ສະພາບການເມືອງຢູ່ເກຼັກ

ສະພາບການເມືອງຢູ່ເກຼັກ - ảnh 1
ປະທານາທິບໍດີ ເກຼັກ Karolos Papoulias
( ພາບຈາກອີນເຕີແນດ )

(vovworld) - ໃນ​ລະຫວ່າງ​ວັນ​ທີ 13-14/5, ປະທານາທິບໍດີ ເກຼັກ Karolos Papoulias ຕ້ອງ​ມີ​ການ​ເຈລະຈາ​ກັບ​ການ​ນຳ 3 ພັກ​ທີ່​ນຳ​ໜ້າ​ໃນ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ຢູ່​ປະ​ເທດ​ນີ້ ກໍ່​ຄື​ບັນດາ​ພັກ​ອື່ນໆ ​ເພື່ອ​ຕົກລົງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານປະສົມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານປະທານາທິບໍດີ Karolos Papoulias ຍາກ​ທີ່​ຈະ​ປະຕິບັດ​ໄດ້, ​ເມື່ອ​ພັກ​ຕ່າງໆ​ພັດ​ມີ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ນະ​ໂຍບາຍ​ປະຢັດ​ທີ່​ຮ້າຍ​ແຮງ ​ເຊິ່ງ ອາ​ແທນ ພວມ​ນຳ​ໃຊ້. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ເກຼັກ ອາດ​ຈະ​ຕ້ອງ​ຈັດການ​ເລືອກ​ຕັ້ງ​ຄືນ​ໃໝ່, ​ແລະ ເກຼັກ ອາດ​ຈະ​ຕ້ອງ​ແຍກ​ອອກ​ຈາກ​ພາກ​ພື້ນ​ທີ່​ນຳ​ໃຊ້​ສະກຸນ​ເງິນ​ລວມຂອງ​ເອີ​ລົບ, ຍິ່ງ​ກວ່າ​ນັ້ນ, ສະພາບ​ດັ່ງກ່າວ​ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ສະຫະພາບ​ເອີ​ລົບ.

