ສະພາແຫ່ງຊາດຫວຽດນາມສ້າງລະບົບກົດໝາຍໃຫ້ສົມບູນແບບຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນ

(vovworld)- ໃນ​ຕະ​ຫລອດ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ໄດ້​ສຳ​ເລັດ​ພາ​ລະ​ບົດ​ບາດ​ສ້າງ​ກົດ​ໝາຍ​ສຳ​ເລັດ​ຜົນ, ສ້າງ​ພື້ນ​ຖານ​ດ້ານ​ການ​ເມືອງ​ນິ​ຕິ​ກຳ​ສຳ​ຄັນ​, ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຫວຽດ​ນາມ ສັງ​ຄົມ​ນິ​ຍົມ ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ໝາກ​ຜົນ​ຂອງວຽກ​ງານ​ສ້າງ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ ກໍ​ໄດ້​ປ​ະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ການສ້າງ​ກົດ​ໝາຍ​ແມ່ນ​ຫນຶ່ງ​ໃນ 3 ພາ​ລະ​ບົດ​ບາດ​ສຳ​ຄັນ​ຂອງ​ສະ​ພາ​ແຫ່ງ​ຊ​າດ ຫວຽດ​ນາມ, ຄຽງ​ຄູ່​ກັບ​ພາ​ລະ​ບົດ​ບາດ​ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ສະ​ພາ​ແຫ່ງ​ຊາດ ດ້ວຍ​ບົດ​ບາດ​ແມ່ນ​ອົງ​ການ​ປະ​ຕິ​ບັດ​ອຳ​ນາດ​ນິ​ຕິ​ບັນ​ຍັດ ມ​ີ​ຫນ້າ​ທີ່ກໍ່​ສ້າງ, ປະ​ກາດ​ໃຊ້​ລັດ​ຖະ​ທຳ​ມະ​ນູນ ແລະ ຫັນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ລະ​ບົບ​ບັນ​ດາ​ກົດ​ໝາຍເປັນ​ລະ​ອຽດ, ທັນ​ການ ຕອບ​ສະ​ຫນອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ກິດ​ຈະ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ເຄົາ​ລົບ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ, ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫລາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ສະພາແຫ່ງຊາດຫວຽດນາມສ້າງລະບົບກົດໝາຍໃຫ້ສົມບູນແບບຕາມເນື້ອໃນຈິດໃຈຂອງລັດຖະທຳມະນູນ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ຊຸດ​ທີ 13

        ຄວາມ​ປະ​ທ​ັບ​ໃຈ​ກ່ຽວ​ກັບ​ຈຳ​ນວນ​ເອ​ກະ​ສານ​ນິ​ຕິ​ກຳ​ໄດ້​ຮັບ​ການ​ປະ​ກາດ​ໃຊ້

       70 ປີ​ຜ່ານ​ມາ, ສະ​ພາ​ແຫ່​ງ​ຊາດ ໄດ້​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ສ້າງ​ລັດ​ຖະ​ທຳ​ມະ​ນູນ, ສ້າງ​ກົດ​ໝາຍ​ເປັນ​ຢ່າງ​ດີ. ນັບ​ແຕ່​ເມື່ອ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 1 ມາ​ຮອດ​ປະ​ຈຸ​ບັນ, ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກາດ​ໃຊ້ ລັດ​ຖະ​ທຳ​ມະ​ນູນ 5 ສະ​ບັບ, 387 ປະ​ມວນ​ກົດ​ໝາຍ, ກົດ​ໝາຍ, ປະ​ກາດ​ໃຊ້ 628 ມະ​ຕິ ແລະ 220 ລັດ​ຖະ​ບັນ​ຍັດ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ນີ້​ແມ່ນ​ບັນ​ດາ​ຕົວ​ເລກ​​ເປັນ​ຫນ້າ​ຊື່ນ​ຊົມ, ແມ່ນ​ພື້ນ​ຖານ​ດ້ານ​ການ​ເມືອງ​ນິ​ຕິ​ກຳ​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ພູມ​ປັນ​ຍາ, ຄວາມ​ສຸດ​ຈິດ​ສຸດ​ໃຈ ແລະ ນຳ​້​ໃຈ​ຄວາມ​ຮັບ​ຜິດ​ຊອບ​ສຸງ​ຂອງ​ບັນ​ດາ​ນັກ​ສ້າງ​ກົດ​ໝາຍ, ສ່ອງ​ແສງ​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ໃນ​ການ​ກໍ່ສ້າງ ແລະ ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ການ​ພັດ​ທະ​ນາ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ ສັງ​ຄົມ​ນິ​ຍົມ​ສົມ​ບູນ​ແບບ, ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ກິດ​ຈະ​ການ​ສ້າງ​ສາ, ປົກ​ປັກ​ຮັກ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ສ້າງ​ລະ​ບົບ​ກົດ​ໝາຍ​ຕາມ​ທິດ​ລວງ​ເລິກ

