( vovworld ) – ໃນໄລຍະມໍ່ໆມານີ້, ມີບາງອົງການຈັດຕັ້ງ ແລະ ສ່ວນບຸກຄົນບໍ່ມີເຈດຕະນາດີທີ່ໄດ້ເສັກສັນປັ້ນແຕ່ງ, ຖືວ່າ ຫວຽດນາມ ໄດ້ຄວບຄຸມສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ, ຈຳກັດ ແລະ ຫ້າມນຳໃຊ້ເຄືອຂ່າຍອິນເຕີແນັດ…..ພົ້ນເດັ່ນແມ່ນໃນບົດລາຍງານປະຈຳປີ ຊື່ງໄດ້ຍົກອອກມາກ່ອນວັນແຫ່ງຄວາມເສລີທາງສື່ມວນຊົນໂລກ (3/5/2012) ຫວ່າງແລ້ວນີ້, ອົງການ Freedom House ໄດ້ຈັດ ຫວຽດນາມ ເຂົ້າໃນກຸ່ມບັນດາປະເທດບໍ່ມີຄວາມເສລີທາງສື່ມວນຊົນ, ເພື່ອຊ່ວຍໃຫ້ທ່ານຜູ້ຟັງມີທັດສະນະຢ່າງຖືກຕ້ອງກ່ຽວກັບການເຄື່ອນໄຫວສື່ມວນຊົນເວົ້າລວມ, ອິນເຕີແນັດເວົ້າສະເພາະ ຊື່ງພວມດຳເນີນໄປຢ່າງຟົດຟື້ນຢູ່ຫວຽດນາມ, ຕໍ່ໄປແມ່ນບົດຂຽນຂອງນັກຂ່າວທູຮວາ ທີ່ມີຫົວຂໍ້ວ່າ: ສະພາບຕົວຈິງກ່ຽວກັບຄວາມເສລີທາງສື່ມວນຊົນຢູ່ຫວຽດນາມ.
(ພາບ:qdnd.vn)
ນັບແຕ່ດຳເນີນພາລະກິດປ່ຽນແປງໃໝ່ປະເທດຊາດຢ່າງຮອບດ້ານແຕ່ປີ 1986 ມາຮອດປະຈຸບັນ, ຍາມໃດ, ພັກ ແລະ ລັດຫວຽດນາມ ກໍມີຄວາມເອົາໃຈໃສ່ພິເສດ ເຖິງການພັດທະນາສື່ສານ ແລະ ບັນດາພາຫະນະສື່ມວນຊົນ. ໄລ່ຮອດເດືອນ 3/2012, ທົ່ວປະເທດມີນັກຂ່າວເກືອບ 17.000 ຄົນໄດ້ຮັບບັດນັກຂ່າວ, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບກັບປີ 1986 ແລະ ມີນັກຂ່າວອື່ນໆນັບພັນຄົນພວມເຄື່ອນໄຫວວຽກງານສື່ຂາວ, ກຽມຈະໄດ້ຮັບບັດນັກຂ່າວ; ມີ 768 ສຳນັກໜັງສືພິມດ້ວຍ 1016 ສື່ສິ່ງພິມ, ສຳນັກງານວິທະຍຸກະຈາຍສຽງ, ໂທລະພາບສູນກາງ ແລະ ແຂວງ 67 ແຫ່ງ. ໄປຄຽງຄູ່ກັບການໂຄສະນາບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ, ຍາມໃດສື່ມວນຊົນ ກໍ່ເສີມຂະຫຍາຍສິດປະຊາທິປະໄຕຢ່າງກ້ວາງຂວາງ, ເປັນເຈົ້າການເຂົ້າຮ່ວມການໄຈ້ແຍກຕີລາຄາບັນຫາຕ່າງໆໃນສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການວາງແຜນກຳນົດແນວທາງຂອງພັກ, ແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ຕໍ່ສູ້ສະກັດກັ້ນ, ຍູ້ໄພສໍ້ລາດບັງຫຼວງ, ໄພສັງຄົມໃຫ້ຖອຍໄປ. ສື່ມວນຊົນຫວຽດນາມ ແມ່ນເວທີປາໄສເພື່ອເສີມຂະຫຍາຍສິດເປັນເຈົ້າ, ສິດເສລີໃນການປາກເວົ້າຂອງປະຊາຊົນຢ່າງແທ້ຈິງ. ຢູ່ ຫວຽດນາມ, ສື່ສິ່ງພິມ, ວິທະຍຸ, ໂທລະພາບ ແລະ ສື່ເອເລກໂຕນິກລ້ວນແຕ່ໄດ້ຮັບການເອົາໃຈໃສ່ລົງທຶນ, ພັດທະນາ. ໃນ 