ການເດີນທາງມາຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃນວັນທີ 16-17/1 ຈະເປີດສາກໃຫ້ໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ. ການຢ້ຽມຢາມກໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ…
ຍີ່ປຸ່ນແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ
(ພາບ:vijatmc.com)
ໃນໄລຍະເວລາເກືອບ 40 ປີຜ່ານມາ, ນັບແຕ່ຫວຽດນາມ-ຍີ່ປຸ່ນ ໄດ້ສ້າງການພົວພັນທາງການທູດເມື່ອວັນທີ 21/9/1973, ມາຮອດປະຈຸບັນ, ການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງປະເທດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງແຮງໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ. ຍາມໃດຍີ່ປຸ່ນ ກໍ່ສະໜັບສະໜູນແນວທາງປ່ຽນແປງໃໝ່, ເປີດປະຕູຂອງຫວຽດນາມ, ໜູນຊ່ວຍຫວຽດນາມ ເຊື່ອມໂຍງເຂົ້າກັບພາກພື້ນ ແລະໂລກ ຜ່ານບັນດາອົງການຈັດຕັ້ງສາກົນຄື: ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ອົງການການຄ້າໂລກ (WTO), ເວທີປາໄສຮ່ວມມືດ້ານເສດຖະກິດອາຊີ-ເອີລົບ (ASEM)… ສຳລັບຍີ່ປຸ່ນ ແລ້ວ, ຫວຽດນາມ ແມ່ນປະເທດມີທີ່ຕັ້ງດ້ານພູມມີປະເທດ ແລະ ການເມືອງທີ່ສຳຄັນ, ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ປີ 2010, ສອງປະເທດໄດ້ເຊັນ “ຖະແຫຼງການຮ່ວມຫວຽດນາມ-ຍີ່ປຸ່ນ ກ່ຽວກັບການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ“. ຕໍ່ຈາກນັ້ນ, ໃນປີ 2011, ສອງຝ່າຍໄດ້ເຊັນ “ຖະແຫຼງການຮ່ວມກ່ຽວກັບການຜັນຂະຫຍາຍການກະທຳໃນຂອບເຂດຄູ່ຮ່ວມມືຍຸດທະສາດເພື່ອສັນຕິພາບ ແລະ ຈະເລີນຮຸ່ງເຮືອງຢູ່ອາຊີ ລະຫວ່າງຫວຽດນາມ-ຍີ່ປຸ່ນ“. ມາຮອດປະຈຸບັນ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືດ້ານເສດຖະກິດສຳຄັນອັນດັບໜຶ່ງຂອງຫວຽດນາມ ແລະ ແມ່ນປະເທດອຸປະຖຳທຶນ ODA ຫຼາຍກ່ວາໝູ່ໃຫ້ຫວຽດນາມ , ແມ່ນນັກລົງທຶນອັນດັບໜຶ່ງຢູ່ຫວຽດນາມ. ທ່ານຟ້າມແທງບິງ ຮອງຫົວໜ້າກົມອາຊີຕາເວັນອອກສ່ຽງເໜືອ, ສັງກັດກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ:
“ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ສືບຕໍ່ພັດທະນາ, ໂດຍສຸມໃສ່ 2 ດ້ານ. ທີໜຶ່ງແມ່ນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ…... ທີສອງແມ່ນສອງປະເທດພວມຕັ້ງໜ້າກະກຽມການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2013 ແລະ ຈັດປີຫວຽດນາມ ຢູ່ຍີ່ປຸ່ນ ແລະ ປີຍີ່ປຸ່ນ ຢູ່ຫວຽດນາມ ດ້ວຍບັນດາການເຄື່ອນໄຫວທັງທາງດ້ານວັດທະນະທຳ, ການເມືອງ, ການທູດ…“
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບ: Internet)
ມາຮອດປະຈຸບັນ, ວົງເງິນການຄ້າສອງຝ່າຍຫວຽດນາມ-ຍີ່ປຸ່ນ ບັນລຸປະມານ 23 ຕື້ USD ແລະ ສອງຝ່າຍພວມສູ້ຊົນເພີ່ມຂຶ້ນທົບສອງເທົ່າໃນປີ 2020.
