ສືບຕໍ່ປ່ຽນໃໝ່ຢ່າງຮອບດ້ານ ແລະ ຄົບຊຸດເພື່ອສ້າງທ່ວງທ່າ ແລະ ກຳລັງແຮງໃຫ້ແກ່ປະເທດຊາດ


(vovworld) - ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, 86 ກວ່າ​ປີ​ທີ່​ຜ່ານ​ມາ, ຫວຽດນາມ​ສາມາດ​ຍາດ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ບົນ​ເສັ້ນທາງ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນ​ບັນດາ​ຜົນງານ​ດັ່ງກ່າວ, ມີ​ຜົນງານ​ຂອງ 30 ປີ​ແຫ່ງ​​ການ​ປ່ຽນ​ໃໝ່​ (1986 2016). ສືບ​ຕໍ່​ຜົນງານ​ດັ່ງກ່າວ, ​ໃນ​ປີ 2016  ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ, ພັກ​ກອມ​ມູນິດ​ຫວຽດນາມ​ສືບ​ຕໍ່​ຊີ້​ນຳ​ນຳພາ​ປະ​ເທດ​ຊາດ​ຕາມ​ແນວທາງ​ປ່ຽນ​ໃໝ່​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ​ກວ່າ ​ເພື່ອ​ສ້າງ​ທ່ວງທ່າ ​ແລະ ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ ຫວຽດນາມ.

ສືບຕໍ່ປ່ຽນໃໝ່ຢ່າງຮອບດ້ານ ແລະ ຄົບຊຸດເພື່ອສ້າງທ່ວງທ່າ ແລະ ກຳລັງແຮງໃຫ້ແກ່ປະເທດຊາດ - ảnh 1

ທ່ານເລຂາທິການໃຫຍ່ ຫວຽນຟູ່ຈ້ອງ ກ່າວປາໄສທີ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ

(ພາບ: ອິນເຕີແນດ)

        3​0 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຫວຽດນາມ​ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ​ຫຼາຍ​ຢ່າງ​ບົນ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຜົນງານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​​ໄດ້ຢືນຢັນ​ໃຫ້​ເຫັນ​ວ່າ, ​ແນວທາງ​ປ່ຽນ​ໃໝ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ຖືກຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ; ​ເສັ້ນທາງ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ຂອງ​ຫວຽດນາມ​ແມ່ນ​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ ​ແລະ ທ່າ​ອ່ຽງພັດທະນາ​ຂອງ​ປະຫວັດສາດ.

        ຄວາມ​ຈິງ​ແລ້ວ, ວິວັດ​ແຫ່ງ​ການ​ປ່ຽນ​ໃໝ່​ຍັງ​ມີ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຫຼາຍ​ຢ່າງ, ບໍ່​ທັນ​ຄົບ​ຊຸດ, ​ແລະ ຮອບດ້ານ, ມີ​ຫຼາຍ​ຄາດໝາຍ, ມາດຖານ​ໃນ​ຄາດໝາຍ​ສູ້​ຊົນ​​​ເພື່ອຮອດ​ປີ 2020 ຫວຽດນາມ​ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ​ແມ່ນ​ບໍ່​ທັນ​ບັນລຸ​ໄດ້.

        ການປ່ຽນ​ໃໝ່​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ

        ຕາມຄາດຄະ​ເນ​ແລ້ວ, ສະພາບ​ໂລກ ​ແລະ ພາກ​ພື້ນ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ຍັງ​ມີ​ການ​ຜັນ​ແປ​ສັບສົນຫຼາຍ​ຢ່າງທີ່​ກະທົບ​ໂດຍ​ກົງ​ເຖິງ​ຫວຽດນາມ. ພັກ​ກອມ​ມູນິດ ຫວຽດນາ ກຳນົດ​ຈະ​ຊີ້​ນຳ​ນຳພາ​ປະ​ເທດ​ໃຫ້​ພັດທະນາ​ຢ່າງຮອບດ້ານ, ຄົບ​ຊຸດ​ກວ່າ. ຮອງ​ສາ​ສະ​ດາ​ຈານ, ດຣ. ຫງວຽນ​ວຽດທົງ, ​ເລຂາທິການ​ໃຫຍ່​ສະພາ​ທິດ​ສະ​ດີ​ສູນ​ກາງ, ​ໄຈ້​ແຍກ​ວ່າ.