10 ປີຜ່ານມາ, ນັບແຕ່ເມື່ອຫວຽດນາມ ໄດ້ເຂົ້າເຄືອຍຂ່າຍອິນເຕີແນັດທົ່ວໂລກເປັນຄັ້ງທຳອິດມາຮອດປະຈຸບັນ, ມີ 27 ລ້ານຄົນໄດ້ນຳໃຊ້ອິນເຕີແນັດ, ກວມເກືອບ 31% ຈຳນວນປະຊາກອນໃນຈຸດເວລານີ້. ທ່ານ Pham Quoc Nhat ຜູ້ອຳນວຍການບໍລິສັດຊອບແວ Nhat Cuong ຢູ່ Ha Noi ຖືວ່າ:
“ຫວຽດນາມ ແມ່ນປະເທດມີລະດັບພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານແຮງທີ່ສຸດ, ໃນນັ້ນ ອິນເຕີແນັດໄດ້ລົງຮອດບ້ານແລ້ວ. ສິ່ງດັ່ງກ່າວໄດ້ຮັບການຮັບຮູ້ຈາກປະເທດຕ່າງໆຢູ່ໃນໂລກ. ພວກເຮົາສາມາດຮັບທຸກໆຂ່າວໃນເຄືຍຂ່າຍອິນເຕີແນັດ. ສະນັ້ນ, ເມື່ອເວົ້າວ່າ ອິນເຕີແນັດຢູ່ຫວຽດນາມ ຖືກຈຳກັດ ແມ່ນບໍ່ຖືກຕ້ອງ“.
ສື່ສິ່ງພິມຂາຍຢູ່ຫວຽດນາມ
(ພາບ:radioaustralia.net.au)
ບໍ່ແມ່ນສິ່ງບັງເອີນ ເມື່ອ ຫວຽດນາມ ກາຍເປັນປະເທດທີ່ມີລະດັບຈະເລີນເຕີບໂຕອິນແນັດໄວກ່ວາໝູ່ໃນພາກພື້ນ ແລະ ນອນໃນຈຳນວນປະເທດຕ່າງໆທີ່ມີລະດັບຈະເລີນເຕີບໂຕອິນເຕີແນັດສູງກ່ວາໝູ່ໃນໂລກ. ທ່ານ Luu Vu Hai ຫົວໜ້າກົມວິທະຍຸໂທລະພາບ ແລະ ຂ່າວສານເອເລກໂຕນິກ, ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານເນັ້ນໜັກວ່າ, ສິ່ງສຳຄັນຂອງການພັດທະນາບຸກທະລຸ, ນັ້ນແມ່ນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ທີ່ມີຕໍ່ຂົງເຂດສື່ມວນຊົນເວົ້າລວມ ແລະ ເຕັກໂນໂລຊີອິນເຕີແນັດເວົ້າສະເພາະ. ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ເຊັ່ນດຽວກັນກັບຫຼາຍປະເທດອື່ນໆ, ຫວຽດນາມ ກໍ່ມີການກຳນົດໃນການນຳໃຊ້ອິນເຕີແນັດ ເພື່ອບໍ່ສົ່ງຜົນສະທ້ອນບໍ່ດີເຖິງຮີດຄອງປະເພນີ, ຄວາມສະຫງົບປອດໄພແຫ່ງຊາດ… ຍ້ອນເຫດນັ້ນ, ຖ້າຮຽກຮ້ອງສິດເສລີໃນການໃຊ້ອິນເຕີແນັດເວົ້າສະເພາະ ແລະ ສື່ມວນຊົນເວົ້າລວມແມ່ນທັດສະນະແຕ່ຝ່າຍດຽວ. ທ່ານ Luu Vu Hai ເວົ້າວ່າ:
“ຫວຽດນາມ ໄດ້ສົ່ງເສີມການນຳໃຊ້ອິນເຕີແນັດໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ເພື່ອຍົກສູງສະມັດຕະພາບແຮງງານ. ສ້າງເງື່ອນໄຂໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມການສະໜອງ ແລະ ນຳໃຊ້ການບໍລິການອິນເຕີແນັດ. ຫວຽດນາມ ກໍ່ມີມາດຕະການສະກັດກັ້ນບັນດາການກະທຳສວຍໃຊ້ອິນເຕີແນັດ ເພື່ອກໍ່ຜົນສະທ້ອນເຖິງຄວາມສະຫງົບປອດໄພແຫ່ງຊາດ, ລະເມີດຄູນສົມບັດ, ຮີດຄອງປະເພນີ, ລະເມີດບັນດາຂໍ້ກຳນົດຂອງກົດໝາຍ ແລະ ປົກປ້ອງເດັກໃຫ້ພົ້ນອອກຈາກການກະທົບທີ່ຫຍໍ້ທໍ້ຈາກອິນເຕີແນັດ“
