(vovworld) - ເພີ່ມທະວີການພົວພັນກັບຕ່າງປະເທດຮັບໃຊ້ເສດຖະກິດແມ່ນຫນຶ່ງໃນ 5 ຫນ້າທີ່ຈຸດສຸມຂອງການພົວພັນຕ່າງປະເທດແຫ່ງຊາດຂອງ ຫວຽດນາມ ໃນປີ 2013 ກໍຄືໃນໄລຍະໃຫມ່, ເພື່ອສະແຫວງຫາບັນດາແຫລ່ງກຳລັງອັນໃຫຍ່ຫລວງກວ່າໃຫ້ແກ່ການພັດທະນາປະເທດຊາດ. ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຂຸດຄົ້ນບັນດາຕະຫລາດໃຫມ່ທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງ, ບັນດາວິສາຫະກິດ ຫວຽດນາມ ຕ້ອງມີການຫນູນຊ່ວຍ, ເປີດຊ່ອງທາງໃຫ້ແກ່ບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດ. ນີ້ບໍ່ພຽງແຕ່ແມ່ນຄວາມເອົາໃຈໃສ່ຕົ້ນຕໍຂອງວິສາຫະກິດ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຄວາມຕັດສິນໃຈຂອງຂະແຫນງການທູດ ຫວຽດນາມ ໃນປີ 2013 ທ່ານ ຟ້າມບິ່ນມີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວເນ່ືອງໃນໂອກາດຕົ້ນລະດູບານໃຫມ່ປີມະເສງ 2013 ໃນລາຍການປະຊາຊົນຕັ້ງຄຳຖາມ, ລັດຖະມົນຕີໃຫ້ຄຳຕອບ. ນັກຂ່າວ ແອນຮ່ວຽນ ຄັດສະເຫນີບາງເນື້ອໃນຂອງລາຍການນີ້.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ນມີນ
ພາບ:internet
|
ປີ 2012, ເຖິງວ່າສະພາບການເສດຖະກິດປະສົບກັບຄວາມຫຍຸ້ງຍາກກໍຕາມ, ແຕ່ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດຂອງ ຫວຽດນາມ ຍັງຄົງບັນລຸກວ່າ 13 ຕື້ USD, ບັນດານັກອຸປະຖຳ ຍັງຄົງສະຫງວນທຶນ ODA ໃຫ້ແກ່ ຫວຽດນາມ ກວ່າ 6,4 ຕື້ USD. ຕົວເລກດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນສຳລັບແງ່ຫວັງພັດທະນາເສດຖະກິດ ຂອງຫວຽດນາມ. ພິເສດ, ໃນປີຜ່ານມາ, ຈຳນວນເງິນຕາຕ່າງປະເທດຊຶ່ງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ເພີ່ມຂຶ້ນຫລາຍເມື່ອທຽບໃສ່ປີ 2011, ຄາດວ່າບັນລຸກວ່າ 10 ຕື້ USD, ຜ່ານນັ້ນ ນຳ ຫວຽດນາມ ກາຍເປັນປະເທດຮັບເງິນຕາຕ່າງປະເທດໂດຍຊາວຕ່າງດ້າວອາໄສຢູ່ຕ່າງປະເທດຝາມາຫລາຍອັນດັບ 7 ຂອງໂລກ. ຈຳນວນເງິນຕາຕ່າງປະເທດທີ່ຊາວ ຫວຽດນາມ ຝາກມາ ສ່ວນຫລາຍແມ່ນເພື່ອລົງທຶນ, ພັດທະນາ, ຜະລິດກໍຄືຫນູນຊ່ວຍຄອບຄົວກໍ່ສ້າງເຮືອນຊານ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ. ພິເສດ ຈຳນວນເງິນຕາຊຶ່ງຊາວ ຫວຽດນາມ ຝາກມານັ້ນ ໄດ້ສົ່ງເຖິງເຂດຊົນນະບົດ, ເຂດຫ່າງໄກສອກຫລີກ ປະກອບສ່ວນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ທ່ານ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ນມີນ ໄດ້ໃຫ້ຂໍ້ສັງເກດວ່າ:
“ຈຳນວນເງິນຕາຊຶ່ງຊາວ ຫວຽດນາມ ຝາກມານັ້ນ ແມ່ນກວມ 60 - 70% ແຫລ່ງເງິນລົງທຶນຂອງຕ່າງປະເທດ ເຂົ້າ ຫວຽດນາມ ນັບແຕ່ປີ 1991 ມາຮອດປະຈຸບັນ. ນີ້ແມ່ນແຫລ່ງເງິນຢ່າງແທ້ຈິງເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ປະກອບສ່ວນຮັກສາອັດຕາແລກປ່ຽນເງິນຕາໃຫ້ເປັນປົກກະຕິ ກໍຄືເພີ່ມຈຳນວນການສະສົມເງິນຕາຕ່າງປະເທດໃຫ້ແກ່ ຫວຽດນາມ. ພວກເຮົາ ມີຄວາມເຄົາລົບນັບຖືຕໍ່ຊາວຫວຽດນາມທີ່ພວມຮຳ່ຮຽນ, ເຮັດວຽກຢູ່ຕ່າງປະເທດທີ່ໄດ້ຝາກເງິນຕາຕ່າງປະເທດມາ, ສິ່ງດັ່ງກ່າວທັງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ກໍຄືຄອບຄົວຂອງເຂົາເຈົ້າອີກດ້ວຍ.”