        “ຮອບດ້ານ​ແມ່ນ​ນັບທັງ​ດ້ານການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ. ຄົບ​ຊຸດ​ແມ່ນ​ໃນ​ທຸກ​ຂົງ​ເຂດ, ຕ້ອງ​ປ່ຽນ​ໃໝ່​ຈາກ​ຂັ້ນສູນ​ກາງ​ລົງ​ຂັ້ນຮາກ​ຖານ, ​ໃນ​ທຸກ​ຂັ້ນ, ທຸກຂະ​ແໜງ. ຕົວຢ່າງ​ຄື​ໃນ​ຂົງ​ເຂດ​ເສດຖະກິດ, ຕ້ອງ​ເນັ້ນ​ໜັກ​ເຖິງ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປັບປຸງ​​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ; ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ, ​ແລະ​ທັນ​ສະ​ໄໝ​ໃນ​ສະພາບ​ປະຈຸ​ບັນ“.

        ນຳ​ໃຊ້​ກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ

        ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ສະພາບ​ການໃໝ່​ໄດ້​ສ້າງ​ກາລະ​ໂອກາດ​ໃຫຍ່​ຫຼາຍ​ຢ່າງເມື່ອ​ ຫວຽດນາມ​ເຂົ້າ​ຮ່ວມ​ປະຊາ​ຄົມ​ອາ​ຊຽນ, ​ເຊິ່ງ​ແມ່ນ​ພາກ​ພື້ນ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ, ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ລຸ້ນ​ໃໝ່…, ​ແຕ່​ການ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ຍັງ​ຫຼາຍ​ທີ່​ສຸດ. ຕີ​ລາຄາ, ສະຫຼຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​​ໃຫ້​ຂໍ້​ສັງ​ເກດວ່າ, ​ໄພ​ຖອຍຫຼັງ​ດ້ານ​ເສດຖະກິດ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ​ຍັງ​ມີ​ຢູ່. ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ໄວ​ແມ່ນ​ຕ້ອງ​ສຸມ​ໃສ່​ດ້ານ​ເສດຖະກິດ. ​ແຕ່​ຂອບ​ຂະໜາດ​ເສດຖະກິດ​ຍັງ​ໜ້ອຍ​ຢູ່, ຄຸນ​ນະພາ​ບ, ປະສິດທິ​ຜົນ​ຍັງ​ຕຳ່ ​ແລະ ຍັງ​ອີງ​ໃສ່​ເສດຖະກິດ​ຊັບພະຍາກອນ, ສະມັດ​ຕະພາບ​ແຮງ​ງານ​ຍັງ​ຕຳ່​ຢູ່. ດັ່ງ​ນັ້ນ​ພັກ​ກອມ​ມູນິດ​ ຫວຽດນາມ​ກຳນົດ​ວ່າ​ຕ້ອງ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ ​ແລະ ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່. ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

        “ສືບ​ຕໍ່​ການ​ປ່ຽນ​ໃໝ່ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຊີ້​ນຳ​ນຳພາ, ການ​ຄຸ້ມ​ຄອງ. ສຸມ​ໃສ່​ປັບປຸງ​ລະບອບ​​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ປະຕິບັດ​ຢ່າງ​ຄົບ​ຖ້ວນ, ຄົບ​ຊຸດ, ມີ​ປະສິດທິ​ຜົນ​ຕາມ​ກົດ​ເກນ​ເສດຖະກິດ​ການ​ຕະຫຼາດ. ຮັບປະກັນ​ພັດທະນາ​ຢ່າງ​ໄວ, ໝັ້ນຄົງ​ບົນ​ພື້ນຖານ​ຮັບປະກັນ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງຢ່າງ​ບໍ່​ຢຸດ​ຢັ້ງ“.

        ​ໄປ​ຄຽງ​ຄູ່​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ພັກ​ກອມ​ມູນິດ​ຫວຽດນາມ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ບັນດາ​ຂົງ​ເຂດ​ອື່ນໆ.

        “​ແກ້​ໄຂ​ຄາດໝາຍ​ໃນ​ຕໍ່ໜ້າ ​ແລະ ຍາວ​ນານຢ່າງ​ກົມກຽວ, ລະຫວ່າງ​ການ​ພັດທະນາ​ເສດຖະກິດ​ກັບ​ການ​ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ; ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ການ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ, ຮັກສາ​ສິ່ງ​ແວດ​ລ້ອມ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ; ກໍ່ສ້າງ​ພື້ນຖານ​ກະສິກຳ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ​ຂະໜາດ​ໃຫຍ່, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ; ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ; ສຸມ​ໃສ່​ພັດທະນາ​ບາງ​ຂະ​ແໜງ​ບໍລິການ​ທີ່​ມີ​ທ່າ​ສະດວກ, ນຳ​ໃຊ້​ພູມ​ປັນຍາ ​ແລະ ​ເຕັກ​ໂນ​ໂລ​ຢີສູງ“.

