ້ານ​ກາ​ນຄ້າ​ໃນ​ພາກ​ພື້ນ ​ແລະ ​ສາກົນດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ກ່ວາ ​ໃນ​ສະພາບ​ກຳລັງ​ການ​ຜະລິດ​ພັດທະນາ​ໄວທີ່​ສຸດ ​ແລະ ​ການເຊື່ອມ​ໂຍງກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ.

​ເຂົ້າ​ຮ່ວມ TPP ສະ​ແດງ​ຈິນຕະນາການ​​ແຫຼມຄົນ ​ແລະ ວິ​ໄສ​ທັດ​ຍຸກ​ສະ​ໄໝ

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ​້ງ ຢັ້ງຢືນ​ວ່າ: TPP ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່, ສຳ​ພັດ​ກັບ​ຕະຫຼາດ​ຢ່າ​ງຮອບດ້ານ, ຮັບປະກັນ​ການ​ຫັນປ່ຽນ​ເສລີ​ຢູ່​ໃນ​ລະດັບ​ສູງ​ກ່ວາ​ຂອງ​ກາ​ນຄ້າ, ການ​ບໍລິການ, ທຶນຮອນ ​ແລະ ​ເຕັກ​ໂນ​ໂລ​ຢີ, ສ້າງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດສະ​ເໝີ​ພາບ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​​ການ​ຄ້າ ​ແລະ ການ​ລົງທຶນ. TPP ຈະ​ຊຸກຍູ້​ການ​ສ້າງ​ຕັ້ງ​ເຄືອ​ຂ່າຍຜະລິດ ​ແລະ ລະບົບການ​ສະໜອງ​ໃໝ່​ໃນ​ຕະຫຼາດ​ທີ່​ມີ​ 12 ປະ​ເທດ​ສະມາ​ຊິກ, ຊຸກ​ຍູ້​ການ​ເຕີບ​ໂຕ, ໜູນ​ຊ່ວຍ​ຄາດໝາຍ​ສ້າງ​ວຽກ​​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ສັນຍາ​ຍັງ​ມີ​ບັນດາ​ຂໍ້​ກຳນົດ​ຮັບປະກັນ​ກາລະ​​ໂອກາດ​ເພື່ອ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ມີ​ລະດັບ​ພັດທະນາ​ທີ່​ແຕກ​ຕ່າງ​ກັນ ​ແລະ ບັນດາ​ວິ​ສາ​ຫະກິດ​ດ້ວຍ​ຂອບ​ຂະໜາດ​ແຕກ​ຕ່າງ​ກັນ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. TPP ​ເຄົາລົບ​ລະບອບ​ການ​ເມືອງ​ຂອງ​ແຕ່ລະ​ປະ​ເທດ, ຮັບ​ຮູ້​ຄວາມ​ຮຽກຮ້ອງ​ຕ້ອງການ​​ປະຕິບັດ​ກົດໝາຍ​​ແຫ່ງ​ຊາດ​ຢ່າງ​ຄົບ​ຖ້ວນ, ​ເໝາະ​ສົມ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ.

        ດັ່ງ​ນັ້ນ, ຕາມ​ທ່ານ​ນາຍ​​ົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລ້ວ, ​ໃນ​​ເງື່ອນ​ໄຂ​ລະດັບ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ຍັງ​ຕຳ່ ​ແລະ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ເລື່ອງ​ເປັນ​ເຈົ້າ​ການ​ຕົກລົງ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້​າ​ເສລີ​ລຸ້ນ​ໃໝ່, ພິ​ເສດ​ແມ່ນ TPP, ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຈິນຕະນາການ​ແຫຼມ​ຄົມ ​ແລະ ວິ​ໄສ​ທັດ​ຍຸກ​ສະ​ໄໝ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ນີ້​ຍັງ​​ແມ່ນ​ການ​ຢືນຢັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ເຈດ​ຈຳນົງ,  ຄວາມ​ສາ​ມາດ ​ແລະ ກຳລັງ​ແຮງ​ຂອງ​ຊາວ ຫວຽດນາມ ​ແລະ ຂອງ​ຊາດ ຫວຽດນາມ.    

