ດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງພັກ, ລັດ, ສະພາແຫ່ງຊາດ, ໃນບັນດາອາຍຸການມໍ່ໆມານີ້, ອັດຕາຜູ້ແທນທີ່ເປັນຊາວເຜົ່າສ່ວນໜ້ອຍໃນບັນດາອົງການສຳນັກງານຕົວແທນປະຊາຊົນຢູ່ຫວຽດນາມນັບມື້ນັບສູງຂຶ້ນ. ໃນການເລືອກຕັ້ງທີ່ຈະມາເຖິງນີ້, ບັນດາຂະແໜງການຂັ້ນຕ່າງໆໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າຮ່ວມໃນບັນດາ ອົງການສຳນັກງານຕົວແທນປະຊາຊົນຫຼາຍກວ່າເກົ່າ.
ທ່ານນາງຕ່ອງທິຟ້ອງ ຮອງປະທານສະພາແຫ່ງຊາດມອບຂອງຂວັນໃຫ້ແກ່ຜູ້ມີສິດເລືອກຕັ້ງຊາວເຜົ່າສ່ວນໜ໊ອຍໃນແຂວງຟູ້ເຖາະ
(baophutho) |
ໃນ 4 ອາຍຸການຂອງສະພາແຫ່ງຊາດຫວຽດນາມໃນມໍ່ໆມານີ້, ອັດຕາສະມາຊິກສະພາແຫ່ງຊາດທີ່ເປັນຊາວເຜົ່າສ່ວນໜ້ອຍກວມແຕ່ 15,6% ຫາ ກວ່າ 17 % ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ. ໃນການເລືອກຕັ້ງສະພາແຫ່ງຊາດໃກ້ຈະມາເຖິງນີ້, ຕາມບັນຊີລາຍຊື່ໂດຍສະພາເລືອກຕັ້ງແຫ່ງຊາດປະກາດນັ້ນ, ຈຳນວນຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວເຜົ່າສ່ວນໜ້ອຍກວມ 23,45%. ຜູ້ແທນແມ່ນຊາວເຜົ່າສ່ວນໜ້ອຍທີ່ເຂົ້າຮ່ວມສະພາປະຊາຊົນຂັ້ນແຂວງອາຍຸການ 2011-2016 ໄດ້ກວມເອົາ 18%; ຂັ້ນເມືອງ ແລະ ຂັ້ນຕາແສງກວມກວ່າ 20%.
ຜູ້ແທນຊາວເຜົ່າສ່ວນໜ້ອຍມີການປະກອບສ່ວນຫຼາຍຢ່າງ
ທີ່ເວທີປາໄສສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຫຼາຍທ່ານທີ່ແມ່ນຊາວເຜົ່າສ່ວນໜ້ອຍໄດ້ປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນບັນດາລັດຖະນະໂຍບາຍຂອງສະພາແຫ່ງຊາດ, ເປັນຕົ້ນແມ່ນບັນດານະໂຍບາຍທີ່ກ່ຽວຂ້ອງເຖິງຊົນເຜົ່າ. ອາຍຸການຊຸດທີ 13 ທີ່ຜ່ານມາ, ສະພາແຫ່ງຊາດໄດ້ດຳເນີນການຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນຢູ່ບັນດານິຄົມກະເສດ, ນິຄົມປ່າໄມ້ທີ່ຂຶ້ນກັບລັດ. ແລະ ກໍໃນອາຍຸການນີ້, ເປັນຄັ້ງທຳອິດທີ່ລັດຖະມົນຕີ, ປະທານຄະນະກຳມະການຊົນເຜົ່າ ຢາງແຊງຝື ໄດ້ຂຶ້ນຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງໂຄງການພັດທະນາເສດຖະກິດສັງຄົມຢູ່ບັນດາຕາແສງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍເຊັ່ນ: ສະພາບຕົວຈິງ ແລະ ວິທີການແກ້ໄຂຈັດສັນຊຸມຊົນຢູ່ເຂດເຄີຍປະສົບກັບໄພພິບັດທຳມະຊາດ, ບັນດາອົບພະຍົບຢ່າງເສລີ, ການບຳລຸງສ້າງວິຊາຊີບ, ດິນປຸກສ້າງ, ດິນທຳການຜະລິດໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ຜູ້ແທນຊາວເຜົ່າສ່ວນໜ້ອຍນັບມື້ນັບມີສຽງເວົ້າລວມໃນ ບັນດາອົງການສຳນັກງານຕົວແທນປະຊາຊົນ.
