(vovworld)- ກ່ອນນີ້ 41 ປີ, ວັນທີ 27/1/1973, ສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃຫມ່ໄດ້ຮັບການລົງນາມ. ນີ້ແມ່ນເຫດການມີຄວາມໝາຍດ້ານປະຫວັດສາດທີ່ສຳຄັນຍິ່ງໃນພາລະກິດປະຕິວັດອັນສະຫງ່າລາສີຂອງປະຊາຊົນ ແລະ ພື້ນຖານການທູດຫວຽດນາມ. ສັນຍາ ປາຣີ ປີ 1973 ເປັນການປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຜູ້ຮັກຫອມສັນຕິພາບ ແລະ ບັນດາປະເທດຖືກກົດຂີ່ຂຸດຮີດໃນໂລກທີ່ມີຕໍ່ພາລະກິດຕໍ່ສູ້ເພື່ອຄວາມເປັນທຳ.
ພິທີລົງນາມໃນສັນຍາເມື່ອປີ 1973
ພາບເອກະສານ:daibieunhandan.vn
|
ສັນຍາປາຣີ 1973 ໄດ້ຮັບການລົງນາມພາຍຫລັງເຈລະຈາມາເປັນເວລາ 4 ປີ 8 ເດືອນ. ຜູ້ຕາງຫນ້າ 4 ຝ່າຍໄດ້ລົງນາມໃນສັນຍາ ນັ້ນແມ່ນ ລັດຖະບານປະຕິວັດຊົ່ວຄາວແຫ່ງສາທາລະນະລັດພາກໃຕ້ຫວຽດນາມ, ຜູ້ຕາງຫນ້າ ສາທາລະນະລັດປະຊາທິປະໄຕຫວຽດນາມ, ຜູ້ຕາງຫນ້າ ສາທາລະນະລັດຫວຽດນາມ ແລະ ລັດຖະບານ ສະຫະລັດ ອາເມລິກາ.
ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຜູ້ຮັກຫອມສັນຕິພາບທີ່ມີຕໍ່ພາລະກິດຕໍ່ສູ້ເພື່ອຄວາມເປັນທຳ
ເລື່ອງລົງນາມໃນສັນຍາປາຣີ ຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃຫມ່ ແມ່ນສິ້ນສຸດການຕໍ່ສູ້ດ້ານການທູດທີ່ດົນນານກວ່າໝູ່, ຫຍຸ້ງຍາກກວ່າໝູ່ໃນປະຫວັດສາດດ້ານການທູດຂອງຫວຽດນາມ ໃນສັດຕະວັດທີ 20 ຢ່າງມີໄຊ, ເປັນຂີດໝາຍແຫ່ງໄຊຊະນະປະຫວັດສາດຂອງປະຊາຊົນ ຫວຽດນາມ ພາຍຫລັງ 19 ປີຕໍ່ສູ້ຢ່າງອົງອາດກ້າຫານໃນບັນດາແນວຮົບດ້ານການເມືອງ, ການທະຫານ, ການທູດ ເພື່ອຕ້ານຈັກກະພັດອາເມລິກາຜູ້ຮຸກຮານ. ການສູ້ຮົບຄັ້ງຕ່າງໆບົນສະຫນາມຮົບ ແລະ ຢູ່ໂຕະເຈລະຈາ ລ້ວນແຕ່ເພື່ອຈຸດໝາຍຮຽກຮ້ອງ ອາເມລິກາ ຢຸດຕິສົງຄາມ, ໝັ້ນໝາຍເຄົາລົບເອກະລາດ ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜນດິນອັນຄົບຖ້ວນຂອງຫວຽດນາມ.
