ມີຄົນພິການຫຼາຍຄົນໄດ້ຮັບການໜູນຊ່ວຍ ສ້າງການດຳລົງຊີວິດ
ເປັນປົກກະຕິ ແລະ ເຊື່ອມຕົວເຂົ້າກັບສັງຄົມ
|
ປະຈຸບັນ ຢູ່ຫວຽດນາມມີຄົນພິການ 6,7 ລ້ານຄົນ, ແຕ່ໃນນັ້ນ ມີພຽງ 15% ມີວຽກເຮັດງານທຳເປັນ ປົກກະຕິພໍສົມຄວນ ແລະ 10% ໄດ້ຮັບການບຳລຸງສ້າງ ດ້ານວິຊາຊີບ. ໃນສະພາບການນີ້, ລັດ, ບັນດາອົງການຈັດຕັ້ງສັງຄົມ, ບັນດາວິສາຫະກິດຫວຽດນາມ ໄດ້ ແລະ ພວມມານະພະຍາຍາມວາງນະໂຍບາຍ ແລະ ສ້າງສະພາບແວດລ້ອມເພື່ອໜູນຊ່ວຍຄົນພິການມີວຽກເຮັດງານທຳ, ສ້າງການດຳລົງຊີວິດເປັນປົກກະຕິ ແລະ ເຊື່ອມຕົວເຂົ້າກັບສັງຄົມ.
ສຳລັບຄົນພິການ, ຖ້າຫາກມີອາຊີບ, ວຽກເຮັດງານທຳ ຈະຊ່ວຍເຂົາເຈົ້າສ້າງການດຳລົງຊີວິດເປັນປົກກະຕິ ແລະ ເຊື່ອມຕົວເຂົ້າກັບວົງຄະນະຍາດເທື່ອລະກ້າວ. ຢູ່ຫວຽດນາມ, ວຽກງານສອນວິຊາຊີບ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນພິການ ໄດ້ຮັບການເອົາໃຈໃສ່ເປັນພິເສດ. ກົດໝາຍວ່າດ້ວຍການສອນວິຊາຊີບປີ 2006 ມີໝວດໜຶ່ງກຳນົດການ ສອນວິຊາຊີບໃຫ້ແກ່ຄົນພິການ, ຊ່ວຍເປົ້າໝາຍນີ້ມີຄວາມສາມາດປະກອບອາຊີບທີ່ແທດເໝາະກັບຄວາມສາມາດອອກແຮງງານຂອງຕົນເພື່ອຊອກຫາ ວຽກເຮັດງານທຳໃຫ້ຕົນເອງ, ສ້າງການດຳລົງຊີວິດເປັນປົກກະຕິ. ລັດກໍຍັງຢືນຢັນການໜູນຊ່ວຍດ້ານການເງິນ ແລະ ບັນດານະໂຍບາຍບຸລິມະສິດຕ່າງໆທີ່ມີຕໍ່ບັນດາຮາກຖານ ສອນວິຊາຊີບໃຫ້ແກ່ ຄົນພິການ ແນໃສ່ສົ່ງເສີມວຽກງານ ສອນວິຊາຊີບໃຫ້ແກ່ຄົນພິການ. ປະມວນກົດໝາຍວ່າດ້ວຍແຮງງານຂອງຫວຽດນາມຍັງຊີ້ແຈ້ງວ່າ : ແຕ່ລະປີ, ລັດສະຫງວນບ້ວງງົບປະມານເພື່ອຊ່ວຍ ຄົນພິການຟື້ນຟູສຸຂະພາບ, ຟື້ຶ້ນຟູຄວາມສາມາດອອກແຮງງານ, ຮຽນວິຊາຊີບ ແລະ ມີນະໂຍບາຍໃຫ້ກູ້ຢືມເງິນດ້ວຍຄ່າດອກເບ້ຍຕ່ຳ ເພື່ອຊ່ວຍເຂົາເຈົ້າມີວຽກເຮັດງານທຳ, ສ້າງການດຳລົງຊີວິດເປັນປົກກະຕິ. ໃນຕົວຈິງ, ແຕ່ລະປີ, ລັດໄດ້ສະຫງວນງົບປະມານນັບຮ້ອຍຕື້ດົງ ເພື່ອເພີ່ມທະວີວຽກງານ ສອນວິຊາຊີບໃຫ້ແກ່ຄົນພິການ. ປະຈຸບັນ ທົ່ວປະເທດມີຮາກຖານສອນວິຊາຊີບໃຫ້ແກ່ຄົນພິການ ກ່ວາ 256 ແຫ່ງ, ໃນນັ້ນ ມີ 55 ແຫ່ງ ສອນວິຊາຊີບສະເພາະຂອງຄົນພິການ.