ຄວາມຫຍຸ້ງຍາກສຳລັບຜູ້ອອກສະໝັກຮັບເລືອກຕັ້ງທີ່ເປັນຊາວເຜົ່າສ່ວນໜ້ອຍ
ເຖິງວ່າໃນບັນດາອາຍຸການມໍ່ໆມານີ້, ອັດຕາຜູ້ແທນທີ່ເປັນຊາວເຜົ່າສ່ວນໜ້ອຍໃນບັນດາອົງການສຳນັກງານຕົວແທນປະຊາຊົນຍາມໃດກໍສູງກວ່າເມື່ອທຽບໃສ່ຈຳນວນປະຊາກອນ, ແຕ່ຍັງຄົງມີບາງຊົນເຜົ່າຍັງບໍ່ທັນມີຕົວແທນເທື່ອ. ໃນຕົວຈິງ, ເບິ່ງລວມແລ້ວ, ລະດັບຄວາມຮູ້ຂອງບັນດາຊົນເຜົ່າສ່ວນໜ້ອຍຍັງຕ່ຳຢູ່, ເງື່ອນໄຂທາງດ້ານເສດຖະກິດ, ວັດທະນະທຳ, ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ມີຫຼາຍຄົນບໍ່ຮູ້ໜັງສື ແລະ ພາສາກາງ, ດັ່ງນັ້ນກໍເປັນການຍາກທີ່ສຸດໃນວຽກງານໂຄສະນາອອກສະໝັກຮັບເລືອກຕັ້ງ ແລະ ປ່ອນບັດເລືອກຕັ້ງ. ເປັນຄັ້ງທຳອິດທີ່ເຂົ້າຮ່ວມອອກສະໝັກຮັບເລືອກຕັ້ງເຂົ້າເປັນສະມາຊິກອົງການສຳນັກງານຕົວແທນປະຊາຊົນ, ອ້າຍຮ່ວາງກ໋ວກແຄ້ງ ຊາວເຜົ່າໄຢ໋ຢູ່ແຂວງລາຍເຈົາໃຫ້ຮູ້ວ່າ : ເຖິງວ່າໄດ້ຮັບການສະເໜີ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກຈາກອົງການສຳນັກງານເພື່ອເຂົ້າຮ່ວມບັນດາຊຸດບຳລຸງ, ອົບຮົມເພື່ອຊອກຮູ້, ກຳແໜ້ນຂໍ້ມູນຂ່າວສານຮັບໃຊ້ການອອກສະໝັກຮັບເລືອກຕັ້ງ, ແຕ່ສຳລັບບັນດາຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊົນເຜົ່າສ່ວນໜ້ອຍຢູ່ບັນດາທ້ອງຖິ່ນເຂດພູດອຍຄືອ້າຍແຄ້ງນັ້ນ, ຕ່າງກໍປະສົບກັບຄວາມຫຍຸ້ງຍາກ, ຂໍ້ຄວາມຈຳກັດທາງດ້ານຂໍ້ມູນຂ່າວສານ, ທັກສະໃນການຂົນຂວາຍຫາສຽງເລືອກຕັ້ງ, ສ້າງໂຄງການດຳເນີນງານ….ນີ້ແມ່ນຮົ້ວກີດຂວາງບໍ່ໜ້ອຍ, ເຮັດໃຫ້ໂອກາດປະສົບຜົນສຳເລັດສຳລັບບັນດາຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວຊົນເຜົ່າສ່ວນໜ້ອຍຖືກຈຳກັດຢູ່. ອ້າຍຮ່ວາງກ໋ວກແຄ້ງ ໃຫ້ຮູ້ວ່າ :
“ ຢູ່ເສດພູດອຍ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍນັ້ນ, ເລື່ອງພວກຂ້າພະເຈົ້າຮັບຂໍ້ມູນຂ່າວສານໃໝ່ແມ່ນມີຄວາມຈຳກັດເມື່ອທຽບໃສ່ເຂດທົ່ງພຽງ. ທີ 2 ແມ່ນຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍນັ້ນ, ລະດັບຄວາມຮູ້ຂອງປະຊາຊົນຍັງບໍ່ທັນສະເໝ່ຳສະເໝີຢູ່, ດັ່ງນັ້ນໃນວິວັດການພົບປະກັບຜູ້ມີສິດເລືອກຕັ້ງເພື່ອຂົນຂວາຍ ກໍຕ້ອງໃຊ້ເວລາ ແລະ ເຫືອ່ແຮງຢ່າງຫຼວງຫຼາຍເພື່ອໃຫ້ພໍ່ແມ່ພີນ້ອງກຳໄດ້ສານທີ່ຕົນຍົກອອກມາ ”
ພ້ອມກັນນັ້ນ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວຊົນເຜົ່າສ່ວນໜ້ອຍຍັງຕ້ອງສາມາດຕອບສະໜອງມາດຖານຕ່າງໆເຊັ່ນ: ແມ່ນຜູ້ອອກສະໝັກຮັບເລືອກຕັ້ງຍິງ, ຍັງໜຸ່ມ, ແມ່ນຜູ້ບໍ່ແມ່ນສະມາຊິກພັກ. ນີ້ກໍແມ່ນບັນດາຄວາມຫຍຸ້ງຍາກໃນການຮັບປະກັນເປົ້າໝາຍມີຢ່າງໜ້ອຍ 18% ຈຳນວນສະມາຊິກສະພາແຫງຊາດທັງໝົດແມ່ນຊາວເຜົ່າສ່ວນໜ້ອຍໃນການເລືອກຕັ້ງສະມາຊິກສະພາແຫງຊາດທີ່ຈະມາເຖິງນີ້.