ເມື່ອລົງນາມໃນສັນຍາປາຣີ, ອາເມລິກາ ຕ້ອງຢຸດຕິການຖິ້ມລູກລະເບີດລົງໃສ່ພາກເຫນືອ, ຖອນທະຫານອາເມລິກາ ແລະ ພວກລູກແລ້ງຕີນມືທັງໝົດອອກຈາກພາກໃຕ້. ປະຊາຊົນຫວຽດນາມ ໄດ້ປະຕິບັດຍຸດທະສາດຕີຂັບໄລ່ອາເມລິກາ, ເປີດສະຖານະພາບໃຫມ່, ສ້າງປະຖົມປັດໄຈອັນໝັ້ນຄົງເພື່ອໃຫ້ທະຫານ ແລະ ປະຊາຊົນຫວຽດນາມ ຕີທັບມ້າງພວກທະຫານຫຸ່ນໃຫ້ພັງທະລາຍ ດ້ວຍໄຊຊະນະທີ່ພົ້ນເດັ່ນແມ່ນບັ້ນຮົບໂຮ່ຈິມີນ.
ໄຊຊະນະນີ້ ກ່ອນອື່ນໝົດແມ່ນເລີ່ມມາຈາກສົງຄາມອັນຍິ່ງໃຫຍ່ຂອງທະຫານ ແລະ ປະຊາຊົນຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ໄດ້ມານະພະຍາຍາມ, ຕັດສິນໃຈຕໍ່ສູ້, ຍອມເສຍສະຫລະຊີວິດເພື່ອເອກະລາດ, ເສລີພາບ, ໂຮມປະເທດຊາດເປັນເອກະພາບ. ການຊີ້ນຳນຳພາຢ່າງສະຫລາດສ່ອງໃສຂອງພັກ ໄດ້ວາງແນວທາງການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ກູ້ຊາດ, ແນວທາງສາກົນເອກະລາດ, ເປັນເຈົ້າຕົນເອງ, ຖືກຕ້ອງ, ມີຫົວຄິດປະດິດສ້າງ. ນອກນັ້ນ, ຫວຽດນາມ ໄດ້ເປັນເຈົ້າການຊຸກຍູ້ການສ້າງແນວໂຮມປະຊາຊົນໂລກ ສະຫນັບສະຫນູນຫວຽດນາມ ໃນການຕ້ານຈັກກະພັດອາເມລິກາ.
ທ່ານນາງ ຫງວຽນທິບີ່ງ, ອະດີດຫົວຫນ້າຄະນະເຈລະຈາຂອງລັດຖະບານປະຕິວັດຊົ່ວຄາວ ແຫ່ງສາທາລະນະລັດພາກໃຕ້ຫວຽດນາມ ຖືວ່າ: ການຕໍ່ສູ້ ດ້ານການທະຫານ, ການເມືອງ ໃນສະຫນາມຮົບ ໄດ້ສ້າງທ່ວງທ່າໃຫ້ແກ່ການຕໍ່ສູ້ ດ້ານການທູດ. ທ່ານນາງ ຫງວຽນທິບີ່ງ ກ່າວວ່າ:
“ກ່ອນອື່ນໝົດຕ້ອງເວົ້າເຖິງຄຸນງາມຄວາມດີຂອງບັນດານັກຮົບ ແລະ ປະຊາຊົນຫວຽດນາມ ໃນຕະຫລອດ 20 ປີແຫ່ງການຕໍ່ສູ້. ມີລູກດີເດັ່ນຂອງປະເທດຊາດຫລາຍຄົນຖືກເສຍສະຫລະຊີວິດເພື່ອຊາດ. ພວກເຮົາຕ້ອງເຂົ້າໃຈໄດ້ວ່າ ຖ້າຫາກບໍ່ມີບັ້ນຮົບບຸນປີໃຫມ່ປີ 1968, ບໍ່ມີບັ້ນຮົບປົດປ່ອຍນະຄອນ ກວ໋າງຈີ້ ແລະ ການສູ້ຮົບໃນ 81 ວັນ ແລະ ຄືນ ຢູ່ກຳແພງເກົ່າ ກວ໋າງຈີ້, ບໍ່ມີ ບັ້ນຮົບດຽນບຽນຝູທາງອາກາດກໍຄືບໍ່ມີການຫນູນຊ່ວຍຈາກແນວຫລັງພາກເຫນືອ ແນ່ນອນວ່າ ຈະບໍ່ມີສັນຍາປາຣີ. ແລະຈະບໍ່ມີວັນມະຫາໄຊລະດູບານໃຫມ່ປີ 1975 ”
ການກະກຽມຢ່າງໝັ້ນແກ່ນເພື່ອໃຫ້ຫວຽດນາມກ້າວເຂົ້າໄລຍະເຊື່ອມໂຍງເຂົ້າກັບສາກົນ
ເລື່ອງລົງນາມໃນສັນຍາປາຣີປີ 1973 ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ຫວຽດນາມຄືນໃຫມ່ ທວງໃຫ້ອາເມລິກາຢຸດຕິສົງຄາມຢູ່ ຫວຽດນາມ, ຖອນທະຫານອອກຈາກ ຫວຽດນາມ ແລະ ອິນດູຈີນ. ທະຫານຫຸ່ນບໍ່ມີບ່ອນອີງກ່ຽວກັບການທະຫານ ແລະ ຖືກອ່ອນແອລົງ. ສັນຍາໄດ້ເປີດໄລຍະໃຫມ່, ສ້າງເງື່ອນໄຂໃຫ້ແກ່ການປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບເມື່ອປີ 1975.