ທ່ານນາງ Yaima ຊາວແອດສະປາຍຜູ້ 1 ທີ່ໄດ້ດຳລົງຊີວິດຢູ່ຫວຽດນາມ ເປັນເວລາຫຼາຍປີຖືວ່າ: ຄຳເຫັນກ່ຽວກັບການຈຳກັດການນຳໃຊ້ອິນເຕີແນັດຢູ່ ຫວຽດນາມ ແມ່ນຂາດພາວະວິໄສ. ຕາມທ່ານນາງແລ້ວ, ບໍ່ພຽງແຕ່ຊາວຫວຽດນາມ ເທົ່ານັ້ນ, ຫາກຊາວຕ່າງປະເທດຄືລາວເມື່ອມາຫວຽດນາມ ລ້ວນແຕ່ໄດ້ສຳພັດກັບການບໍລິການອິນເຕີແນັດຢ່າງງາຍດາຍ:
“ນັບແຕ່ເມື່ອມີໜ້າຢູ່ ຫວຽດນາມ ມາຮອດປະຈຸບັນ, ຂ້າພະເຈົ້າບໍ່ປະສົບກັບຄວາມຫຍູ້ງຍາກໃດໆ ເມື່ອສຳພັດກັບການບໍລິການອິນເຕີແນັດ. ຢູ່ຫວຽດນາມ ຂ້າພະເຈົ້າຍັງຕິດຕໍ່ພົວພັນກັບຍາດຕິພີ່ນ້ອງຢູ່ບ້ານ. ຂ້າພະເຈົ້າຄິດວ່າ ທຸກໆປະເທດລ້ວນແຕ່ມີຂໍ້ກຳນົດສະເພາະໃນການສ້າງ, ພັດທະນາອິນເຕີແນັດຕາມຄວາມມຸ້ງຫວັງ, ຜົນປະໂຫຍດແຫ່ງຊາດ“
31% ຈຳນວນປະຊາກອນຫວຽດນາມ ນຳໃຊ້ອິນເຕີແນັດ
(ພາບ:mientaynet.com)
ຫວຽດນາມ ບໍ່ມີຍາມໃດທີ່ຖືວ່າ ອິນເຕີແນັດແມ່ນ “ສັດຕູ“ ຄືດັ່ງອົງການ “ນັກຂ່າວບໍ່ມີພົມແດນ“ ໄດ້ຍົກອອກມາໃນ “ບົດລາຍງານປະຈຳປີ 2012“ ຫວ່າງແລ້ວນີ້. ການພັດທະນາອິນເຕີແນັດ ແລະ ການເຄືອ່ນໄຫວສື່ມວນຊົນຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນສິດເສລີທາງສື່ມວນຊົນຢູ່ຫວຽດນາມ ບໍ່ພຽງແຕ່ໄດ້ຮັບປະກັນດ້ວຍລະບົບກົດໝາຍ, ບັນດາກົນໄກ, ນະໂຍບາຍ, ນະໂຍບາຍສະດວກສະບາຍເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນໃນຊີວິດຕົວຈິງຢ່າງມີຊີວິດຊີວາອີກດ້ວຍ. ເປັນທີ່ຈະແຈ້ງແລ້ວວ່າ, ທຸກສິ່ງທຸກຢ່າງທີ່ອົງການ “ນັກຂ່າວບໍ່ມີພົມແດນ“, ອົງການ Freedom House ແລະ ບາງອົງການຈັດຕັ້ງ, ສ່ວນບຸກຄົນຢູ່ຕ່າງປະເທດຖືວ່າ: ຫວຽດນາມ ບໍ່ມີສິດເສລີທາງສື່ມວນຊົນ, ຖືກຈຳກັດ ແລະ ເກືອດຫ້າມນຳໃຊ້ອິນເຕີແນັດນັ້ນ ແມ່ນໄປຝືນກັບສະພາບຕົວຈິງຢູ່ ຫວຽດນາມ. ບັນດາຂ່າວທີ່ເສັກສັນປັ້ນແຕ່ງນີ້ ຍິ່ງສະແດງໃຫ້ເຫັນວ່າ ບັນດາອິດທິກຳລັງທີ່ເປັນປໍລະປັກ ນັບມື້ນັບໄດ້ນຳໃຊ້ທຸກແບບວິທີ, ເລລຽມເພື່ອຕ້ານທຳລາຍ ຫວຽດນາມ ໃນຂົງເຂດແນວຄິດ, ວັດທະນະທຳ ເພື່ອແນໃສ່ສະກັດກັ້ນການພັດທະນາ ແລະ ການເຊື່ອມໂຍງເຂົ້າກັບໂລກຂອງ ຫວຽດນາມ.