       ຄ​ຽງ​ຄູ່​ກັບ​ບັນ​ດາ​ການ​ປ່ຽນ​ໃຫມ່, ປັບ​ປຸງ ເພື່ອ​ເພີ່ມ​ຈຳ​ນວນ​ເອ​ກະ​ສານ​ນິ​ຕິ​ກຳ ຊື່ງ​ໄດ້​ຮັບ​ການ​ຮ​ັບ​ຮອງ​ເອົາ​ທີ່​ກອງ​ປະ​ຊຸມ​ແຕ່​ລະ​ເທື່ອ, ໃນ​ວິ​ວັດ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ສ້າງ​ກົດ​ໝາຍ. ເນື້ອ​ໃນ​ບັນ​ດາ​ຮ່າງ​ກົດ​ໝາຍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ແມ່ນ​ອຸ​ດົມ​ສົມ​ບູນ, ປັບ​ປຸງ​ບັນ​ດາ​ຂົງ​ເຂດ​ຕ່າງ​ກັນ​ຂອງ​ຊີ​ວິດ​ສັງ​ຄົມ ຈາກ​ການ​ສືບ​ຕໍ່​ກໍ່​ສ້າງ ແລະ ສ້າງ​ກົງ​ຈັກ​ລັດ​ໃຫ້​ສົມ​ບູນ​ແບບ ຕາມ​ການ​ກຳ​ນົດ​ທິດ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ ຕະ​ຫລອດ​ຮອດ​ການ​ສືບ​ຕໍ່​ປ່ຽນ​ໃຫມ່ ແລະ ສ້າງ​ກົນ​ໄກ ແລະ ເຄື່ອງ​ມື​ການ​ຄຸ​້ມ​ຄອງ​ລັດ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ​ໃຫ້​ສົມ​ບູນ​ແບບ.

        ທາງ​ດ້ານ​ວິ​ຊາ​ການ​ສ້າງ​ກົດ​ໝາຍ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ສະ​ພາ​ແຫ່ງ​ຊາດ, ຄ່ອຍໆ​ຈຳ​ກັດ​ສະ​ພາບ​ການ​ພາຍ​ຫລັງ​ກົດ​ໝາຍ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ຕ້ອງ​ລໍ​ຖ້າ​ດຳ​ລັດ ແລະ ເອ​ກະ​ສານ​ແນະ​ນຳຈຶ່ງ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ສາດ​ສະ​ດາ​ຈານ, ດ​ຣ ເຈີນງອກ​ເດື່ອງ, ອະ​ດີດ​ຮອງ​ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ:

        “ກ່ຽວ​ກັບ​ຄຸນ​ນະ​ພາບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຫລາຍ​​ທີ່​ສຸດ, ພິ​ເສດ ກົດ​ໝາຍ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ພຶດ​ຕິ​ກຳ​ຕົວ​ຈິງໃນ​ຊີ​ວິດ, ສອດ​ຄ​ອ່ງ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ຮັບ​ເອົາ ແລະ ມີ​ການ​ຄັດເລືອກ​ບັນ​ດາ​ຄຸນ​ຄ່າ​ກ້າວ​ຫນ້າ​ຂອງມວນ​ມະ​ນຸດ. ສະ​ນັ້ນ ເບິ່ງ​ລວມ​ແລ້ວ ບັນ​ດາ​ກົດ​ໝາຍ​ໄດ້​ຮັບ​ການ​ປະ​ກາດ​ໃຊ້ ຕ້ອງ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຊີ​ວິດ​ຢ່າງ​ທັນ​ການ.”

