Nigeria ພວມຜ່ານຜ່າຄວາມຫຍຸ້ງຍາກຢ່າງແທ້ຈິງ ຂະນະທີ່ການປະທະກັນດ້ານເຊື້ອຊາດຜີວພັນ ນັບມື້ນັບເລິກເຊີ່ງຂຶ້ນຕື່ມ, ໃນຂະນະນັ້ນ, ການແຫ່ຂະບວນປະທ້ວງຄັ້ງຕ່າງໆ ເພື່ອຄັດຄ້ານຂໍ້ຕົກລົງເພີ່ມລາຄານ້ຳມັນເຊື້ອໄຟຂອງລັດຖະບານ ກໍພວມຂະຫຍາຍຢ່າງກ້ວາງຂວາງ. ໃນຊຸມມື້ຜ່ານມາ ສື່ມວນຊົນໄດ້ສຸມໃສ່ຄວາມຂາດສະຖຽນລະພາບທາງສັງຄົມ ແລະໄພເກີດສົງຄາມກາງເມືອງ ຢູ່ Nigeria .
ການແຫ່ຂະບວນປະທ້ວງຂະຫຍາຍຢ່າງກ້ວາງຂວາງຢູ່ Nigeria
ພາບ: Http//:baophuyen.com.vn
ບັນດາການແຫ່ຂະບວນໄດ້ເກີດຂຶ້ນ ພາຍຫລັງທີ່ອົງການດັດສົມລາຄາບັນດາຜະລິດຕະພັນເຄມີນ້ຳມັນຂອງລັດຖະບານ Nigeria ປະກາດຂໍ້ຕົກລົງຢຸດຕິການພະຍຸງລາຄາເຊື້ອເພິງໃນວັນທີ 1/1/2012 ອັນໄດ້ເຮັດໃຫ້ລາຄານ້ຳມັນເຊື້ອໄຟເພີ່ມຂຶ້ນ. ເຖິງວ່າແມ່ນປະເທດຜະລິດນ້ຳມັນຫຼາຍກ່ວາໝູ່ໃນທະວີບນີ້ ແລະກໍແມ່ນສະມາຊິກອົງການບັນດາປະເທດສົ່ງອອກນ້ຳມັນ ຫລື OPEC ແລະມີນຳມັນດິບເພື່ອສົ່ງອອກຫຼາຍກໍຕາມ ແຕ່ Nigeria ຍັງຕ້ອງໃຊ້ເງິນຕາຕ່າງປະເທດຈຳນວນຫຼາຍ ເພື່ອນຳເຂົ້າເຊື້ອເພິງ. ຕາມບັນດາເຈົ້າໜ້າທີ່ລັດຖະບານແລ້ວ, ໃນປີ 2011 ຜ່ານມາ, ປະເທດນີ້ໄດ້ໃຊ້ເງິນເຖິງ 8 ຕຶ້ໂດລາສະຫະລັດ ເພື່ອພະຍຸງລາຄານ້ຳມັນເຊື້ອໄຟ. ເລື່ອງຢຸດຕິການພະຍຸງລາຄານ້ຳມັນເຊື້ອໄຟ ແມ່ນເພື່ອມີເງິນລົງທຶນເຂົ້າພື້ນຖານໂຄງລ່າງຢູ່ປະເທດນີ້ ຊື່ງປະຈຸບັນພວມຢູ່ໃນສະພາບຊຸດໂຊມທີ່ສຸດ ພ້ອມທັງຊ່ວຍຫລຸດຜ່ອນກຳລັງດັນທີ່ມີຕໍ່ການສະສົມເງິນຕາຕ່າງປະເທດ. ແຕ່ວ່າ ປະຊາຊົນ Nigeria
ສ່ວນຫຼາຍພວມດຳລົງຊີວິດດ້ວຍລາຍຮັບຕ່ຳກ່ວາ 2 ໂດລາສະຫະລັດ/ມື້, ເລື່ອງຢຸດການພະຍຸງລາຄານ້ຳມັນເຊື້ອໄຟ ໄດ້ຕັດຂາດແຫຼ່ງຜັນປະໂຫຍດພຽງໜື່ງດຽວທີ່ເຂົາເຈົ້າໄດ້ຊົມໃຊ້ຈາກລັດຖະບານ. ຍ້ອນເຫດນັ້ນ, ການແຫ່ຂະບວນປະທ້ວງຄັ້ງຕ່າງໆ ເພື່ອຄັດຄ້ານຂໍ້ຕົກລົງລົບລ້າງການພະຍຸງລາຄານ້ຳມັນເຊື້ອໄຟຂອງລັດຖະບານ ໄດ້ແກ່ຍາວເຖິງກ່ວາ 10 ມື້ແລ້ວ ແລະບໍ່ທັນມີສັນຍານຢຸດຕິລົງ. ບັນດາຜູ້ແຫ່ຂະບວນປະທ້ວງຖືວ່າ ຂໍ້ຕົກລົງຂອງລັດຖະບານ ພຽງແຕ່ມີປະໂຫຍດໃຫ້ແກ່ຊົນຊັ້ນກາງ ແລະຜູ້ຮັ່ງມີເທົ່ານັ້ນ ຂະນະທີ່ເຮັດຄ່າໃຊ້ຈ່າຍທາງຄົມມະນາຄົມຂົນສົ່ງເພີ່ມຂຶ້ນ ພາໃຫ້ຊີວິດການເປັນຢູ່ຂອງປະຊາຊົນສ່ວນຫຼາຍ ມີຄວາມຫຍຸ້ງຍາກຍິ່ງຂຶ້ນ. ວັນທີ 9/1, ໄດ້ເກີດການປະທະກັນລະຫວ່າງບັນດາຜູ້ແຫ່ຂະບວນປະທ້ວງ ແລະຕຳຫຼວດຢູ່ນະຄອນຈຳນວນໜື່ງ ຊື່ງເຮັດໃຫ້ນັບຮ້ອຍຄົນເສຍຊີວິດ ແລະຖືກບາດເຈັບ. ພິເສດແມ່ນ, ການຢຸດງານຂະໜາດໃຫ່ຍໃນວັນທີ 9-10/1 ໄດ້ເຮັດໃຫ້ປະເທດອາຟຼິກກາຕາເວັນຕົກນີ້ ເກືອບຄືວ່າຖືກຢຸດສະງັກ ຍ້ອນສະໜາມບິນພາຍໃນປະເທດ, ບັນດາປ້ອມຂາຍນ້ຳມັນເຊື້ອໄຟ, ທະນາຄານທັງໝົດ ລ້ວນແຕ່ປິດບໍລິການ.
