(vovworld) - ສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃຫມ່ ຢູ່ ຫວຽດນາມ ໄດ້ຮັບການລົງນາມກ່ອນນີ້ 40 ປີ ແມ່ນໄຊຊະນະທີ່ມີຄວາມໝາຍປະຫວັດສາດຂອງປະຊາຊົນ ຫວຽດນາມ ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ສັນຍາສະບັບດັ່ງກ່າວໄດ້ເຮັດໃຫ້ ອາເມລິກາ ຕ້ອງຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜນດິນອັນຄົບຖ້ວນຂອງ ຫວຽດນາມ, ອາເມລິກາ ແລະ ພັນທະມິດຕ້ອງຖອນກຳລັງທັບທັງໝົດອອກຈາກພາກໃຕ້ ຫວຽດນາມ, ສ້າງປະຖົມປັດໄຈໃຫ້ແກ່ມະຫາໄຊປີ 1975, ປົດປ່ອຍພາກໃຕ້ ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ.
ສັນຍາປາຣີ ປີ 1973 ໂດຍ 4 ຝ່າຍຊຶ່ງລວມມີ: ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ແນວໂຮມແຫ່ງຊາດຊາດປົດປ່ອຍພາກໃຕ້ ຫວຽດນາມ, ອາເມລິກາ ແລະ ສາທາລະນະລັດ ຫວຽດນາມ ລົງນາມຢູ່ ປາຣີ. ນີ້ແມ່ນໝາກຜົນແຫ່ງການເຈລະຈາທີ່ແກ່ຍາວມາເປັນເວລາ 4 ປີ, 8 ເດືອນ, 14 ມື້ ດ້ວຍກອງປະຊຸມເປີດເຜີຍ 200 ຄັ້ງ ແລະ ການພົບປະສະເພາະ 24 ຄັ້ງ, ນັ້ນແມ່ນໄຊຊະນະທີ່ສຳຄັນ, ຍິ່ງໃນຫລາຍດ້ານຂອງປະຊາຊົນ ຫວຽດນາມ. ທ່ານ ຟ້າມບີ່ງມີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ: ກອງປະຊຸມ ແລະ ສັນຍາປາຣີ ແມ່ນໄຊຊະນະສັງລວມຂອງການຕໍ່ສູ້ໃນແນວຮົບການທະຫານ, ການເມືອງ ແລະ ການທູດ.
“ການເຈລະຈາຢູ່ ປາຣີ ແມ່ນການຕໍ່ສູ້ດ້ານພູມປັນຍາ, ຄຸນນະທາດອັນຍາວນານ, ລຳບາກກາກກຳ ແຕ່ພັດສະຫງ່າອົງອາດຂອງການທູດ ຫວຽດນາມ ພາຍໃຕ້ການນຳພາຂອງພັກ, ຈາກຄຳຕັດສິນທີ່ມີຄວາມໝາຍຍຸດທະສາດ ທັງຕໍ່ສູ້ ທັງເຈລະຈາ ຕະຫລອດຮອດຍຸດໂທບາຍຂອງຫວຽດນາມ ໃນຕະຫລອດວິວັດການເຈລະຈາຢ່າງເປີດເຜີຍ ກໍຄືປິດລັບ ກໍ່ຄື ບັນດາເນື້ອໃນຂອງສັນຍາປາຣີ ລ້ວນແຕ່ສະແດງໃຫ້ເຫັນຄວາມເປັນທຳຂອງການຕໍ່ສູ້ປົດປ່ອຍປະເທດຫວຽດນາມ. ສັນຍາປາຣີ ກໍແມ່ນເອກະສານນິຕິກຳສາກົນ ເປັນຄັ້ງທຳອິດທີ່ອາເມລິກາ ຕ້ອງໃຫ້ຄຳໝັ້ນສັນຍາເຄົາລົບເອກະລາດ, ອະທິປະໄຕ ແລະ ເອກະພາບຂອງຊາດຫວຽດນາມ.”
