ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທົ່ວ​ໂລກ

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 24 – 28 ກັນຍາ ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 ໄດ້ປົກຄຸມດ້ວຍຄວາມສ່ຽງ ເກີດການປະທະກັນແຜ່ລາມໃນວົງກວ້າງຢູ່ຫຼາຍບ່ອນໃນທົ່ວໂລກ, ພ້ອມກັນນັ້ນ ຄວາມຮຽກຮ້ອງຕ້ອງປະຕິຮູບ ສປຊ ຢ່າງເລິກເຊິ່ງກວ້າງຂວາງ ພວມນັບມື້ນັບຮີບດ່ວນກວ່າ.

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທົ່ວ​ໂລກ - ảnh 1ກອງປະຊຸມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ນິວຢອກ (ອາເມລິກາ (ພາບ: THX/TTXVN)

ກ່ອນຈຸດເວລາດຳເນີນ ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 (UNGA - 79), ການນຳຫຼາຍປະເທດໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດຂອງ ສປຊ (22 – 23/09) ແລະ ຮັບຮອງເອົາສົນທິສັນຍາ ອະນາຄົດ, ວາງອອກ 56 ຄຳໝັ້ນສັນຍາການກະທຳໃນຊຸມທົດສະວັດຈະມາເຖິງ. ນີ້ໄດ້ຮັບຖືວ່າແມ່ນການກະຕຸກຊຸກຍູ້ໃຫ້ແກ່ UNGA – 79, ໃນສະພາບການ ບົດບາດຮັບປະກັນສັນຕິພາບ, ຄວາມໝັ້ນຄົງທົ່ວໂລກ ຂອງ ສປຊ ຖືກສົງໄສກ່ວາເວລາໃດໝົດ.

ຂາດສະຖຽນລະພາບໃນທົ່ວໂລກ

ໃນຈຸດເວລາບັນດາການເຄື່ອນໄຫວທາງການທູດຂັ້ນສູງທຳອິດ ພວມໄດ້ດຳເນີນຢູ່ ນິວຢອກ, ໂລກພັດເຫັນປະຈັກຕາຄວາມສ່ຽງເກີດການປະທະກັນໃໝ່. ຢູ່ພາກຕາເວັນອອກກາງ, ສະພາບການສູ້ຢັນກັນລະຫວ່າງ ອິດສະລາແອັນ ແລະ ກຳລັງ Hezbollah ຢູ່ລີບັງ ພວມມີຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ລະດັບຮ້າຍແຮງ, ຍູ້ໃຫ້ທັງສອງຝ່າຍອາດຈະຕົກເປັນສົງຄາມຮອບດ້ານ.  ບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະລາແອັນ ເລັ່ງໃສ່ເຂດພາກໃຕ້ຂອງລີບັງໃນວັນທີ 23 ກັນຍາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເກືອບ 500 ຄົນ ໂດຍກາຍເປັນວັນທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດຢູ່ ລີບັງນັບແຕ່ພາຍຫຼັງສົງຄາມພາຍໃນ ປະເທດນີ້ ໃນໄລຍະ 1975 – 1990. ກ່ອນນັ້ນ 1 ວັນ, ກຳລັງ Hezbollah ໄດ້ຖະແຫຼງເປີດການປະທະກັນທີ່ບໍ່ມີວັນສິ້ນສຸດກັບ ອິດສະລາແອັນ. ໃນສະພາບການປະທະກັນລະຫວ່າງ ອິດສະລາແອັນນ ແລະ ຂະບວນການ ຮາມາດສ ຢູ່ເຂດກາຊາ ທີ່ແກ່ຍາວມາເປັນເວລາເກືອບ 1 ປີ ແລະ ຍັງບໍ່ມີວັນສິ້ນສຸດ, ຄວາມສ່ຽງເກີດການປະທະກັນລະຫວ່າງ ອິດສະລາແອັນ ແລະ ກຳລັງ Hezbollah, ເຊິ່ງແມ່ນສຳພັນທະມິດທີ່ໃກ້ຊິດສະໜິດແໜ້ນ ແລະ ມີກຳລັງບົ່ມຊ້ອນແຮງກ່ວາຫຼາຍ ເມື່ອທຽບໃສ່ກັບ ຮາມາດສ, ອາດຈະເຮັດໃຫ້ທົ່ວເຂດຕາເວັນອອກກາງ ຕົກເຂົ້າສູ່ສົງຄາມຢ່າງຮອບດ້ານທີ່ດຸເດືອດກ່ວາອີກ.

