ກອງປະຊຸມສະຫະປະຊາດໄດ້ຮັບຮອງເອົາສົນທິສັນຍາປະຫວັດສາດ
ແນໃສ່ຄວບຄຸມການຄ້າຂາຍອາວຸດ (ATT) ເມື່ອວັນທີ 2/4
(ພາບ: anninhthudo.vn)
|
ພາຍຫຼັງກ່ວາ 7 ປີແຫ່ງການດຳເນີນການເຈລະຈາ, ສຸດທ້າຍ, ສະຫະປະຊາດໄດ້ຮັບຮອງເອົາສົນທິສັນຍາປະຫວັດສາດ ແນໃສ່ຄວບຄຸມການຄ້າຂາຍອາວຸດ (ATT) ເມື່ອວັນທີ 2/4 ທີ່ຜ່ານມາ, ເລື່ອງສົນທິສັນຍາດັ່ງກ່າວໄດ້ຮັບການຮັບຮອງເອົານັ້ນ ໄດ້ເປັນການແກ້ໄຂສະພາບບໍ່ມີທາງອອກທີ່ມີມາແຕ່ດົນນານແລ້ວ ໃນການດັດສົມ ການຄ້າຂາຍອາວຸດທົ່ວໄປໃນທົ່ວໂລກ. ເຖິງວ່າ ATT ມີທັງຫຼາຍສິ່ງໃໝ່ກໍຕາມ, ແຕ່ວົງການນັກສັງເກດການຖືວ່າ ມັນຍັງມີການຂາດຕົກບົກຜ່ອງຫຼາຍຢ່່າງ, ສຳຄັນກ່ວາໝູ່ ແມ່ນບໍ່ສາມາດເກືອດຫ້າມ ການຂາຍອາວຸດໃຫ້ແກ່ພວກກໍ່ການຮ້າຍ ແລະ ກຳລັງລຸກຮື້ຂຶ້ນໄດ້.
ສົນທິສັນຍາຄວບຄຸມການຄ້າຂາຍອາວຸດສາກົນ ໄດ້ຮັບຖືວ່າເປັນເຄື່ອງມືເພື່ອຕິດຕາມກວດກາຕະຫຼາດຄ້າຂາຍອາວຸດສາກົນ ຊຶ່ງລວມມີປະເພດອາວຸດຕ່າງໆຄື : ລົດຖັງ, ລົດຫຸ້ນເກາະ, ປືນໃຫຍ່, ເຮືອບິນສູ້ຮົບ, ກຳປັ່ນຮົບ, ລູກສອນໄຟ ກໍຄືອາວຸດບັນດາປະເພດນ້ອຍ ແລະ ເບົາທີ່ມິີມູນຄ່າ 80 ຕຶ້ USD/ປີ. ຈຸດສຸມຂອງ ສົນທິສັນຍາດັ່ງກ່າວ ແມ່ນການກຳນົດມາດຖານໃຫ້ແກ່ການມອບໂອນອາວຸດໂດຍທົ່ວໄປຜ່ານຊາຍແດນ. ຕາມນັ້ນແລ້ວ, ບັນດາປະເທດພາຄີ ຕ້ອງຄວບຄຸມການສົ່ງອອກອາວຸດ ເພື່ອຮັບປະກັນວ່າ ອາວຸດບໍ່ໄດ້ຮັບໃຊ້ໃຫ້ແກ່ການກະທຳລະເມີດສິດທິມະນຸດ, ການກໍ່ການຮ້າຍ, ອາດຊະຍາກກອນທີ່ມີການຈັດຕັ້ງ, ອາດຊະຍາກຳສົງຄາມ. ລັດຖະບານປະເທດຕ່າງໆກໍຕ້ອງສະກັດກັ້ນສະພາບອາວຸດຖືກລັກລອກຂາຍຢູ່ຕະຫຼາດມືດ. ດ້ວຍບັນດາໜ້າທີ່ດັ່ງກ່າວ, ບັນດານັກເຄື່ອນໄຫວຄວບຄຸມອາວຸດ ແລະ ບັນດາກຸ່ມສິດທິມະນຸດປາດຖະໜາວ່າ ສາມາດສະກັດກັ້ນ ກະແສດ້ານອາວຸດຍຸດທະພັນໂດຍບໍ່ສາມາດຄວບຄຸມໄດ້ນັ້ນ, ພວມເພີ່ມໄຟສົງຄາມຕື່ມອີກ, ຄວາມໂຫດຮ້າຍປ່າເຖື່ອນ ແລະ ສວຍໃຊ້ສິດອຳນາດ.
