ສ້າງແລະພັດທະນາວັດທະນະທຳ, ຊາວຫວຽດນາມຕອບສະຫນອງ ຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ


(vovworld)-​​ ກອງ​ປະຊຸມ​ຄັ້ງທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຊຸດ​ທີ 11 ​ໄດ້​ເຫັນ​ດີ​ເປັນ​ເອກ​ສັນ​ຈະປະກາດ​ໃຊ້​ມະຕິ​ສະບັບ​ໃໝ່ກ່ຽວ​ກັບການສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ ຫວຽດນາມ ຕອບ​ສະ​ຫນອງ​ຄວາ​ມຮຽກຮ້ອງ​ຕ້ອງການ​ພັດທະນາ​ແບບ​ຍືນ​ຍົງຂອງ​ປະ​ເທດ​ຊາດ. ຕໍ່​ໄປ​​ແມ່ນເນື້ອ​ໃນກ່ຽວກັບການສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວຫວຽດນາມ ທີ່​ໄດ້ຖືກ​ເຕື້ອງ​​ເຖິງ​ໃນ​ບົດ​ກ່າວ​ປາ​ໄສ​ອັດ​ກອງ​ປະຊຸມ​ຂອງ​ເລຂາທິການ​ໃຫ່ຍຄະນະ​ບໍລິ ຫານ​ງານສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟູ​ຈ້ອງ.

ສ້າງແລະພັດທະນາວັດທະນະທຳ, ຊາວຫວຽດນາມຕອບສະຫນອງ ຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ - ảnh 1

ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ

ກ່າວ​ປາ​ໄສ​ອັດ​ກອງ​ປະ​ຊຸມສູນ​ກາງ​ພັກ​ຄັ້ງທີ 9

(ພາບ: Trí Dũng/TTXVN)

   ຕາມ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ພາຍຫຼັງ​ກ່ວາ 15 ປີ​ແຫ່ງ​ການປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 5 ຊຸດ​ທີ 8 ກ່ຽວ​ກັບວັດທະນະທຳ, ຈິນຕະນາການ​ທິດ​ສະ​ດີ​ກ່ຽວ​ກັບ​ວັດທະນະທຳ​ມີ​ບາດກ້າວ​ພັດທະນາ, ຊີວິດ​ວັດທະນະທຳ​ນັບ​ມື້​ນັບ​ອຸດົມສົ​ມບູນກ່ວາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ສືບ​ຕໍ່​ສືບ​ທອດ, ​ເພີ່ມ​ເຕີມ ​ແລະ ພັດທະນາ​ບັນດາ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ ການສ້າງ ​ແລະ ພັດທະນາ​ວັດທະນະທຳທີ່​ໄດ້​ຍົກ​ອອກ​ມາ​ໃນ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 5 ຊຸດ​ທີ 8, ພ້ອມ​ທັງ​ເນັ້ນໜັກ​ເຖິງ​ແນວ​ຄິດ​ທີ່​ວ່າ: ວັດທະນະທຳ​ແມ່ນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ​ແມ່ນ​ຈຸດໝາຍ, ກຳລັງ​ໜູນ ​ແລະ ​ແຫຼ່ງກຳລັງ​ພາຍ​ໃນ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງບຸກຄະລິກກະພາບ, ຄຸນສົມບັດ​ຂອງ​ມະນຸດ

   ສູນ​ກາງພັກ​ຢືນຢັນ​ວ່າ: ສີສັນ​ຊາດ​ຂອງ​ວັດທະນະທຳ​ຫວຽດນາມ ລວມມີ​ບັນດາ​ຄຸນຄ່າ​ຍືນ​ຍົງ, ສິ່ງ​ຍອດ​ຍິ່ງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງຜ່ານ​ການ​ຕໍ່ສູ້​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ນັບ​ພັນ​ປີ. ນັ້ນ​ແມ່ນ​ນ້ຳ​ໃຈ​ຮັກ​ຊາດ; ຄວາ​ມ​ເອກອ້າງ​ທະ​ນົງ​ໃຈ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ຊາດ, ​ແມ່ນ​ການ​ເສຍສະຫຼະ​ອັນ​ສູງ​ສົ່ງ​ເພື່ອ​ເອກະ​ລາດ​ແຫ່ງ​ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ​ແມ່ນ​ການປະພຶດ​ສີວິ​ໄລ, ສຸພາບ, ນິ​ດໃສ​ລຽບງ່າຍ ​ແລະ ​ ​ປອດ​ໄສ​ໃນ​ວິຖີ​ຊີວິດ.ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:

