(vovworld)- ໃນຊຸມມື້ນີ້, ທົ່ວປະເທດຫວຽດນາມ ພວມດຳເນີນການເຄື່ອນໄຫວ ອັນແທດຈິງ ແລະ ມີຄວາມໝາຍຫລາຍຢ່າງ ເພື່ອສະເຫລີມສະຫລອງ 66 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ(27/7/1947-27/7/2013). ໃນຫລາຍປີຜ່ານມາ, ພັກ ແລະ ລັດ ຫວຽດນາມ ໄດ້ເອົາໃຈໃສ່ທີ່ສຸດເຖິງການເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ທະຫານເສຍອົງຄະ, ນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ ແລະ ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ພິເສດແມ່ນເອົາໃຈໃສ່ເຖິງການສ້າງລະບົບນະໂຍບາຍຕອບບູນແທນຄຸນໃຫ້ສົມບູນແບບ. ເນື່ອງໃນໂອກາດນີ້, ນັກຂ່າວ ທູຮັ່ງ ມີບົດຂຽນທີ່ພາດຫົວເລື່ອງວ່າ: ສະແດງຄວາມຮູ້ບູນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
ວັນທີ 27/7/1947, ທ່ານປະທານ ໂຮ່ຈິມີນ ໄດ້ສົ່ງຈົດໝາຍໃຫ້ຄະນະປະຈຳຄະນະຈັດຕັ້ງ“ວັນທະຫານເສຍອົງຄະທົ່ວປະເທດ” ເພື່ອສະແດງຄວາມຮູ້ບູນຄຸນຕໍ່ທະຫານເສຍອົງຄະ, ທະຫານເຈັບປວຍ, ນັກຮົບທ່ີເສຍສະຫລະຊີວິດເພື່ອຊາດ, ຄອບຄົວນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ນັບແຕ່ນັ້ນເປັນຕົ້ນໄປ, ເພື່ອອາໄລຫາຜູ້ທີ່ໄດ້ເສຍເລືອດເນື້ອຂອງຕົນເພື່ອປະເທດຊາດ ແລະ ສະແດງຄວາມຮູ້ບູນຄຸນຕໍ່ບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຍາມໃດ ພັກ ແລະ ລັດຫວຽດນາມ ກໍສ້າງຫລາຍແຜນນະໂຍບາຍ, ນະໂຍບາຍໃຫມ່ສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສອດຄອ່ງກັບແຕ່ລະໄລຍະພັດທະນາຂອງປະເທດຊາດ. ບັນດານະໂຍບາຍນັບມື້ນັບແທດຈິງ ແລະ ຫວ່າງແລ້ວນີ້ ຄະນະປະຈຳສະພາແຫ່ງຊາດໄດ້ປະກາດໃຊ້ລັດຖະບັນຍັດກ່ຽວກັບການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເມື່ອເດືອນ 7/2012. ເດືອນ 4/2013, ລັດຖະບານໄດ້ປະກາດໃຊ້ດຳລັດໂດຍກຳນົດລະອຽດ, ແນະນຳການປະຕິບັດບາງມາດຕາຂອງລັດຖະບັນຍັດບຸລິມະສິດຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານຮ່ວາງກົງທາຍ, ຫົວຫນ້າກົມຮັບຜິດຊອບບັນຫາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ສັງກັດກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ:
“ດຳລັດມີບາງຈຸດໃຫມ່. ທີຫນຶ່ງ ບັນດາເປົ້າໝາຍແມ່ນຜູ້ເຄື່ອນໄຫວໃນໄລຍະຕໍ່ຕ້ານທີ່ຖືກສັດຕູຈັບຕົວຄຸ້ມຂັງ, ກ່ອນນີ້ເຂົາເຈົ້າພຽງໄດ້ຮັບການອຸດຫນູນເທື່ອຫນຶ່ງເທົ່ານັ້ນ ແຕ່ປະຈຸບັນ ໄດ້ຮັບການອຸດຫນູນໃນແຕ່ລະເດືອນ. ທີສອງ, ລະບອບປີ່ນປົວແລະບຳລຸງສຸຂະພາບໃຫ້ແກ່ເປົ້າໝາຍດັ່ງກ່າວ ກ່ອນນີ້ແມ່ນ 5 ປີເທື່ອຫນຶ່ງ ແຕ່ປະຈຸບັນແມ່ນ 2 ປີ. ທີສາມ, ແມ່ຫວຽດນາມວິລະຊົນ ແລະ ຜູ້ຖືກຕິດທາດພິດເຄມີຈາກ 81% ຂຶ້ນໄປ ຈະໄດ້ຮັບລະດັບອຸດຫນູນໃຫ້ແກ່ຜູ້ຮັບໃຊ້. ທີ 4 ເພີ່ມເຕີມຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າໄດ້ຮັບລະດັບປະກັນສຸຂະພາບ ແລະ ຮັບບັດປະກັນສຸຂະພາບ.”
ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ
ພາບ:internet
|
ພອ້ມກັບດຳລັດສະບັບດັ່ງກ່າວ, ວັນທີ 26/4/2013, ນາຍົກລັດຖະມົນຕີໄດ້ເຊັນອະນຸມັດ ແລະ ປະກາດໃຊ້ນະໂຍບາຍຫນູນຊ່ວຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກ່ຽວກັບເຮືອນຢູ່. ທ່ານຮ່ວາງກົງທາຍ ໃຫ້ຮູ້ວ່າ:
“ລັດຖະບານໄດ້ສະຫງວນງົບປະມານ 2500 ຕື້ດົ່ງ. ພ້ອມກັບຈຳນວນເງິນດັ່ງກ່າວແຫລ່ງກຳລັງຂອງຄອບຄົວຜູ້ມີຄຸນງາມຄວາມດີ ແລະ ແຫລ່ງທຶນຈາກສັງຄົມ ນັ້ນກໍ່ສາມາດສ້າງສຳເລັດເຮືອນຢູ່ 71.000 ຫລັງໃຫ້ແກ່ຜູ້ມີຄຸນງາມຄວາມດີທີ່ພວມປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່. ”
ບັນດານະໂຍບາຍທີ່ແທດຈິງຂອງພັກ ແລະ ລັດ ທີ່ມີຕໍ່ຜູ້ມີຄຸນງາມຄວາມດີໄດ້ກາຍເປັນນິຕິກຳສຳຄັນເພື່ອໃຫ້ບັນດາຂະແຫນງການ, ທຸກຂັ້ນ ແລະ ໝູ່ມະຫາຊົນທັງໝົດໃນສັງຄົມປະຕິບັດການເຄື່ອນໄຫວຕອບບູນແທນຄຸນເປັນປະຈຳ. ໃນຊຸມປີຜ່ານມາ, ຂະແຫນງການຕ່າງໆ, ໝູ່ມະຫາຊົນ ແລະ ບັນດາທ້ອງຖິ່ນ ມີຫລາຍຮູບການ, ມາດຕະການ ແລະ ວິທີປະຕິບັດການຕອບບູນແທນຄຸນຢ່າງມີຫົວຄິດປະດິດສ້າງ, ຮ່ວມແຮງຮ່ວມໃຈເບິ່ງແຍງດູແລບັນດາຄອບຄົວປະຕິວັດ. ມີການເຄື່ອນໄຫວທີ່ແທດຈິງຫລາຍຢ່າງຜ່ານຂະບວນການຕ່າງໆຄື: ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ປະກອບທຶນ “ຕອບບູນແທນຄຸນ”, ສ້າງຕັ້ງ “ກຸ່ມທະຫານເສຍອົງຄະແຫ່ງສາຍຈິດມິດໃຈ”, “ໄປຊອກຫາເພື່ອນຮ່ວມກົມກອງ”, “ຕາແສງເຮັດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ”…. ໄດ້ນຳມາເຊິ່ງປະສິດທິຜົນອັນໃຫຍ່ຫລວງ. ຕາມນັ້ນແລ້ວ, ໃນຈຳນວນຜູ້ມີຄຸນງາມຄວາມດີ 8,8 ລ້ານຄົນໃນທົ່ວປະເທດ, ມີ 1,4 ລ້ານຄົນໄດ້ຮັບການອຸດຫນູນປະຈຳເດືອນ. ຈາກກອງທຶນຕອບບູນແທນຄຸນດ້ວຍຈຳນວນເງິນເກືອບ 2.600 ຕື້ດົ່ງ, ໄດ້ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ຜູ້ມີຄຸນງາມຄວາມດີກວ່າ 400 ຫລັງ. ນອກນັ້ນ ຜູ້ມີຄຸນງາມຄວາມດີອື່ນນັບລ້ານຄົນກໍໄດ້ຮັບການຊ່ວຍເຫລືອ, ຫນູນຊ່ວຍເປັນປະຈຳ, ອັນໄດ້ຊ່ວຍໃຫ້ຜູ້ມີຄຸນງາມຄວາມດີມີຄວາມເຊື່ອໝັ້ນກວ່າ ແລະ ສືບຕໍ່ອຸທິດສ່ວນໃຫ້ແກ່ພາລະກິດລວມຂອງສັງຄົມ.
ເຮືອນແຫ່ງສາຍຈິດມິດໃຈ
ພາບ:internet
|