ການຮ່ວມມືທີ່ມີປະສິດທິຜົນຢ່າງແທ້ຈິງພ້ອມກັບບັນດາອາລົມຈິດອັນດີງາມຊື່ງລັດຖະບານ ແລະ ປະຊາຊົນສອງປະເທດໄດ້ສະຫງວນໃຫ້ແກ່ກັນໃນເກືອບ 4 ທົດສະວັດຜ່ານມາໄດ້ ແລະ ພວມສ້າງພື້ນຖານເພື່ອນຳສາຍພົວພັນຮ່ວມມືລະຫວ່າງຫວຽດນາມ-ຍີ່ປຸ່ນ ໃຫ້ພັດທະນາຢ່າງແຮງ, ແທ້ຈິງ ແລະ ກ້າວເຂົ້າສູ່ລວງເລິກ. ພິເສດ, ເລື່ອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ເລືອກຫວຽດນາມ ແມ່ນປະເທດທຳອິດໃນການໄປຢ້ຽມຢາມຕ່າງປະເທດ ນັບແຕ່ທ່ານຮັບຜິດຊອບເປັນຜູ້ນຳລັດຖະບານຍີ່ປຸ່ນ ແມ່ນປະກົດການທີ່ມີຊີວິດຊີວາແຫ່ງພົວພັນອັນດີງາມລະຫວ່າງສອງປະເທດ. ນັ້ນກໍ່ແມ່ນກຳລັງໜູນສ້າງເປັນຜົນສຳເລັດອັນດີງາມໃນການມາຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ປະກອບສ່ວນນຳສາຍພົວພັນຫວຽດນາມ-ຍີ່ປຸ່ນ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ດ່ວານຊວນຮຶງ ຖືວ່າ:
“ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແມ່ນຜູ້ທີ່ມີການພົວພັນອັນສະໜິດແໜ້ນ ແລະ ມີອາລົມຈິດຄວາມຮັກແພງຢ່າງສະໜິດສະໜົມກັບຫວຽດນາມ. ໃນ 6 ປີກ່ອນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ ແລະ ໃນການມາຢ້ຽມຢາມຫວຽດນາມ ຄັ້ງນີ້, ທ່ານນາຍົກລັດຖະມົນຕີທັງສອງໄດ້ພົບກັນໃໝ່ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະມີຄວາມໝາຍອັນໃຫ່ຍຫຼວງ, ປະກອບສ່ວນປັບປຸງ, ຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ເລິກເຊິງຂຶ້ນຕື່ມ. ບໍ່ພຽງແຕ່ປະຊາຊົນຫວຽດນາມ ມີຄວາມພາກພູມໃຈເທົ່ານັ້ນ, ຫາກປະຊາຊົນຍີ່ປຸ່ນ ກໍ່ລ້ວນແຕ່ມີຄວາມພາກພູມໃຈຍ້ອນພວກເຮົາແມ່ນເພື່ອນຜູ້ສະໜິດສະໜົມ. ຜ່ານການຢ້ຽມຢາມຄັ້ງນີ້, ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ຈະໄດ້ຮັບການປັບປຸງ ແລະ ເປີດກ້ວາງໃນຫຼາຍດ້ານກ່ວາອີກ“.
ດ້ວຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງແຮງ, ແທ້ຈິງ, ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະກອບສ່ວນປັບປຸງ, ຮັດແໜ້ນ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ລະຫວ່າງຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງຂຶ້ນຕື່ມ. ພິເສດ, ແມ່ນການຢ້ຽມຢາມຍິ່ງມີຄວາມໝາຍໃນໂອກາດຕົ້ນປີໃໝ່ 2013, ປີມິດຕະພາບຫວຽດນາມ-ຍີ່ປຸ່ນ ແລະ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ເປີດໄລຍະໃໝ່ໃນການພົວພັນສອງປະເທດໃນສະພາບການທີ່ພາກພື້ນ ແລະ ໂລກມີການຫັນປ່ຽນຫຼາຍຢ່າງ.