   ​ເລື່ອງປະທານາທິບໍດີ ເກຼັກ ຕ້ອງ​ເປັນ​ປະທານ​ການ​ເຈລະຈາ​ກັບ​ພັກ​ການ​ເມືອງ​ຕ່າງໆ ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ປະສົມ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະພາບ​ການ​ເມືອງທີ່ບໍ່​ມີ​ທາງ​ອອກ​ພວມ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງຢູ່​ປະ​ເທດ​ນີ້​. ນີ້​ຖືກ​ຖີວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​ສຸດ​ທ້າຍ ​ເພື່ອ​ຊ່ວຍ​ໃຫ້ ເກຼັກ ບໍ່​ຕ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ໃນ​ເດືອນ 6 ຈະ​ມາ​ເຖິງ. ສາຍ​ເຫດ​ທີ່​ພາ​ໃຫ້​ສະພາບ​ການ​ເມືອງ​ຕົກ​ເຂົ້າ​ສູ່​ສະພາບ​ອັນ​ຮ້າຍ​ແຮງ​ຄື​ດັ່ງກ່າວ, ນັ້ນ​ແມ່ນ​ຍ້ອນ​ປະທານ​ພັກ​ປະສົມ​ຝ່າຍ​ຊ້າຍ Syriza Alexis Tsipra ​ເຊິ່ງ​ແມ່ນ​ໜຶ່ງ​ໃນ ສາມ​ພັກ​ທີ່​ຍາດ​ໄດ້​ຈຳນວນ​ບັດ​ສະໜັບສະໜູນ​ຫຼາຍ​ສຸດ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກ່ອນ​ນີ້ 1 ສັບປະດາ, ​ໄດ້​ເດັດ​ດ່ຽວ​ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ລັດຖະບານ​ໃດໆ​ທີ່​​ມີແນວຄວາມຄິດ​ຈະ​ປະຕິບັດ​ບັນດາ​ຂໍ້​ມາດຕາ​ໃນ​ສັນຍາ​ກູ້​ຊ່ວຍ​ການ​ເງິນ​ສາກົນ​ທີ່​ສະຫງວນ​ໃຫ້​ແກ່ ອາ​ແທນ. Syriza ຢາກ​ໃຫ້ ເກຼັກ ຕ້ອງ​ຖອນ​ອອກ​ຈາກ​ຂໍ້​ຕົກລົງ​ກູ້​ຊ່ວຍ​ສະພາບ​ລົ້ມ​ລະລາຍ ​ເຊິ່ງປະ​ເທດ​ນີ້​ໄດ້​ລົງ​ນາມ​ກັບ​ສະຫະພາບ​ເອີ​ລົບ (EU) ​ແລະ​ ກອງ​ທຶນ​ເງິນຕາ​ສາກົນ (IMF) ​ເມື່ອ​ປີ 2010. ຕາມ​ໝາກຜົນ​ແຫ່ງ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ ເກຼັກ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ອາດ​ສາມາດ​ເຂົ້າ​ໃຈໄດ້​ວ່າ ​ເປັນ​ຫຍັງ Syriza ພັດ​ມີ​ປະຕິກິລິຍາ​ຄື​ແນວ​ນັ້ນ. ຕາມ​ຕົວ​​ເລກສະຖິຕິ​ແລ້ວ, ​ໃນ 2 ປີ​ແຫ່ງ​ການ​ນຳ​ໃຊ້​ນະ​ໂຍບາຍ​ປະຢັດ, ພື້ນຖານ​ເສດຖະກິດ ເກຼັກ ບໍ່​ໄດ້​ຮັບ​ການຈະ​ເລີ​ນ​ເຕີບ​ໂຕ, ຫາກ​ຖືກ​ຊຸດ​ໂຊມ​ອີກ​ດ້ວຍ. ປີ 2012, ຂອບ​ຂະໜາດ​ເສດຖະກິດ ເກຼັກ ອາດ​ສືບ​ຕໍ່​ຖືກ​ຮັດ​ແຄບ​ລົງ​ຕື່ມ​ອີກ 6% ​ແລະ ​ບໍ່​ສາມາດ​ເຕີບ​ໂຕ​ໄດ້​ໃນ​ປີ​ຈະ​ມາ​ເຖິງ, ຊ້ຳ​ບໍ່​ໜຳ ເກຼັກ ພຽງ​ແຕ່​ມີ​ເງິນພໍດີ​ໃຫ້​ແກ່​ການ​ຈ່າຍ​ເງິນ​ເດືອນ ​ແລະ ​ເບ້ຍ​ບຳນານຈົນ​ຮອດທ້າຍ​ເດືອນ 6 ເທົ່າ​ນັ້ນ. ​ໃນ​ຂະນະ​ນັ້ນ, ອັດຕາ​ສ່ວນ​ຫວ່າງ​ງານ​ໃນ​ເດືອນ 2 ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ລະດັບ 21,7%. ຜູ້​ມີ​ສິດ​ເລືອກ​ຕັ້ງ ເກຼັກ ຖື​ວ່າ, ຍ້ອນ​ມາດ​ຕະການ​ປະຢັດ​​ໂດຍ EU ຈັດ​ວາງ​ໃຫ້​ແກ່​ບັນດາ​ສະມາຊິກ​ນັ້ນ ​ໄດ້​ເຮັດ​ໃຫ້​ສະພາບ​ການ​ຢູ່ ເກຼັກ ນັບ​ມື້​ນັບ​ຫຍຸ້ງຍາກ​ຍິ່ງ​ຂຶ້ນ.