ພາຍຫຼັງທີ່ ສົນທິສັນຍາຄວບຄຸມການຄ້າຂາຍອາວຸດ ໄດ້ຮັບການຮັບຮອງເອົາ, ໃນທັນທີ, ບັນດາການກະທົບຕອບທີ່ກົງກັນຂ້າມກັນກ່ຽວກັບເອກະສານທີ່ສຳຄັນສະບັບນີ້ ໄດ້ຖືກບັນດາປະເທດໃນໂລກພ້ອມກັນຍົກອອກມາ. ທ່ານເລຂາທິການໃຫຍ່ ສະຫະປະຊາດ Ban ki moon ເຊື່ອໝັ້ນວ່າ ສົນທິສັນຍາສະບັບນີ້ຈະເປັນເຄື່ອງມືໃໝ່ທີ່ມີປະສິດທິຜົນ ເພື່ອສະກັດກັ້ນບັນດາການກະທຳລະເມີດສິດທິມະນຸດ ແລະ ກົດໝາຍມະນຸດສະທຳສາກົນ. ວໍຊິງຕັນ ຊົມເຊີຍເຫດການນີ້ ດ້ວຍເລື່ອງທ່ານລັດຖະມົນຕີການຕ່າງເທດອາເມລິກາ John Kerry ໄດ້ພັນລະນາ ສົນທິສັນຍາສະບັບນີ້ ແມ່ນກຳລັງແຮງ, ມີປະສິດທິຜົນ ແລະ ສາມາດປະຕິບັດໄດ້. ສ່ວນທ່ານລັດຖະມົນຕີການຕ່າງເທດອັງກິດ William Hague ກໍໄດ້ວິຈານວ່າ ນີ້ແມ່ນຜົນງານໃຫຍ່ຂອງ ສະຫະປະຊາດ.
ໃນຂະນະນັ້ນ, ບັນດາປະເທດຄັດຄ້ານ ຫຼືປ່ອນບັດຂາວ ເມື່ອຮັບຮອງເອົາສົນທິສັນຍາສະບັບນີ້ ໄດ້ຖືວ່າ ຍັງມີການຂາດຕົກບົກຜ່ອງຫຼາຍຢ່່າງ. ບໍ່ແມ່ນເລື່ອງບັງເອີນທີ່ ອີຣານ, ຊີຣີ ແລະ ສ.ປ.ປ.ເກົາຫຼີ ໄດ້ປ່ອນບັດຄັດຄ້ານ. ຄຳອະທິບາຍໂດຍຜູ້ຕາງໜ້າຂອງອີຣານປະຈຳ ສະຫະປະຊາດຍົກອອກມານັ້ນ ແມ່ນສົນທິສັນຍາ ຄວບຄຸມການຄ້າຂາຍອາວຸດສາກົນ ບໍ່ສາມາດມາດຢຸດຕິການມອບໂອນອາວຸດໃຫ້ແກ່ພວມມີການກະທຳຮຸກຮານຍ້ອນຂາດຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບການເກືອດຫ້າມສະໜອງອາວຸດໃຫ້ແກ່ພວກກໍ່ການຮ້າຍ ແລະ ກຳລັງລຸກຮື້ຂຶ້ນ. ອີຣານບໍ່ຍອມຮັບຮູ້ຕໍ່ເນື້ອໃນຂອງຮ່າງສົນທິສັນຍາສະບັບນີ້ ເພາະບັນຫາບັນດາປະເທດມີສິດປ້ອງກັນຕົວ, ການຕ້ານການຮຸກຮານ ແລະ ຮັກສາຜືນແຜ່ນດິນອັນຄົບຖ້ວນບໍ່ໄດ້ຮັບຄວາມເອົາໃຈໃສ່. ໂດຍມີທັດສະນະເຊັ່ນດຽວກັນ, ຜູ້ຕາງໜ້າ ຊີຣີປະຈຳ ສະຫະປະຊາດ ຖືວ່າ ສົນທິສັນຍານີ້ ບໍ່ເຕື້ອງເຖິງການເກືອດຫ້າມການມອບໂອນອາວຸດໃຫ້ແກ່ບັນດາກຸ່ມກໍ່ການຮ້າຍປະກອບອາວຸດ. ສວ່ນ ສ.