ວາລະປະຊຸມປະຈຳເດືອນກຸມພາຂອງລັດຖະບານຫວຽດນາມ ເຊີ່ງຈັດຂຶ້ນເມື່ອວັນທີ 5-6/3 ທີ່ຜ່ານມາ ໄດ້ປຶກສາຫືລື ແລະ ຕັດສິນຫຼາຍເນື້ອໃນທີ່ສຳຄັນ, ໃນນັ້ນມີບັນດາມາດຕະການຕົນຕໍໃນການຊີ້ນຳ ບໍລິຫານການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບ ປະມານແຫ່ງລັດປີ 2012. ບັນດາມາດຕະການຄົບຊຸດນີ້ ເພື່ອສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ ເພື່ອປະຕິບັດໜ້າທີ່ພັດທະນາເສດຖະກິດໃນໄລຍະທີ່ຈະມາເຖິງ.
ວາລະປະຊຸມປະຈຳເດືອນ 2/2012 ຂອງລັດຖະບານຫວຽດນາມ
(ພາບ: baothanhhoa.vn)
ລັດຖະບານໄດ້ຕີລາຄາວ່າ, ໃນ 2 ເດືອນຕົ້ນປີ 2012, ດັດຊະນີການຜະລິດອຸດສາຫະກຳໄດ້ເພີ່ມຂຶ້ນ 3,9% ເມື່ອທຽບກັບໄລຍະດຽວກັນຂອງປີ 2011. ຍອດວົງເງິນສົ່ງອອກໃນ 2 ເດືອນຜ່ານມາຄາດວ່າບັນລຸເກືອບ 15,9 ຕື້ USD, ເພີ່ມ 11,8% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ໄດ້ຮັບການປະຕິບັດບັນລຸເກືອບ 1 ຕື້ USD, ເທົ່າກັບ 91% ເມື່ອທຽບກັບໄລຍະດຽວກັນຂອງປີ 2011. ການປ່ອຍເງິນ ODA ຄາດວ່າບັນລຸປະມານ 118 ລ້ານ USD, ເທົ່າກັບກ່ວາ 94% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ແຕ່ເຖິງຢ່າງໃດກໍຕາມ, ລັດຖະບານຍັງໃຫ້ຂໍ້ສັງເກດວ່າ ໃນເດືອນຜ່ານມາ, ສະພາບເສດຖະກິດສັງຄົມຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ, ການທ້າທາຍຫຼາຍຢ່າງ. ເຖິງວ່າໄພເງິນເຟີ້ໄດ້ຮັບການຄວບຄຸມແລ້ວກໍຕາມແຕ່ຍັງຢູ່ໃນລະດັບສູງຢູ່, ການຜະລິດອຸດສາຫະກຳເພີ່ມຂຶ້ນຢ່າງຊັກຊ້າ ແລະ ແມ່ນລະດັບເພີ່ມຂື້ນຕ່ຳທີ່ສຸດໃນຫຼາຍປີຜ່ານມາ, ສິນຄ້າຂ້າງສາງເພີ່ມຂຶ້ນ, ລາຍຈ່າຍສົ້ນເຂົ້າສູງ, ຂອບຂະໜາດການຜະລິດຖືກຮັດແຄບລົງ…
ຕາມທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ໋ງ ແລ້ວ, ໃນໄລຍະທີ່ຈະມາເຖິງ, ລັດຖະບານຍັງສືບຕໍ່ຍືດໝັ້ນການໃຫ້ບຸລິມະສິດແກ່ຈຸດໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ສຸມກຳລັງເພື່ອແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍການຊຸກຍູ້ການຜະລິດດຳເນີນທຸລະກິດ, ຮັບປະກັນການຈະເລີນເຕີບໂຕໃຫ້ເໝາະສົມ, ຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ຈົ່ງກວດກາຄວາມຕ້ອງການສິນຄ້າເປັນຢ່າງດີ, ປະກອບສ່ວນຄວບຄຸມໄພເງິນເຟີ້, ໂດຍສະເພາະແມ່ນຄວບຄຸມບັນດາປະເພດສິນຄ້າຄື: ນ້ຳມັນເຊື້ອໄຟ, ອາຍແກັດ ແລະ ຢາປົວພະຍາດຢ່າງແໜ້ນແຟ້ນ, ສະເໜີບັນດາມາດຕະການ ແລະ ຂັ້ນຕອນການປະຕິບັດດັດສົມລາຄາບາງປະເພດສິນຄ້າທີ່ຈຳເປັນ ທັງຮັບປະກັນຈຸດໝາຍຄວບຄຸມໄພເງິນເຟີ້, ທັງຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນ. ກ່ຽວກັບບັນດາມາດຕະການໃຫ້ບັນຫານີ້, ໃນການປະຊຸມຂ່າວຫຼັງວາລະປະຊຸມປະຈຳເດືອນກຸມພາຂອງລັດຖະບານ, ທ່ານ ຫວູ໋ດຶກດາມ, ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານໃຫ້ຮູ້ວ່າ:
“ລັດຖະບານມອບໜ້າທີ່ໃຫ້ກະຊວງອຸດສາຫະກຳການຄ້າພິຈາລະນາ ແລະ ປັບໃໝລົງໂທດຕາມກົດໝາຍ ບັນດາກໍລະນີໄດ້ກັກຕຸນສິນຄ້າ. ບໍ່ພຽງແຕ່ສຳລັບນ້ຳມັນເຊື້ອໄຟເທົ່ານັ້ນ ຫາກທຸກການກະທຳຫາຜົນປະໂຫຍດສ່ວນຕົວ ສົ່ງຜົນສະທ້ອນເຖິງຜູ້ນຳໃຊ້, ເຖິງຜົນປະໂຫຍດຂອງປະຊາຊົນ ແລະ ໄປຝືນກັບຂໍ້ກຳນົດຂອງກົດໝາຍ ກໍລ້ວນແຕ່ຕ້ອງລົງໂທດຢ່າງເຂັ້ມງວດ“
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ໋ງກໍຕີລາຄາວ່າ ການບໍລິຫານອັດຕາແລກປ່ຽນເງິນຕາຕ່າງປະເທດນັບແຕ່ຕົ້ນປີມາຮອດປະຈຸບັນແມ່ນດີທີ່ສຸດ, ປະກອບສ່ວນສຳຄັນເຂົ້າໃນການຄວບຄຸມໄພເງິນເຟີ້. ປະຈຸບັນ, ອັດຕາດອກເບັ້ຍໃຫ້ກູ້ຢືມມີທ່າອ່ຽງຫລຸດລົງ ແຕ່ຍັງຢູ່ໃນລະດັບສູງຢູ່. ສະນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ໋ງ ສະເໜີວ່າ, ພາຍຫຼັງວາລະປະຊຸມປະຈຳເດືອນກຸມພາຂອງລັດຖະບານ, ທະນາຄານແຫ່ງລັດຈະບໍລິຫານນະໂຍບາຍເງິນຕາຕາມທິດຫລຸດອັດຕາດອກເບັ້ຍສິນເຊື່ອ, ຮັບປະກັນການຈະເລີນເຕີບໂຕສິນເຊື່ອໃຫ້ເໝາະສົມ, ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຄົມວິສາຫະກິດ, ແກ້ໄຂບັນດາຈຸດໝາຍຄວບຄຸມໄພເງິນເຟີ້ຢ່າງກົມກຽວ, ແກ້ໄຂການຊຳລະຂອງລະບົບທະນາຄານການຄ້າ ແລະ ຮັກສາອັດຕາແລກປ່ຽນເງິນຕາຕ່າງປະເທດໄວ້, ບຸລິມິສິດທຶນໃຫ້ບັນດາຂົງເຂດກະສິດກຳ, ຊົນນະບົດ, ການຜະລິດສິນຄ້າສົ່ງອອກ, ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳສຳຮອງ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ໂຄງການເຮືອນຢູ່ສັງຄົມ. ກ່ຽວຂ້ອງເຖິງບັນຫານີ້, ທ່ານ ຫງວຽນວັນບີ່ງ ຜູ້ວ່າການທະນາຄານແຫ່ງລັດໃຫ້ຮູ້ວ່າ:
“ແຜນນະໂຍບາຍຂອງທະນາຄານແຫ່ງລັດຫວຽດນາມ ໃນປະຈຸບັນ ແມ່ນເຖິງເວລາແລ້ວ ທີ່ທະນາຄານສາມາດຫລຸດອັດຕາດອກເບັ້ຍລົງ 1%. ແລະ ສຳລັບຕະຫຼາດບັນດາອົງການສິນເຊື່ອ, ອັດຕາດອກເບັ້ຍເພດານກໍຫລຸດລົງ 1%. ພວກຂ້າພະເຈົາຢືນຢັນວ່າ ສະພາບການຊຳລະໄດ້ຮັບການປະຕິບັດຄືແນວນັ້ນ ແຕ່ທະນາຄານແຫ່ງລັດຈະມີບັນດາມາດຕະການປະສານວຽກງານ ສະໜອງເງິນຕາມທິດສ້າງບັນດາແຫຼ່ງທຶນ ເພື່ອໃຫ້ບັນດາອົງການສິນເຊື່ອສາມາດນຳໃຊ້ເພື່ອໃຫ້ກູ້ຢືມທຶນໄດ້, ສ້າງໃຫ້ມີການກະຕຸ້ນໃນເບື້ອຕົ້ນໃຫ້ບັນດາອົງການສິນເຊື່ອທີ່ມີແຫຼ່ງທຶນແນ່ໃນຍູ້ແຮງການຈະເລີນເຕີບໂຕສິນເຊື່ອ“
ຫລຸດຜ່ອນອັດຕາດອກເບັ້ຍຍັງປະສົບກັບຄວາມຫຍຸ້ງຍາກ
(ພາບ: dangcongsan.vn)
ແລະ ກໍໃນວາລະປະຊຸມປະຈຳເດືອນກຸມພາຂອງລັດຖະບານຄັ້ງນີ້, ນາຍົກລັດຖະມົນຕີໄດ້ມອບໜ້າທີ່ໃຫ້ບັນດາຂະແໜງສະເໜີບັນດາມາດຕະການພາສີອາກອນເພື່ອໜູນຊ່ວຍວິສາຫະກິດ ຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ແຮງການຜະລິດອຸດສາຫະກຳ, ໂດຍສະເພາະແມ່ນອຸດສາຫະກຳປຸງແຕ່ງ, ຜະລິດ, ປະຕິບັດບັນດາມາດຕະການພັດທະນາຕະຫຼາດ, ເພີ່ມທະວີການສົງສິນຄ້າໄປຍັງເຂດຊົນນະບົດ, ຍູ້ແຮງບັນດາການເຄື່ອນໄຫວບໍລິການ. ທ່ານນາຍົກລົດຖະມົນຕີກໍຮຽກຮ້ອງໃຫ້ບັນດາຂະແໜງການ ຂັ້ນຕ່າງໆຕ້ອງມີກົນໄກ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ ເພື່ອໃຫ້ວິສາຫະກິດພາຍໃນປະເທດພັດທະນາ ແລະ ເຄື່ອນໄຫວຢ່າງມິປະສິດທິຜົນ, ຍູ້ແຮງການລະດົມບັນດາແຫຼ່ງທຶນພາຍໃນປະເທດດ້ວຍຫຼາຍຮູບການລົງທຶນ, ສ້າງເງື່ອນໄຂອຳນວຍຄວາມສະດວກກ່ຽວກັບລະບຽບການຈົດທະບຽນໃໝ່ ແລະ ເພີ່ມທຶນ, ຍູ້ແຮງລະດັບຄວາມໄວໃນການປ່ອຍທຶນ FDI, ODA, ຮັບປະກັນຄຸນນະພາບບັນດາກິດຈະກຳກໍ່ສ້າງ. ນອກຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີຍັງມອບໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງສືບຕໍ່ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມເພື່ອຮັບປະກັນການພັດທະນາແບບຍືນຍົງ.