   “​ໃນ​ການ​ສ້າງ​ວັດທະນະທຳ, ຕ​້ອງ​ຖືກເອົາ​ການ​ສ້າງ ​ແລະ ພັດທະນາ​ມະນຸດ​ທີ່​ມີ​ບຸກຄະ​ລິກກະພາບ, ຄຸນສົມ​ບັດ, ມີ​ວີ​ຖີຊີວິດ​ທີ່​ຈົບງາມ​ເປັນ​ຈຸດ​ສຸມ; ສ້າງ​ສະ​ພາບ​ແວດ​ລ້ອມ​ວັດທະນະທຳ​ປົ່ງ​ໄສ​ເປັນ​​ແກ່ນ​ສານ. ນຳ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ເຂົ້າ​ໃນ​ການ​ສ້າງ​ຊາວ​ຫວຽດນາມ ພັດທະນາ​ຮອບດ້ານ​ກ່ຽວ​ກັບ​ພູມ​ປັນຍາ, ຄູນ​ສົມບັດ, ສຸຂະພາບ,, ມີ​ຄວາມ​ສາມາດ​ປະດິດ​ສ້າງ, ປະຕິບັດ​ກົດໝາຍ, ​ເຮັດ​ໃຫ້​ວັດທະນະທຳ​ກາຍ​ເປັນ​ປັດ​ໄຈ​ຊຸກຍູ້​ມະນຸດ​ສ້າງ​ບຸກຄະ​ລິກ​ກະພາບ​ໃຫ້ສົມ​ບູນ​ແບບ​ດ້ວຍ​ຕົນ​ເອງ“.

ສ້າງແລະພັດທະນາວັດທະນະທຳ, ຊາວຫວຽດນາມຕອບສະຫນອງ ຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ - ảnh 2

(ພາບປະກອບ: http://moitruongdulich.vn)

ສ້າງ​ພື້ນຖານ​ວັດທະນະທຳ​ກ້າວໜ້າ​ເຂັ້ມຂຸ້ນ​ໄປ​ດ້ວຍ​ສີສັນ​ຊາດ, ​ເອກະ​ພາບ​ໃນ​ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ

     ຕາມທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ວັດທະນະທຳ​ຕ້ອງຮັບ​ຖື​ເທົ່າ​ທຽມ​ກັບ​ເສດຖະກິດ, ການ​ເມືອງ, ສັງຄົມ; ການ​ເຕີບ​ໂຕ​ເສດຖະກິດ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ວັດທະນະທຳ, ປະຕິບັດຄວາມ​ກ້າວໜ້າ​​ແລະ ​ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ. ພື້ນຖານ​ວັດທະນະທຳ​ຊື່​ງຫວຽດນາມ ກໍ່ສ້າງ​ນັ້ນແມ່ນ​ພື້ນຖານ​ວັດທະນະ​ທຳກ້າວໜ້າ, ​ເຂັ້ມຂຸ້ນ​ໄປ​ດ້ວຍ​ສີສັນ​ຊາດ, ​ເອກະ​ພາບ​ໃນ​ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ແບບຂອງ​ປະຊາ​ຄົມ​ບັນດາ​ ເຜົ່າ​ຫວຽດນາມ ດ້ວຍ​ບັນດາ​ຈຸດ​ເອກະລັກ​ສະ​ເພາະ​ດີ​ເດັ່ນ​ແມ່ນ​ຊົນ​ຊາດ, ວັດທະນະທຳ​ມະນຸ​ດ, ປະຊາທິປະ​ໄຕ ​ແລະ ວິທະຍາສາດ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ຊີ້​ແຈ້ງວ່າ:

     “​ພື້ນຖານ​ວັດທະນະທຳ​ຫວຽດນາມ​ກ້າວໜ້າ​ແມ່ນພື້ນຖານ​ວັດທະນະ ທຳຮັກ​ຊາດ ​ແລະ ກ້າວໜ້າ ຊື່​ງ​ເນື້ອ​ໃນຕົ້ນຕໍ່​ແມ່ນອຸດົມ​ຄະຕິ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ​ພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈິ​ມິນ ​ແລະ ສິ່ງ​ຍອດ​ຍິ່ງ​ດ້ານ​ວັດທະ​ນະ​ທຳ​ມະນຸດ ​ເພື່ອ​ແນ​ໃສ່​ຈຸດໝາຍທຸກ​ສິ່ງ​ທຸກ​ຢ່າງ​ເພື່ອມະນຸດ, ​ເພື່ອ​ຄວາມ​ເສລີພາບ, ຄວາມ​ຜາ​ສຸກ ​ແລະ ການ​ພັດທະນາ​ອຸດົມ​ສົບ​ບູນ, ຮອບດ້ານ​ໃຫ້​ແກ່​ແຕ່ລະ ຄົນ​ໃນ​ການ​ພົວພັນ​ຢ່າງ​ກົມ​ກ່ຽວລະຫວ່າງ​ສ່ວນ​ບຸກຄົນ ​ແລະ ວົງ​ຄະນາ​ຍາດ, ລະຫວ່າງ​ມະນຸດ ​ແລະ ທຳ​ມະ​ຊາ​ດ “.

   ​ເປັນ​ເຈົ້າການ​ໃນ​ການ​ພົວພັນ​ແລກປ່ຽນ, ຮ່ວມ​ມື​ກັບ​ສາກົນ​ດ້ານ​ວັດທະນະທຳ

   ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຖື​ວ່າ, ທ່າ​ອ່ຽງ​ໂລກາ​ພິວັດ​ພັດທະນາ​ຢ່າງ​ແຮງ​ໄດ້​ຊຸກຍູ້​ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ກັບ​ສາກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸກໆ​ຂົງ​ເຂດ: ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ. ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ດ້ານ​ວັດທະນະທຳກັບ​ສາກົນ​, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເນັ້ນໜັກ​ວ່າ:

“​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຖັນ​ແຖວ​ພະນັກງານ​ປະຕິບັດ​ວຽກ​ງານ​ວັດທະ ນະທຳ. ​ເພີ່ມ​ທະວີ​ແຫຼ່ງກຳລັງ​ໃຫ້​ແກ່​ວັດທະນະທຳ. ສຸມ​ໃສ່​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິພາບ, ປະ​ສິດທິຜົນ​ໃນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ດ້ານ​ວັດທະນະທຳ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ຮັບ​ສິ່ງ​ຍອດ​ຍິ່ງ​ດ້ານ​ວັດທະນະທຳ ​ແລະ ບົດຮຽນ​ການ​ພັດທະນາ, ຄຸ້ມ​ຄອງ​ດ້ານ​ວັດທະນະທຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ“.

    ການ​ສ້າງ​ພື້ນຖານ​ວັດທະນະທຳ​ຫວຽດນາມ ກ້າວໜ້າ, ​ເຂັ້ມຂຸ້ນ​ໄປ​ດ້ວຍ​ສີສັນ​ຊາດ, ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ການ​ປະຕິວັດ​ຫວຽດນາມ. ບັນດາ​ການ​ກຳນົດ​ທິດ​ຂອງ​ກອງປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 9 ຊຸດ​ທີ 11 ກ່ຽວ​ກັບ​ດ້ານ​ວັດທະນະທຳ​ມີ​ຄວາມ​ສຳຄັນ​ພິ​ເສດ, ມີ​ລັກສະນະ​ຍຸດ​ທະ​ສາດ​ຍາວ​ນານ​ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ວັດທະນະທຳ​ຂອງ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນຂອບ​ຂະໜາດ, ພູມ​ປັນຍາ, ຄຸນ​ນະ​ທາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ທີ່​ມີ​ຕໍ່​ພາລະກິດ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ ​ໃນ​ໄລຍະ​ໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