ເປີດຊຸດອົບຮົມດ້ານທັກສະໃຫ້ຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວຊົນເຜົ່າສ່ວນໜ້ອຍ
ທ່ານຫງວຽນເລີ່ມແທ່ງ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມຖືວ່າ : ຜົນຂອງການເລືອກຕັ້ງຈະຮັບໄຊຊະນະຫຼືບໍ່ນັ້ນ, ແມ່ນຂຶ້ນກັບວິວັດການເລືອກເອົາຜູ້ອອກສະໝັກຮັບເລືອກຕັ້ງ ແລະ ການຂົນຂວາຍຫາສຽງເລືອກຕັ້ງ. ດັ່ງນັ້ນ, ເພື່ອບັນລຸໄດ້ເປົ້າໝາຍຕາມການຄາດຄະເນ, ຈຳເປັນຕ້ອງມີການຊີ້ນຳແບບລວມສູນ, ເປັນເອກະພາບກັນຈາກຄະນະພັກ, ອຳນາດການປົກຄອງ ແລະ ຄວາມມານະພະຍາຍາມຂອງບັນດາອົງການສຳນັກງານ, ແນວໂຮມປະເທດຊາດຫວຽດນາມໃນວຽກງານການເລືອກຕັ້ງ. ເພື່ອສະໜອງຄວາມຮູ້, ທັກສະການດຳເນີນການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງໃຫ້ແກ່ ບັນດາຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວຊົນເຜົ່າສ່ວນໜ້ອຍ, ສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມໄດ້ເປີດບັນດາຊຸດອົບຮົມດ້ານທັກສະການຂົນຂວາຍຫາສຽງເລືອກຕັ້ງໃຫ້ແກ່ຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວເຜົ່າສ່ວນໜ້ອຍນັບຮ້ອຍຄົນເປັນສະມາຊິກສະພາແຫງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021. ທ່ານ ຫງວຽນເລີມແທ່ງ ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມໃຫ້ຮູ້ວ່າ :
“ ມີຜູ້ອອກສະໝັກຮັບເລືອກຕັ້ງຫຼາຍຄົນແມ່ນຊາວເຜົ່າສ່ວນໜ້ອຍ ແລະ ດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ. ດັ່ງນັ້ນ, ຊຸດອົບຮົບຄັ້ງນີ້ຂອງສະພາຊົນເຜົ່າສະພາແຫ່ງຊາດຫວຽດນາມ ແມ່ນເພື່ອຊ່ວຍໃຫ້ ບັນດາຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວຊົນເຜົ່າສ່ວນໜ້ອຍມີບົດຮຽນ, ທັກສະຕື່ມອີກເພື່ອດຳເນີນການ ຂົນຂວາຍຫາສຽງເລືອກຕັ້ງໃຫ້ແກ່ຕົນເອງເປັນຢ່າງດີກວ່າ”
ການເປີດຊຸດອົບຮົມແມ່ນຈຳເປັນເພື່ອນຳມາເຊິ່ງກາລະໂອກາດທີ່ດີໃຫ້ແກ່ ບັນດາຜູ້ອອກສະໝັກຮັບເລືອກຕັ້ງແມ່ນຊາວຊົນເຜົ່າສ່ວນໜ້ອຍ. ໃນຍາວນານ, ບັນດາຂະແໜງການ, ຂັ້ນຕ່າງໆຈະຕ້ອງມີການກະທຳຢ່າງຂ້ຽວຂາດກວ່າອີກເພື່ອວາງແຜນກຳນົດ, ສ້າງ ແລະ ບຳລຸງຖັນແຖວພະນັກງານຊາວເຜົ່າສ່ວນໜ້ອຍໃນ ບັນດາອົງການສຳນັກງານຕົວແທນປະຊາຊົນ.