ກອງປະຊຸມ ປາຣີ ແລະ ສັນຍາປາຣີ ປີ 1973 ໄດ້ສ້າງບັນດາບົດຮຽນ ທີ່ເລິກເຊິ່ງ, ມີຄວາມໝາຍຍິ່ງໃຫຍ່ໃນສະພາບການປະຈຸບັນ. ບັນດາບົດຮຽນຂອງສັນຍາປາຣີ ໄດ້ຮັບຖືວ່າ ແມ່ນສິ່ງທີ່ລຳ້ຄ່າເພື່ອໃຫ້ຫວຽດນາມ ກ້າວເຂົ້າສູຸ່ໄລຍະເຊື່ອມໂຍງເຂົ້າກັບສາກົນ, ນຳການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ສະຖຽນລະພາບ, ໝັ້ນຄົງ, ປັບປຸງທີ່ຕັ້ງບົດບາດ ແລະ ແຫລ່ງກຳລັງຂອງປະເທດຊາດ. ທ່ານປະທານປະເທດເຈືອງເຕີນຊາງ ເນັ້ນຫນັກວ່າ:
“ກ່ອນອື່ນໝົດແມ່ນບົດຮຽນກ່ຽວກັບການຊີ້ນຳນຳພາທີ່ສະຫລາດສ່ອງໃສຂອງພັກ, ເປີດແນວຮົບດ້ານການທູດ, ເສີມຂະຫຍາຍທ່າແຮງດ້ານການທູດ, ສົມທົບກັນຢ່າງແຫນ້ນແຟ້ນກັບບັນດາແນວຮົບດ້ານການເມືອງ, ການທະຫານ, ການຊີ້ນຳນຳພາຢ່າງຂ້ຽວຂາດ, ເປັນເອກະພາບ, ສ້າງກຳລັງແຮງສັງລວມ ຍາດເອົາໄຊຊະນະຢ່າງສິ້ນເຊິງ. ທີສອງ ບົດຮຽນກ່ຽວກັບການຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງເພື່ອຜົນປະໂຫຍດຂອງປະເທດຊາດ, ໝູນໃຊ້ທິດນຳການທູດຂອງປະທານໂຮ່ຈິມີນຢ່າງຖືກຕ້ອງ, ສ້າງກາລະໂອກາດເພຶ່ອເຈລະຈາກັບສັດຕູ. ແກ້ໄຂການພົວພັນລະຫວ່າງບັນດາປະເທດໃຫຍ່ຢ່າງກົມກຽວ ພ້ອມທັງຍາດແຍ່ງການສະຫນັບສະຫນູນຢ່າງກວ້າງຂວາງຈາກສາກົນເພື່ອສ້າງເປັນໄຊຊະນະ.”
41 ປີໄດ້ລ່ວງເລີຍໄປ ແຕ່ບັນດາຄຸນຄ່າຊື່ງກອງປະຊຸມ ປາຣີ ແລະ ສັນຍາ ປາຣີ ຊື່ງໄດ້ນຳມາໃຫ້ນັ້ນ ຍາມໃດກໍຍືນຍົງຄົງຕົວໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ແມ່ນສັນຍາລັກຂອງຄຸນນະທາດ ແລະ ພູມປັນຍາຫວຽດນາມ.