ພ້ອມກັບວຽກງານ ສອນວິຊາຊີບ, ການເຄື່ອນໄຫວສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ ກໍໄດ້ຮັບການເອົາໃຈໃສ່. ລັດໄດ້ມີຫຼາຍມາດຕະການສົ່ງເສີມ ວຽກເຮັດງານທຳໃຫ້ແກ່ຄົນພິການຄື ປະກາດໃຊ້ ແລະ ປະຕິບັດບັນດານະໂຍບາຍບຸລິມະສິດ, ສົ່ງເສີມບັນດາວິສາຫະກິດນຳໃຊ້ແຮງງານແມ່ນ ຄົນພິການ, ໜູນຊ່ວຍຮາກຖານການຜະລິດ ດຳເນີນທຸລະກິດຂອງຄົນພິການ, ສ້າງຕັ້ງກອງທຶນແຫ່ງຊາດກ່ຽວກັບ ວຽກເຮັດງານທຳ. ຂະແໜງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງງານຕະລາດນັດວຽກເຮັດງານທຳເປັນປະຈຳ ນັບແຕ່ປີ 2006 ເປັນຕົ້ນມາ, ໃນນັ້ນມີຂົງເຂດສະຫງວນສະເພາະໃຫ້ແກ່ ຄົນພິການຊຶ່ງມີການເຂົ້າຮ່ວມຂອງວິສາຫະກິດ, ຮາກຖານສອນວິຊາຊີບຫຼາຍແຫ່ງ. ພ້ອມກັນນັ້ນ, ມີຫຼາຍອົງການ,ສ່ວນບຸກຄົນກໍມານະພະຍາຍາມສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ. ທ່ານ Greig Craft ຜູ້ອຳນວຍການໃຫຍ່ບໍລິສັດເຄື່ອງອຸປະກອນ ແລະ ຜະລິດຕະພັນປອດໄພຫວຽດນາມ Protec ຊຶ່ງແມ່ນວິສາຫະກິດສ້າງວຽກເຮັດງານທຳ ໃຫ້ຄົນພິການ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າຮັບເອົາ ຄົນພິການເຂົ້າມາເຮັດວຽກ ບໍ່ພຽງແຕ່ເລີ່ມມາຈາກລັກສະນະມະນຸດສະທຳ, ການກຸສົນເທົ່ານັ້ນ, ຫາກເຫັນວ່າ ເຂົາເຈົ້າດ້ອຍໂອກາດສຳຜັດກັບວຽກງານ. ພວກເຂົາ ແມ່ນບັນດາຜູ້ເຮັດວຽກດ້ວຍຄວາມດຸໝັ້ນຂະຫຍັນພຽນ ແລະ ອົດທົນ. ເຂົາເຈົ້າເອງ ກໍປະກອບສ່ວນເປັນຢ່າງດີຄືຄົນທຳມະດາອື່ນໆ ”
