ການຄ້າ ເອເລັກໂຕນິກ ຂ້າມຊາຍແດນ ພວມມີການພັດທະນາຢ່າງແຮງໃນທົ່ວໂລກ (ພາບ: TTXVN) |
ການສົ່ງອອກທາງໄກບໍ່ພຽງແຕ່ຊ່ວຍວິສາຫະກິດເພີ່ມຈຳນວນລູກຄ້າ, ເພີ່ມຂອບເຂດການສຳຜັດກັບຕະຫຼາດເທົ່ານັ້ນ ຫາກຍັງປະກອບສ່ວນນຳເຄື່ອງໝາຍການຄ້າ ຫວຽດນາມ ໄປຍັງຜູ້ບໍລິໂພກອະປະໂພກຢູ່ຫຼາຍຕະຫຼາດໃນໂລກ.
ວິສາຫະກິດເປັນເຈົ້າການໃນການສົ່ງອອກຜ່ານພື້ນຖານດີຈີຕອນ
ຕາມການສະຖິຕິຂອງ Amazon Global Selling ໃນເດືອນມິຖຸນາຜ່ານມາ ໃຫ້ຮູ້ວ່າ ຈຳນວນຜະລິດຕະພັນໂດຍວິສາຫະກິດ ຫວຽດນາມ ຂາຍໄດ້ໃນພື້ນຖານ Amazon ເພີ່ມຂຶ້ນກ່ວາ 300%ໃນ 5 ປີຜ່ານມາ. ມີວິສາຫະກິດຂະໜາດກາງແລະນ້ອຍນັບພັນແຫ່ງຂອງ ຫວຽດນາມ ປັດຈຸບັນ ພວມສົ່ງອອກຜ່ານ Amazon, ດ້ວຍຈຳນວນວິສາກະກິດບັນລຸລາຍຮັບກ່ວາ 1 ລ້ານUSD ຕໍ່ປີ, ເພີ່ມຂຶ້ນທົບ 10 ເທົ່າ.
ບໍລິສັດໃຫຍ່ຜັກໝາກໄມ້ ຜະລິດຕະພັນກະເສດ, ບໍລິສັດຫຸ້ນສ່ວນ Vegetexco ໃຫ້ຮູ້ວ່າໃນຊຸມປີມໍ່ໆມານີ້, ວິສາຫະກິດໄດ້ສົ່ງອອກ ຜະລິດຕະພັນກະເສດໂດຍກົງໄປຍັງເອີລົບຜ່ານຕະຫຼາດເອເລັກໂຕນິກ Amazon ດ້ວຍຄວາມຕັງໜ້າ, ຄວາມເປັນເຈົ້າການເຂົ້າຮ່ວມບັນດາເວທີປາໄສ, ງານວາງສະແດງ, ສູນການຄ້າເອເລັກໂຕນິກ, ຈາກນັ້ນເຊື່ອມຕໍ່ໂດຍກົງກກັບບັນດາຜູ້ນຳເຂົ້າ. ທ່ານ ເຈື່ອງແອັງຕຸງ ຜູ້ຮັບຜິດຊອບການດຳເນີນທຸລະກິດໃຫ້ຮູ້ວ່າ:
ພວກຂ້າພະເຈົ້າສົມທົບກັບບັນດາຫົວໜ່ວຍຈຳໜ່າຍເພື່ອນຳຜະລິດຕະພັນຂອງບໍລິສັດໄປຍັງຕະຫຼາດສາກົນ, ສົມທົບກັບ Amazon. ຢູ່ທີ່ນີ້, ບໍລິສັດຂອງພວກຂ້າພະເຈົ້າໄດ້ພົບປະ, ສົມທົບກັນເພື່ອໃຫ້ສອງຝ່າຍເຊື່ອມຕໍ່ຮ່ວມມືຢ່າງສະດວກ, ຊອກຫາໄດ້ລູກຄ້າ.
