ສັນຍານເຄັ່ງຕຶງເພິ່ມຂຶ້ນໃນແຫຼມເກົາຫຼີ
Anh Huyen -  
ໃນຊຸມເດືອນທ້າຍປີນີ້, ຢູ່ແຫຼມເກົາຫຼີ ມີຄວາມເຄັ່ງຮ້ອນຂຶ້ນຕື່ມຍ້ອນຂ່າວທີ່ວ່າ: ສປປເກົາຫຼີ ກຽມຍິງລູກສອນໄຟໄລຍະໄກນຳດາວທຽມສັງເກດໜ່ວຍໂລກ. ໃນຂະນະທີ່ບັນດາຄວາມມານະພະຍາຍາມເຊື່ອມຕໍ່ການເຈລະຈາ 6 ຝ່າຍກ່ຽວກັບບັນຫາປອດນິວເຄຼຍໃນແຫຼມເກົາຫຼີ ພວມບໍ່ມີທາງອອກນັ້ນ, ການກະທຳດັ່ງກ່າວອາດຈະເກີດຄວາມບໍ່ລົງລອຍກັນຊື່ງເຄີຍມີມາແລ້ວໃນພາກພື້ນອາຊີຕາເວັນອອກ, ເຮັດໃຫ້ການພົວພັນລະຫວ່າງເຊີອູນ ແລະ ພຽງຢາງ ຍິ່ງເຄັ່ງຕຶງຂຶ້ນຕື່ມ.
ໂຄສົກໂທລະພາບສປປເກົາຫຼີ ແຈ້ງຂ່າວຍິງດາວທຽມ
(ພາບ:dantri.com.vn)
ໃນການຜັນແປຫຼ້າສຸດ, ວັນທີ 5/12, ລັດຖະບານສ.ເກົາຫລີ ຢືນຢັນວ່າ: ສປປເກົາຫຼີ ໄດ້ຕິດຕັ້ງລູກສອນໄຟ 3 ຊັ້ນໃນຖານຍິງລູກສອນໄຟສຳເລັດແລ້ວ ແລະ ພວມດຳເນີນການສູບເຊື້ອເພີງເຂົ້າກ່ອນທີ່ຈະປະຕິບັດການຍິງລູກສອນໄຟ. ສະຖານທີ່ຍິງລູກສອນໄຟແມ່ນຢູ່ຖານທີ່ໝັ້ນ Tongchang-ri ຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງສປປເກົາຫຼີ . ກ່ອນໜ້ານັ້ນ, ສຳນັກຂ່າວສານ KCNA ຂອງສປປເກົາຫຼີ ຖະແຫຼງວ່າ ປະເທດນີ້ຈະຍິງລູກສອນໄຟໄລຍະໄກນຳດາວທຽມໃນໄລຍະເວລາແຕ່ວັນທີ 10-22/12 ເພື່ອລະນຶກ 1 ປີແຫ່ງວັນເຖິງແກ່ມໍລະນະກຳຂອງອະດີດປະທານ Kim Jong Il. ລູກສອນໄຟນຳດາວທຽມຈະຖືກສົ່ງຂຶ້ນວົງໂຄຈອນດ້ວຍລູກສອນໄຟສົ່ງໄລຍະໄກ Unha-3, ຊື່ງພຽງແຕ່ນຳດາວທຽມສັງເກດໜ່ວຍໂລກຂຶ້ນອາວະກາດເທົ່ານັ້ນ. ຕາມການຄິດໄລ່ໂດຍພຽງຢາງ ຍົກອອກມາກັບອົງການຂົນສົ່ງທາງທະເລຂອງ ສປຊ, ອົງການເດີນທະເລສາກົນແລ້ວ, ຫົວລູກສອນໄຟຈະຕົກລົງທະເລເຫຼືອງ ໃນເຂດລະຫວ່າງແຫຼມເກົາຫຼີ ແລະ ຈີນ, ສ່ວນທີ 2 ຈະຕົກລົງເຂດທະເລຟີລິບປິນ. ພຽງຢາງ ຢືນຢັນວ່າ, ນີ້ແມ່ນດາວທຽມສັນຕິພາບເພື່ອແນໃສ່ພັດທະນາວິທະຍາສາດເຕັກນິກ ແລະ ການຍິງລູກສອນໄຟນີ້ ແມ່ນນອນໃນແຜນການຂອງສປປເກົາຫຼີ ເພື່ອແນໃສ່ກໍ່ສ້າງລັດໃຫ້ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.
