ສື່ມວນຊົນປະຕິວັດຫວຽດນາມພັດທະນາພ້ອມກັບປະເທດຊາດ



(vovworld)- ຢູ່ ຫວຽດ​ນາມ ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ມຸ່ງ​ໄປ​ສູ່​ການ​ສະ​ເຫລີມ​ສະ​ຫລອງ 90 ປີ ແຫ່ງ​​ວັນ​ສື່ມວ​ນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ (21/6/1925-21/6/2015). ໃນ​ຊຸມ​ປີ​ຜ່ານ​ມາ, ສື່ມວ​ນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໄດ້​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ພາ​ລະ​ກິດ​ປ່ຽນ​ໃຫມ່, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.ໃນ​ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ​ພາກນີ້ ພວກ​ເຮົາ​ຂໍ​ແນະ​ນຳ​ບົດ​ທີ່​ມີ​ຫົວ​ຂ​ໍ້​ວ່າ: ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ​ພັດ​ທະ​ນາ​ພ້ອມ​ກັບ​ປະ​ເທດ​ຊາດ.

ສື່ມວນຊົນປະຕິວັດຫວຽດນາມພັດທະນາພ້ອມກັບປະເທດຊາດ - ảnh 1
ພາບ​ປະ​ກອບ:edu.vn

        ໃນ​ຊຸມ​ປີ​ຜ່ານ​ມາ, ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ​ ໄດ້​ມ​ີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ນັບ​ທັງ​ຈຳ​ນວນ, ຮູບ​ການ, ສິ່ງ​ພິມ, ຖັນ​ແຖວ​ນັກ​ຂ່າວ, ຜູ້​ອ່ານ​ຜູ້​ຊົມ​, ພື້ນ​ຖານທາງ​ດ້ານ​ວັດ​ຖຸ​ເຕັກ​ນິກ, ເຕັກ​ໂນ​ໂລ​ຊີ, ກ​ຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ. ຄຽງ​ຄູ່​ກັນ​ນັ້ນ, ການ​ກະ​ທົບ ແລະ ຜົນ​ສະ​ທ້ອນ​ຈາກ​ສັງ​ຄົມ​ຂອງ​ບັນ​ດາ​ອົງ​ການ ສື່ມວນ​ຊົນ​, ສື່​ສານ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ບັນ​ດາ​ສະ​ມາ​ຄົມ​ວິ​ຊາ​ຊີບ, ເພດ​ໄວ, ສາດ​ສະ​ຫນາ​ໃຫຍ່, ບັນ​ດາພາກ​ສ່ວນ​ໃນ​ສັງ​ຄົມ​ລ້ວນ​ແຕ່ມີ​ສື່​ມວ​ນ​ຊົນ​ສະ​ເພາະ​ຂອງ​ຕົນ.

ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມແມ່ນ​ເວ​ທີ​ປາ​ໄສ​ປົກ​ປ້ອງ​ຜົນ​ປະ​ໂຫຍດ ແລະ ​ສິດ​ເສ​ລີ​ຂອງ​ປະ​ຊາ​ຊົນ

        ມ​າ​ຮອດ​ປະ​ຈຸ​ບັນ, ທົ່ວ​ປະ​ເທດ​ມີ ມີ 812 ອົງ​ການ​ຫນັງ​ສື​ພິມ ດ້ວຍ 1.084 ສິ່ງ​ພິມ, ໃນ​ນັ້ນ 197 ອົງ​ການ​ມີ​ຫນັງ​ສື​ພິມ, 615 ອົງ​ການ​ມີວາ​ລະ​ສານ. ທົ່ວ​ປະ​ເທດ​ມີ ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບສູນ​ກາງ ແລະ ທ້ອງ​ຖິ່ນ 67 ແຫ່ງ, ໃນ​ນັ້ນ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ- ໂທ​ລະ​ພາບ 2 ແຫ່ງ,  ໂທ​ລະ​ພາບ​ດີ​ຈີ​ທອນ 1 ແຫ່ງ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບຂັ້ນ​ແຂວງ 64 ແຫ່ງ, 172 ຊ່ອງ​ລາຍ​ການ​ກະ​ຈາຍ​ສຽງ ແລະ ໂທ​ລ​ະ​ພາບ​ໂຄ​ສະ​ນາ. ໃນ​ຂົງ​ເຂດ​ສື່​ເອ​ເລັກ​ໂຕ​ນິກ, ທົ່ວ​ປະ​ເທ​ດ​ມີ ​74 ສື່​ເອ​ເລັກ​ໂຕ​ນິກ, ວາ​ລະ​ສານ​ເອ​ເລັກ​ໂຕ​ນິກ , 336 ສື່​​ສັງ​ຄົມອອນ​ລາຍ, 1.174 ສື່​ເອ​ເລັກ​ໂຕ​ນິກ​ສັງ​ລ​ວມ. ມີ​ສະ​ມາ​ຊິກ​ສະ​ມາ​ຄົມ​ນັກ​ຂ່າວ 19.000 ຄົນ, ໃນ​ນັ້ນ ນັກ​ຂ່າວ​ເກືອບ 17.000 ຄົນ​ໄດ້​ຮັບ​ບັດ​ຢັ້ງ​ຢືນ​ອາ​ຊີບ, ຍາມ​ໃດ​ກໍໄດ້​ຮັບ​ການ​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ເຄືື່ອນ​ໄຫວ​ຢ່າງ​ເສ​ລີ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ຂອບ​ເຂດ​ກົດ​ໝາຍ.