ສັນຍາປາຣີ 1973
ພາບ:internet
|
ດ້ວຍສັນຍາປາຣີ, ປະຊາຊົນ ຫວຽດນາມ ໄດ້ປະຕິບັດຈຸດໝາຍຕີເອົາຊະນະຈັກກະພັດ ອາເມລິກາ, ເປີດໄລຍະໃຫມ່, ສະດວກໃຫ້ແກ່ຈຸດໝາຍ ຕີເອົາຊະນະຮຸ່ນໄຊງ່ອນ, ແມ່ນປະຖົມປັດໄຈກ້າວເຖິງການປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບເມື່ອປີ 1975. ທ່ານ ຈີ້ງງອກທາຍ, ສະມາຊິກຄະນະຜູ້ແທນ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ກອງປະຊຸມປາຣີ ໃຫ້ຮູ້ວ່າ:
“ການເຈລະຈາປາຣີ ກ່ຽວກັບ ຫວຽດນາມ ໄດ້ກາຍເປັນບັນຫາທີ່ສ້າງຄວາມສົນໃຈຈາກຫາງສຽງໂລກ ກ່ຽວກັບການຕໍ່ສູ້ດ້ານການເມືອງ, ການທະຫານ ແລະ ການທູດ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ແລະ ກໍແມ່ນຄວາມຂັດແຍ້ງກັນຕົ້ນຕໍ່ຂອງຍຸກສະໄຫມໃນຄາວນັ້ນ. ເລື່ອງເຊັນສັນຍາປາຣີ ເພື່ອແກ້ໄຂສະພາບບໍ່ມີທາງອອກຂອງສົງຄາມທີ່ນອງເລືອດ ແລະ ແກ່ຍາວມາເປັນເວລາຫລາຍປີທີ່ສຸດຢູ່ໃນໂລກ ຖັດຈາກສົງຄາມໂລກຄັ້ງທີ 2.”
ກອງປະຊຸມເຈລະຈາປາຣີ ໄດ້ຮັບການຕີລາຄາວ່າ ແມ່ນການຕໍ່ສູ້ດ້ານພູມປັນຍາທີ່ເຄັ່ງຕຶງ ລະຫວ່າງສອງພື້ນຖານການທູດ. ນັ້ນແມ່ນພື້ນຖານການທູດທີ່ມີທ່າແຮງຂອງອາເມລິກາ ແລະ ພື້ນຖານການທູດວັດທະນະທຳມະນຸດຂອງ ຫວຽດນາມ. ທ່ານນາງ ຫງວຽນທິບີ່ງ, ອະດີດຮອງປະທານປະເທດ ຫວຽດນາມ, ຫົວຫນ້າຄະນະເຈລະຈາ ຂອງລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດ ພາກໃຕ້ ຫວຽດນາມ ທີ່ກອງປະຊຸມປາຣີ ໃຫ້ຮູ້ວ່າ:
“ສຳລັບການເຈລະຈາສັນຍາປາຣີ, ບັນຫາ ອາເມລິກາ ຮຸກຮານພາກໃຕ້ ຫວຽດນາມ ນັ້ນ, ອາເມລິກາ ຕ້ອງຢຸດຕິການຮຸກຮານແມ່ນຫລັກການທີ່ບໍ່ປ່ຽນແປງໄດ້. ຕາມນັ້ນແລ້ວ, ອາເມລິກາ ຕ້ອງຖອນທະຫານອອກຈາກ ຫວຽດນາມ ໂດຍບໍ່ມີເງື່ອນໄຂ, ເພື່ອຮັບປະກັນເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງ ຫວຽດນາມ. ຍາມໃດ ຫວຽດນາມ ກໍຮັກສາຫລັກໝັ້ນດັ່ງກ່າວ. ນອກນັ້ນ ຫວຽດນາມ ຕ້ອງອີງໃສ່ສະພາບຕົວຈິງ. ໃນເບື້ອງຕົ້ນ ຫວຽດນາມ ສະເຫນີຕ້ອງແກ້ໄຂບັນຫາການທະຫານ ພ້ອມທັງແກ້ໄຂບັນຫາການເມືອງ. ແຕ່ຕໍ່ມາພກເຮົາເຫັນວ່າ: ທີ່ຕັ້ງບົດບາດ ຂອງ ພວກເຮົາໃນສະຫນາມຮົບແມ່ນສະດວກ, ພວກເຮົາສາມາດປະຕິບັດໄດ້ຫຼາຍກວ່າ. ດັ່ງນັ້ນຈຶ່ງສາເໜີຕາມສະພາບຕົວຈິງ”
ທ່ານນາງ ຫງວຽນທິບີ່ນ ແລະ ຄະນະເຈລະຈາ
ພາບເອກະສານ:internet
|
ບໍ່ພຽງແຕ່ມີຄວາມໝາຍສຳລັບ ຫວຽດນາມ ເທົ່ານັ້ນ ຫາກສັນຍາປາຣີ ຍັງມີລັກສະນະສາກົນ ເມື່ອປະກອບສ່ວນອັນໃຫຍ່ຫລວງເຂົ້າໃນພາລະກິດປົດປ່ອຍປະເທດຊາດຂອງປະຊາຊົນ ລາວ ແລະ ກຳປູເຈຍ. ສັນຍາປາຣີ ກໍໄດ້ປະກອບສ່ວນເປີດຫນ້າປະຫວັດສາດໃຫມ່ໃນສະພາບ ການຢູ່ອາຊີຕາເວັນອອກສຽງໃຕ້: ອາເມລິກາ ຖອນກຳລັງທະຫານອອກຈາກ ອິນດູຈີນ ແລະ ອາຊີຕາເວັນອອກສຽງໃຕ້; ທ່າອ່ຽງສັນຕິພາບ, ເປັນກາງ ໄດ້ຮັບການພັດທະນາຢ່າງແຮງໃນພາກພື້ນ, ເພື່ອສ້າງພາກພື້ນສັນຕິພາບ, ມິດຕະພາບ ແລະ ສະຖຽນລະພາບ.
