ສັນຍານທີ່ດີຕໍ່ການແກ້ໄຂສະພາບບໍ່ມີທາງອອກກ່ຽວກັບ ການເຈລະຈາບັນຫານິວເຄຼຍຂອງອີຣານ

ສັນຍານທີ່ດີຕໍ່ການແກ້ໄຂສະພາບບໍ່ມີທາງອອກກ່ຽວກັບ ການເຈລະຈາບັນຫານິວເຄຼຍຂອງອີຣານ - ảnh 1
ຮອບເຈລະຈາທີ່ 4 ກ່ຽວ​ກັບ​ບັນຫາ​ນິ​ເຄຼຍຂອງ​ອີຣານ
ຢູ່​ສ.ກາ​ຊັກ​ສະຖານ ຊຶ່ງຖືກຈັດຂຶ້ນເມື່ອ 26/2 
(ພາບ: Reuters)

  ກົງກັນຂ້າມກັບການຄາດຄະເນໃນເບື້ອງຕົ້ນຂອງວົງການນັກສັງເກດການ, ພານຫຼັງການເຈລະຈາ ເປັນເວລາ 2 ວັນຄືວັນທີ 25-26/2, ຢູ່​ສ.ກາ​ຊັກ​ສະຖານ, ອີຣານ ແລະ ກຸ່ມ P5 + 1 (ລວມມີ 5 ປະເທດກຳມະການປະຈຳສະພາ ຄວາມໝັ້ນຄົງ ສ.ປ.ຊ ​ແລະ ​ເຢັຍລະ​ມັນ) ​ໄດ້​ບັນລຸ​ບັນດາ​ບາດກ້າວ​ທີ່​ຕັ້ງໜ້າ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ໝາກຜົນ​ດັ່ງກ່າວ​, ​ເປັນການຕັ້ງຄວາມຫວັງ​ໃຫ້​ຝ່າຍ​ຕ່າງໆແກ້​ໄຂ​ໄດ້​ສະພາບ​ບໍ່​ມີ​ທາງ​ອອກກ່ຽວ​ກັບ​ບັນຫາ​ນິ​ເຄຼຍຂອງ​ອີຣານ.     ພາຍຫຼັງສິ້ນສຸດການເຈລະຈາ, ຜູ້ຕາງໜ້າຂອງ ອີຣານ ແລະ ກຸ່ມ P5 + 1 ລ້ວນ​ແຕ່​ຢືນຢັນ​ວ່າ ບັນດາ​ການ​ປຶກສາ​ຫາລື​ໄດ້ດຳເນີນໄປຢ່າງຕັ້ງໜ້າ. ສິ່ງ ດັ່ງກ່າວໄດ້ສວະແດງໃຫ້ເຫັນຜ່ານເລື່ອງທັງ 2 ຝ່າຍໄດ້ເປັນເອກະສັນກັນຈັດຕັ້ງ ການເຈລະຈາຂັ້ນນັກວິຊາການໃນ 2 ວັນຄື 17 ແລະ 18/3 ຢູ່ຕວກກີ ແລະ ການເຈລະຈາຕໍ່ໄປລະຫວ່າງ ກຸ່ມ P5 + 1 ແລະ ອີຣານໃນວັນທີ 5 ແລະ ທີ່ 6/4 ຢູ່ ສ.ກາ​ຊັກ​ສະຖານ. ນອກຈາກນັ້ນ,  ກຸ່ມ P5 + 1 ຍັງຜ່ອນສັ້ນຜ່ອນຍາວ ຂະນະທີ່ໄດ້ຍົກອອກຂໍ້ສະເໜີໂຍະຍານຄຳສັ່ງຂວ້າບາດກ່ຽວກັບຄຳ ແລະ ໂລຫະປະເສີດ ແທນທີ່ບັນດາຂໍ້ສະເໜີກ່ອນນີ້ ແມ່ນພຽງຍົກເລີກຄຳສັ່ງຂວ້າບາດ ທີ່ມີຕໍ່ເຄື່ອງອາໄລເຮືອບິນພົນລະເຮືອນເພື່ອແລກເອົາເລື່ອງອີຣານຢຸດການເຄືອ່ນໄຫວສ່ວນໜຶ່ງໃນໂຄງການນິວເຄຼຍຂອງຕົນ. ລະອຽດວ່າ 5 ປະເທດປະຈຳສະພາ ຄວາມໝັ້ນຄົງ ສ.ປ.ຊ ​ແລະ ​ເຢັຍລະ​ມັນຈະໂຍະຍານບັນດາຄຳສັ່ງຂວ້າບາດທີ່​ແນ​ໃສ່​ບັນດາ​ແລກປ່ຽນ​ຄ້າຂາຍຄຳ ແລະ ໂລຫະປະເສີດຂອງ​ອີຣານ, ພ້ອມ​ທັງ​ຍົກ​ເລີກ​ການ​ຈຳກັດ​ຊຶ່ງ​ເຄີຍ​ໄດ້​ຈັດ​ວາງ​ຕໍ່​ການ​ພົວພັນ​ແລກປ່ຽນ​ທາງ​ທະນາຄານ​ຂອງ​ປະ​ເທດສ.ອິດສະ​ລາມ​ນີ້. ​ແຕ່​ສຳລັບ​ອີຣານນັ້ນ, ​ແມ່ນຕ້ອງຢຸດຕິ​ການ​ເສີມ​ທາດ​ຢູ​ເຣນຽມ​ລະດັບ 20% ​ແລະ ຕ້ອງ​ປິດ​ປະຕູ​ໂຮງງານ Fordow ຊຶ່ງ​​ແມ່ນ​ແຫ່ງ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ສົງ​ໄສ​ວ່າ ພວມ​ຜະລິດ​ຢູ​ເຣນຽມ, ພ້ອມ​ກັນ​ນັ້ນ​, ຕ້ອງຍົກຍ້າຍ​ສາງ​ຢູ​ເຣນຽມ​ທັງ​ໝົດ ຖ້າ​ຫາກ​ວ່າ​ມັນ​ບໍ່​ຕ້ອງການ​ນຳ​ໃຊ້​ແກ່​ເປົ້າ​ໝາຍ​ການ​ແພດ.