ຕາມການສະຖີຕິ, ປະຈຸບັນ, ທົ່ວປະເທດມີຮາກຖານການຜະລິດ ດຳເນີນທຸລະກິດກ່ວາ 400 ແຫ່ງຂອງຄົນພິການ ດ້ວຍແຮງງານແມ່ນຄົນພິການ ປະມານ 15.000 ຄົນ. ປະມານ 65% ຈຳນວນຄອບຄົວມີ ຄົນພິການໄດ້ຊົມໃຊ້ບັນດານະໂຍບາຍໜູນຊ່ວຍພັດທະນາການຜະລິດຄື ຍັກເວັ້ນ, ຫຼຸດຜ່ອນອາກອນ, ໜູນຊ່ວຍບ້ວງສິນເຊື່ອດ້ວຍຄ່າດອກເບ້ຍຕ່ຳ, ທີ່ດິນທຳການຜະລິດ....ທ່ານຫງວຽນດິງລຽວ ປະທານສະມາຄົມຊ່ວຍເຫຼືອ ຄົນພິການ ແລະ ເດັກກຳພ້າຫວຽດນາມໃຫ້ຮູ້ວ່າ:
“ ສຳລັບຄົນພິການ, ສິ່ງທີ່ສຳຄັນທີ່ສຸດ ແມ່ນເລື່ອງເຂົາເຈົ້າຕ້ອງມີ ວຽກເຮັດ ງານທຳຢູ່ແຫ່ງທີ່ເຂົາເຈົ້າດຳລົງຊີວິດ. ນີ້ແມ່ນທິດກ້າວເດີນຊຶ່ງພວກຂ້າພະເຈົ້າພວມປະຕິບັດ. ຄົນພິການສາມາດເຮັດວຽກຢູ່ຫຼາຍບ່ອນຄື ເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ. ແຕ່ຕາມຂ້າພະເຈົ້າແລ້ວ, ທິດກ້າວເດີນໃນການສ້າງວຽກເຮັດງານທຳໃຫ້ແກ່ເຂົາເຈົ້າແມ່ນວົງຄະນະຍາດສັງຄົມ, ເພາະວ່າ ແຫ່ງທີ່ເຂົາເຈົ້າກຳເນີດ ແລະ ໃຫຍ່ຂຶ້ນນັ້ນ ແມ່ນແຫ່ງທີ່ເຂົາເຈົ້າໄດ້ຮັບອາລົມຈິດຄວາມຮັກແພງຈາກພໍ່ແມ່, ຍາດພີນ້ອງ ແລະ ຊາວບ້ານ. ພວກຂ້າພະເຈົ້າປະຕິບັດທົດລອງໃນ 3 ປີຜ່ານມາ ແມ່ນໄດ້ຮັບຜົນສຳເລັດດີທີ່ສຸດ. ເຂົາເຈົ້າເຮັດ ວຽກຢູ່ຕາມສະຫະກອນ, ຮາກຖານການຜະລິດເອກະຊົນ ...”
ໃນໂຄງການດຳເນີນງານໜູນຊ່ວຍຄົນພິການໄລຍະ 2012-2020, ລັດຖະບານຫວຽດນາມສືບຕໍ່ໃຫ້ບຸລິມະສິດແກ່ຈຸດໝາຍສ້າງວຽກເຮັດງານທຳ ໃຫ້ ຄົນພິການ, ສູ້ຊົນຮອດປີ 2015, ຄົນພິການຈຳນວນ 250.000 ຄົນທີ່ຍັງມີຄວາມສາມາດອອກແຮງງານ ຈະໄດ້ຮັບການຮຽນວິລາຊີບ ແລະ ມີວຽກເຮັດງານທຳທີ່ເໝາະສົມ. ຫວຽດນາມກໍພວມທົດລອງສ້າງຮູບແບບສ້າງວຽກເຮັດງານທຳຫາເງິນລ້ຽງຊີບໃຫ້ ຄົນພິການ, ສ້າງເງື່ອນໄຂເພື່ອໃຫ້ເຂົາເຈົ້າປະຕິບັດສິດ ແລະ ພັນທະຂອງຕົນຄືພົນລະເມືອງຄົນອື່ນໆ, ສ້າງຄວາມເຊື່ອໝັ້ນຕົນເອງເພື່ອໃຫ້ ຄົນພິການເຊື່ອມຕົວເຂົ້າກັບສັງຄົມ .