        ພັກ​ກອມ​ມູນິດ​ ຫວຽດນາມກຳນົດ​ສືບ​ຕໍ່​ປ່ຽນ​ໃໝ່​ບັນດາ​ປັດ​ໃຈ​ພື້ນຖານ​ຂອງ​ການ​ສຶກສາຢ່າງ​ແຮງ, ຄົບ​ຊຸດຕາມ​ທິດ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ຄຸນ​ນະ​ທາດ, ກຳລັງ​ຄວາມ​ສາມາດ​ຂອງ​ນັກຮຽນ; ​ເອົາ​ໃຈ​ໃສ່​ພັດທະນາ​ວິທະຍາສາດ​, ​ເຕັກ​ໂນ​ໂລ​ຢີຢ່າງ​ແຮງ ​ເພື່ອ​ໃຫ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ກາຍເປັນ​ກຳລັງ​ໜູນ​ສຳຄັນ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ກຳລັງ​ຜະລິດ​ທີ່​ທັນ​ສະ​ໄໝ​ຢ່າງ​ແທ້​ຈິງ.

        “ສຸມ​ໃສ່​ການ​ລົງທຶນພັດທະນາ, ນຳ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ​ໄດ້​ຮັບ​ບຸລິ​ມາ​ສິດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ທຸກຂະ​ແໜງ, ທຸກ​ຂັ້ນ. ສືບ​ຕໍ່​ການ​ປ່ຽນ​ໃໝ່​ກົນ​ໄກ​ການ​ຄຸ້ມ​ຄອງ, ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ໂດຍ​ສະ​ເພາະ​ແມ່ນ​ກົນ​ໄກ​ການ​ຄຸ້ມ​ຄອງ, ​ແບບ​ວິທີ​ລົງທຶນ, ກົນ​ໄກ​ການ​ເງິນ​ຢ່າງ​ແຮງ ​ແລະ ຄົບ​ຊຸດ ​ເພື່ອ​ນຳ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​​ຕົວ​ຈິງ​ຢ່າງ​ແຮງ. ສູ້​ຊົນ​ຮອດ​ປີ 2020, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຂອງ​ ຫວຽດນາມ​ບັນລຸ​ລະດັບ​ພັດທະນາ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໜ້າ​ອາ​ຊຽນ; ​ແລະຮອດ​ປີ 2030, ມີ​ບາງ​ຂົງ​ເຂດ​ບັນລຸ​ລະດັບ​ກ້າວໜ້າ​ໃນ​ໂລກ“.

        ​ເພື່ອ​ເຮັດ​ໃຫ້​ວິວັດ​ແຫ່ງ​ການ​ປ່ຽນ​ໃໝ່​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ​ສຳ​ເລັດ​ຜົນ, ພັກ​ກອມ​ມູນິດ​ ຫວຽດນາມ​ຢືນຢັນ​ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ຕາມ​ນັ້ນ​ແລ້ວ, ພັກ​ຈະ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊົນ​ຊັ້ນ​ກຳມະກອນ, ຊົນ​ຊັ້ນ​ຊາວນາ, ຖັນ​ແຖວ​ປັນຍາ​ຊົນ, ຖັນ​ແຖວ​ນັກທຸລະກິດ​ທີ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່; ປະຕິບັດ​ກົດໝາຍ, ນະ​ໂຍບາຍ​ຊົນ​ຊາດ, ສາສະໜາ, ນະ​ໂຍບາຍ​ສຳລັບ​ຊາວ​ຕ່າງປະ​ເທດ​ອາ​ໄສ​ຢູ່ ​ຫວຽດນາມ​ເປັນ​ຢ່າງ​ດີ.

        ການ​ພັດທະນາ​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ ​ແມ່ນ​ເສັ້ນທາງ​ຕັດສິນ​ຊີ້​ຂາດ ​ເພື່ອ​ໃຫ້ ​ຫວຽ​ດນາມ​ພັດທະນາ​ຢ່າງ​ໝັ້ນຄົງ. ດ້ວຍ​ຄວາມ​ຕັດສິນ​ໃຈ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ທົ່ວ​ປວງ​ຊົນ​ໃນ​ໄລຍະ​ປ່ຽນ​ໃໝ່​ຂອງ​ລະດູບານ​ໃໝ່​ປີວ​ອກນີ້, ດ້ວຍ​ຄາດໝາຍ​ນຳ ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