ຈຸດພົ້ນເດັ່ນທີ່ສ້າງຄວາມປະທັບໃຈໃນປີ 2012 ນັ້ນແມ່ນເປັນຄັ້ງທຳອິດ ພາຍຫລັງ 19 ປີ ທີ່ຫວຽດນາມ ສົ່ງອອກສິນຄ້າເກີນດຸນ ແລະ ໄດ້ຮັບການຕີລາຄາຈາກບັນດາຜູ້ຊ່ຽວຊານແມ່ນຫນຶ່ງໃນບັນດາຂົງເຂດພົ້ນເດັ່ນສຳຄັນທີ່ສຸດໃນສະພາບເສດຖະກິດທົ່ວໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ ໄດ້ ແລະ ພວມຜ່ານຜ່າໄລຍະຫຍຸ້ງຍາກ. ພວກເຮົາບັນລຸໄດ້ຜົນງານດັ່ງກ່າວຍ້ອນຄວາມມານະພະຍາຍາມລວມຂອງພື້ນຖານເສດຖະກິດກໍຄືການປະຕິບັດຢ່າງຂ້ຽວຂາດ, ແຂງແຮງຂອງທັງລະບົບການເມືອງ, ໃນນັ້ນ ມີການປະກອບສ່ວນບໍ່ແມ່ນຫນ້ອຍຂອງຂະແຫນງການທູດ ຫວຽດນາມ.
ປີ 2013, ເສດຖະກິດໂລກໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແຕ່ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ຢືນຢັນວ່າ: ການພົວພັນກັບຕ່າງປະເທດກ່ຽວກັບຂົງເຂດເສດຖະກິດຈະສືບຕໍ່ສຸມໃສ່ເປັນເສນາທິການ, ສະຫນອງຂໍ້ມູນຂ່າວສານກ່ຽວກັບສະພາບເສດຖະກິດ, ຕີລາຄາທ່າອ່ຽງເສດຖະກິດຂອງບັນດາປະເທດເພື່ອສະຫນອງຂໍ້ມູນຂ່າວສານ, ເປັນເສນາທິການໃຫຍ່ແກ່ບັນດາກະຊວງ, ຂະແຫນງການ, ວິສາຫະກິດພາຍໃນປະເທດ. ຂະແຫນງການທູດກໍເພີ່ມທະວີການຊອກຮູ້, ຄົ້ນພົບບັນດາຕະຫລາດ, ບັນດາປະເທດມີຄວາມສາມາດບ່ົມຊ້ອນຮ່ວມມືຂອງ ຫວຽດນາມ ກັບພາຍນອກ, ແນະນຳໃຫ້ບັນດາວິສາຫະກິດ. ພິເສດ ຂະແຫນງການທູດ ຫນູນຊ່ວຍປົກປັກຮັກສາອິດທິພົນຂອງບັນດາຜະລິດຕະພັນກຸ້ງ ຫວຽດນາມ ຢູ່ຕະຫລາດໂລກ ຕໍ່ຫນ້າໄພຖືກຟ້ອງຮ້ອງຕ້ານການອຸດຫນູນຂອງ ອາເມລິກາ.