​     ສະພາບການເມືອງຢູ່ເກຼັກ - ảnh 2

      ໄປ​ຄຽງ​ຄູ່​ກັບ​ຄວາມ​ສາມາດ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່, ນັກ​ສັງ​ເກດ​ການ​ຫຼາຍ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເລື່ອງ​ບໍ່​ທັນ​ມີ​ລັດຖະບານ​ສາມັກຄີ​ພວມ​ກໍ່​ຄວາມ​ສ່ຽງ​ໃຫ້​ແກ່​ບ້ວງ​ເງິນ​ ກູ້​ຊ່ວຍ​ທີ 2 ​ເຊິ່ງ EU ສະຫງວນ​ໃຫ້ ເກຼັກ, ​ໃນ​ຂະນະ​ທີ່​ບໍ່​ມີ​ຫຍັງ​ສາມາດຮັບປະກັນ​​ໄດ້​ວ່າ ປະ​ເທດ​ນີ້​ຈະ​ປະຕິບັດ​ບັນດາ​ເງື່ອນ​ໄຂ​ທີ່​ໄດ້​ລົງ​ນາມ​ກັບ  ສະຫະ​ພາບ ເອີຣົບ ແລະ ກອງທຶນເງິນ ຕາສາກົນ. ສິ່ງນີ້ກໍໝາຍຄວາມວ່າ  ເກັຼກ ມີໄພທີ່ຕ້ອງອອກຈາກເອີໂຮໂຊນ. ຖ້າຫາກກໍລະນີນີ້ເກີດຂື້ນ, ບໍ່ສະເພາະແຕ່ ເກຼັກ ຕ້ອງຍອມ ຮັບສະພາບສະກຸນເງິນ ພາຍໃນປະເທດຖືກຕົກລາຄາ, ໄພເງິນເຟ້ີເພີ່ມ ຂື້ນສູງ ແລະ ຈີດີພີຫຼຸດລົງໃນລະດັບສອງຕົວເລກ ເທ່ົານັ້ນ, ຫາກບັນດາປະ ເທດນຳໃຊ້ສະກຸນເງິນ ເອີໂຣ ກໍຈະຖືກຜົນສະທ້ອນທາງ ດ້ານເສດຖະກິດ, ການເງິນ ແລະ ສັງຄົມອີກດ້ວຍ. ບໍ່ຈຳເປັນຕ້ອງພິສູດຍາກ, ສະກຸນເງິນເອີໂຣ ຈະຖືກກົດດັນໃນການແລກປ່ຽນ ຢູ່ຕະຫຼາດອາຊີ ໃນວັນທີ່ 14 ເດືອນ ພຶດສະພາ, ເມື່ອບັນດານັກລົງທຶນພວມຕິດຕາມ ການຜັນແປໃນການສ້າງ ຕ້ັງລັດຖະບານ ຢູ່ ເກັຼກ. ໃນການແລກປ່ຽນໃນຕອນ ບ່າຍ ທີ່ຕະຫຼາດ ໂຕກຽວ, ສະກຸນເງິນ ເອີໂຣ ຫຼຸດລົງ 1,2888 USD ​ແລະ 103, 07 ​ເຢັນ, ​ເມື່ອ​ທຽບ​ກັບ 1,2921 ​ແລະ 103,26 ​ເຢັນ ທີ່ ນິວຢອກ ​ໃນ​ທ້າຍ​ອາທິ​ດຜ່ານ​ມາ. ນັກ​ຊ່ຽວຊານເສດຖະກິດ DAISUKE KARAKAMA ຢູ່ MIZUHO Corporate Bank ພັດ​ໃຫ້​ຂ້ໍ​ສັງ​ເກດ​ວ່າ, ສະກຸນ​ເງິນ​ເອີ​ໂຣສາດ​ມາດ​ຫຼຸດ​ລົງ ຕ່ຳ​ກວ່າ 1,24 usd ​ແລະ 100 ​ເຢັນ ຖ້າ​ຫາກ​ພັກ​ຝ່າຍ​ຊ້າຍ​ຄັດຄ້ານ ບັນດາ​ມາດ​ຕະການ ຮັດ​ເຂັມ​ຂັດ​ ຢູ່ ​ເກັຼກ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຂາດ​ຂັ້ນ​ໃນ​ການ​ເລືອກ​ຕັ້ງ​ຄືນ​ໃຫມ່. ສະພາບ​ການ​ເມືອງ​ທີ່​ບໍ່​ມີ​ທາງອອກ​ໃນ​ເກຼັກ ​ໄດ້​ເຮັດ​ໃຫ້​ນັກ​ລົງທຶນ​ຕະຫຼາດ​ຮຸ້ນ​ຂາຍ​ບັນດາ​ຊັບ​ສິນ​ທີ່​ມີ​ຄວາມ​ສ່ຽງ, ​ເຮັດ​ໃຫ້ ສະກຸນ​ເງິນ ​ໂດ​ລາ ​ອົດ​ສະ​ຕາ​ລີ ຕົກ​ຄ່າ​ລົງ​ເທົ່າ​ກັບ​ເງິນ ​ໂດ​ລາ​ສະຫະລັດ ​ເປັນ​ຄັ້ງ​ທຳ​ອິດ ​ນັບ​ແຕ່ ​ເດືອນ​ທັນ​ວາ​ປີ 2011.

      ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວມ​ເກີດ​ຂື້ນ​ຢູ່ ​ເກັຼກ ​ໃນ​ອາທິດ​ທີ່​ຜ່ານມາ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ແກ້​ໄຂ​ສະພາບການ​ເມືອງ​ທີ່​ບໍ່​ມີ​ທາ​ງອອກ​ຢູ ​ເກຼັກ ​ແມ່ນ​ຫຍຸ້ງຍາກ​ຫຼາຍ, ​ແລະ ປະ​ເທດ​ນີ້​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສາ​ພາບ​ບໍ່​ອາດ​ສ້າ​ງຕ້ັງ​ລັດຖະບານ​ປະສົມ, ​ເຊິ່ງສາຍ​ເຫດ​ແມ່ນ​ຍ້ອນບັນດາຄວາມ​ບໍ່​ລົງ​ລອຍ​ການ​ລະຫວ່າງ​ບັນດາ​ພັກຝ່າຍ​ ການ​ເມືອງທີ່​ກ່ຽວ​ຂ້ອງ


ຕອບກັບ

ຂ່າວ/ບົດ​ອື່ນ