ໄປຄຽງຄູ່ກັບການຍູ້ແຮງການຫັນປ່ຽນການຜະລິດ, ປ່ຽນແປງຮູບແບບສິນຄ້າຢ່າງຕໍ່ເນື່ອງ, ເໝາະສົມກັບທ່າອ່ຽງ, ຄວາມຕ້ອງການຂອງຕະຫຼາດ, ການສົ່ງອອກທາງໄກຂ້າມຊາດຜ່ານສູນການຄ້າເອເລັກໂຕນິກ ແຖວໜ້າໂລກ Alibaba ກໍ່ແມ່ນການເລືອກເຟັ້ນຂອງບໍລິສັດ ລົງທຶນ ຝຸລ້ອງ Global ຈຳກັດ ໃນຊຸມປີມໍ່ໆມານີ້. ທ່ານຫວູຕຽນນາມ, ຜູ້ອຳນວຍການບໍລິສັດ ໃຫ້ຮູ້ວ່າ:
ຮ້ານວາງຂາຍເຄື່ອງບົນພື້ນຖານດີຈີຕອນຄື Alibaba ຈະມີທ່າໄດ້ປຽບຫຼາຍຢ່າງ. ນັ້ນແມ່ນຈຳນວນລູກຄ້າຫຼາຍເກີນໄປ, ຂັ້ນຕອນໃນພື້ນຖານດີຈີຕອນຈະມີການໜູນຊ່ວຍຫຼາຍຢ່າງ ໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ. ຜູ້ຊື່ຈະມີຄວາມເຊື່ອໝັ້ນກ່ວາເມື່ອຊຳລະຍ້ອນວ່າມີຫຼາຍນະໂຍບາຍຮັບປະກັນ, ຜູ້ຂາຍກໍ່ຈະມີຄວາມອຸ່ນອ່ຽງໃຈກ່ວາ. ການຊື້, ຂາຍຈະໄດ້ເນີນໂດຍໄວ ແລະ ສະດວກກ່ວາເມື່ອທຽບໃສ່ກັບຊ່ອງທາງສົ່ງອອກກແບບເກົ່າຫຼາຍ.
ຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາເວທີປາໄສ, ງານວາງສະແດງ ບໍ່ພຽງແຕ່ວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ຮັບການເປີດກວ້າງໂອກາດສຳຜັດກັບຜູ້ຊື້ສິນຄ້າສາກົນ ເພື່ອສົ່ງອອກໂດຍກົງແບບທາງໄກເທົ່ານັ້ນ ຫາກຍັງບັນດາວິສາຫະກິດສົ່ງອອກໃຫຍ່ຂອງ ຫວຽດນາມ ກໍ່ມີໂອກາດແນະນຳ, ເຊື້ອເຊີນບັນດາຜູ້ນຳເຂົ້າມາຢ້ຽມຢາມໂຮງງານ, ຈາກນັ້ນມີໂອກາດເປີດກວ້າງຕະຫຼາດສົ່ງອອກ, ເຂົ້າຮ່ວມລະບົບສະໜອງໃຫຍ່ກ່ວາ. ໃນໄລຍະຜ່ານມາ, ມີຫຼາຍເຄື່ອງໝາຍການຄ້າຂອງ ຫວຽດນາມ ໄດ້ປະສົບຜົນສຳເລັດເມື່ອເຂົ້າຮ່ວມການສົ່ງອອກຜ່ານສູນການຄ້າ ເອເລກໂຕນິກຄື: ເຄື່ອງປັ້ນດິນເຜົາ ມິງລອງ, ເຄື່ອງໃຊ້ໃນເຮືອນຄົວ Sunhouse, ເຄື່ອງເຟນີເຈີ BeeFunrni, ຜະລິດຕະພັນກະເສດ Lafooco…ຜ່ານພື້ນຖານຂອງ Amazon, ສິນຄ້າ ຫວຽດນາມ ມີໂອກາດສຳຜັດໂດຍກົງກັບລູກຄ້າປະມານ 2 ຕື້ຄົນໃນແຕ່ລະປີຢູ່ບັນດາຕະຫຼາດພາກພື້ນ ອາເມລິກາເໜືອ, ເອີລົບ ແລະ ຫຼາຍປະເທດອື່ນຄື: ອົດສະຕາລີ, ຍີ່ປຸ່ນ, ສິງກະໂປ, ອິນເດຍ…
ທ່ານນາງ ຟານທິທັ້ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ພາບ: congthuong.vn) |
ດ້ວຍການໜູນຊ່ວຍຂອງເຕັກໂນໂລຢີ ແລະ ບັນດາສູນການຄ້າ ເອລັກໂຕນິກ, ວິສາຫະກິດອາດຈະເປັນເຈົ້າການໃນການຮັບໃບສັ່ງສິນຄ້າຢູ່ບໍ່ວ່າ ບອນໃດ, ບໍ່ວ່າເວລາໃດ, ຄວບຄຸມ ແລະ ມີການຂາຍເຄື່ອງຢ່າງມີປະສິດທິຜົນ.
