(vovworld) - ບັນຫາສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດ, ພັດທະນາການຜະລິດດຳເນີນທຸລະກິດ ຊຶ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ເນັ້ນຫນັກທີ່ກອງປະຊຸມປະຈຳເດືອນ 4/2012 ຂອງລັດຖະບານຊຶ່ງດຳເນີນໃນວັນທີ 3 ແລະ 4/5. ຕາມນັ້ນແລ້ວ, ຄາດວ່າ ລັດຖະບານຈະປະກາດໃຊ້ມະຕິສະບັບຫນຶ່ງກ່ຽວກັບບັນດາມາດຕະການຫນູນຊ່ວຍວິສາຫະກິດໃນໄລຍະຈະມາເຖິງ.
ການປະຊຸມຂ່າວປະຈຳເດືອນ 4/2012 ຂອງລັດຖະບານ
ພາບ:internet
|
ໃນບົດລາຍງານສະພາບການເຄື່ອນໄຫວວິສາຫະກິດໃນໄລຍະ 4 ເດືອນຕົ້ນປີ 2012 ແລະ ບາງມາດຕະການແກ້ໄຂຄວາມຫຍຸ້ງຍາກໃນກອງປະຊຸມປະຈຳເດືອນ 4/2012 ຂອງລັດຖະບານ, ທ່ານ Bui Quang Vinh ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຍ້ອນປະຕິບັດບັນດາມາດຕະການຫນູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຢ່າງຄົບຊຸດ ແລະ ມີປະສິດທິຜົນ, ໃນ 4 ເດືອນຕົ້ນປີ, ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງບາງຂະແຫນງການຄື: ສິນໃນນ້ຳ, ກະສິກຳ, ຜະລິດເຄື່ອງໃຊ້ສອຍ, ຂະແຫນງຜະລິດສິນຄ້າສົ່ງອອກຈຳນວນຫນຶ່ງ ໄດ້ຮັບການປັບປຸງດີພໍສົມຄວນ. ເຖິງຢ່າງໃດກໍຕາມ, ສະພາບການຍັງຫຍຸ້ງຍາກຢູ່ ແລະມີສິ່ງທ້າທາຍຫລາຍຢ່າງ ຄື: ອັດຕາດອກເບ້ຍເຖິງວ່າຖືກຫລຸດລົງ ແຕ່ຍັງຢູ່ໃນລະດັບສູງ, ສິນຄ້າຄ້າງສາງຍັງຫລາຍຢູ່, ຈຳນວນວິສາຫະກິດຖືກລົ້ມລະລາຍ ແລະ ຢຸດຕິການເຄື່ອນໄຫວຫລາຍກວ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ສາຍເຫດທີ່ພາໃຫ້ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດປະສົບກັບຄວາມຫຍຸ້ງຍາກ ແມ່ນເລີ່ມມາຈາກສະພາບເສດຖະກິດໂລກ ແລະ ການຜັນແປຂອງພື້ນຖານເສດຖະເກິດພາຍໃນປະເທດກໍຄືສະພາບອ່ອນດ້ອຍຂອງບັນດາວິສາຫະກິດເອງ. ພາຍຫລັງໄຈ້ແຍກສະພາບການ, ສາຍເຫດຄວາມຫຍຸ້ງຍາກຂອງບັນດາວິສາຫະກິດ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຊີ້ແຈງວ່າ: ບັນດາກະຊວງ, ຂະແຫນງທີ່ມີສ່ວນກ່ຽວຂ້ອງ ຕ້ອງເອົາໃຈໃສ່ເຖິງເລື່ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສືບຕໍ່ເປີດກວ້າງຕະຫລາດຈຳຫນ່າຍຜະລິດຕະພັນຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງວາງອອກບັນດານະໂຍບາຍພາສີອາກອນໃຫ້ເໝາະສົມກັບບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ, ວິສາຫະກິດນຳໃຊ້ຄົນງານເປັນຈຳນວນຫລວງຫລາຍ. ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ:
“ລັດຖະບານເຫັນດີສືບຕໍ່ສູ້ຊົນຢ່າງຂະຫຍັນຂັນເຄື່ອນ, ຕັ້ງຫນ້າ ແລະ ຂ້ຽວຂາດໃນການບໍລິຫານເພື່ອມີບັນດາມາດຕະການແທດຈິງ, ມີປະສິດທິຜົນເພື່ອບັນລຸຈຸດໝາຍທີ່ໄດ້ວາງອອກ. ບັນຫາທີ່ວາງອອກແມ່ນມາດຕະການຈັດຕັ້ງ, ບໍລິຫານ, ຈັດຕັ້ງປະຕິບັດ. ໃນຄະນະລັດຖະບານ, ພວກເຮົາຕ້ອງເດັດດ່ຽວ, ສົມທົບກັນຢ່າງຄົບຊຸດ, ຕິດແທດກັບຕົວຈິງເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.”