        ສັງ​ເກດ​ກ່ຽວ​ກັບ​ບັນຫາ​ນີ້, ຫົວໜ້າ​ຄະນະ​ນັກ​ເຈ​ລະ​ຈາ​ນິວ​ເຄຼຍຂອງອີຣານ ທ່ານ Saeed Jalili ຖື​ວ່າ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຈິງ​ກ່ວາ​ໃນ​ວິທີ​ສຳ​ພັດກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ ​ແລະ ​ໃຫ້​ຮູ້​ວ່າ ບັນຫາ​ນີ້​ອາດ​ຈະ​ຖືກ​ນຳ​ມາ​ປຶກ​ສາ​ຫາລື​ໃນ​ການ​ເຈລະຈາ​ຕໍ່​ໄປ​ດ້ວຍ​ທັດສະນະ​ສ້າງ​ຄວາມ​ເຊື່ອ​ໝັ້ນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Ali Akbar Salehi ​ໄດ້​ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ບັນດາ​ການ​ເຈລະຈາ​ໃນ​ອະນາຄົດ​ກັບກຸ່ມ P5 + 1 ພາຍຫຼັງ​ການ​ພົບ​ປະ​ທີ່​ມີ​ລັກສະນະ​ປະຫວັດສາດ​ຢູ່ສ.ກາ​ຊັກ​ສະຖານ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Ali Akbar Salehi ຖື​ວ່າ ໝາກຜົນ​ນີ້, ​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ 2 ຝ່າຍ ​ແລະ ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ພວມ​ຢູ່​ໃນ​ຈຸດ​ເວລາ​ເປັນ​ບາດ​ລ້ຽວ. ​ໃນ​ຂະນະ​ນັ້ນ, ຂ້າ​ຫຼວງ​ໃຫຍ່ສະຫະພາບ​ເອີ​ລົບ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ ທ່ານ​ນາງ Catherine Ashton ສະ​ແດງ​ຄວາມ​ປາຖະໜາ ຈະ​​ໄດ້ຮັບປະຕິກິລິຍາ​ຢ່າງ​ຕັ້ງໜ້າ​ຈາກ​ອີຣານທີ່​ກ່ຽວຂ້ອງ​ເຖິງ​ຂໍ້​ສະ​ເໜີ​ຂອງກຸ່ມ P5 + 1. ຕາມ​ທ່ານ​ນາງ Catherine Ashton ​ແລ້ວ, ຂໍ້​ສະ​ເໜີ​ນີ້​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ລະອຽດ ​ໂດຍ​ພາບ​ໃຕ້​ການ​ມອບ​ສິດ​ຈາກສະພາ ຄວາມໝັ້ນຄົງ ສ.ປ.ຊ , ​ແນ​ໃສ່​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ຊຸຸກຍູ້ບັນດາ​ການ​ສົນທະນາ. ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ກໍ​ຍອມຮັບ​ວ່າ ການໂຍະຍານຄຳສັ່ງຂວ້າບາດກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຄ້າຂາຍຄຳ ແລະ ໂລຫະປະເສີດພຽງ​ແຕ່​ເປັນ​ບາດກ້າວ​ຖ່ອມຕົວພໍ​ສົມຄວນ. ​ແຕ່​ຄຳ​ອາດ​ຈະ​ຖືກ​ນຳ​ໃຊ້​ຄື​ເປັນ​ພາຫະນະ​ຕິດ​ຕໍ່​ພົວພັນ​ຄ້າຂາຍ, ດັ່ງ​ນັ້ນ​ຈະ​ຊ່ວຍ​ໃຫ້​ອີຣານຫຼຸດ​ພົ້ນ​ອອກ​ຈາກ​ບັນດາ​ຄວາມ​ຫຍຸ້ງຍາກ​ຍ້ອນ​ການ​ລົງ​ໂທດ​ດ້ານ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ ​ແລະ EU . ລັດ​ເຊຍ ​ແລະ ຈີນ ກໍ​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເຈລະຈາ​ຄັ້ງ​ນີ້​ແມ່ນ​ກົງ​ໄປ​ກົງ​ມາ, ມີ​ຜົນ​ປະ​ໂຫຍ​ດ ​ແລະ ມີ​ລັກສະນະ​ສ້າງສັນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ພວມ​ທຳ​ການ​ຢ້ຽມຢາມ​ເອີ​ລົບ ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເຈລະຈາ​ນິວ​ເຄຼຍລະຫວ່າງ ອີຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ ​ເປັນ​ເວລາ 2 ວັນ ​ແມ່ນ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ ​ແລະ ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມ​ງວດ​ຂອງປະເທດນີ້ ແມ່ນ ອາດຈະນຳມາເຊິ່ງຂໍ້ຕົກລົງຮອບດ້ານ ແລະ ຍາວນານ. ນອກຈາກນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຍັງລື້ມຄືນວ່າ ວໍຊິງຕັນ ພ້ອມແລ້ວດຳເນີນການເຈລະຈາ 2 ຝ່າຍກັບ ເຕເຣຣານ.