ສັນຍາປາຣີປີ 1973 ສະແດງໃຫ້ເຫັນວ່າ: ຫວຽດນາມ ສະແຫວງຫາການສະຫນັບສະຫນູນຈາກ ອະດີດສະຫະພາບໂຊຫວຽດ, ຈີນ, ບັນດາປະເທດສັງຄົມນິຍົມ, ບັນດາປະເທດພາຄີຂະບວນການບໍ່ຮ່ວມກຸ່ມ ນັບທັງປະຊາຊົນອາເມລິກາຜູ້ຮັກຫອມສັນຕິພາບ, ເພື່ອສ້າງແນວໂຮມປະຊາຊົນໂລກສະຫນັບສະຫນູນ ຫວຽດນາມ ຕ້ານອາເມລິກາ ຜູ້ຮຸກຮານ. ສິ່ງດັ່ງກ່າວສະແດງໃຫ້ເຫັນທິດນຳ ປະສານສົມທົບກຳລັງແຮງຂອງທ່ົວປວງຊົນທັງຊາດ ກັບກຳລັງແຮງຂອງຍຸກສະໄຫມ, ກຳລັງແຮງຂອງປະເທດຊາດ ກັບກຳລັງແຮງຂອງສາກົນ, ສົມທົບການທູດແຫ່ງລັດ ກັບການທູດປະຊາຊົນ. ທ່ານ ຈີ້ງງອກທາຍ ໄດ້ໃຫ້ຂໍ້ສັງເກດວ່າ:
“ໃນປະຫວັດສາດແຫ່ງການຕໍ່ຕ້ານຂອງປະເທດຕ່າງໆ, ເກືອບຄືວ່າບໍ່ມີການຕໍ່ສູ້ໃດໆຄືກັນກັບການຕໍ່ສູ້ຢູ່ ຫວຽດນາມ ທີ່ສາມາດສ້າງເປັນຂະບວນການ, ແນວໂຮມປະຊາຊົນໂລກທີ່ສາມັກຄີສະຫນັບສະຫນູນຫວຽດນາມຢ່າງແຮງໄດ້, ໃນນັ້ນ ມີຂະບວນການຄັດຄ້ານສົງຄາມຢູ່ປະເທດ ອາເມລິກາ. ກຳລັງແຮງຂອງຫາງສຽງໄດ້ກາຍເປັນກຳລັງດັນທີ່ມີຕໍ່ນະໂຍບາຍຮຸກຮານຂອງ ອາເມລິກາ ແມ່ນການລະດົມກຳລັງໃຈອັນໃຫຍ່ຫລວງສຳລັບປະຊາຊົນ ຫວຽດນາມ. ນີ້ແມ່ນຫນຶ່ງໃນບັນດາຫົວຄິດປະດິດສ້າງເພື່ອສ້າງເປັນແນວໂຮມປະຊາຊົນໂລກສາມັກຄີສະຫນັບສະຫນູນ ຫວຽດນາມ.”
ກອງປະຊຸມປາຣີ ໄດ້ເປັນບົດຮຽນອັນໃຫຍ່ຫລວງຫລາຍຢ່າງ, ໃນນັ້ນ ມີບົດຮຽນກ່ຽວກັບເຈດຈຳນົງຮັກສາເອກະລາດ, ອະທິປະໄຕແຫ່ງຊາດ ແລະ ນ້ຳໃຈສາມັກຄີສາກົນ ເຊິ່ງປະຈຸບັນຍັງຄົງຮັກສາຄຸນຄ່າເດີມ ສຳລັບບັນດາປະເທດຢູ່ໃນໂລກທີ່ພວມມີການຜັນແປຫຼາຍຢ່າງ.
40 ປີໄດ້ຜ່ານໄປ ແຕ່ບັນດາຄຸນຄ້າຂອງສັນຍາປາຣີ 1973 ຍັງຄົງເປັນຂີດໝາຍອັນສະຫງ່າລາສີຂອງພື້ນຖານການທູດ ຫວຽດນາມ ຍຸກສະໄຫມໂຮ່ຈິມິນ ຕະຫລອດການຢູ່.