ສິ່ງຕ່າງໆທີ່ພວມເກີດຂຶ້ນຢູ່ພາກຕາເວັນອອກກາງ ໄດ້ເຮັດໃຫ້ຄວາມຮຽກຮ້ອງການປະຕິບັດບົດບາດຮັບປະກັນສັນຕິພາບ, ຄວາມໝັ້ນຄົງທົ່ວໂລກຂອງ ສປຊ ນັບມື້ນັບຮີບດ່ວນກ່ວາ. ນັບແຕ່ເວລາເກີດການປະທະກັນຢູ່ເຂດກາຊາ ເມື່ອເດືອນຕຸລາ ປີ 2023 ຈົນຮອດສະພາບການເກີດສົງຄາມຄືໃນປັດຈຸບັນຢູ່ພາກໃຕ້ລີບັງ, ມີສາມັນຊົນເກືອບ 50.000 ຄົນເສຍຊີວິດ, ໃນນັ້ນເກືອບ 2/3ແມ່ນ ແມ່ຍິງ ແລະ ເດັກນ້ອຍ. ເຖິງຢ່າງໃດກໍຕາມ, ນອກຈາກບັນດາການເຄື່ອນໄຫວກູ້ຊ່ວຍດ້ານມະນຸດສະທຳແລ້ວ, ເບິ່ງຄືວ່າ ສປຊ ຕົກເຂົ້າສູ່ສະພາບການຈົນຕາແຈ ໃນການຊຸກຍູ້ ແລະ ຈັດວາງບາງມາດຕະການດ້ານການເມືອງເພື່ອແນໃສ່ຢຸດຕິການປະທະກັນຢ່າງສິ້ນເຊິງ. ຕາມຜູ້ຕາງໜ້າຂອງຫຼາຍປະເທດສະມາຊິກ ສປຊ ແລ້ວ, ສາຍເຫດຂອງສະພາບການຈົນຕາແຈນີ້ແມ່ນກົນໄກເຄື່ອນໄຫວທີ່ ບໍ່ມີຄວາມເໝາະສົມແລ້ວຂອງ ສະພາຄວາມໝັ້ນຄົງ ສປຊ, ເຊິ່ງແມ່ນສະຖານທີ່ 5 ປະເທດສະມາຊິກຖາວອນ (ລວມມີ: ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ ແລະ ຈີນ) ມີສິດປະຕິເສດ. ດັ່ງນັ້ນ, ການປະຕິຮູບ ສປຊ, ພິເສດແມ່ນ ສະພາຄວາມໝັ້ນຄົງ ສປຊ ຕ້ອງປະຕິບັດໃນທັນທີ. ທ່ານປະທານາທາບໍດີ ຈີເລ Gabriel Boric, ປະກາດວ່າ:

ປີ 2024 ບໍ່ແມ່ນປີ 1945. ພວກເຮົາໄດ້ເຫັນປະຈັກຕາເປັນຫຼາຍຄັ້ງ ມີບາງປະເທດ ຍ້ອນຄວາມຂັດແຍ້ງກັນດ້ານພູມີສາດການເມືອງ ໄດ້ປະຕິເສດ ມະຕິສະບັບໜຶ່ງ. ແຕ່ໂລກໃນປັດຈຸບັນບໍ່ຄືແນວນັ້ນ. ບັນດາປະເທດນີ້ບໍ່ຄວນມີສິດປະຕິເສດ ແລະ ສະພາຄວາມໝັ້ນຄົງ ບໍ່ເປັນຜູ້ຕາງໜ້າໃຫ້ແກ່ໂລກໃນປັດຈຸບັນ.

ໂດຍເຫັນດີຕໍ່ທັດສະນະນີ້, ທ່ານ Hakan Fidan ລັດຖະມົນຕີການຕ່າງປະເທດ ຕວັກກີ ກໍ່ຖືວ່າຕ້ອງຍົກສູງສິດອຳນາດຂອງ ສະມັດຊາໃຫຍ່ ສປຊ ເຊິ່ງແມ່ນສະຖານທີ່ເຕົ້າໂຮມທຸກປະເທດສະມາຊິກ ສປຊ ແທນທີ່ໃຫ້ການສຸມສິດອຳນາດໃສ່ ສະພາຄວາມໝັ້ນຄົງ ສປຊ.

ພວກເຮົາຕ້ອງຫັນຂັ້ນຕອນອອກຂໍ້ຕົກລົງຢູ່ສປຊ ເປັນປະຊາທິປະໄຕ. ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ບໍ່ອາດສາມາດປະຕິໃຫ້ແຕ່ເຈດຈຳນົງ ຂອງກຸ່ມທີ່ມີສິດພິເສດ ເຊິ່ງມີພຽງແຕ່ຈຳນວນໜ້ອຍປະເທດ. 

ການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ

ໄປຄຽງຄູ່ກັບຄວາມຮຽກຮ້ອງຕ້ອງປະຕິຮູບ ສປຊ ຢ່າງຮີບດ່ວນ ເພື່ອໃຫ້ອົງການປະຕິບັດພາລະກຳສູງທີ່ສຸດໃນການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຢ່າງມີປະສິດທິຜົນ, UNGA - 79 ກໍ່ຕ້ອງປຶກສາຫາລືຫຼາຍສິ່ງທ້າທາຍໃຫຍ່ຫຼວງອື່ນໆໃນທົ່ວໂລກ, ພົ້ນເດັ່ນແມ່ນຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດຂອງບັນດາປະເທດ ແລະ ຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຕາມວິວັດທະນາການ  2030 ຂອງສປຊ. ໂດຍກ່ຽວຂ້ອງເຖິງວິກິດການທາງດ້ານດິນຟ້າອາກາດ, UNGA – 79 ແມ່ນເຫດການການຕ່າງປະເທດສັນຂັ້ນສູງສຸດທ້າຍກ່ອນທີ່ຈະດຳເນີນກອງປະຊຸມສຸດຍອດຄັ້ງທີ 29 ຂອງບັນດາຝ່າຍເຂົ້າຮ່ວມສົ້ນທິສັນຍາແມ່ຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - COP 29 ທີ່ຈະໄດ້ຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງຢູ່ ອາແຊັກໄບຊານ, ດັ່ງນັ້ນ, ບັນດາປະເທດຕ້ອງມີຄວາມເອກະພາບບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່ໄຝ່ສູງກ່ວາໂດຍໄວ.

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ປຶກ​ສາ​ຫາ​ລື​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທົ່ວ​ໂລກ - ảnh 2ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ ແຫ່ງ ສປຊ (FAO)  (ພາບ: Xinhua)

ສຳລັບວິວັດທະນາການປະຕິບັດບັນດາ SDGs ຮອດປີ 2030, ສປຊ ກໍ່ຕ້ອງສ້າງກຳລັງໜູນໃໝ່ໃຫ້ແກ່ບັນດາປະເທດສະມາຊິກໃນສະພາບການບັນດາ SDGs ເກືອບທັງໝົດລ້ວນແຕ່ຖືກຜົນກະທົບຢ່າງແຮງ ຈາກສະພາບການຄວາມໝັ້ນຄົງຂາດສະຖຽນລະພາບ ແລະ ຜົນກະທົບທີ່ນັບມື້ນັບຮ້າຍແຮງຂອງການປ່ຽນແປງຂອງດິນຟ້າອາກາດ. ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ ແຫ່ງ ສປຊ (FAO) ໃຫ້ຮູ້ວ່າ:

ໂລກພວມປະເຊີນໜ້າກັບສະພາບການຄ້ຳປະກັນດ້ານສະບຽງອາຫານ ແລະ ທາດໂພສະນາການ ຊຸດໂຊມ. ໃນປີ 2023, ມີປະຊາຊົນກວ່າ 730 ລ້ານຄົນໃນທົ່ວໂລກ ຕ້ອງປະເຊີນໜ້າກັບໄພອຶດຫິວ ແລະ 2,3 ຕື້ຄົນ ໃນສະພາບການຂາດການຄ້ຳປະກັນດ້ານສະບຽງອາຫານ ຢູ່ລະດັບປານກາງ ແລະ ຮ້າຍແຮງ. ພວກເຮົາພວມໃນໄລຍະບໍ່ບັນລຸໄດ້ ບໍ່ວ່າ SDGs ໃດ ແລະ ກໍ່ພວມເຫັນປະຈັກຕາ ການຂາດຄວາມສະເໝີພາບທີ່ຍືດເຍື້ອ ໃນຫຼາຍຂົງເຂດ, ນັບແຕ່ລາຍຮັບ, ຄວາມສະເໝີພາບທາງເພດ ຕະຫຼອດຮອດການສຳຜັດກັບບັນດາຊັບສິນ ແລະ ກາລະໂອກາດ.

ການຮ່ວມມືໃຕ້ - ໃຕ້ລະຫວ່າງບັນດາປະເທດ ພວມພັດທະນາກໍ່ແມ່ນຫົວຂໍ້ໃຫຍ່ທີ່ເປັນໜ້າ ສົນໃຈຢູ່ UNGA-79, ໃນສະພາບການບັນດາປະເທດພວມພັດທະນາ, ຍັງໄດ້ເອີ້ນວ່າ ໂລກເຂດພາກໃຕ້, ພວມນັບມື້ນັບມີສຽງເວົ້າທີ່ແຮງກວ່າໃນບັນດາປະເທດ ສາກົນ. ນັບທັງຊຸມວັນທຳອິດຂອງສັບປະດາການຕ່າງປະເທດທີ່ໃຫຍ່ຫຼວງທີ່ສຸດໃນປີ ທີ່ໄດ້ຈັດຂຶ້ນຢູ່ ນິວຢອກ, ມີການພົບປະສອງຝ່າຍນັບຮ້ອຍຄັ້ງລະຫວ່າງບັນດາປະເທດພວມພັດທະນາໄດ້ຮັບການຈັດຂຶ້ນ ແລະ ຫັນເປັນລະອຽດດ້ວຍຂໍ້ຕົກລົງຮ່ວມມືຫຼາຍສະບັບໃນຫຼາຍຂົງເຂດ ນັບແຕ່ເສດຖະກິດ, ການຄ້າຕະຫຼອດຮອດ ພະລັງງານ, ເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