ໜູນຊ່ວຍວິສາຫະກິດ ສ້າງເຄື່ອງໝາຍການຄ້າຫວຽດນາມ
ເຖິງຢ່າງໃດກໍຕາມ, ເພື່ອຂຸດຄົ້ນການຄ້າເອເລັກໂຕນິກຂ້າມຊາຍແດນຢ່າງມີປະສິດທິຜົນ, ໄປຄຽງຄູ່ກັບການເປັນເຈົ້າການ, ວິສາຫະກິດ ຕ້ອງເຂົ້າໃຈແຈ້ງ ແລະ ປະຕິບັດຕາມບັນດາຂໍ້ກກຳນົດຂອງຜະລິດຕະພັນ ແລະ ສະພາບແວດລ້ອມການຄ້າເອເລກໂຕນິກຂ້າມຊາຍແດນ. ເພື່ອໃຫ້ວິສາຫະຫະກິດກຳແໜ້ນຄວາມຮູ້ຢ່າງຄົບຖ້ວນ, ຍາດແຍ່ງກາລະໂອກາດເພື່ອຍູ້ແຮງການນຳຜະລິດຕະພັນເຄື່ອງໝາຍການຄ້າ ຫວຽດ ສົ່ງອອກຜ່ານບັນດາຊ່ອງທາງນີ້. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການແກ້ໄຂ. ທ່ານນາງ ຟານທິທັ້ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຢັ້ງຢືນວ່າ:
ກະຊວງອຸດສາຫະກຳ ແລະ ການຄ້າອາດຈະມີຫຼາຍລາຍການ ໜູນຊ່ວຍບັນດາທ້ອງຖິ່ນ ແລະ ວິສາຫະກິດໂດຍກົງ. ພວກຂ້າພະເຈົ້າຈັດຕັ້ງການປະຊຸມສຳມະນາເຊື່ອມຕໍ່ເຂດ, ຝືກອົບຮົບຢ່າງລະອຽດກ່ຽວກັບການຄ້າເອເລັກໂຕນິກ. ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ທັງໄດ້ຮັບການແນະນຳຕ້ອງເຮັດຫຍັງເພື່ອເຂົ້າຮ່ວມການຄ້າເອເລັກໂຕນິກ ແລະ ທັງໄດ້ຮັບການສອນວິທີການຂາຍເຄື່ອງໃນສູນການຄ້າເອເລກໂຕນິກ, ຈັດຕັ້ງບັນດາຫ້ອງຝືກອົບຮົບໃຫ້ເຂົາເຈົ້າ. ນີ້ແມ່ນທ່າອ່ຽງ, ແມ່ນຊ່ອງທາງນຳສິນຄ້າ ຫວຽດນາມອອກໄປສູ່ບັນດາປະເທດໂດຍໄວ ແລະ ມີປະສິດທິຜົນເຊິ່ງພວກເຮົາຕ້ອງສວຍໃຊ້.
7ເດືອນຜ່ານມາ, ການສົ່ງອອກຂອງ ຫວຽດນາມ ບັນລຸເກືອບ 277 ຕື້USD, ເພີ່ມຂຶ້ນ 15,7%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ໃນນັ້ນ, ມູນຄ່າສົ່ງອອກຂອງ ຫວຽດນາມ ຜ່ານສູນການຄ້າເອເລັກໂຕນິກຂ້າມຊາຍແດນບັນລຸອັດຕາສູງ. ໄປຄຽງຄູ່ກັບການສ້າງເຄື່ອງໝາຍການຄ້າແຫ່ງຊາດ ເພື່ອເພີ່ມມູນຄ່າສົ່ງອອກສິນຄ້າ, ຫວຽດນາມ ພວມສືບຕໍ່ຊຸກຍູ້ລະບົບນິເວດການບໍລິການທາງການຄ້າເອເລັກໂຕນິກຂ້າມຊາຍແດນ, ຊ່ວຍວິສາຫະຫກິດ ເພີ່ມຂອບເຂດໃນການສຳຜັດກັບຕະຫຼາດ, ນຳເຄື່ອງໝາຍສິນຄ້າ ຫວຽດນາມໄປສູ່ຜູ້ບໍລິໂພກອຸປະໂພກຢູ່ຫຼາຍຕະຫຼາດໃນໂລກ.