ກາລະ​ໂອກາດ​ຕິດ​ພັນ​ກັບ​ການ​ທ້າ​ທາຍ

        ກ່ຽວ​ກັບ​ຄວາມ​ສະດວກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຖື​ວ່າ, ບັນດາ​ສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່​ນີ້​ ຈະ​ສ້າງ​ກຳລັງ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ, ພິ​ເສດ​ແມ່ນ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ ​ແລະ ຊຸກຍູ້​ການ​ສົ່ງ​ອອກ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ​ໃນ​ນັ້ນ​ ອີ​ຢູ ດ້ວຍ GDP ​ແມ່ນ​ກວ່າ 18.000 ຕື້ USD ​ແລະ TPP  ປະຈຸ​ບັນ​ມີ 12 ປະ​ເທດ​ພາຄີ, ດ້ວຍ GDP ​ແມ່ນ​ກວ່າ 20.000 ຕື້ USD. ນີ້​ແມ່ນ​ພາກ​ພື້ນ​ທີ່​ມີ​​​ແຫຼ່ງເຕັກ​ໂນ​ໂລ​ຢີ, ຕະຫຼາດ​ສົ່ງ​ອອກ ​ແລະ ດຶງ​ດູດ​ການ​ລົງທຶນ​ໃຫຍ່​ທີ່ສຸດ​ຂອງ​ ຫວຽດນາມ​ໃນ​ຫຼາຍ​ປີຜ່ານມາ. ການ​ເພີ່ມ​ອັດຕາ​ສ່ວນ​ນຳ​ເຂົ້າ, ສົ່ງ​ອອກ​ກັບ​ຕະຫຼາດ​ນີ້ ກໍ່​ເຮັດ​ໃຫ້ການ​ພົວພັນ​ດ້ານ​ການ​ຄ້າ​ກັບປະ​ເທດ​ຕ່າງໆ​ມີ​ຄວາມ​ສົມ​ດຸ​ນກວ່າ. ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ສັນຍາ​ຕ່າງໆ​ ແມ່ນ​ບັນດາ​ມາດຕະຖານ​ເພື່ອ​ປະກອບສ່ວນ​ປັບປຸງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ ​ແລະ ຊຸກຍູ້​ວິວັດ​ແຫ່ງ​ການ​ສ້າງ​​ໂຄງ​ປະກອບ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ. ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ນີ້ ຍັງ​ແມ່ນ​ບາດກ້າວ​ໃໝ່​ໃນ​ການ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ, ພິ​ເສດ​ແມ່ນ​ຢູ່​ພາກ​ພື້ນ​ທີ່​ພວມມີ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ນັບ​ມື້​ນັບ​ຂ້ຽວຂາດ.

        ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ, ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ປັດ​ໃຈ​ຕົ້ນຕໍ​ແມ່ນ​ການ​ແກ່ງ​ແຍ້​ງຈະ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ, ບໍ່​ພຽງ​ແຕ່​ຢູ່​ຕະຫຼາດ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມສັນຍາ​ເທົ່າ​ນັ້ນ, ຫາກ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ອີກ​ດ້ວຍ. ຕໍ່ໜ້າ​ຄວາມດັນ​ຈາກ​ການ​ແກ່ງ​ແຍ້​ງ, ບາງ​ວິ​ສາ​ຫະກິດ, ພາຍຫຼັງ​ການ​ຫັນປ່ຽນ, ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ຖ້າ​ຫາກ​ບໍ່​ບືນ​ຕົວ​ຂຶ້ນ​ໄດ້, ອາດ​ຈະ​ຖືກ​ຍຸບ​ເລີກ ຫຼື​ຖືກ​ລົ້ນ​ລະລາຍ, ຜູ້​ອອກ​ແຮງ​ງານ​ພາກສ່ວນ​ໜຶ່ງ​ຈະ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ; ກະສິກຳ ​ແລະ ຊາວ​ກະສິກອນ​ຖືກ​ສ່ຽງ​ໄພ​ສູງ​ກວ່າ​ເພິ່ນ; ຄວາມ​ຜິດ​​ໂຕນກັນ​ລະຫວ່າງຄົນຮັ່ງມີ​ກັບຄົນ​ທຸກ​ຍາກ​ຈະ​ເພີ່ມ​ຂຶ້ນ ຖ້າ​ຫາກ ຫວຽດນາມ​ບໍ່​ປະຕິບັດຍຸດ​ທະ​ສາດ​ພັດທະນາ​ໄວ ​ແລະ ໝັ້ນຄົງ​ຢ່າງ​ມີ​ປະສິດທິ​ຜົນ.

        ນອກ​ນັ້ນ​ການ​ທ້າ​ທາຍ​ກ່ຽວ​ກັບ​ການ​ປະຕິບັດ​ກໍ່​ຫຼາຍ​ທີ່​ສຸດ, ນັບ​ແຕ່​ການ​ປັບປຸງ​ລະບົບ​ກົດໝາຍ​ຕະຫຼອດ​ຮອດ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ, ລັດຖະກອນ, ຜູ້​ຊ່ຽວຊານ​ດ້ານ​ເຕັກນິກ ​ແລະ ກົດໝາຍ.