(ພາບ:viet.rfi.fr)
ເຖິງແນວນັ້ນກໍ່ຕາມ, ກໍ່ເຊັ່ນດຽວກັນກັບການຍິງລູກສອນໄຟເມື່ອເດືອນ 4/2012, ໃນທັນທີ, ການກະທຳຂອງສປປເກົາຫຼີ ໄດ້ຮັບການຕຳນິຕິຕຽນຢ່າງຮ້າຍແຮງຈາກປະຊາຄົມໂລກ. ອາເມລິກາ ແລະ ສ.ເກົາຫຼີ ຖືວ່າ, ນີ້ແມ່ນການທົດລອງລູກສະຫຼວດອີ່ຫຼີ ແລະ ຖືກເກືອດຫ້າມຕາມບັນດາຂໍ້ກຳນົດຂອງ ສປຊ. ວໍຊິງຕັນ ຖະແຫຼງວ່າ: ບໍ່ວ່າການຍິງດາວທຽມຄັ້ງໃດໆຂອງພຽງຢາງ ກໍ່ແມ່ນການກະທຳເກາະຜິດທີ່ຮ້າຍແຮງ, ຂົ່ມຂູ່ເຖິງສັນຕິພາບ ແລະ ຄວາມສະຫງົບປອດໄພຂອງພາກພື້ນ. ສເກົາຫຼີ ກໍ່ກ່າວເຕືອນວ່າຈະຍົກບັນຫາສປປເກົາຫຼີ ຢູ່ທີ່ສະພາຄວາມໝັ້ນຄົງ ສປຊ ແລະ ກໍ່ຄວາມກົດດັນເພື່ອມີບັນດາມາດຕະການລົງໂທດໃໝ່. ທ່ານບານກີມູນ, ເລຂາທິກາຍໃຫ່ຍ ສປຊ ໄດ້ຮຽກຮ້ອງໃຫ້ພຽງຢາງ ພິຈາລະນາຂໍ້ຕົກລົງນີ້ ແລະ ຢຸດຕິທຸກໆການກະທຳກ່ຽວຂ້ອງເຖິງໂຄງການປອດອາວຸດນິວເຄຼຍ.
ສ່ວນທ່ານ Yukiya Amano ຜູ້ອຳນວຍການໃຫ່ຍອົງການພະລັງງານປະລະມານູສາກົນ IAEA ຖືວ່າ: ພຽງຢາງ ປະຕິບັດແຜນການນີ້ອາດຈະກໍ່ໃຫ້ເກີດການກະທົບອັນຫຍໍ້ທໍ້ຕໍ່ບັນດາຄວາມມານະພະຍາຍາມຂອງສາກົນເພື່ອແນໃສ່ສ້າງແຫຼມເກົາຫຼີປອດອາວຸດນິວເຄຼຍ. ນັບທັງຈີນ ຊື່ງແມ່ນພັນທະມິດຕົ້ນຕໍຂອງສປປເກົາຫຼີ ກໍ່ໄດ້ເພີ່ມຄວາມກົດດັນທາງການທູດດ້ວຍເລື່ອງທ່ານຫົງເລີຍ ໂຄສົກກະຊວງການຕ່າງປະເທດຈີນ ກ່າວເຕືອນພຽງຢາງວ່າ: “ຕ້ອງມີການກະທຳຢ່າງລະມັດລະວັງ“ ແລະ ບໍ່ດຳເນີນບັນດາບາດກ້າວເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນເຄັ່ງຕຶງຂຶ້ນຕື່ມ.
ບໍ່ພຽງແຕ່ມີຄຳຖະແຫລງລ້າໆເທົ່ານັ້ນ, ໃນສອງສາມມື້ມໍ່ໆມານີ້, ປະຕິກິລິຍາຂອງຍີ່ປຸ່ນ, ສເກົາຫລີ, ອາເມລິກາ ໄດ້ເພີ່ມຂຶ້ນຢ່າງແຮງເມື່ອກອງທັບບັນດາປະເທດດັ່ງກ່າວເລີ່ມຕົ້ນ ການຜັນຂະຫຍາຍອາວຸດການທະຫານທັນສະໄຫມຢູ່ ພາກພື້ນ. ວັນທີ 5/12, ກອງທັບ ສເກົາຫລີ ໄດ້ກ່າວເຕືອນວ່າ, ເຂົາເຈົ້າໄດ້ຜັນຂະຫຍາຍ ອຸປະກອນ radar ເຄື່ອງຫນຶ່ງເພື່ອເຕືອນໄພລູກສອນໄຟປະເພດໃຫມ່ ດ້ວຍຈຸດປະສົງປົກປັກຮັກສາເຂດດິນແດນຕໍ່ຫນ້າການບຸກໂຈມຕີຂອງ ສປປ ເກົາຫລີ. ສເກົາຫລີ ກໍພວມຄິດໄລ່ຊັ່ງຊາເຖິງການຜັນຂະຫຍາຍລະບົບທຳລາຍລູກສອນໄພ PAC 2 ເພື່ອປ້ອງກັນໃຫ້ໃນກໍລະນີລູກສອນໄພຂອງ ສປປ ເກົາຫລີ ໄປຜິດແລວ.