ທ່ານນາຍົກລັດຖະມົນຕີ Nguyen Tan Dung ຊີ້ນຳໃຫ້ສືບຕໍ່ປະຕິບັດວິວັດການຫລຸດຜ່ອນອັດຕາດອກເບ້ຍຕາມທ່າອ່ຽງຄ່ອຍໆຫລຸດຜ່ອນໄພເງິນເຟີ້, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດໄດ້ກູ້ຢືມທຶນເພື່ອຊຸກຍູ້ການພັດທະນາການຜະລິດດຳເນີນທຸລະກິດ. ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຕ້ອງເປັນເຈົ້າການເພີ່ມທະວີການພົບປະສົນທະນາ, ຮັບຟັງປະຕິກິລິຍາຂອງບັນດາວິສາຫະກິດກ່ຽວກັບບັນດານະໂຍບາຍເພື່ອມີມາດຕະການແກ້ໄຂຄວາມຫຍຸ້ງຍາກ, ປັບປຸງນະໂຍບາຍໃຫ້ເໝະສົມ. ລັດຖະບານຈະປະກາດໃຊ້ມະຕິສະເພາະໂດຍໄວ, ໃນນັ້ນ ສຸມໃສ່ເຂົ້າໃນໝວດມາດຕະການແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການຜະລິດດຳເນີນທຸລະກິດ ແລະ ວິສາຫະກິດພັດທະນາ. ໃນການປະຊຸມຂ່າວເມື່ອອັດວາລະປະຊຸມປະຈຳເດືອນຂອງລັດຖະບານໃນວັນທີ 4/5/2012, ທ່ານ Vu Duc Dam ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ:
“ ຈະພິຈາລະນາຕໍ່ກຳນົດເວລາເກັບອາກອນລາຍຮັບວິສາຫະກິດ, ອາກອນມູນຄ່າເພີ່ມ. ຕາມການຄິດໄລ່ຂອງກະຊວງການເງິນແລ້ວ ບ້ວງເງິນຫນູນຊ່ວຍໃຫ້ແກ່ວິສາຫະກິດຈະຂຶ້ນເຖິງ 4000 ຕື້ດົ່ງ. ”
ພ້ອມກັບບັນດາມາດຕະການຕໍ່ກຳນົດເວລາເກັບອາກອນ ແລ້ວ, ລັດຖະບານກໍຕົກລົງຫນູນຊ່ວຍບັນດາວິສາຫະກິດຈຳຫນ່າຍສິນຄ້າຄ້າງສາງ, ຕິດພັນກັບການລົງທຶນສ້າງໂຄງປະກອບວິສາຫະກິດຄືນໃຫມ່, ຫນູນຊ່ວຍບັນດາວິສາຫະກິດຈຳຫນ່າຍຜະລິດຕະພັນ, ຫລຸດຜ່ອນສະພາບສິນຄ້າຄ້າງສາງຜ່ານບັນດາໂຄງການຕ່າງໆຄື: ສ່ົງເສີມຜູ້ການຊົມໃຊ້, ສົ່ງສິນຄ້າລົງໄປຂາຍຢູ່ເຂດຊົນນະບົດ, ປ່ອຍທຶນພັດທະນາພື້ນຖານໂຄງລ່າງ ແລະ ໂຄງການກໍ່ສ້າງເຮືອນຢູ່ສັງຄົມຢ່າງວ່ອງໄວ. ພ້ອມທັງເພີ່ມງົບປະທານໃຫ້ແກ່ການເຄື່ອນໄຫວສົ່ງເສີມການຄ້າ, ເປີດກວ້າງຕະຫລາດສົ່ງອອກ, ຫນູນຊ່ວຍບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ການຜະລິດກະສິກຳ. ຫນູນຊ່ວຍດ້ານສິນເຊື່ອໃຫ້ແກ່ການຜະລິດ, ປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳເພື່ອສົ່ງອອກ. ເມື່ອເວົ້າເຖິງບັນຫານີ້, ທ່ານ Vu Dinh Anh ຜູ້ຊ່ຽວຊານເສດຖະກິດ ໃຫ້ຮູ້ວ່າ:
“ຫນຶ່ງໃນບັນດາສາຍເຫດທີ່ຈຳຫນ່າຍສິນຄ້າບໍ່ໄດ້ ນັ້ນແມ່ນລາຄາ. ມາດຕະການ ແມ່ນຫລຸດຜ່ອນລາຄາ ຈາກນັ້ນກະຕຸກຊຸກຍູ້ຄວາມຕ້ອງການໄດ້. ປະຈຸບັນ ເພື່ອຫນູນຊ່ວຍໃຫ້ແກ່ວິສາຫະກິດ ແທນທີ່ຈະນຳໃຊ້ມາດຕະການຍົກເວັ້ນພາສີ, ຫລຸດຜ່ອນ ແລະ ຕໍ່ກຳນົດເວລາເກັບອາກອນລາຍຮັບວິສາຫະກິດໂດຍກົງນັ້ນ, ການຍົກເວັ້ນ, ຫລຸດຜ່ອນ ແລະ ຕໍ່ກຳນົດເວລາເກັບອາກອນລາຍຮັບໂດຍທາງອ້ອມແມ່ນມາດຕະການທີ່ປະສິດທິຜົນກວ່າ.”
ວິສາຫະກິດຜະລິດສິນຄ້າສົ່ງອອກ
ພາບປະກອບ:internet
|
ທີ່ກອງປະຊຸມປະຈຳເດືອນ 4/2012 ຂອງລັດຖະບານ, ກະຊວງແຜນການ ແລະ ການລົງທຶນ ກໍສະເຫນີ 5 ມາດຕະການແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດ, ຊຸກຍູ້ການຜະລິດດຳເນີນທຸລະກິດ. ນັ້ນແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສືບຕໍ່ຄວບຄຸມໄພເງິນເຟີ້ ພ້ອມກັບວິວັດການຫລຸດຜ່ອນອັດຕາດອກເບ້ຍ, ຜັນຂະຫຍາຍມາດຕະການຮີບດ່ວນຈຳນວນຫນຶ່ງເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດຂອງວິສາຫະກິດຢ່າງວ່ອງໄວ, ຊຸກຍູ້ການເຕີບໂຕຢູ່ໃນລະດັບເໝາະສົມ ແຕ່ບໍ່ເຮັດໃຫ້ເສດຖະກິດມະຫາພາກຂາດຄວາມເປັນປົກກະຕິ ແລະ ໄພເງິນເຟີ້ກັບຕ່າວຄືນມາ.
Bui Hang