    ການ​ກະທຳ​ຂອງ​ຫວຽດນາມ

        ​ເພື່ອ​ໝູນ​ໃຊ້​ກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ, ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ໃນ​ປະຈຸ​ບັນ​ແມ່ນ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ທັງ​ພື້ນຖານ​ເສດຖະກິດ. ​ໃນ​ນັ້ນ,​ ວິ​ສາ​ຫະກິດ, ​ເປັນ​ເຈົ້າ​ຂອງ​ຕັດສິນ​ກຳລັງ​ແກ່ງ​ແຍ້​ງຈຸນລະ​ພາບ, ຕ້ອງ​ເປັນ​ເຈົ້າ​ການ​ປະຕິບັດ​ມາດ​ຕະການ​ຕ່າງໆ​ຢ່າງ​ຄົບ​ຊຸດ, ຂ້ຽວຂາດ ​ເພື່ອ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ສິນຄ້າ, ການ​ບໍລິການ​ໂດຍ​ຕົນ​ເອງ​ສະໜອງ, ດ້ວຍ​ຈີນ​ຕະນາ​ການ ບໍ່​ພຽງ​ແຕ່​ຕະຫຼາດ​ພາຍໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ບືນ​ຕົວ​ຂຶ້ນ​ອອກ​ສູ່​ພາກ​ພື້ນ ​ແລະ ​ໂລກ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ວິ​ສາ​ຫະກິດ​ຕ້ອງ​ມີ​ການ​ກະທຳ​ໃນ​ຂອບ​ເຂດ​ລະບອບ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດທີ່​ໄດ້​ກຳ​ນົດ.

        ​ເພື່ອ​ມີ​ລະບອບ​ທີ່​ດີ ​ແລະ ຄຸນ​ນະພາ​ບສູງ, ລັດ​ຕ້ອງ​ປະຕິບັດ​ບົດບາດ​ໜ້າ​ທີ່​ກໍ່ສ້າງ, ພັດທະນາ, ພິ​ເສດ​ແມ່ນ​ສະຖຽນ​ລະ​ພາບ​ທາງເສດຖະກິດ​ມະຫາ​ພາກ; ສ້າງ​ລະບົບ​ກົດໝາຍ, ນະ​ໂຍບາຍ, ຍຸດ​ທະ​ສາດ, ການວາງ​ແຜນ ​ແລະ ການຈັດ​ຕັ້ງ​ກົງຈັກ​ຄຸ້ມ​ຄອງ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ສະບາຍ, ປອດ​ໄສ, ຮັບປະກັນ​ສິດ​ເສລີ​​ໃນ​ການດຳ​ເນີນ​ທຸລະ​ກິດ ​ແລະ ການ​ແກ່ງ​ແຍ້​ງຢ່າງ​ຍຸຕິ​ທຳ.

        ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ, ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ປັດ​ໃຈ​ດັ່ງກ່າວ, ຫວຽດນາມ​ຕ້ອງ​ສືບ​ຕໍ່​ປັບປຸງ​ລະບອບ, ລະບົບ​ກົດໝາຍ​ຢ່າງ​ຮີບ​ດ່ວນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ເສດຖະກິດ​ການ​ຕະຫຼາດ​ທີ່​ທັນ​ສະ​ໄໝ ​ແລະ ຄຳ​ໝັ້ນ​ສັນຍາ​ໃນ​ບັນດາ​ສັນຍາ FTA, ດ້ວຍ​ຈິດ​ໃຈ​ປ່ຽນ​ໃໝ່​ທັງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງຢ່າງຮອບດ້ານ, ຄົບ​ຊຸດ. ສຸມ​ທຸກ​ຄວາມມານະ​ພະຍາຍາມກໍ່ສ້າງ, ປັບປຸງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຢັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ ​ແລະ ​ເຄົາລົບ​ກົດໝາຍ. ຕ້ອງ​ສຸມ​ໃສ່​ການກໍ່ສ້າງ​ຖັນ​ແຖວ​ພະນັກງານ​ລັດຖະກອນ​ທີ່​ມີ​ຄຸນ​ນະ​ທາດ, ມີ​ຄວາມ​ສາມາດ, ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ຕ້ອງ​ຍູ້​ໄວ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ລັດ​ວິ​ສາ​ຫະກິດ, ພ້ອມ​ທັງ​ສົ່ງ​ເສີມ​ການ​ພັດທະນາ​ວິ​ສາ​ຫະກິດ​ຫວຽດນາມ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ເອກະ​ຊົນ, ​ເປັນ​ກຳລັງ​ໜູນ​ເພື່ອ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ແລະ ລັກສະນະ​ເປັນ​ເຈົ້າ​ຂອງ​ພື້ນຖານ​ເສດຖະກິດ.

        ມ້ວນ​ທ້າຍ​ບົດ​ຂຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ຍົກ​ສູງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ສູ້​ຊົນ​ກໍ່ສ້າງ​ລັດ​ ຫວຽດນາມ​ສັງຄົມ​ນິຍົມ, ກ້າວ​ຂຶ້ນ​ພ້ອມ​ກັບ​ຍຸກ​ສະ​ໄໝ, ທັດ​ທຽມ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