     ເຖິງວ່າທັງ 2 ຝ່າຍລ້ວນແຕ່ສະແດງຄວາມປະເອີບໃຈກ່ຽວກັບໝາກຜົນການ ເຈລະຈາ, ​ແຕ່ ​ເພື່ອ​ບັນລຸບັນດາ​ຂໍ້​ຕົກລົງ​ລະອຽດ ຊຶ່ງ​ເບິ່ງ​ຄື​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ນັ້ນ, ຈຳ​ເປັນ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຄວນ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຫຼາຍ​ກ່ວາ​ອີກ. ​ແຕ່ຫົວໜ້າ​ຄະນະ​ນັກ​ເຈ​ລະ​ຈາ​ນິວ​ເຄຼຍຂອງອີຣານ ທ່ານ Saeed Jalili ຍັງຄົງ​ຍຶດໝັ້ນ​ສິດ​ພັດທະນາ​ໂຄງການ​ນິວ​ເຄຼຍຂອງ​ອີຣານ​ເພື່ອ​ຈຸດ​ໝາຍ​ສັນຕິພາບ ​ແລະ ຖື​ວ່າ ​ໂຮງງານ Fordow ​ໃນ​ປະຈຸ​ບັນ ພວມ​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ອົງການ​ນິວ​ເຄຼຍ ສ.ປ.ຊ, ດັ່ງ​ນັ້ນ ຈະ​ບໍ່​ມີ​ເຫດຜົນ​ຫຍັງ​ເພື່ອ​ປິດ​ປະຕູ​ໂຮງງານ​ແຫ່ງ​ນີ້.

      ການເຈລະຈາບັນຫານິວເຄຼຍຂອງອີຣານຢູ່ສ.ກາ​ຊັກ​ສະຖານ ​ເຖິງ​ວ່າ​ບໍ່​ບັນລຸ​ບາດກ້າວ​ບຸກທະລຸ​ກໍ​ຕາມ,​ແຕ່​ເປັນທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ໄດ້​ມີ​ຄວາມ​ກ້າວໜ້າ, ຊ່ວຍ​ໃຫ້​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມມີ​ຄວາມ​ຫວັງ​ກ່ຽວ​ກັບ​ສິ່ງ​ທີ່​ຕັ້ງໜ້າ​ໃນ​ຮອບ​ເຈລະຈາ​ຕໍ່​ໄປ. ສັນຍານທີ່ດີ​ເປັນ​ການ​ບົ່ງ​ບອກ​ກ່ຽວ​ກັບ​ຄວາມ​ສາມາດແກ້ໄຂສະພາບ ບໍ່ມີທາງອອກກ່ຽວກັບບັນຫານິວເຄຼຍຂອງອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