“ກະຊວງການຕ່າງປະເທດ ມີຂໍ້ມູນຂ່າວສານກ່ຽວກັບບັນຫານີ້ໂດຍໄວເພື່ອສະຫນອງໃຫ້ບັນດາກະຊວງ, ຂະແຫນງການ ແລະ ວິສາຫະກິດຂອງ ຫວຽດນາມ. ນັບແຕ່ນີ້ຮອດເດືອນ 7, ແມ່ນຈຸດເວລາທີ່ຝ່າຍ ອາເມລິກາ ຍົກອອກຄຳຕັດສິນກ່ຽວກັບກໍລະນີດັ່ງກ່າວ, ກະຊວງການຕ່າງປະເທດ ຫວຽດນາມ ຈະສົມທົບກັບກະຊວງອຸດສາຫະກຳ, ການຄ້າ ແລະ ສະຫະສະມາຄົມສົ່ງອອກກຸ້ງຂອງ ຫວຽດນາມ ເພື່ອຜັນຂະຫຍາຍບາງມາດຕະການລະອຽດ. ທີຫນຶ່ງ ແມ່ນສົມທົບກັບກະຊວງການຄ້າ, ຄະນະກຳມະການການຄ້າສາກົນຂອງ ອາເມລິກາ, ຊຶ່ງແມ່ນສອງອົງການແກ້ໄຂກໍລະນີດັ່ງກ່າວ, ຕີລາຄາຢ່າງພາວະວິໄສການກະທົບຂອງເຫດການນີ້ສຳລັບຜູ້ຜະລິດກຸ້ງຂອງ ຫວຽດນາມ ແລະ ຜູ້ອຸປະໂພກບໍລິໂພກ ອາເມລິກາ. ມາດຕະການທີ 2 ແມ່ນພວກເຮົາສົມທົບກັບບັນດາຄູ່ຮ່ວມມື, ວິສາຫະກິດ ນຳເຂົ້າສິນໃນນ້ຳຂອງອາເມລິກາ ເພື່ອສະຫນອງບັນດາຂໍ້ມູນຂ່າວສານຢ່າງພາວະວິໄສ ເພື່ອໃຫ້ເຂົາເຈົ້າອອກສຽງຄັດຄ້ານກໍລະນີຟ້ອງຮ້ອງດັ່ງກ່າວ.”
ລາຍການປະຊາຊົນຕັ້ງຄຳຖາມ, ລັດຖະມົນຕີໃຫ້ຄຳຕອບ
ພາບ:internet
|
ປະຈຸບັນ, ຫວຽດນາມ ມີອົງການທູຕານຸທູດເກືອບ 100 ແຫ່ງຢູ່ຕ່າງປະເທດ. ອາດຈະເວົ້າໄດ້ວ່າ, ບັນດາອົງການດັ່ງກ່າວພວມເຄື່ອນໄຫວຢ່າງຕັ້ງຫນ້າເພື່ອຜັນຂະຫຍາຍບັນດາໂຄງການ, ແຜນການເພີ່ມທະວີການພົວພັນກັບຕ່າງປະເທດກ່ຽວກັບຂົງເຂດເສດຖະກິດ. ປີ 2012, ຂະແຫນງການທູດ ໄດ້ສຳເລັດການສ້າງຍຸດທະສາດສັງລວມກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນ ມີຍຸດທະສາດຮ່ວມມືກັບແຕ່ລະປະເທດ, ແຕ່ລະອົງການ, ພາກພື້ນກ່ຽວກັບຂົງເຂດຂາອອກຂາເຂົ້າ, ການລົງທຶນ ເພື່ອສະແຫວງຫາບັນດາແຫລ່ງກຳລັງທີ່ໃຫຍ່ຫລວງກວ່າໃຫ້ແກ່ປະເທດຊາດ. ປີ 2013, ການພົວພັນກັບຕ່າງປະເທດກ່ຽວກັບຂົງເຂດເສດຖະກິດ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ, ໃນສະພາບປະເທດຊາດ ກໍຄືໂລກພວມຢູ່ໃນໄລຍະພັດທະນາໃຫມ່. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ນມິນ ຢືນຢັນວ່າ:
“ໃນປີ 2013, ພວກເຮົາຍັງຄົງສືບຕໍ່ທ່າອ່ຽງເພີ່ມທະວີການພົວພັນກັບອາເມລິກາ ລາຕີນ ພ້ອມທັງເປີດກວ້າງອອກສູ່ບັນດາພາກພື້ນອື່ນ, ນັ້ນແມ່ນຕາເວັນອອກກາງ, ອາຟະລິກາເຊິ່ງແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ.”
ໂດຍແມ່ນຫນຶ່ງໃນຈຳນວນ 3 ເສົາຄ້ຳຂອງການທູດ ຫວຽດນາມ, ພ້ອມກັບການພົວພັນກັບຕ່າງປະເທດໃນຂົງເຂດການເມືອງ, ວັດທະນະທຳ, ການພົວພັນກັບຕ່າງປະເທດໃນຂົງເຂດເສດຖະກິດພວມຕັ້ງຫນ້າສະແດງໃຫ້ເຫັນບົດບາດເປັນເສນາທິການ, ຕີລາຄາທ່າອ່ຽງສະພາບການ, ສະເຫນີການເລືອກເຟັ້ນຄູ່ຮ່ວມມືເສດຖະກິດການຄ້າໃຫ້ຖືກຕ້ອງຕາມທິດເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງ ຫວຽດນາມ, ປະກອບສ່ວນນຳມາເຊິ່ງບັນດາແຫລ່ງກຳລັງທີ່ໃຫຍ່ຫລວງກວ່າໃຫ້ແກ່ປະເທດຊາດ