        ຢູ່​ຫວຽດ​ນາມ ສື່ມວນ​ຊົນ​ປະ​ຕິ​ວັດກາຍ​ເປັນ​ເວ​ທີ​ປາ​ໄສ​ຢ່າງ​ແທ້​ຈິງ ແລະ ແມ່ນ​ເຄື່ອງ​ມື​ສຳ​ຄັນ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ ແລະ ສິ​ດ​ເສ​ລີ​ຂອງ​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ. ປະ​ຊາ​ຊົນ​ທຸກ​ຄົນ ລ້ວນ​ແຕ່ ມີ​ສິດ​​ສະ​ເຫນີ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ, ກ່າວ​ຄຳ​ເຫັນ ແລະ ປະ​ກອບ​ຄຳ​ເຫັນ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ, ໃນ​ນັ້ນ ມີ​ສື່ມວນ​ຊົນ. ພ້ອມ​ກັນ​ນັ້ນ ເມື່ອ​ເຂົ້າ​ຮ່ວມ​ການ​ດຳ​ເນີນ​ຊີ​ວິດ, ການ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ເຂົາ​ເຈົ້າ​ຍັງ​ມີ​ບັນ​ດາ​ສື່​ສິ່ງ​ພິມ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ເຫລົ່າ​ນັ້ນ, ເພື່ອ​ຕອບ​ສະ​ຫອນງ​ທຸກ​ຄວາມ​ຕ້ອງ​ການ ແລະ ຮັບ​ປະ​ກັນ​ສິດ​ໄດ້​ຮັບ​ຂ່າວ​ຂອງ​ຕົນ.

       ສື່ມວນ​ຊົນ​ໄດ້​ສ້າງກອບ​ກົດ​ໝາຍ​ເພື່ອ​ພັດ​ທະ​ນາ​ຢ່າງ​ເສ​ລີ

        ນັບ​ແຕ່​ເມື່ອ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ລິ​ເລິ່ມ, ຊີ້​ນຳ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫ​ມ່​ປະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ລັດ​ຫວຽດ​ນາມ ນັບ​ມື້​ນັບ​ຖື​ບັນ​ຫາ​ເສ​ລີ​ພາບ, ເປີດ​ເຜີຍ, ໂປ່ງ​ໃສ, ສື່​ຂ່າວ ເປັນ​ສຳ​ຄັນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ດ​ດຳ​ເນີນ​ອາ​ຊີບ. ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ໃນ​ຫລາຍ​ປີ​ຜ່ານ​ມາ, ​ນັ້ນ​ແມ່ນ ບັນ​ດາ​ສະ​ຖາ​ນີ​ວິ​ທະ​ຍຸ, ໂທ​ລະ​ພາບ​ຖ່າຍ​ທອດ​ສົດ​ບັນ​ດາ​ວາ​ລະ​ຊັກ​ຖາມ​ຂອງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຕໍ່ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ, ນັບ​ທັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ບັນ​ດາ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ການ​ຕ​ອບ​ຄຳ​ຊັກ​ຖາມ​ທີ່​ບັນ​ດາ​ສະ​ໄຫມ​ປະ​ຊ​ຸມ​ຂອງ​ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ກໍ​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ທາງ​ພາ​ຫະ​ນະ​ສື່​ມວນ​ຊົນ. ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11, ລັດ​ຖະ​ມົນ​ຕີ ທັງ​ໝົດ ລ້ວນ​ແຕ່​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ “ປະ​ຊາ​ຊົນ​ຖາມ ລັດ​ຖະ​ມົນ​ຕີ​ຕອບ” ຢ່າງ​ເຂັ້ມ​ງວດ ລ້ວນ​ແຕ່​ຖ່າຍ​ທອດ​ທາງ​ພາ​ຫະ​ນະ​ສື່ມ​ວນ​ຊົນເປັນ​ປະ​ຈຳ.

        ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອ​ງ​ຕ້ອງ​ການ​ໃຫມ່​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ເປີດ​ເຜີຍ, ໂປ່ງ​ໃສ​ຂອງ​ການ​ສື່​ຂ່າວ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງ​ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ກົນ​ໄກ​ລະ​ອຽດ​ກ່ຽວ​ກັບ​ການ​ປາກ​ເວົ້າ, ການສະ​ຫນອງ​ຂ່າວ​ຄາວ​ໃຫ້​ສື່​ມວນ​ຊົນ​ຂອງ​ບັນ​ດາກະ​ຊວງ, ອົງ​ການ​ທຽບ​ເທົ່າ​ກະ​ຊວງ, ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ , ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ແລະ ເຄື່ອນ​ໄຫວ​ສື່ມວນ​ຊົນ​ປະ​ຈຸ​ບັນ. ຕາມນັ້ນ​ແລ້ວ, ຫ້ອງວ່າ​ການ​ລັດ​ຖະ​ບານ ຈັດ​ຕັ້ງ​ການ​ສະ​ຫອນງ​ຂ​ໍ້​ມູນ​ຂ່າວ​ສານ​ໃຫ້​ສື່​ມ​ວນ​ຊົນ​ເປັນ​ປະ​ຈຳ​ເດືອນ​/ເທື່ອ ກ່ຽວ​ກັບ​ການ​ເຄື​່ອນ​ໄຫວ, ຊີ້​ນຳ​ວຽກ​ງານ​ບໍ​ລິ​ຫານ​ຂອ​ງ​ລັດ​ຖະ​ບານ. ບັນ​ດາ​ອົງ​ການ​ກະ​ຊວງ, ອົງ​ການ​ທຽບ​ເທົ່າ​ກະ​ຊວງ, ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ຂຶ້ນ​ກັບ​ສູນ​ກາງ​ຈັດ​ຕັ້ງ​ການ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ໃຫ້​ສື່​ມວນ​ຊົນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ຕົນ​ໃນ​ແຕ່​ລະ​ເດືອນ ແລະ​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ຢ່າງ​ຫນ້ອຍ​ສຸດ 3 ເດືອນ/ເທື່ອ​ຫນືຶ່ງ. ບັນ​ດາ​ອົງ​ການນີ້ ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ສະ​ຫນອງ​ຂໍ້​ມູນ​ຂ່າ​ວ​ສານ​ຢ່າງ​ທັນ​ການ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທີ່​ປະ​ຊາ​ຊົ​ນສົນ​ໃຈ ແລະ ຕອບ​ຄຳ​ຖາມ​ຂອງ​ປະ​ຊາ​ຊົ​ນ​ຜ່ານ​ລາຍ​ການ “ຄຳ​ເຫັນ​ຂອງ​ຜູ້​ອ່ານ” ຫລື “ຄຳ​ເຫັນ​ຂອງ​ຜູ້​ຟັງ” ​ຂອງ​ວິ​ທະ​ຍຸ,ສື່ມວ​ນ​ຊົນ​ຫລາຍ​ແຫ່ງ.

        ດ້ວຍ​ບົດ​ບາດ​ສ່ອງ​ແສງ ແລະ ເຂົ້າ​ຮ່ວມ​ການ​ໄຈ​້​ແຍກ​ສັງ​ຄມ, ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ນັບ​ມື້​ນັບ​ກາຍ​ເປັນ​ຊ່ອງ​ຂໍ້​ມູນ​ຂ່າວ​ສຳ​ຄັນ ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ທາບ​ທາມ​ເພື່ອ​ເພີ່ມ​ເຕີມ, ​ປັບ​ປຸງ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອ​ງ​ພັກ​, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ​ໃຫ້​ສົມ​ບູນ​ແບບ ເຮັດ​ແນວ​ໃດ​ໃຫ້​ສອດ​ຄ​ອ່ງ​ກ​ວ່າ​ໃນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ພ້ອມ​ກັບ​ການ​ຄົ້ນ​ພົບ, ຍ້ອງ​ຍໍ​ບຸກ​ຄົນ​ໃຫມ່, ແບບ​ຢ່າງວຽກ​ດີ​ຄົນ​ເດັ່ນ, ສື່ມວນ​ຊົນ​ກໍ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ອາດ​ຍາສິດ ແລະ​ບ​ັນ​ດາ​ໄພ​ສັງ​ຄົມ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​, ສະ​ຫນັບ​ສະ​ຫນູນ​ຈາກ​ປະ​ຊາ​ຊົນ.

ຄວາມ​ຈິງ​ໃນ 90 ປີ​ແຫ່ງ​ການ​ພັດ​ທະ​ນາ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ສື່ມວນ​ຊົນ​ປະ​ຕິ​ວັດ ໄດ້​ສ້າງກອບ​ກົດ​ໝາຍ​ເພື່ອ​ເຄື່ອນ​ໄຫວ​ຢ່າງ​ເສ​ລີ, ນັບ​ມື້​ນັບ​ບັນ​ລຸ​ບັນ​ດາ​ຜົນ​ງານ​ໃຫຍ່ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