ໃນຂະນະນັ້ນ, ການປະທະກັນດ້ານເຊື້ອຊາດຜີວພັນ-ສາສະໜາ ກໍ ພວມເກີດຂຶ້ນຢ່າງຂ້ຽວຂາດຢູ່ປະເທດມີພົນລະເມືອງຫຼາຍກ່ວາໝູ່ຢູ່ທະວີບ ອາຟຼິກການີ້. ບັນດາຜູ້ຖືສາສະໜາອິດຊະລາມເກືອບທັງໝົດຢູ່ປະເທດນີ້ ແມ່ນດຳລົງຊີວິດຢູ່ພາກເໜືອ, ໃນຂະນະທີ່ຜູ້ຖືສາສະໜາກາໂຕລິກ ພັດ ດຳລົງຊີວິດຢູ່ພາກໃຕ້. ໃນໄລຍະຜ່ານມາ, ກຳລັງອິດຊະລາມຫົວຮຸນແຮງ Boko Haram ຊື່ງໄດ້ກໍ່ບັນດາເຫດການໃຊ້ຄວາມຮຸນແຮງອັນນອງເລືອດ ແນ່ໃສ່ບັນດາຜູ້ຖືສາສະໜາຄຼິດຢູ່ພາກເໜືອ Nigeria ໄດ້ອອກຄຳຂາດ ບັງຄັບໃຫ້ຜູ້ຖືສາສະໜາກາໂຕລິກຢູ່ພາກເໜືອ ຕ້ອງຍ້າຍໄປດຳລົງຊີວິດຢູ່ພາກໃຕ້. ກຳລັງນີ້ໄດ້ດຳເນີນບັນດາເຫດວາງລະເບີດສະຫຼະຊີບໃນທົ່ວປະເທດ Nigeria ໃນໂອກາດວັນບຸນຄຼິດສມາດທີ່ຜ່ານມາ ຊື່ງເຮັດໃຫ້ຢ່າງໜ້ອຍສຸດ 37 ຄົນເສຍຊີວິດ ແລະອີກ 57 ຄົນຖືກບາດເຈັບ.
ປະທານາທິບໍດີ Nigeria
ພາບ: Http//africansuccess.org
ລັດຖະບານຂອງປະທານາທິບໍດີ Goodluck Jonathan ເກືອບຄືວ່າຕົກຢູ່ໃນສະພາບເກີດວິກິດການ ຍ້ອນຕ້ອງປະເຊີນໜ້າກັບບັນດາການບຸກໂຈມຕີອັນນອງເລືອດ ຂອງພວກທະຫານກະບົດອິດຊະລາມ Boko Haram ແຕ່ບໍ່ໄດ້ຮັບໝາກຜົນ ແລະ ປະຈຸບັນ ຍັງຕ້ອງຊອກຫາວິທີແກ້ໄຂການແຫ່ຂະບວນປະທ້ວງ, ການຢຸດງານຄັ້ງຕ່າງໆ. Nigeria ພວມຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດ. ຍັງຄົງຈື່ຢູ່ວ່າ ຢູ່ປະເທດອາຟຼິກກາເໜືອ Tunisia, ວັນທີ 17/12/2010 ເລື່ອງຜູ້ຂາຍເຄື່ອງຕາມທາງ Mohamed el Bouzazi ໄດ້ເຜົາຕົວຕາຍເພື່ອຄັດຄ້ານການຂົ່ງເຫງ ຂອງເຈົ້າໜ້າທີ່ທ້ອງຖິ່ນ ໄດ້ເຣັດໃຫ້ເກີດການແຫ່ຂະບວນປະທ້ວງ ຄັ້ງຕ່າງໆເພື່ອຄັດຄ້ານລັດຖະບານ, ທ່ວງໃຫ້ປັບປຸງຊີວິດການເປັນຢູ່, ຈາກນັ້ນໄດ້ຂະຫຍາຍອອກໄປປະເທດອື່ນໆ ແລະໄກ້ກາຍເປັນຂະບວນການ “ລະດູບານໃໝ່ອາຣັບ” ທ່ວງເອົາປະຊາທິປະໄຕ ແລະປ່ຽນແປງລະບອບຢູ່ບັນດາປະເທດຕາເວັນອອກກາງ, ອາຟຼິກກາເໜືອ. ການແຫ່ຂະບວນປະທ້ວງຢູ່ Nigeria ເພື່ອຄັດຄ້ານເລື່ອງລົບລ້າງພະຍຸງການ ລາຄານ້ຳມັນເຊື້ອໄຟ ອາດຈະພາໄປເຖິງການຈັດການແຫ່ຂະບວນຂະໜາດໃຫ່ຍ.
ດ່ວານຈູງ