ໃນຂະນະນັ້ນ, ຍີ່ປຸ່ນ ໄດ້ສົ່ງລູກສອນໄຟ Patriot ເຖິງຖານທີ່ໝັ້ນການທະຫານ Okinawa. ອາເມລິກາ ຜັນຂະຫຍາຍ ເຮືອບິນສອດແນມຍຸດທະສາດເອເລັກໂຕນິກ ຢູ່ຖານທີ່ໝັ້ນທະຫານປ້ອງກັນອາກາດ ຢູ່ Okinawa . ກຳປັ່ນຂັບໄລ່ຂອງຍີ່ປຸ່ນ ໃນລະບົບ Aegis ໄດ້ຮັບການກຳນົດທິດເພື່ອຄວບຄຸມເຂດນ່ານຟ້າທາງທິດຕາເວັນອອກ ຈີນ, ຍີ່ປຸ່ນ ແລະ ທະເລເຫລືອງ ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ອອກຄຳສັ່ງໃຫ້ແກ່ກຳລັງປ້ອງກັນທຳລາຍລູກສອນໄຟ ຖ້າຫາກລູກສອນໄຟຜ່ານເຂດນ່ານຟ້າຂອງປະເທດນີ້. ອາເມລິກາ, ຍີ່ປຸ່ນ ແລະ ສເກົາຫລີ ກໍລ້ວນແຕ່ວາງແຜນການຮ່ວມມືຢ່າງແຫນ້ນແຟ້ນ ແລະ ຕິດຕາມຢ່າງໃກ້ຊິດຕໍ່ການຜັນແປຂອງເຫດການດັ່ງກ່າວເພ່ືອມີມາດຕະການ ຮັບມືຢ່າງທັນການ.
ບັນດາການຜັນແປ ທີ່ເຄັ່ງຕຶງຢູ່ພາກພື້ນນີ້ ໄດ້ກໍ່ຄວາມວິຕົກກັງວົນໃຫ້ປະຊາຄົມໂລກ. ມາຮອດປະຈຸບັນ, ບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ພຽງຢາງ ຈະປະລະແຜນການຂອງຕົນ. ມີຜູ້ຊ່ຽວຊານຫລາຍທ່ານຄາດຄະເນວ່າ, ເຫດການດັ່ງກ່າວດຳເນີນໄປໃນສະພາວະທັງຍີ່ປຸ່ນ ແລະ ສເກົາຫລີ ພວມຮີບເຮັ່ງກະກຽມໃຫ້ແກ່ການເລືອກຕັ້ງ ແລະ ປະທານາທິບໍດີ ອາເມລິກາ Barack Obama ກໍພວມກະກຽມກ້າວເຂົ້າສູ່ອາຍຸການທີ 2, ສິ່ງດັ່ງກ່າວຈະກໍ່ຜົນກະທົບບໍ່ດີຕໍ່ການພົວພັນລະຫວ່າງ ສປປ ເກົາຫລີ ກັບບັນດາປະເທດພວມຖືກຖືວ່າເປັນປໍລະປັກກັບປະເທດນີ້. ເປັນທີ່ຈະແຈ້ງແລ້ວວ່າ: ເຫດການຍິງລູກສອນໄຟເປັນສອງຄັ້ງຢ່າງລຽນຕິດຂອງ ສປປ ເກົາຫລີ ໄດ້ສະແດງໃຫ້ເຫັນວ່າ, ທຸກຄວາມມານະພະຍາຍາມດ້ານການທູດກ່ຽວກັບບັນຫາປອດອາວຸດນິວເຄຼຍ ຢູ່ ໃນແຫລມເກົາຫລີ ໄດ້ ແລະ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ.
ບໍ່ທັນຮູ້ໄດ້ວ່າ ຜົນຮ້າຍຢ່ອນຫລັງຂອງເຫດການດັ່ງກ່າວຈະເປັນແນວໃດ ແຕ່ມັນສາມາດທຳລາຍທຸກຄວາມມານະພະຍາຍາມຊອກຫາມາດຕະການສັນຕິພາບຢູ່ ໃນແຫລມເກົາຫລີ ຊື່ງບັນດາຝ່າຍໄດ້ສຸມທຸກກຳລັງເຫື່ອແຮງໃນໄລຍະຜ່ານມາ.
Anh Huyen