ປ.ປ. ເກົາຫຼີພັດຢືນຢັນວ່າ : ສົນທິສັນຍາ ອາດຈະຖືກສວຍໃຊ້ຈາກບັນດາຜູ້ສົ່ງອອກອາວຸດລາຍໃຫຍ່. ໂດຍນອນໃນຈຳນວນ 23 ປະເທດປ່ອນບັດຂາວ, ສະຫະພັນລັດເຊຍໄດ້ສະແດງທັດສະນະທີ່ວ່າ ສົນທິສັນຍາຄວບຄຸມການຄ້າຂາຍອາວຸດສາກົນ ຂາດຂໍ້ມາດຕາວ່າດ້ວຍການເກືອດຫ້າມສະໜອງອາວຸດໃຫ້ແກ່ບັນດາອົງການບໍ່ສັງກັດລັດນັ້ນ ແມ່ນຂໍ້ຂາດຕົກບົກຜ່ອງອັນໃຫຍ່ຫຼວງ.
ນອກຈາກບັນດາຊ່ອງວາ່ງກ່ຽວກັບບັນຫາບໍ່ສະກັດກັ້ນກໍລະນີອາວຸດຈະຖືກມອບໂອນໃຫ້ແກ່ພວກກໍ່ການຮ້າຍ, ລັກສະນະສາມາດປະຕິບັດຂອງສົນທິສັນຍາ ສະບັບນີ້ ຍັງຖືກຄອບງຳຍ້ອນຄວາມສາມາດປະຕິບັດໃນພາກຕົວຈິງ. ນັບທັງບັນດາຜູ້ສະໜັບສະໜູນ ສົນທິສັນຍາຄັ້ງປະຫວັດສາດນີ້ ກໍຕ້ອງຍອມຮັບວ່າ ການຮັບຮອງເອົາ ສົນທິສັນຍາສະບັບນີ້ ແມ່ນພຽງຢູ່ໃນໄລຍະເບື້ອງຕົ້ນ ແລະ ໃນຂັ້ນຕໍ່ໄປນີ້ ແມ່ນລວມທັງບັ້ນຂົນຂວາຍການປະຕິບັດ.
ບໍ່ອາດປະຕິເສດ ສົນທິສັນຍາຄວບຄຸມການຄ້າຂາຍອາວຸດສາກົນ ແມ່ນເອກະສານທີ່ສຳຄັນສະບັບທຳອິດກ່ຽວກັບອາວຸດຂອງໂລກ ນັບແຕ່ພາຍຫຼັງ ສົນທິສັນຍາເກືອດຫ້າມການທົດລອງອາວຸດນິວເຄຼຍຮອບດ້ານເມື່ອປີ 1996. ແຕ່ ສົນທິສັນຍາສະບັບນີ້ຈະສາມາດປະຕິບັດໄດ້ ຫຼືບໍ່ນັ້ນ ກໍແມ່ນບັນຫາອື່ນ ຂະນະທີ່ນັບແຕ່ວັນທີ 3/6 ທີ່ຈະມາເຖິງ, ການລົງນາມໃນ ສົນທິສັນຍາ ຈຶ່ງຈະເລີ່ມດຳເນີນ ແລະ ບັນດາປະເທດຈະມີສິດເລືອກເຟັ້ນຕໍ່ການລົງນາມ ແລະ ໃຫ້ສັດຕະຍາບັນ ສົນທິສັນຍາຫຼືບໍ່. ຍິ່ງກ່ວານັ້ນ, ສົນທິສັນຍາສະບັບນີ້ ພຽງແຕ່ມີຜົນສັກສິດພາຍຫຼັງທີ່ປະເທດທີ 50 ໃນຈຳນວນ 193 ປະເທດສະມາຊິກສະຫະປະຊາດ ໃຫ້ສັດຕະຍາບັນ ແລະ ຄາດວ່າ ວິວັດການນີ້ອາດຈະຖືກແກ່ຍາວເຖິງ 2 ປີ.