        ໄລ​ຍະ​ມໍ່ໆ​ມານີ້, ເລື່ອງ​ປະ​ກາດ​ໃຊ້ ລັດ​ຖະ​ທຳ​ມະ​ນູນ​ປີ 2013, ວຽກ​ງານ​ສ້າງ​ກົດ​ໝາຍ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃຫມ່ ດ້ວຍ​ການ​ສ້າງ​ຕັ້ງ​ບັນ​ດາ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ສຳ​ຄັນ​ໃຫ້​ແກ່​ການ​ສືບ​ຕໍ່​ສ້າງ ແລະ ປັບ​ປຸງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ບົນ​ພື້ນ​ຖານນັ້ນ ການ​ເຄື່ອນ​ໄຫວ​ສ້າງ​ກົດ​ໝາຍກວມ​ເອົາ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ. ຈາກ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ໃນ​ລະ​ບົບ​ການ​ເມືອງ​ໃຫ້​ສົມ​ບູນ​ແບບ, ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ເສ​ລີ​ພາບ ປະ​ຊາ​ທິ​ປະ​ໄຕ​ຂອງ​ພົນ​ລະ​ເມືອງ, ລະ​ບອບ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. ສາດ​ສະ​ດາ​ຈານ, ດ​ຣ ເລ​ມີງ​ທົງ, ຮອງ​ຫົວ​ຫນ້າ ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່​ງ​ຊາ​ດ ໄດ້​ຢືນ​ຢັນ​ວ່າ:

        “ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກາດ​ໃຊ້​ກົດ​ໝາຍ​ຫລາຍ​ສະ​ບັບ​ກ່ຽວ​ກັບ​ກົງ​ຈັກ​ລັດ​ຄື ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ, ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ບານ, ກົດ​ໝາຍ​ວ່າ​ດ້ວຍ​​ອົງ​ການໄອ​ຍະ​ການ​ປະ​ຊາ​ຊົນ, ກົດ​ໝາຍ​ວ່າ​ດ້ວຍ​ສານ​ປະ​ຊາ​ຊົນ,ກົດ​ໝາຍກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ, ແນວ​ຄິດ​ເຄົາ​ລົບ​ສິດ​ທິ​ມະ​ນຸດ ແມ່ນ​ແນວ​ຄິດ​​ທະ​ລຸ​ລົງໃນ​ບັນ​ດາ​ກົດ​ໝາຍ​ພົ້​ນ​ເດັ່ນ​ຄື: ປະ​ມວນ​ກົດ​ໝາຍ​ແພ່ງ, ດຳ​ເນີນ​ຄະ​ດີ​ແພ່ງ, ກົດ​ໝາຍ​ອາ​ຍາ, ກົດ​ໝາຍດ​ວ່າ​ດ້ວຍ​ການ​ເຫລື້ອມ​ໃສ​ສາ​ສະ​ຫນາ…. ນອກນັ້ນ ບັນ​ດາ​ກົດ​ໝາຍ​ກໍ​ສືບ​ຕໍ່​ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ໃຫ້​ສົມ​ບູນ​ແບບ.”

        ວຽກ​ງານ​ສ້າງ​ກົດ​ໝາຍ​ຂອງ​ສ​ະ​ພາ​ແຫ່ງ​ຊາດ ໃນ 70 ປີ​ຜ່ານ​ມາ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ລະ​ບົບ​ກົດ​ໝາຍ​ເປັນ​ຄົບ​ຊຸດ, ຄົບ​ຖ້ວນກວ່າ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມຫວຽດ​ນາມ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